ສັມປະທານ ຂຸດຄຳ 50 ປີ ຢູ່ຫລັກ 20

ອຸ່ນແກ້ວ ສຸກສະຫວັນ
2018.05.30
F-MINING ພູເບັ້ຍ ເປັນເໝືອງແຮ່ ທີ່ປ່ຽນກຸ່ມ ນັກລົງທຶນ ໂດຍການຂາຍ ແລະແລກປ່ຽນ ສັມປະທານ ມາຫຼາຍເທື່ອແລ້ວ
Khampoua

ຣັຖມົນຕຼີ ກະຊວງພະລັງງານແລະບໍ່ແຮ່ ທ່ານ ຄຳມະນີ ອິນທິລາດ ໄດ້ຖະແຫຼງຢູ່ໃນປະຊຸມສະພາ ທ້າຍປີ 2017 ທີ່ຜ່ານມາວ່າ ໂຄງການ ບໍ່ຄຳ-ເຊໂປນ ແລະ ໂຄງການບໍ່ຄຳ ພູເບ້ຍ ເຂົ້າສູ່ໄລຍະທ້າຍຂອງການຂຸດຄົ້ນ ແລະ ຈະປິດກິຈະການ ໃນປີ 2020. ແຕ່ ໃນວັນທີ 7 ທັນວາ 2017, ຣັຖບານ ພັດໄດ້ໃຫ້ ບໍຣິສັດພອນສັກ ສັມປະທານຂຸດຄົ້ນຄຳ ຢູ່ເຂດຫລັກ 20 ເມືອງຄຳເກີດ ແຂວງບໍຣິຄຳໄຊ ເປັນເວລາ 50 ປີ ໃນຂະໜາດ ເນື້ອທີ່ຄວາມກ້ວາງ 5 ກິໂລແມັດ ແລະ ຄວາມຍາວ 10 ກິໂລແມັດ.

ກ່ຽວກັບເຣື້ອງນີ້ ນັກວິຊາການລາວ ເຫັນວ່າ ມັນເປັນການສັມປະທານເປັນເວລາດົນເກີນໄປ ຖ້າທຽບໃສ່ໂຄງການຂຸດຄົ້ນຄຳທົ່ວໄປ ແລະ ການຂຸດຄົ້ນຄຳຍັງແອບແຝງໄວ້ດ້ວຍ ການຕັດໄມ້ນຳອີກ. ໃຫ້ທ່ານ ໄປຟັງລາຍລະອຽດການສັມພາດ:…………………………………

ອັນນັ້ນເປັນຄຳຄິດເຫັນຂອງນັກວິຊາການລາວທ່ານນຶ່ງ.

ອີງຕາມຂໍ້ມູນ ຈາກເຈົ້າໜ້າທີ່ທາງການ ຜູ້ທີ່ບໍ່ປະສົງອອກຊື່, ບໍຣິສັດພອນສັກ ມີຄວາມໃກ້ຊິດ ກັບອາດີດຜູ້ນຳ ສູງສຸດຂອງລາວ ໂດຍມີ ກອງສຳຣວດບໍ່ແຮ່ ກະຊວງປ້ອງກັນປະເທດ ຂອງລາວ ແລະ ກະຊວງປ້ອງກັນປະເທດວຽດນາມ ເປັນຜູ້ດຳເນີນການຂຸດຄົ້ນຄຳ ຢູ່ຫລັກ20.

ຊາວບ້ານຢູ່ຫລັກ 20 ໄດ້ກ່າວວ່າ ໃນຊຸມປີ 1990 ປະຊາຊົ ໄດ້ພາກັນໄປຂຸດຄົ້ນຄຳ ຢູ່ໃນເຂດດັ່ງກ່າວ ແລະ ຕໍ່ມາກະຊວງປ້ອງກັນປະເທດ ຮູ້ ຈຶ່ງສົ່ງເຈົ້າໜ້າທີ່ທະຫານ ເຂົ້າໄປຍາມ ແລະ ບໍ່ອະນຸຍາດໃຫ້ປະຊາຊົນເຂົ້າໄປຂຸດຄຳອີກ.

ທາງການລາວ ບໍ່ໄດ້ໃຫ້ຣາຍຣະອຽດວ່າຣາຍຮັບ ຈາກການສັມປະທານ ແກ່ບໍຣິສັດພອນສັກຈະໄດ້ເທົ່າໃດ ຊຶ່ງກໍຍັງເປັນການໃຫ້ ສັມປະທານ ແບບບໍ່ເປີດເຜີຍຄວາມຈິງ. ນອກຈາກນີ້ ກະຊວງປ້ອງກັນປະເທດຂອງລາວ ແລະ ວຽດນາມ ກໍຍັງໄດ້ມີການຂຸດຄົ້ນຄຳ ຢູ່ເຂດວັງຕັດ ເມືອງ ຊານໄຊ ແຂວງອັດຕະປື ມາໄດ້ປະມານ 10 ແລ້ວ ຊຶ່ງກິຈະການຂຸດຄົ້ນຢູ່ເຂດດັ່ງກ່າວ ກໍຍັງບໍ່ມີການເປີດເຜີຍວ່າ ຣາຍຮັບ ຈາກການຂຸດ ຄົ້ນຄຳ ຢູ່ເຂດວັງຕັດ ຈ່າຍເຂົ້າງົບປະມານ ລວມເທົ່າໃດ. ແຕ່ທາງການລາວ ກໍເຫັນວ່າ ການໃຫ້ສັມປະທານ ຂຸດຄົ້ນບໍ່ແຮ່ ເປັນແຫລ່ງ ຣາຍຮັບຫລັກ ໃຫ້ແກ່ ການພັທະນາປະເທດ.

ປີ 2011 ເກັບຣາຍຮັບໄດ້ 290 ລ້ານໂດລາ, ປີ 2012 ໄດ້ 290 ລ້ານ ໂດລາ. ໃນປີ 2015-2016 ສາມາດປະຕິບັດໄດ້ຈຳນວນ 130 ລ້ານກວ່າ ໂດລາ. ສະເພາະຢູ່ປະເທດລາວ ການຂຸດຄົ້ນຄຳ ມີທັງຣາຍຮັບທີ່ເປີດເຜີຍໄດ້ ແລະ ຣາຍຮັບທີ່ບໍ່ສາມາດເປີດເຜີຍໄດ້, ແລ້ວ ທ່ານ ຄິດແນວໃດ ສຳລັບຣາຍຮັບ ທີ່ບໍ່ສາມາດເປີດເຜີຍໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.