ພູຄໍາຈະຜລິດທອງແດງເພີ້ມ 2014
2014.01.15
ບໍຣິສັດຂຸດຄົ້ນແຮ່ທາດ ທີ່ບໍ່ພູຄຳ ຖແລງວ່າ ໃນປີ 2014 ນີ້ ທາງບໍຣີິສັດ ອາຈສາມາດຜລິດທອງແດງເພິ້ມຂຶ້ນ ຣະຫວ່າງ 65-70 ພັນຕັນ ໃນຈຳນວນ 18 ລ້ານ 5 ແສນຕັນ ຂອງແຮ່ທາດ ທີ່ຈະຜລິດໄດ້ທັງຫມົດ ໃນຣອບປີ.
ບໍຣິສັດຖແລງເພິ້ມວ່າ ແຮ່ທາດທອງແດງແລະຄຳ ຈະເພິ້ມຂຶ້ນປະມານ 80% ສຳລັບທອງແດງ ແລະ 50% ສຳລັບຄຳ ທັ້ງໆທີ່ຄຸນ ນະພາບ ຂອງທອງແດງ ມີພຽງແຕ່ 0.44% ເທົ່ານັ້ນ ຊື່ງເປັນຄຸນນະພາບທີ່ຕ່ຳສຸດສຳລັບ ທອງແດງ ທີ່ຖືກຜລິດໃນບໍ່ແຫ່ງນີ້.
ບໍ່ຄຳທີ່ບ້ານຫ້ວຍຊາຍ ກໍຄາດການວ່າ ການຜລິດຄຳແລະເງິນຈະເພິ້ມຂຶ້ນ ເຊັ່ນກັນ ບໍຣີສັດ ແຟນອອສ ຄາດຄະເນວ່າໃນປີ 2014 ການຜລິດຄຳ ຂອງບໍຣິສັດ ຈະເພິ້ມຂຶ້ນເຖິງ 1 ແສນ 6 ຫມຶ່ນອາວສ໌ ແລະເງິນປະມານ 1 ລ້ານ 2 ແສນອາວສ໌ ແລະຈະສ້າງ ລາຍໄດ້ ໃຫ້ແກ່ບໍຣິສັດ ຣະຫວ່າງ 200 ຫາ 225 ລ້ານໂດລາ ແລ້ວແຕ່ຣາຄາແຮ່ທາດ.
ບໍ່ຄຳທີ່ພູເບັ້ຽ ພູຄຳແລະບໍ່ທອງແດງທີ່ບ້ານຫ້ວຍຊາຍ ແມ່ນຖືກສຳປະທານ ຈາກບໍຣິສັດ ອອສເຕຣເລັຍ ແຟນອອສ ທີ່ຮ່ວມຫຸ້ນກັບ ບໍຣິສັດລ້ານຊ້າງ ມາຍນິງ ຂອງລາວ ບໍຣິສັດ ດັ່ງກ່າວ ສ້າງລາຍໄດ້ຈາກ ການຂຸດຄົ້ນ ຊັພຍາກອນ ທັມມະຊາດ ໃນລາວ ຢ່າງ ມະຫາສານ ຄົນລາວ ທ້ອງຖິ່ນໃນເຂດດັ່ງກ່າວ ບໍ່ໄດ້ຮັບຜົລປໂຍດ ຫຍັງເລີຍ.