ເມືອງງາຍັງທຸກຍາກຊີວິດ ລໍາບາກ
2015.10.07
ເມືອງ ງາ ແຂວງ ອຸດົມໄຊ ຊຶ່ງ ເປັນນຶ່ງ ໃນເມືອງ ທຸກຍາກ ຂອງລາວ ນັ້ນ ປັຈຈຸບັນ ນີ້ ປະຊາຊົນ ກໍຍັງບໍ່ ບັນລຸ ເປົ້າໝາຍ ຫລຸດພົ້ນ ຈາກ ຄວາມທຸກຍາກ ໄດ້, ຕາມແຜນ ຂອງ ທາງການ ລາວ ປະຊາຊົນ 50% ຍັງຂາດ ວຽກເຮັດ ງານທໍາ, ຫຼາຍຄອບຄົວ ຍັງ ອາສັຍ ການ ປູກຝັງ ພາຍໃນ ຄອບຄົວ ຕາມມີ ຕາມເກິດ ຢູ່ຄືເກົ່າ, ແລະ ສ່ວນນຶ່ງ ກໍເກີດຈາກ ປະຊາຊົນ ຂາດ ການ ສົ່ງເສິມ ໃຫ້ ມີວຽກງານ ແລະ ມີຣາຍໄດ້ ແບບ ຄົງຕົວ. ດັ່ງ ເຈົ້າໜ້າທີ່ ເມືອງງາ ທ່ານ ນຶ່ງ ເວົ້າວ່າ:
“ກະຫຼາຍ ຢູ່ ທຽບໃສ່ ຢູ່ ເມືອງເຮົາ ກະບໍ່ມີ ແລ້ວ ເພິ່ນຊິໃຫ້ ເປັນ ຕົ້ນວ່າ ສ້າງ ກິຈກັມ ເນາະ ຊຸມຊົນ ແມ່ນຫຍັງ ນີ້ແຫລະ ກໍຍັງ ຂື້ນກັບ ເມືອງ ທຸກຢ່າງຢູ່”.
ເຈົ້າໜ້າທີ່ ທ່ານນີ້ ອະທິບາຍ ຕື່ມວ່າ, ບັນຫາ ສ່ວນໃຫຍ່ ກໍແມ່ນວ່າ ເມືອງ ງາ ຂາດ ການພັທນາ ເທົ່າທີ່ຄວນ ເປັນຕົ້ນ ຖນົນຫົນທາງ ຍັງເປັນ ທາງດິນແດງ ແລະ ທາງ ພູດອຍ ມີ ບັນຫາ ທັງຍາມຝົນ ແລະ ຍາມແລ້ງ ແຕ່ ທາງແຂວງ ກໍ ບໍ່ສາມາດ ແກ້ບັນຫາ ນີ້ໄດ້ ຍ້ອນຂາດ ງົປມານ.
ທ່ານວ່າ ຜ່ານມາ ທາງ ອໍານາດ ປົກຄອງ ເມືອງ ກໍ ພຍາຍາມ ດຶງດູດ ເອົາ ນັກລັງທຶນ ເຂົ້າມາເຮັດ ໂຄງການ ພັທນາ ດ້ານຕ່າງໆ ເພື່ອ ເປັນ ບາດກ້າວ ໃນການ ຫລຸດພົ້ນ ຈາກຄວາມ ທຸກຍາກ ຮວມທັງ ໃຫ້ ປະຊາຊົນ ມີວຽກເຮັດ ງານທໍາ ແຕ່ ກໍ ປະກົດວ່າ ບໍ່ມີໃຜ ໃຫ້ ຄວາມສົນໃຈ.
ທາງການ ກໍ ພຍາຍາມ ຊຸກຍຸ້ ໃຫ້ ປະຊາຊົນ ໄປເຮັດວຽກ ຢູ່ ຕ່າງແຂວງ ຕ່າງ ປະເທດ ແຕ່ ກໍບໍມີ ຜູ້ໃດ ຢາກໄປ, ເພາະ ພວກເຂົາເຈົ້າ ຢ້ານວ່າ ໄປຢູ່ ນອກເມືອງ ແລ້ວ ຈະມີຄວາມ ສາມາດ ເຮັດວຽກ ຫຍັງ ໄດ້ແດ່ ຍ້ອນ ແຕ່ລະຄົນ ກໍບໍມີ ສີມື ແຮງງານ ໃນດ້ານໃດ ມາກ່ອນ.
ຢ່າງໃດກໍຕາມ ການຂາດ ວຽກເຮັດ ງານທໍາ ຂອງ ປະຊາຊົນ ນັ້ນ ອາດເຮັດໃຫ້ ເຍົາວະຊົນ ລາວ ຕົກເປັນ ເຫຍື່ອ ຂອງ ພວກ ຂະບວນການ ຄ້າມະນຸດ ກໍເປັນໄດ້ ໂດຍສະເພາະ ຂະບວນ ການຄ້າ ທີ່ ຍັງ ເຄື່ອນໄຫວ ຢູ່ຕາມ ຊາຍແດນ ແຂວງ ພາກເໜືອ, ເພື່ອ ຫຼອກເອົາ ແມ່ຍິງ ລາວ ໄປຈີນ ແລະ ແຂວງ ອູດົມໄຊ ກໍແມ່ນ ເປົ້າໝາຍ ຂອງ ກຸ່ມ ຄ້າມະນຸດ.