ໂຮງຮຽນແລະນັກຮຽນ ຂາດແຄນ ທຸກຢ່າງ


2020.10.08
f-students ເດັກນ້ອຍນັກຮຽນ ຢູ່ໂຮງຮຽນ ບ້ານລະອາງວັງເຫຼັກ ເມືອງຜາອຸດົມ ແຂວງບໍ່ແກ້ວ ຂາດແຄນເຄື່ອງນຸ່ງຫົ່ມ ແລະ ອຸປກອນການຮຽນ
ນັກຂ່າວພົລເມືອງ

ເດັກນ້ອຍນັກຮຽນ ຢູ່ໂຮງຮຽນ ບ້ານລະອາງວັງເຫຼັກ ເມືອງຜາອຸດົມ ແຂວງບໍ່ແກ້ວ ຂາດແຄນເຄື່ອງນຸ່ງຫົ່ມ ແລະ ອຸປກອນການຮຽນ, ດັ່ງ ນາຍຄຣູທ່ານນຶ່ງ ທີ່ສອນຢູ່ໂຮງຮຽນແຫ່ງນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 8 ຕຸລາ ນີ້ວ່າ:

“ສິ່ງທີ່ຕ້ອງການທີ່ສຸດ ແບບເປັນເຄື່ອງ ເປັນຊຸດຂອງນັກຮຽນ ເພາະວ່າເຂົາເຈົ້າບໍ່ມີ ເພາະພໍ່ແມ່ຂະເຈົ້າ ກະບໍ່ມີເງິນຊື້ໃຫ້ນະ ເກີບກະບໍ່ມີ ແຫຼະ ເຄື່ອງທີ່ໄປຫຼີ້ນ ແລ້ວກໍເຄື່ອງທີ່ໄປໂຮງຮຽນ ຈະເປັນຊຸດດຽວກັນ ເລີຍ ຈະໜ່ອຍກໍຈະໜາວແລ້ວເນາະ ຂໍເຄື່ອງປະເພດ ເຄື່ອງກັນ ໜາວ ຖ້າວ່າເປັນອຸປກອນ ການຮຽນ ກະຈະເປັນປຶ້ມ ເປັນຫຍັງຈັ່ງຊີ້ ເປັນຕໍາລາແບບຮຽນ ຫັ້ນນ່າ.”

ທ່ານກ່າວຕື່ມວ່າ ນອກຈາກເຄື່ອງນຸ່ງຫົ່ມ ແລະ ອຸປກອນການຮຽນ-ການສອນ ທີ່ຂາດແຄນແລ້ວນັ້ນ ຫ້ອງຮຽນກໍຢູ່ໃນສະພາບ ທີ່ບໍ່ທັນ ສົມບູນ ຫຼັງຄາມຸງດ້ວຍສັງກະສີ ແລະຝາກໍແອ້ມດ້ວຍຝາໄມ້ເຮັ້ຍ ຊຶ່ງຄຣູ ແລະນັກຮຽນຊ່ອຍກັນເຮັດຂຶ້ນມາເອງ ເຖິງແມ່ນວ່າຈະມີພາກ ສ່ວນເອກກະຊົນ ມາສ້າງອາຄານຫຼັງໃໝ່ໃຫ້ ແຕ່ກໍຍັງບໍ່ທັນສໍາເຣັດເທື່ອ ນັກຮຽນຈຶ່ງຕ້ອງອົດທົນຮຽນ ຢູ່ໃນໂຮງຮຽນຫຼັງເກົ່າໄປກ່ອນ ຊຶ່ງບໍ່ຮູ້ວ່າ ຈະຜຸພັງລົງມື້ໃດ ສໍາລັບນັກຮຽນ ຢູ່ໂຮງຮຽນແຫ່ງນີ້ ມີທັງໝົດ 100 ຄົນ ໃນນັ້ນ ນັກຮຽນ ອະນຸບານ ມີ 24 ຄົນ ແລະ ຊັ້ນປະຖົມ ມີ 76 ຄົນ.

ໃນຂນະດຽວກັນ ນາຍຄຣູ ອີກຄົນນຶ່ງ ທີ່ສອນຢູ່ໂຮງຮຽນ ແຫ່ງດຽວກັນນີ້ ແລະເປັນຜູ້ຮ່ວມປະສານງານ ໃນການຂໍຮັບບໍຣິຈາກໃນເທື່ອນີ້ ກໍກ່າວວ່າ ສະພາບຫ້ອງຮຽນ ເກົ່າແລະຊຸດໂຊມຫຼາຍ ຍ້ອນເປັນພຽງ ຫ້ອງຮຽນທັມມະດາ ຫຼັງຄາມຸງດ້ວຍສັງກະສີ ພື້ນກໍເປັນພື້ນດິນ ຝາກໍແອ້ມດ້ວຍໄມ້ເຮັ້ຍພຽງເຄິ່ງດຽວ ເພື່ອກັນບໍ່ໃຫ້ຝົນຜະມາໃສ່ນັກຮຽນ ແຕ່ກໍກັນບໍ່ໄດ້ດີປານໃດ:

“ຈະມີຫຼັງຄາເປັນສັງກະສີເນາະ ແລ້ວກະທາງລຸ່ມຈະສານຝາອ້ອມຂ້າງຫັ້ນນ່າ ຄືຢາກໃຫ້ໂຮງຮຽນມີຝາ ມີໜ້າຕ່າງເພາະວ່າ ຍາມຝົນ ຝົນຈັ່ງບໍ່ໄດ້ຜະໃສ່ຫົວນັກຮຽນ ອັນນາ ເພາະວ່າຕາມທີ່ໂຮງຮຽນນັ້ນ ຝາທີ່ເຂົາສານໃສ່ ພຽງແອວ ພຽງເອິກເທົ່ານັ້ນ ບໍ່ໄດ້ບັງໝົດເລີຍໃດ໋ ຝົນຕົກ ຝົນຜະນີ່ຈະຖືກນັນຮຽນຢູ່ ແລ້ວກະຫ້ອງນໍ້າບໍ່ສະດວກເດີ້.”

ທ່ານກ່າວຕື່ມວ່າ ນອກຈາກວ່າ ສະພາບຂອງອາຄານຮຽນ ທີ່ຈະເພພັງລົງມື້ໃດ ກໍບໍ່ຮູ້ແລ້ວນັ້ນ ເດັກນ້ອຍນັກຮຽນ ທີ່ມາຮຽນຢູ່ໂຮງຮຽນ ແຫ່ງນີ້ ຄອບຄົວກໍມີຖານະທຸກຈົນ ພໍ່ແມ່ບໍ່ມີເງິນຊື້ເຄື່ອງນຸ່ງ ໃຫ້ນຸ່ງມາ ໂຮງຮຽນ ຈຶ່ງຢາກໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ຮວມເຖິງຜູ້ໃຈບຸນ ມາຊ່ອຍເຫຼືອເດັກນ້ອຍ ເລົ່ານີ້ດ້ວຍ.

ແລະຜູ້ປະສານງານ ຂໍຮັບບໍຣິຈາກ ອີກທ່ານນຶ່ງ ກໍກ່າວວ່າ ນອກຈາກການຂໍ ບໍຣິຈາກເຄື່ອງນຸ່ງຫົ່ມແລ້ວນັ້ນ ທາງເຮົາ ກໍຢາກຂໍງົບປະມານ ເລັກໜ້ອຍ ເພື່ອມາສ້ອມແປງຫ້ອງນໍ້າ ແລະ ຝາຫ້ອງຮຽນນໍາດ້ວຍ:

“ສະພາບໂຮງຮຽນ ຝາຜຸພັງເນາະ ບໍ່ໄດ້ເທປູນ ບໍ່ໄດ້ເທຫຍັງ ມັນຢູ່ຕິດກັບດິນ ຕ້ອງການຄວາມຊ່ວຍເຫຼືອ ທາງດ້ານເຄື່ອງນຸ່ງຫົ່ມ ເກີບ ແລ້ວກະທຶນເລັກໆ ໜ້ອຍໆ ເພາະຈະເຮັດໂຕະ ພໍໄດ້ສຶກສາ ພໍໄດ້ນັ່ງຮຽນ ສ້າງຫ້ອງນໍ້າ ເພາະທຶນເຮົາກໍຍັງໜ້ອຍ.”

ທ່ານກ່າວຕື່ມວ່າ ຊ້ວງນີ້ກໍໃກ້ຈະເຖິງຍາມໜາວແລ້ວ ຈຶ່ງຢາກໄດ້ເຄື່ອງກັນໜາວ ເປັນພິເສດ ແຕ່ກໍຍັງມີອີກຫຼາຍຢ່າງ ທີ່ຍັງຂາດແຄນ ເຊັ່ນ ອຸປກອນການຮຽນ-ການສອນ. ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາພາກສ່ວນທີ່ ກ່ຽວຂ້ອງ ແຕ່ເຈົ້າໜ້າທີ່ ຍັງບໍ່ສະດວກ ໃຫ້ຂໍ້ມູນ.

ອີງຕາມການຣາຍງານ ຂອງສື່ທ້ອງຖິ່ນໃນລາວ ໃນມື້ວັນທີ 6 ຕຸລາ ທີ່ຜ່ານມານີ້ ໄດ້ມີການເຜີຍແຜ່ຂໍ້ມູນທາງເຟສບຸຄ ຂໍຮັບບໍຣິຈາກເຄື່ອງ ຂອງ ຈາກໂຮງຮຽນ ບ້ານລະອາງວັງເຫຼັກ ເມືອງຜາອຸດົມ ແຂວງບໍ່ແກ້ວ ໂດຍມີເນື້ອໃນວ່າ ໂຮງຮຽນແຫ່ງດັ່ງກ່າວ ມີນັກຮຽນ ຈໍານວນ 100 ຄົນ ຊຶ່ງນັກຮຽນສ່ວນໃຫຍ່ ຂາດແຄນເຄື່ອງນຸ່ງຫົ່ມ, ເກີບ, ກະເປົ໋າ, ໂສ້ງ, ເສື້ອແລະສິ້ນ ຍ້ອນພໍ່ແມ່ບໍ່ມີເງິນຊື້ໃຫ້ ຈຶ່ງຢາກຂໍຄວາມ ຊ່ອຍເຫຼືອ ຈາກຜູ້ໃຈບຸນທຸກທ່ານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.