ລາວ ຍັງມີເຈົ້າໜ້າທີ່ ຮັບສິນບົນ ຫຼາຍຢູ່
2018.05.09
ພາຍຫລັງ, ມີເຈົ້າໜ້າທີ່ຈະຣາຈອນຈຳນວນນຶ່ງເຮັດຜິດລະບຽບ ເປັນຕົ້ນ: ຕັ້ງດ່ານຈຸດກວດກາ ແລະ ເກັບເອົາເງິນນຳປະຊາຊົນ, ເຮັດໃຫ້ມີ ຫາງສຽງບໍ່ດີຈາກສັງຄົມ ແລະ ສ້າງຄວາມເຊື່ອມເສັຽຕໍ່ຫນ່ວຍງານຕຳຣວດທົ່ວໄປ, ໂດຍສະເພາະ ແມ່ນເຈົ້າໜ້າທີ່ຈະຣາຈອນ, ດັ່ງນັ້ນ ກົມ ຕຳຣວດຈະຣາຈອນ ຈຶ່ງໄດ້ແຕ່ງຕັ້ງຄນະສະເພາະກິດ ເພື່ອກວດກາ ແລະ ແກ້ໄຂບັນຫາເຈົ້າໜ້າທີ່ ຈາຣາຈອນເຮັດຜິດລະບຽບ ດັ່ງກ່າວ ມາລົງໂທດ.
ທ່ານພັນໂທ ຄຳເຫລັກ ໄຊຍະສິດ ຮອງຫົວຫນ້າກົມຕຳຣວດຈະຣາຈອນ ໄດ້ໃຫ້ສັມພາດຕໍ່ນັກຂ່າວໜັງສືພິມລາວພັດທະນາ ເມື່ອບໍ່ດົນນີ້ວ່າ: ເພື່ອປະຕິບັດຕາມພາຣະຫນ້າທີ່ໃນການຮັບໃຊ້ປະຊາຊົນ, ອຳນວຍຄວາມສະດວກ ໃຫ້ຜູ້ໃຊ້ຣົດໃຊ້ຖນົນ, ໃນການກວດກາ ການປະຕິບັດ ກົດລະບຽບຈະຣາຈອນ ໃຫ້ມີຄວາມເປັນຣະບຽບຮຽບຮ້ອຍໃນສັງຄົມ ແລະ ປ້ອງກັນການເກີດອຸປະຕິເຫດຕາມທ້ອງຖນົນ ໃຫ້ຫລຸດລົງ.
ເຈົ້າໜ້າທີ່ຈະຣາຈອນ ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນໄດ້ເປັນຢ່າງດີ. ແຕ່ຄຽງຄູ່ກັນນັ້ນ, ກໍຍັງມີເຈົ້າໜ້າທີ່ຈຳນວນໜຶ່ງ ປະພຶດບໍ່ດີ ເປັນຕົ້ນແມ່ນ ການນຸ່ງຖືບໍ່ຖືກຕ້ອງໃນເວລາປະຕິບັດໜ້າທີ່, ບໍ່ປະຕິ ບັດຕາມກົດຣະບຽບປະຈຳເວນຍາມ ພ້ອມດຽວກັນ, ກໍມີການຕັ້ງດ່ານ ກວດກາ ແລະ ຮັບເອົາເງິນຈາກປະຊາຊົນ, ຊຶ່ງເປັນການຜິດຕໍ່ລະບຽບວິນັຍ ແລະ ໜ້າທີ່ຂອງຕົນ, ສະນັ້ນ ກົມວິຊາສະເພາະຫນ່ວຍງານ ຕຳຣວດແຫ່ງຊາດ ຈື່ງໄດ້ເລັ່ງກວດກາ ແລະ ມີບາງກໍຣະນີ ເຈົ້າຫນ້າທີ່ຕຳຣວດ ຣະເມີດກົດຣະບຽບ ທາງການຈັດຕັ້ງກໍໄດ້ມີ ການສຶກສາ ອົບຮົມ, ຖ້າກໍຣະນີຮ້າຍແຮງ ກໍໄດ້ມີການປະຕິບັດວິນັຍ ລົງໂທດຜູ້ກະທຳຜິດ ຫລາຍຄົນແລ້ວ ໃນຣະຍະທີ່ຜ່ານມາ ດ້ວຍການໄລ່ອອກ ຈາກການເປັນເຈົ້າ ຫນ້າທີ່ຕຳຣວດ ຫລືຜູ້ພິທັກສັນຕິຣາຊ.
ທ່ານ ຮອງກົມຕຳຫລວດຈະຣາຈອນ ກ່າວຕື່ມວ່າ: ໃນໂອກາດນີ້, ກໍຂໍໃຫ້ສັງຄົມເປັນຫູເປັນຕາຊ່ວຍການຈັດຕັ້ງ, ຖ້າພົບເຫັນເຈົ້າໜ້າທີ່ ຄົນໃດເຮັດຜິດລະບຽບໃຫ້ໂທແຈ້ງໄດ້ທີ່ເບີ 1191 ເພື່ອຈະມີການກວດກາ ແລະ ດຳເນີນມາຕການ ຕາມຣະບຽບກົດໝາຍຢ່າງເຄັ່ງຄັດ, ພ້ອມກັນນັ້ນ ກໍຂໍຮຽກຮ້ອງໃຫ້ຜູ້ໃຊ້ຣົດ ໃຊ້ຖນົນເປັນເຈົ້າການ ເອົາໃຈໃສ່ປະຕິບັດຣະບຽບຈະຣາຈອນ ໃຫ້ເຂັ້ມງວດກວ່າເກົ່າ ເພື່ອຈະຊ່ວຍ ໃຫ້ການເກີດອຸປະຕິເຫດຫລຸດຜ່ອນລົງ.
ແຕ່ເຖິງຢ່າງໃດກໍຕາມ ນັກວິຊາການລາວທ່ານນື່ງເວົ້າວ່າ ການປະກາດດັ່ງກ່າວຂອງ ຮອງຫົວຫນ້າກົມຈາຣະຈອນ ເປັນພຽງແຕ່ພາກສ່ວນ ນ້ອຍເທົ່ານັ້ນ ໃນການຮັບສິນບົນຫລືສໍ້ຣາຊບັງຫລວງ ຂອງເຈົ້າຫນ້າທີ່ຕຳຣວດລາວ ໃນທຸກມື້ນີ້ ເປັນຕົ້ນ ຕຳຣວດຈະຣາຈອນ ທີ່ເກັບເງິນ ນຳຜູ້ໃຊ້ຣົດໃຊ້ຖນົນ ດ້ວຍການຕັ້ງປ້ອມກວດຣົດ ຕາມທ້ອງຖນົນ ຜູ້ຂັບຂີ່ຍວນຍານພາຫະນະ ຫຼາຍຄົນ ບໍ່ຢາກເສັຽເວລາ ຫລືບໍ່ຢາກໄດ້ ໃບປັບໃຫມ ສ່ວນໃຫຍ່ກໍຈະຈ່າຍເງິນ ໃຫ້ເຈົ້າຫນ້າທີ່ຈະຣາຈອນໄປໂລດ ແລ້ວແຕ່ຈະໃຫ້ ບາງລາຍກໍໃຫ້ຫລາຍ ຖ້າໃຫ້ໜ້ອຍກໍບໍ່ເອົາ ສ້າງຄວາມລຳຄານໃຫ້ແກ່ປະຊາຊົນ ແລະພາບພົດຂອງຣັຖບານລາຍໃຫຍ່ໃນການກະທຳດັ່ງກ່າວ.
ນອກຈາກຕຳຣວດກຸ່ມດັ່ງກ່າວແລ້ວ ກໍແມ່ນຕຳຣວດເສຖກິຈ ຜູ້ທີ່ໃຫ້ໃບປັບໃຫມແມ່ຄ້າ ຜູ້ທີ່ຣະເມີດຂໍ້ຫ້າມ ໃນການຕັ້ງແຝງລອຍ ຫລື ຮ້ານ ຂາຍຂອງຍ່ອຍຕາມແຄມທາງ ກຸ່ມແມ່ຄ້າດັ່ງກ່າວກໍຈະເອົາເງິນສີນບົນ ໃຫ້ແກ່ເຈົ້າຫນ້າທີ່ຕຳຣວດໄປໂລດ ຖ້າມີຄວມຜິດ ເພື່ອແກ້ໄຂບັນຫາ ສະເພາະຫນ້າ ຊື່ງເຈົ້າຫນ້າຕຳຣວດ ກໍຈະບໍ່ປະຕິເສດ ແລະກໍຈະຮັບເອົາເງິນສິນບົນດັ່ງກ່າວ ໃນທັນທີທັນໃດ ແລະໃນກໍຣະນີອື່ນໆ ຫລາຍ ກໍຣະນີ ສ່ວນໃຫຍ່ ຈະມີການຊື້ຈ້າງຈອບອອຍເຫມືອນກັນ.
ຫນ່ວຍງານຕຳຣວດກວດຄົນເຂົ້າເມືອງ ໃນດ່ານຄົນເຂົ້າເມືອງ ເປັນຕົ້ນທີ່ຂົວມິດຕະພາບລາວ-ໄທ ຫລາຍແຫ່ງໃນລາວ ກໍຮັບສິນບົນຫລາຍ ເຫມືອນກັນ ຈາກກຸ່ມພໍ່ຄ້າແມ່ຄ້າ ທີ່ເອົາສິນຄ້າທີ່ຜິດກົດຫມາຍຫລືສີນຄ້າທີ່ຕ້ອງຫ້າມເ ອົາເຂົ້າມາລາວ ບາງລາຍ ອາດເປັນສິນຄ້າທີ່ຜິດ ກົດຫມາຍປະເພດຕ່າງໆ ຮວມໄປຮອດ ຢາເສບຕິດ ຫລືສິນຄ້າລອກແບບ ສິນຄ້າປອມ ກໍຖືກອະນຸຍາດໃຫ້ເອົາເຂົ້າມາ ຖ້າມີການໃຫ້ສິນບົນ ເຈົ້າຫນ້າທີ່ຍາມດ່ານໃນບາງດ່ານ ສ່ວນໃຫຍ່ໃນດ່ານທີ່ ຫ່າງໄກ ຈາກທາງການລາວ ເປັນຕົ້ນ ໃນແຂວງທີ່ຫ່າງຈາກເມືອງຫລວງ ຍັງມີການ ຊື້ຈ້າງຈອບອອຍຫລາຍຢູ່.
ທ່ານວ່າ ຫນ່ວຍງານຕຳຣວດອີກຫນ່ວຍງານນຶ່ງ ທີ່ມີການສໍ້ຣາຊບັງຫລວງຮັບສິນບົນລາຍໃຫຍ່ກໍແມ່ນ ຫນ່ວຍງານກວດ ຣົດຂົນສົ່ງສິນຄ້າ ແລະ ໄມ້ທ່ອນ ໃນລາວ ກຸ່ມດັ່ງກ່າວຈະໄດ້ຮັບສິນບົນ ເປັນເງິນຈຳນວນຫລວງຫລາຍ ຍ້ອນວ່າ ກຸ່ມຄ້າໄມ້ທ່ອນ ຫລື ໂຮງງານໄມ້ທ່ອນ ມີຣາຍໄດ້ສູງ ຈາກການຂາຍໄມ້ຫລືສົ່ງໄມ້ ໄປປະເທດເພື່ອນບ້ານ ຈື່ງໃຫ້ສິນບົນສູງ ເພື່ອຄວາມສະດວກ ໃນການດຳເນີນທຸຣະກິດໃນລາວ.
ນອກຈາກນີ້ ກໍມີຫນ່ວຍງານຕຳຣວດ ກຸ່ມກວດຣົດເຖື່ອນແລະຣົດທີ່ນຳເຂົ້າລາວ ແບບຜິດກົດຫມາຍ ແລະ ຫນ່ວຍງານຕຳຣວດກວດຣົດ ບັນທຸກສິນຄ້າເກີນນ້ຳຫນັກ ກວດສັດປ່າ ກວດຊັບສິນທີ່ດິນ ແລະ ການປຸກສ້າງ ປະເພດຕ່າງໆ ກໍມີການ ຮັບສິນບົນ ແລະ ຫລາຍຄົນ ກໍລ້ຳລວຍເກີນໄປ ມີເຮືອນຫລັງໃຫຍ່ ຣົດຄັນງາມແລະແພງຂີ່ ຮ່ວມທັງສົ່ງລູກໄປຮຽນຢູ່ເມືອງນອກນຳອີກ.
ຫນ່ວຍງານຕຳຣວດ, ພາສີອາກອນ ທີ່ດິນແລະປ່າໄມ້, ເປັນຫນ່ວຍງານຣັດ ທີ່ຮັບສິນບົນ ແລະ ສໍ້ຣາຊບັງຫລວງຫລາຍກວ່າ ຫນ່ວຍງານ ຣັດ ອື່ນໆໃນລາວ ເປັນຫນ່ວຍງານທີ່ມີຣາຍໄດ້ສູງ ຈາກການສໍ້ຣາຊບັງຫລວງ ແລະສ້າງຄວາມເສັຽຫາຍ ໃຫ້ແກ່ຣາຍຮັບຂອງປະເທດຊາດ. ດັ່ງປະຊາຊົນ ທ່ານນື່ງເວົ້າວ່າ:
"ພວກເພິ່ນນີ້ກໍ່ຕ້ອງເຫັນແກ່ປໂຍດ ບ້ານເມືອງຫລາຍກວ່າ ຜົນປໂຍດຕົວເອງຫັ້ນນ່າ ປະຕິບັດໜ້າທີ່ແນວບໍ່ຖືກ ເຮົາຈ້ອງໄດ້ໃຊ້ມາຕການ ຈັບເຈົ້າໜ້າທີ່ຄົນນັ້ນ ຕົວນີ້ມັນກໍຈາກຂັ້ນສູງ ກ່ອນເນາະ ມາປົດຕົນເອງກ່ອນເນາະ ຈຶ່ງມາປົດຂັ້ນຕໍ່າ."
ການຮັບສິນບົນ ແລະ ສໍ້ຣາຊບັງຫລວງໃນລາວ ໃນປັດຈຸບັນ ໄດ້ແຜ່ລາມໄປໃນຫລາຍຂແນງການ ຂອງຣັຖບານຫລາຍແລ້ວ ນອກຈາກ ຫນ່ວຍງານຕຳຣວດແລ້ວ ກໍຍັງມີຫນ່ວຍງານຣັດ ພາກອື່ນໆນຳອີກ ຮ້າຍໄປກວ່າ ກໍແມ່ນໂຄງການຣັຖບານ ດັ່ງການ ສ້າງຖນົນຫົນທາງ ສນາມບິນ ເຂດເສຖກິຈພິເສດ ການສ້າງເຂື່ອນແລະຂຸດຄົ້ນແຮ່ທາດ ແລະອື່ນໆ ກໍມີການສໍ້ຣາຊບັງຫລວງ ຫລາຍເຫມືອນກັນ ຈົນເຮັດໃຫ້ ຮອງປະທານປະເທດລາວ ທ່ານ ຄຳພັນ ວິພາວັນ ປະກາດວ່າ ຫ້ອງການໃດ ຜູ້ສໍ້ໂກງ ຫົວຫນ້າຕ້ອງຮັບຜິດຊອບ ທາງການລາວ ເໜັ້ນໜັກ ເຖິງບັນຫາການແກ້ໄຂ ເຣື້ອງການສໍ້ຣາສບັງຫລວງ ກັບໜ່ວຍງານຂອງພັກ-ຣັຖ ທຸກຂັ້ນທົ່ວປະເທດ ຖ້າພົບວ່າໜ່ວຍງານໃດ ແກ້ໄຂບັນຫານີ້ ບໍ່ໄດ້ ຜູ້ເປັນຫົວໜ້າໜ່ວຍງານ ຕ້ອງຮັບຜິດຊອບ ແລະ ຈະຖືກປົດອອກຈາກຕໍາແໜ່ງທັນທີ.
ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ຢືນຢັນວ່າ ບັນຫານຶ່ງທີ່ສູນກາງພັກ ໃຫ້ຄວາມສຳຄັນ ແລະຈະຕ້ອງແກ້ໄຂໃຫ້ໄດ້ຢ່າງຮີບດ່ວນ ນັ້ນກໍຄື ການແກ້ໄຂບັນຫາການສໍ້ຣາດບັງຫຼວງ ທີ່ເກິີດຂຶ້ນໃນທຸກຂັ້ນ ໂດຍສະເພາະຖັນແຖວພັກຣັດ ເປັນບັນຫາ ທີ່ສົ່ງຜົນກະທົບ ຕໍ່ຣັຖບານ ແລະ ຄວາມໝັ້ນຄົງຂອງປະເທດ.
ໃນປີ 2017 ຜ່ານມາ ຄນະກວດກາສູນກາງພັກຣາຍງານວ່າ ພະນັກງານຣັຖທົ່ວປະເທດ ມີສ່ວນພົວພັນກັບການສໍ້ຣາດບັງຫຼວງ ງົບປະມານ ຂອງຣັຖ ເຮັດໃຫ້ຣັຖສູນເສັຽເງິນໄປ 5,300 ຕື້ກີບ ໃນ 200 ໂຄງການ. ທະນາຄານພັທນາເອເຊັຽ ປະເມີນວ່ານັບແຕ່ ປີ 2013 – 2017 ການສໍ້ຣາດບັງຫຼວງ ເຮັດໃຫ້ຣັຖເສັຽງົບປະມານ 700 ລ້ານໂດລາ ໃນ 730 ໂຄງການ ແຕ່ມີພະນັກງານຖືກລົງໂທດ ພຽງ 200 ຄົນ ເທົ່ານັ້ນ ໃນໄລຍະ 5 ປີຜ່ານມາ.
ການສໍ້ຣາຊບັງຫລວງ ແລະຮັບສິນບົນຂອງເຈົ້າຫນ້າທີ່ຣັດ ໃນລາວ ຈະບໍ່ສີ້ນສຸດຈັກເທື່ອ ຍ້ອນຂ້າຣາຊການໃນລາວ ໄດ້ຮັບເງິນເດືອນນ້ອຍ ແລະ ກົດຫມາຍລາວ ກໍຖືກບັງຄັບໃຊ້ຢ່າງຈິງຈັງ ບາງລາຍ ເຈົ້າຫນ້າທີ່ບັງຄັບໃຊ້ກົດຫມາຍ ກໍຮັບສິນບົນເຫມືອນກັນ ດັ່ງ ເຈົ້າຫນ້າທີ່ສານ ໃນລາວ. ການສໍ້ຣາຊບັງຫລວງໃນລາວ ນອກຈາກ ຈະເສັຽຣາຍຮັບຂອງປະເທດຊາດແລ້ວ ຍັງສ້າງພາບພົດບໍ່ດີ ທີ່ຈະເຮັດໃຫ້ນັກລົງທຶນ ຕ່າງຊາດ ບໍ່ຢາກເຂົ້າມາລົງທຶນໃນລາວນຳອີກ ຍ້ອນຢ້ານວ່າ ຈະຖືກໃຫ້ສິນບົນແກ່ເຈົ້າຫນ້າທີ່ຣັດ ກ່ອນຈະສາມາດດຳເນີນທຸຣະກິດ ໃນລາວໄດ້.
ອົງການໂປ່ງໄສສາກົລໄດ້ຈັດອັນດັບລາວ ກ່ຽວກັບການສໍ້ຣາຊບັງຫລວງ ຢູ່ໃນອັນດັບເກືອບຕ່ຳສຸດໃນອາຊຽນທີ່ຮ່ວມດ້ວຍກຳພູຊາ, ພະມ້າ, ວຽດນາມ ແລະ ຟີລີປີນ. ສຳລັບ ສປປລາວ ແລ້ວໃນປີ 2016 ຖືກຈັດຢູ່ໃນອັນດັບທີ 123 ປະເທດຈາກທັງໝົດ 176 ປະເທດທີ່ມີການ ສໍ້ຣາຊບັງຫລວງຣາຍໃຫຍ່, ຊຶ່ງປະເທດລາວ ມີຄະແນນລວມ 30 ຄະແນນ ໃນຈຳນວນ 100 ຄະແນນດີເດັ່ນ ລອງຈາກກຳພູຊາ, ວຽດນາມ ແລະ ຟິລິປິນ.