ລາຄາ ຊີ້ນໝູ ແພງ ແຕ່ປະຊາຊົນ ເຮັດຫຍັງບໍ່ໄດ້

0:00 / 0:00

ປະ​ຊາ​ຊົນ​ລາວ ​ກຳ​ລັງ​ໄດ້​ຮັບ​ຜົ​ລ​ກະ​ທົບ​ຈາກ​​ຊີ້​ນ​ໝູ ຂຶ້ນ​ລາ​ຄາ ເຮັດ​ໃຫ້​ບາງ​ຄົນ ຕ້ອງ​ພາ​ກັນ​ຊື້​ໜ້ອຍ​ລົງ ແລະ ປະ​ຢັດ​ກິນ. ປະ​ຊາ​ຊົນຊາວ​ນະ​ຄອນ​ຫລວງວຽງ​ຈັນ ທ່ານ​ນຶ່ງ ໄດ້​ກ່າ​ວ​ໃຫ້​ສັມ​ພາດ ຕໍ່​ເອ​ເຊັຽ​ເສ​ຣີວ່າ:

ນັກ​ຂ່າວ: ເບິ່ງ​ຊີ້ນ​ໝູ​ເປັນ​ຈັ່ງ​ໃດ?

ປະ​ຊາ​ຊົນ: ເຮົາ​ໄປ​ຖາມມື້​ວັນ​ອັງ​ຄານ ​ທີ່​ຜ່ານມ​ຫັ້ນ ຕ​ລາດ​ລາວ​ໃໝ່​ນີ້​ລະ​ແມ່ນ 52,000 ກີບ ຕໍ່​ກິ​ໂລກຼາມ ໝູ​ຟາຣ໌ມ​ຫັ້ນ​ເນາະ ແຕ່​ວ່າ ໝູ​ລາດ​ລະ​ແມ່ນ 65,000 ກີບ ປະ​ມານ​ນັ້ນ. ແບ້​ລະ​ແມ່ນ 120,000 ກີບ ຕໍ່​ກິ​ໂລກຼາມ. ຄວາຍ ຫຼື ງົວ ລະ​ແມ່ນ 87,000 ກີບ ຕໍ່​ກິ​ໂລກຼາມ.

ນັກ​ຂ່າວ: ຖື​ວ່າ ແພງ​ຂຶ້ນ​ຫຼາຍ​ເນາະ ແຕ່​ກ່ອນ​ທໍ່​ໃດ?

ປະ​ຊາ​ຊົນ: ແຕ່​ກ່ອນນີ້ ຊີ້ນ​ງົວ​ນີ້ 81,000 ກີບ ເນາະ ແຕ່ ມັນ​ຂຶ້ນ​ໄປ ປະ​ມານ 4,000-5,000 ກີບ ພຸ້ນ​ໄດ໋ ເນາະ ຢູ່​ຕ​ລາດ​ລາວ​ໃໝ່. ຕ​ລາດ​ໂພນ​ສະ​ຫວ່າງ​ລະ 85,000 ກີບ.

ນັກ​ຂ່າວ: ສ​ະ​ເພາະ​ຊີ້ນ​ໝູນີ້​ນ່າ ເປັນ​ຈັ່ງ​ໃດ?

ປະ​ຊາ​ຊົນ: ຢູ່​ຕ​ລາດ​ໂພນ​ສະ​ຫວ່າງນີ້ ສ​ະ​ເພາະ​ຊີ້ນນີ້ ມັນ​ກະ​ບໍ່​ຄື​ກັນ​ເນາະ. ຊີ້ນ​ໝູນີ້ ມັນ​ມີ​ຫຼາຍ​ລະ​ດັບ​ເດ້​ທ່ານ. ຄື​ຣັ​ຖບານນີ້ ກົມ​ການ​ຄ້າ​ພາຍ​ໃນ ເພິ່ນ​ໃຫ້​ຂາຍ 38,000 ກີບ ຕໍ່​ກິ​ໂລກຼາມ​ເບາະ ຫັ້ນ​ນ່າ ໃນ​ໄລ​ຍະ 2-3 ເດືອນ​ທີ່​ຜ່ານ​ມາ ນີ້​ຫັ້ນ​ເນາະ. ເພິ່ນບອກ​ໃຫ້​ຂາຍ​ຂ​ນາດນີ້ ແຕ່ ແມ່​ຄ່າ​ເຂົາ​ເຈົ້າ​ເວົ້າ ອັນ 38,000 ກີບ ມັນ​ແມ່ນ​ຊີ້ນ ​ແຕ່​ມັນ​ມີ​ນ້ຳ​ມັນປົນ​ກັນ​ຫັ້ນ​ນ່າ ປົນ​ກັນ​ມີ​ເອັນ ມີ….ເວົ້າ​ງ່າຍໆ ກະ​ຊີ້ນບໍ່​ງາມ​ຫັ້ນ​ນ່າ.

ແຕ່​ວ່າ ຄັນ​ຊີ້ນ​ແດງ​ແບບ​ວ່າ ຊີ້ນ​ສົດໆ ຊີ້ນ​ໝູ​ແບບ​ທີ່​ວ່າ ພວກ​ເຮົາ​ເອົາ​ມາ​ເຮັດ​ລາບ ເຮັດ​ກ້ອຍ​ທີ່​ວ່າ ໂຕນີ້​ລະ​ແມ່ນ 48,000 ກີບ ແມ່​ຄ້າ​ເຂົາ​ຂາຍ​ຕອນ​ໃນ​ໄລ​ຍະ​ນັ້ນ, ແຕ່​ວ່າ ໜ້າ​ຮ້ານ​ທີ່​ຜ່ານ​ມານີ້​ລະ​ແມ່ນ 52,000 ກີບ ຊີ້ນ​ກ້ອນ​ລະ​ແມ່ນ 52,000 ກີບ ສ​ະເລັ່ຽ​ລະ​ຂຶ້ນ 4,000 ກີບ ຈາກ​ປີ​ທີ່​ຜ່ານ​ມາ​ຫັ້ນ​ເນາະ.

ອັນ​ນີ້ ຄື​ ຕ​ລາດ​ລາວ​ໃໝ່ ແລະ ຕ​ລາດ​ໂພນ​ສະ​ຫວ່າງ ເນາະ ເວົ້າ​ງ່າຍໆ ຄື ເຮົາ​ໄປ​ຊື້​ດ້ວຍ​ຕົວ​ເຮົາ​ເອງ​ຫັ້ນ​ລະ​ເນາະ ຊີ້ນ​ໝູ​ທີນຶ່ງ ຄື ກະ​ດູກ​ຂ້າງ​ເບາະ ຊີ້ນ​ກ້ອນ​ເບາະ.

ຊີ້​ໝູ​ທີ​ 1 ເພາະ​ວ່າ ຄົນ​ລາວ​ເຮົາ​ກໍ​ຈະ​ນິ​ຍົມ​ເນາະ. ຊີ້ນ​ກ້ອນ​ກັບ​ກະ​ດູກ​ຂ້າງ ມັນ​ກໍ​ຈະ​ລາ​ຄາ​ເທົ່າ​ກັນ​ເດ້ ມັນ​ງາມ​ນະ.

ນັກ​ຂ່າວ: ແຕ່​ວ່າ ມາ​ເບິ່ງ​ແລ້ວນີ້ ມັນ​ບໍ່​ສະ​ເພາະ​ແຕ່​ຊີ້ນ​ໝູ​ຕົ່ວ​ຊັ້ນ​ນະ ທີ່​ຂຶ້ນ​ລາ​ຄາ​ນິ?

ປະ​ຊາ​ຊົນ: ກະ​ແມ່ນ.

ນັກ​ຂ່າວ: ຊີ້ນ​ງົວ​ ຊີ້ນ​ຄວາຍ ຊີ້ນ​ແບ້ ອີ່​ຫຍັງ​ກະ​ຂຶ້ນ​ລາ​ຄາ​ໝົດ?

ປະ​ຊາ​ຊົນ: ແມ່​ລະ ແຕ່​ຊີ້ນ​ແບ້ ນີ້ ແມ່ນຂຶ້ນ​ເປັນ​ພິ​ເສດ​ນະ.

ນັກ​ຂ່າວ: ຂຶ້ນ​ຈາກ​ທໍ່​ໃດ ເປັນ​ທໍ່​ໃດ​ເກາະ?

ປະ​ຊາ​ຊົນ: ຂຶ້ນ​ໃນ​ເມື່ອ​ກ່ອນ ເວົ້າ​ງ່າຍໆ ໃນ​ກາງ​ປີ 2021 ນີ້​ລະ​ແມ່ນ 60,000-70,000 ຕໍ່​ນຶ່ງ​ກະ​ໂລກຼາມ​ຫັ້ນ​ລະ​ເນາະ. ມັນ​ຂຶ້ນ​ຮອດ​ເປັນ 120,000 ກີບ ພຸ້ນ​ນະ ໂດຍ​ສ​ະ​ເພາະ​ຊີ້ນ​ແບ້​ຫັ້ນ​ນະ ເພາະ​ວ່າ ມັນ​ນ້ຳ​ມັນ​ໜ້ອຍ​ວ່າ​ຊັ້ນ​ຊະ. ໄຂ​ມັນ​ກະ​ໄຂ​ມັນ ແຕກ​ຕ່າງກວ່າ​ຄວາຍ​ເດ້.

ນັກ​ຂ່າວ: ດຳ​ລົງ​ຊີ​ວິດ​ຈັ່ງ​ໃດ​ຊັ້ນ​ນະ ຖ້າ​ອັນ​ໃດ​ກະ​ມີ​ແຕ່​ແພງ​ຈັ່ງ​ຊີ້?

ປະ​ຊາ​ຊົນ: ໂອ້ຍ ອັນ​ນີ້ ກະ​ບໍ່​ຈັກ​ແນວ​ຊິ​ວ່າ​ແຫຼະ ທ່ານ​ເອີຍ. ຂັ້ນ​ເວົ້າ​ໃນ​ນາມ​ສ່ວນ​ຕົວ​ນີ້​ກະ ຈາກ​ຊີ້ນ​ທີ່​ເຮົາ​ເຄີຍ​ຊື້ກິ​ໂລ​ນຶ່ງ ເຮົາ​ກະ​ໄດ້​ຊື້ 2-3 ຂີດ​ ຫັ້ນ​ແຫຼະ ເຮັດ​ຈັ່ງ​ໃດ​ຊັ້ນ​ນະ ປະ​ສົມ​ກັບ​ຜັກ​ເອົາ ຜັກ​ກະ​ແພງ​ພໍ​ຜັກ​ຫັ້ນ​ນ່າ.

ຄື​ກະ​ລໍ່າຫັ້ນ​ກະ ໂລ​ນຶ່ງ 4,000 ກີບ ແຕ່​ວ່າ ບາ​ງ​ຊ້ວງ​ກະ​ແພງ​ໃດ ກະ​ລ່ຳ​ປີ ເຮົາ​ຊື້ ຕອນ​ກາງ​ປີ​ທີ່​ຜ່ານ​ມາ​ຫັ້ນ​ກະ 8,000 ກີບ ພຸ້ນ​ນະ ຈັກ​ເປັນ​ຈັ່ງ​ໃດ ງົງ​ຢູ່​ໃດ​ນິ.

ປານີ້ກະ​ແພງ ຄື​ປາ​ທັມ​ຊາດ ຄື​ພວກ​ອ່ຽນ​ຈັ່ງ​ຊີ້​ນິ ຂໍ​ອະ​ໄພ​ເນາະ ໂລ​ລະ 100,000 ກີບ ຈາກ 80,000 ກີບ ຂຶ້ນ 20,000 ເລີຍ​ໃດ.

ເຈົ້າ​ຂອງ​ຕ​ລາດ​ເຂົາ​ກຳ​ນົດ ຫຼື​ວ່າ ພໍ່​ຄ້າ​ແມ່​ຄ້າ​ເຂົາ​ກຳ​ນົດເອງ​ເບາະ​ກະ​ງົງ ໄກ່​ຫັ້ນ​ກະ​ໂລ​ນຶ່ງ 40,000 ກີບ ເດ້ ໄກ່​ປອກ​ຫັ້ນ 42,000 ກີບ ຊັ້ນ​ດອກ ຂໍ​ໂທດ.

ນັກ​ຂ່າວ: ດຳ​ລົງ​ຊີ​ວິດ​ຈັ່ງ​ໃດ​ຊັ້ນ​ນະ ຂັ້ນ​ຖ້າ​ວ່າ ອັນ​ໃດ​ກະ​ແພງ​ຈັ່ງ​ຊີ້?

ປະ​ຊາ​ຊົນ: ເຮົາ​ກະ​ບໍ່​ຈັກ​ຊິ​ໃຫ້​ຄຳ​ຕອບ​ນະ​ທ່ານ​ເອີຍ ຂັ້ນ​ວ່າ ບໍ່​ຈັກ​ຊິ​ໃຫ້​ຄຳ​ຕອບນີ້ ຄື​ເຮົາ​ເວົ້າ​ຫັ້ນ​ລະ ອອກ​ຕ​ລາດ ຈາກ​ທີ່​ຊື້​ຊີ້ນ​ໂລ​ນຶ່ງ ເຮົາ​ກະ​ຊື້​ແຕ່ 2-3 ຂີດ, ໄຂ່ ເຮົາ​ເຄີຍ​ຊື້​ເປັນ​ແຕະ ເຮົາ​ກະ​ຊື້ 10-20 ໜ່ວຍ​ເອົາ ຈັ່ງ​ຊີ້​ນ່າ.

ເຈົ້າ​ເບິ່ງ​ແຕ່​ນ້ຳ​ມັນ​ເຄື່ອງ​ຣົ​ຖ​ຈັກ​ຊີ້​ນ່າ ຈາກ 25,000 ກີບ ມາ​ເປັນ 35,000-38,000 ກີບ ຫັ້ນ​ລະ​ໃດ.

ລາ​ຄາ​ຊີ້ນ​ໝູແພງ ກໍ​ບໍ່​ສາ​ມາດ​ເຮັດ​ຫຍັງ​ໄດ້ ປະ​ຊາ​ຊົນຈຳ​ເປັນ​ກໍ​ຕ້ອງ​ໄດ້​ທົນ​ໄປ, ຊາວ​ນະ​ຄອນ​ຫລວງວຽງ​ຈັນ ອີກ​ທ່ານ​ນຶ່ງ ກໍ​ກ່າວ​ວ່າ: ລາ​ຄາ​ຊີ້ນ​ໝູ​ຫວະ ທໍ່​ໃດ​ວະ ກະ​ຢູ່​ປະ​ມານ​ຢູ່ 2 ໂລ ຕົກ​ຢູ່ 110,000 ກີບ ກະ​ໂລ​ນຶ່ງຕົກ​ຢູ່​ປະ​ມານ 55,000 ກີບ ພຸ້ນ​ໃດ.

ນັກ​ຂ່າວ: 55,000 ກີບ ອັນ​ນີ້ ຢູ່​ເຂດ​ໃດ​ນິ?

ຊາວ​ນະ​ຄອນ​ຫລວງ: ແຖວ​ໜອງ​ໜ້​ຽວ​ນິ​ແຫຼະ.

ນັກ​ຂ່າວ: ຢູ່​ນະ​ຄອນ​ຫລວງ​ຄື​ກັນ ບາງ​ຕ​ລາດ 55,000 ກີບ?

ຊາວ​ນະ​ຄອນ​ຫລວງ: ຊີ້ນ​ອັນ​ນັ້ນ​ໃດ ແບບ​ວ່າ ຊີ້ນ​ຄໍ ແຕ່​ລະ​ສ່ວນ​ມັນ​ກະ​ບໍ່​ຄື​ກັນ.

ນັກ​ຂ່າວ: ແຕ່​ກ່ອນນີ້ ລາ​ຄາ​ເທົ່າ​ໃດ?

ຊາວ​ນະ​ຄອນ​ຫລວງ: ກະ 40,000 ປາຍ ກີບ. ສ່ວນ​ຫຼາຍ​ສິນ​ຄ້າ​ບ້ານ​ເຮົາ ຄື​ເຮົາ​ຮູ້​ຫັ້ນ​ແຫຼະ ຢູ່​ໄທ​ຍຍັງ​ຂຶ້ນ ຢູ່​ບ້ານ​ເຮົາ​ນຳ​ເຂົ້າ​ຈາກ​ໄທ​ຍ ສິນ​ຄ້າ​ຫຼາຍ​ຢ່າງ. ເງິນ​ບາດ​ມັນ​ກະ​ຍັງ​ຂຶ້ນ​ຢູ່​ແລ້ວ ແຖມ​ຍັງ​ສິນ​ຄ້າ​ບ້ານ​ເຂົາ​ມັນ​ກະ​ຍັງ​ຂຶ້ນ​ຢູ່​ແລ້ວ.

ນັກ​ຂ່າວ: ຢູ່​ຈັ່ງ​ໃດ​ຊັ້ນ​ນະ ຂັ້ນ​ມັນ​ຂຶ້ນ​ຈັ່ງ​ຊີ້?

ຊາວ​ນະ​ຄອນ​ຫລວງ: ບໍ່​ມີ​ປາກ​ມີ​ສຽງ​ແຫຼອັນ​ນີ້ ມີ​ກະ​ກິນ ບໍ່​ມີ​ລະ​ກະ​ແລ້ວ. ປາກບໍ່​ໄດ້​ ໄອ​ບໍ່​ດັງ​ຢູ່​ແລ້ວ ມີ​ເຮັດ​ລະ​ກິນ​ໄປ ບໍ່​ມີ​ປາກ ມີ​ສຽງ ສິນ​ຄ້າ​ຢູ່​ຕ​ລາດ​ລະ​ຂຶ້ນ ລາ​ຄາ​ກຳ​ນົດ​ມາ​ແນວ​ນັ້ນ​ແນວນີ້ ມີ​ແຕ່​ເວົ້າ​ບາດ​ໄປ​ອັນ​ນັ້ນ​ແທ້ ເຮັດ​ຫຍັງ​ເຂົາ​ບໍ່​ໄດ້.

ນອກ​ຈາກນີ້ ຢູ່​ພາກ​ເໜືອ ລາ​ຄາ​ຊີ້ນໝູ​ກໍເໜັງ​ຕິງ​ເຊັ່ນ​ດຽວ​ກັນ ປະ​ຊາ​ຊົນຢູ່ ແຂວງ​ຫລວງ​ນ້ຳ​ທາ ທ່ານ​ນຶ່ງ​ກ່າວ​ວ່າ.

ຊາວ​ແຂວງ​ຫລວງ​ນຳ​ທາ: ຖື​ວ່າ​ແພງ​ໃດ.

ນັກ​ຂ່າວ: ລາ​ຄາ​ເທົ່າ​ໃດ?

ຊາວ​ແຂວງ​ຫລວງ​ນ້ຳ​ທາ: ລາ​ຄາ 55,000 ກີບ ຄັນ​ແມ່ນ​ຢູ່​ແຖວ​ນາ​ເຕີຍ​ຫັ້ນ​ລະ​ແມ່ນກິ​ໂລ​ນຶ່ງ​ລະ​ແມ່ນ 50,000 ກີບ ຄັນ​ວ່າ ຢູ່​ແຖວ​ອື່ນ​ລະ​ແມ່ນ 55,000-60,000 ກີບ.

ນັກ​ຂ່າວ: ແຕ່​ກ່ອນນີ້ ລາ​ຄາ​ທໍ່​ໃດ​ນີ້?

ຊາວ​ແຂວງ​ຫລວງ​ນ້ຳ​ທາ: ແຕ່​ກ່ອນກະ​ຊິ​ແມ່ນ​ລາ​ຄາ 45,000 ກີບນີ້​ແຫຼ.

ນັກ​ຂ່າວ: ຂອງ​ກິນ​ແພງ​ໝົດ​ແມ່ນ​ເບາະ?

ຊາວ​ແຂວງ​ຫລວງ​ນ້ຳ​ທາ: ແພງ​ໝົດ ຂອງ​ກິນ​ປະ​ເພດປາ ຊີ້ນ​ໝູ ໄປ​ຫາຜັກ ອີ່​ຫຍັງ ໂອ້​ແພງ.

ນັກ​ຂ່າວ: ປາ​ລາ​ຄາ​ທໍ່​ໃດ​ແຕ່ກີ້​ນະ ດຽວນີ້​ລາ​ຄາ​ທໍ່​ໃດ?

ຊາວ​ແຂວງ​ຫລວງ​ນ້ຳ​ທາ: ກິນບໍ່​ໄດ້​ແຫຼ ເປັນ​ປາ​ດຸກ​ທັມ​ດາ ນີ້​ລະ​ໂລ 30,000 ກີບ. ປາ​ນິນ​ກະ​ໂລ​ນຶ່ງ 35,000 ກີບ.

ນັກ​ຂ່າວ: ແຕ່ກີ້​ລາ​ຄາ​ເທົ່າ​ໃດ​ລະ?

ຊາວ​ແຂວງ​ຫລວງ​ນ້ຳ​ທາ: ປົກ​ຕິ ແຕ່​ລາ​ຄາ 20,000 ປາຍ​ພັນ ກີບ.

ນັກ​ຂ່າວ: ລະ​ເຮົາ​ຢູ່​ຈັ່ງ​ໃດ​ຊັ້ນ​ນະ ລາ​ຄາ​ສິນ​ຄ້າ​ແພງ​ຈັ່ງ​ຊີ້?

ຊາວ​ແຂ​ວງ​ຫລວງ​ນ້ຳ​ທາ: ໂອ້ຍ ຈຳ​ເປັນ​ຕ້ອງ​ໄດ້​ຊື້​ກິນ ມັນ​ກະ​ຈຳ​ເປັນ​ແຫຼະ.

ສະ​ເພາະ​ລາ​ຄາ​ຊີ້ນ​ໝູ ແຂວງ​ພາ​ໃຕ້​ຂອງ​ປະ​ເທດ​ລາວ ກໍ​ຂຶ້ນ​ຈາກ 40,000 ປາຍ​ກີບ ມາ​ເປັນ 50,000 ປາຍ​ກີບ ຕໍ່​ກິ​ໂລກຼາມ.

ຊາວ​ແຂວງ​ອັດ​ຕະ​ປື ທ່ານ ນຶ່ງ​ໄດ້​ກ່າວ​ວ່າ:

"ຢູ່ ​ແຂວງ​ອັດ​ຕະ​ປື ສ່ວນ​ຫຼາຍ​ຈະ​ເປັນ​ຊີ້ນ​ໝູ່ ທີ່​ວາງ​ຂາຍ​ຢູ່​ຕາມ​ຕ​ລາດ ມັນ​ບໍ່​ມີ​ແນວ​ອື່ນ​ເປັນ​ທາງ​ເລືອກ."

ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ​ໄດ້​ອອກ​ມາ​ຊີ້​ແຈງ​ເຖິງ​ສາ​ເຫດ ລາ​ຄາ​ຊີ້ນ​ໝູແພງ ນັ້ນ ເປັນ​ຍ້ອນ​ຫຼາຍ​ສາ​ເຫດ.

ໃນ​ອາ​ທິດ​ທີ່​ຜ່ານ​ມາ ທ່ານ ຫລ້າ​ສາຍ ນວນ​ທາ​ສິງ ຫົວ​ໜ້າ​ຜ​ແນກ​ກະ​ສິ​ກັມ ແລະ ປ່າ​ໄມ້ ນະ​ຄອນ​ຫລວງວຽງ​ຈັນ ໄດ້ໃຫ້​ສັມ​ພາດ​ຕໍ່​ສື່ມວນ​ຊົນ​ລາວ​ວ່າ:

"ສາເຫດທີ່ເຮັດໃຫ້ລາຄາຊີ້ນໝູເໜັງຕີງເພີ່ມຂຶ້ນ ຍ້ອນຄວາມຕ້ອງການບໍລິໂພກຊີ້ນໝູຢູ່ປະເທດໃກ້ຄຽງຍັງບໍພຽງພໍກັບຄວາມຕ້ອງການ ເຮັດໃຫ້ມີການຂາຍໝູຊີ້ນໄປຕ່າງປະເທດ, ຕົ້ນ​ທຶນ​ໃນ​ການ​ຜ​ລິດ​ໝູ​ເພີ່ມ​ຂຶ້ນ ເປັນ​ຕົ້ນ ອາຫານໝູ, ໝູນ້ອຍ, ຄ່າຂົນສົ່ງ, ບວກກັບອັດຕາເງິນເຟີ້."

ທ່ານ ຫລ້າ​ສາຍ ກ່າວ​ຕື່ມ​ອີກວ່າ:

“ມີຫລາຍຟາຣ໌ມຢຸດເຊົາການລ້ຽງໝູ ເຮັດໃຫ້ກໍາລັງການຜະລິດບໍ່ເຕັມຄວາມສາມາດຜະລິດ, ມີບໍລິສັດຍ້າຍຖານການຜະລິດໄປຕ່າງແຂວງ ຍ້ອນຄວາມບໍ່ເອກະພາບໃນການຈັດຕັ້ງປະຕິ ບັດລະບຽບ ເຊັ່ນ: ການເກັບອາກອນ, ຄ່າບໍລິການວິຊາການ.”

ອີງ​ຕາມ ທ່ານ ຫລ້າ​ສາຍ ນວນ​ທາ​ສິງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ນະຄອນຫລວງວຽງຈັນ, ໄດ້​ມີ​ການ​ປະ​ເມີນ​ວ່າ ໃນ​ປີ 2022 ທົ່ວ​ປະ​ເທດ ມີ​ຄວາມ​ຕ້ອງ​ການ​ໝູ​ເກືອບ 300,000 ໂຕ ແຕ່ ຜູ້​ລ້ຽງ​ໝູ​ສາ​ມາດ​ສນອງ​ໝູ​ໃຫ້​ໄດ້​ພຽງ​ແຕ່ 240,000 ໂຕ​ ເທົ່າ​ນັ້ນ ຊຶ່ງບໍ່​ພຽງ​ກັບ​ຄວາມ​ຕ້ອງ​ການ​ຂອງ​ປ​ະ​ຊາ​ຊົນລາວ.