ເດັກນ້ອຍນັກຮຽນຂາດເຂີນ ເຂົ້າທ່ຽງ
2018.06.20
ເດັກນ້ອຍນັກຮຽນ 7 ບ້ານ ຢູ່ເມືອງດາກຈຶ້ງແລະເມືອງກາລຶມ ແຂວງເຊກອງ ຍັງອຶດເຂົ້າ ຍ້ອນຄອບຄົວທຸກຍາກ ໃນຂນະທີ່ໂຄງການ ອາຫານ ກາງເວັນໃນໂຮງຮຽນ ຂອງອົງການອາຫານໂລກ ໄປບໍ່ຮອດ ຍ້ອນຖນົນຫົນທາງ ໄປບໍ່ເຖິງ. ດັ່ງເຈົ້າໜ້າທີ່ ແຂວງເຊກອງ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ເມື່ອວັນທີ 15 ມິຖຸນານີ້ ວ່າ:
"ເວົ້າເຣື່ອງບັນຫານີ້ ຫລາຍຢ່າງຫັ້ນແຫລະ ແຕ່ວ່າຫລາຍຢ່າງພວກເຮົາ ບໍ່ບັນລຸດຽວນີ້ຫັ້ນ ໂດຍສະເພາະອຶດເຂົ້າເດ໋ ຢູ່ນອກໆນີ້ບໍ່ມີຮອດເຂົ້າ ຈະກິນຫັ້ນນະ ພວກນັກຮຽນເຮົາຫັ້ນນະ ມັນຈະກະທົບໂດຍກົງແນວນັ້ນ. ເຂົ້າຮອດມັນກໍມີຈໍານວນນຶ່ງ ບ່ອນເງື່ອນໄຂ ທາງໄປໄດ້ໄປຮອດ 2 ຣະດູ ເພິ່ນສົ່ງເສີມເດ໊ ບ່ອນນອກຈາກນັ້ນເດ໊ ທາງບໍ່ຮອດນີ້ ເພິ່ນກໍບໍ່ຊ່ວຍອີກ ມັນກໍຫລາຍບ້ານໃດ໊ 2 ເມືອງ ຫັ້ນແຫລະ ກະລຶມ ດາກຈຶ້ງ ນີ້ແມ່ນ ອັນ 7-8 ບ້ານ."
ທ່ານອະທິບາຍວ່າ ບ້ານທີ່ໂຄງການອາຫານກາງເວັນ ທີ່ອົງການອາຫານໂລກ ຊ່ວຍເຫລືອ ຍັງໄປບໍ່ຮອດ ທັງໝົດເປັນບ້ານຊົນເຜົ່າ, ເມືອງກະລຶມ ມີ 3 ບ້ານ ຮວມທັງບ້ານຖັງນາໄຊ ແລະເມືອງດາກຈຶງ ມີ 4 ບ້ານ ເປັນຕົ້ນບ້ານເຜົ່າບູ ທີ່ເດັກນ້ອຍນັກຮຽນ ຍັງຫິວເຂົ້າ ຕອນທ່ຽງ. ປະຊາຊົນເຂດນີ້ທຸກຍາກ ເຮັດໄຮ່ເຮັດນາ ຫລືຫາເຄື່ອງປ່າຂອງດົງ ລ້ຽງປາກລ້ຽງທ້ອງໄປແຕ່ລະມື້, ເສັ້ນທາງຈາກຕົວເມືອງ ໄປຫາບ້ານ ໄກຫລາຍ.
ບາງບ້ານຢູ່ໄກເກືອບເຖິງ 30 ຫລັກ, ເປັນທາງດິນແດງ, ບາງບ່ອນແລ່ນໄດ້ແຕ່ຣົດຈັກ ຫລືຍ່າງໄປເທົ່ານັ້ນ. ທ່ານເວົ້າວ່າໃນໄລຍະ 2 ປີ ທີ່ຜ່ານມາ ກໍເຄີຍສເນີໄປຍັງພາກສ່ວນກ່ຽວຂ້ອງ ຂັ້ນສູນກາງແລ້ວ ແຕ່ກໍຍັງບໍ່ທັນມີ ໜ່ວຍງານໃດ ຊ່ວຍແກ້ໄຂບັນຫາ ນີ້ເທື່ອ.
ນອກຈາກບັນຫາໂຄງການ ອາຫານຍັງມາບໍ່ຮອດ, ປັດຈຸບັນໂຮງຮຽນກໍເລີ່ມຊຸດໂຊມ, ພາກສ່ວນກ່ຽວຂ້ອງ ກໍາລັງຈະຮວບຮວມຂໍ້ມູນ ເພື່ອ ສເນີໄປຍັງ ສູນກາງຊ່ວຍໃນໄວໆນີ້ ດັ່ງທີ່ທ່ານກ່າວວ່າ:
"ຫລາຍຢ່າງຊຸມຊົນ 7-8 ບ້ານສເນີນີ໋ ໂດຍສະເພາະແມ່ນການສ້ອມແປງ ພື້ນຖານໂຄງຮ່າງໂຮງຮຽນ ອິສັ່ງຕ່າງໆຫັ້ນແຫຼະເຂົາສເນີຫຼາຍ ຕົວມັນເກົ່າແດ່ ມັນກໍມີອັນຊຸດໂຊມ ແຕ່ວ່າພວກເຮົາ ກໍາລັງສຶກສາສະພາບ ບັນຫາແລ້ວກໍກຽມ ປະກອບຄໍາເຫັນ ໃນກອງປະຊຸມ ປະຈໍາປີ ໃນທ້າຍເດືອນທີ 7 ນີ້ ເຮົາກຽມຫັ້ນນະ ວ່າຈະເຮັດແນວໃດຕໍ່ໄປສິນະ."
ທ່ານກ່າວຕື່ມວ່າ ປັດຈຸບັນ 4 ເມືອງຢູ່ແຂວງເຊກອງ ໂດຍສະເພາະເຂດຫ່າງໄກ ຍັງປະສົບຫລາຍບັນຫາ ທັງດ້ານອາຫານການກິນ ການຢູ່ ການສຶກສາ ແລະບັນຫາ ສຸຂພາບ ຍ້ອນປະຊາຊົນທຸກຍາກ.