ທາງການລາວຍັງແກ້ໄຂ ບັນຫາ ທີ່ດິນ ບໍ່ໄດ້
2017.12.05
ທາງການລາວຈະປັບປຸງ ກົດໝາຍທີ່ດິນສະບັບໃໝ່ ແລະມີຜົນໃຊ້້ໃນປີ 2018 ເນື່ອງຈາກຜ່ານມາ ຫລາຍແຂວງຢູ່ລາວ ຍັງມີຂໍ້ຂັດແຍ້ງ ບັນຫາທີ່ດິນ ຣະຫວ່າງຊາວບ້ານ ເຈົ້າໜ້າທີ່ທ້ອງຖີ່ນ ກັບນັກລົງທຶນ ຕ່າງປະເທດຢູ່ ໂດຍທີ່ຣັຖບໍ່ສາມາດ ແກ້ໄຂໄດ້ເລີຍ. ດັ່ງເຈົ້າໜ້າທີ່ ນະຄອນຫລວງວຽງຈັນ ທ່ານນຶ່ງ ກ່າວໃນວັນທີ 5 ທັນວາ ນີ້ວ່າ:
“ເຮົາບໍ່ເຫັນຈຸດທີ່ດີຂື້ນເລີຍ ເຮົາບໍ່ເຫັນການປ່ຽນແປງ ກ່ຽວກັບທີ່ດິນ ມັນຂ້ອນຂ້າງ ທີ່ຈະຕັນໃດ໋ ມັນບໍ່ມີທາງອອກ ທີ່ຜ່ານມາ ຕົ້ນປີນີ້ເນາະ ເນື່ອງຈາກບັນຫາ ທີ່ດິນເປັນບັນຫາ ເລັ່ງດ່ວນ ຂອງຊາດ ທ່ານປະທານປະເທດ ຫັ້ນລາວ ກໍອອກມາເຮັດ ເປັນມະຕິ ອອກມາ ເວົ້າເຣື້ອງ ສິດທິ ຂອງຊຸມຊົນ ຕໍ່ການເຂົ້າເຖິງ ທີ່ດິນຕ່າງໆ ມັນກໍມີບາງອັນທີ່ວ່າ ໃນກົດໝາຍ ຈະດີກວ່າສະບັບກ່ອນ ທີ່ວ່າປະກາດໃຊ້ໃນປີໜ້າ ໂດຍສະເພາະ ເຣື້ອງການສັມປະທານ ແລ້ວກໍການສັມປະທານ ເຮັດໂຄງການ ຂນາດໃຫຍ່.”
ເຈົ້າໜ້າທີ່ທ່ານນີ້ກ່າວວ່າ ເຣື້ອງກົດໝາຍທີ່ດິນສະບັບໃໝ່ນີ້ ແມ່ນເນັ້ນໃສ່ ການຊົດເຊີຍທີ່ເຫມາະສົມ ແລະເປັນທັມ ແກ່ປະຊາຊົນ ໃນກໍຣະນີ ທີ່ຣັຖໃຫ້ສັມປະທານທີ່ດິນ ແກ່ໂຄງການພັທນາ ຫຼືບໍຣິສັດ ຂອງນັກລົງທຶນ ຕ່າງປະເທດ ແລ້ວຖືກດິນ ປະຊາຊົນ ເຮັດໃຫ້ ປະຊາຊົນ ບໍ່ໄດ້ ຮັບຄ່າຊົດເຊີຍ ທີ່ເຫມາະສົມ ຫຼື ບໍກໍຖືກໂຍກຍ້າຍ ໄປຢູ່ບ່ອນໃໝ່ ທີ່ມີຄວາມລໍາບາກ ຫລາຍກ່ວາເກົ່າ.ທ່ານວ່າ ກ່ຽວກັບ ກົດໝາຍ ທີ່ດິນ ສະບັບໃໝ່ນີ້ ອາດມີການແກ້ ບາງມາຕຣາ ກ່ຽວກັບ ຣະຍະເວລາ ໃຫ້ສັມປະທານ:
“ຄືແບບໃຫ້ສັມປະທານ 99 ປີ ມາເປັນ 50 ປີ ເນາະ ຝ່າຍເຣື້ອງກົດໝາຍ ມັນກໍຂ້ອນຂ້າງ ທີ່ຈະດີຂຶ້ນ ເລັກນ້ອຍ ແຕ່ຍັງແບບວ່າ ຫລັງຈາກ ເອື້ອອໍານວຍ ໃຫ້ນັກລົງທຶນຢູ່ໄດ້ 50 ປີ ແຕ່ວ່າ ນັກລົງທຶນ ສາມາດ ຕໍ່ໄດ້ຫັ້ນນະ ແບບເຈົ້າຈະມາຕໍ່ອີກ 20 ປີ ກໍໄດ້ 30 ປີກໍໄດ້ ເວລາໝົດສັນຍາຫັ້ນນະ ແລ້ວມາຕໍ່ໄດ້ ມັນກໍແທບຈະບໍ່ແຕກຕ່າງ ອີຫຍັງ ກົດໝາຍທີ່ດິນນີ້ ປະຊາຊົນ ເອງບໍ່ຄ່ອຍພໍໃຈ ຈົນວ່າ ທ່ານ ທອງລຸນ ກັບທ່ານ ປະທານປະເທດ ໄດ້ເຂົ້າມາເບີ່ງ ປະເດນນີ້ໂດຍສເພາະ.”
ຢ່າງໃດກໍຕາມ ທ່ານກ່າວມ້ວນທ້າຍວ່າ ເຖິງແມ່ນວ່າ ປັຈຈຸບັນນີ້ ຍັງບໍ່ຮູ້ວ່າ ກົດຫມາຍສະບັບໃໝ່ ຈະມີການປ່ຽນແປງ ຫລືປັບປຸງຂໍ້ໃດແດ່ ກໍຕາມ ແຕ່ກໍເຊື່ອວ່າ ການປັບແກ້ນັ້ນ ຈະຫລຸດຜ່ອນ ການເອື້ອອໍານວຍໂອກາດ ໃຫ້ນັກລົງທືນ ຊື່ງຈະເປັນການດີ ແກ່ປະຊາຊົນລາວ.