ຣັຖກຳນົດ ລາຄາສິນຄ້າ, ແຕ່ຊ່ອຍແກ້ໄຂ ສິນຄ້າແພງບໍ່ໄດ້

ທາງການລາວ ພະຍາຍາມ ຄວບຄຸມລາຄາສິນຄ້າ ໂດຍສະເພາະ ໃນໄລຍະບຸນປີໃໝ່ລາວນີ້ ແຕ່ຄວາມເປັນຈິງແລ້ວ ເປັນເຣື່ອງຍາກ ໃນພາກປະຕິບັດ ແລະ ກໍບໍ່ສາມາດ ຊ່ອຍແກ້ໄຂ ບັນຫາຄາລາສິນຄ້າແພງ ເປັນຕົ້ນຊີ້ນ, ເຂົ້າສານ ແລະ ອື່ນໆ.

ເຈົ້າໜ້າທີ່ ແລະ ພາກສ່ວນທີ່ກ່ຽວຂ້ອງ ຮ່ວມກັນອອກກວດກາ ລາຄາສິນຄ້າ ຕາມຕລາດ ຢູ່ນະຄອນຫຼວງວຽງຈັນ. ນັກຂ່າວ ພົລເມືອງ

ໃນໄລຍະບຸນປີໃໝ່ນີ້ ຍັງມີແມ່ຄ້າຈຳນວນນຶ່ງຂາຍສິນຄ້າ ທີ່ເກີນກວ່າທາງການກຳນົດ ເຊັ່ນຊີ້ນໝູທາງການກຳນົດ ບໍ່ໃຫ້ຂາຍເກີນ 50,000 ກີບຕໍ່ກິໂລ ກໍຍັງມີແມ່ຄ້າບາງຄົນ ຍັງຂາຍໃນລາຄາປະມານ 55 ພັນປາຍກີບຕໍ່ກິໂລ ຊຶ່ງການຂາຍໃນລາຄານີ້ ຂາຍມາກ່ອນປີໃໝ່ລາວແລ້ວ ແມ່ຄ້າຫລາຍຄົນກໍຈົ່ມວ່າບໍ່ໄດ້ກຳໄລຫລາຍ ຍ້ອນວ່າຮັບມາໃນລາຄາທີ່ແພງ ໂດຍຮັບໝູມາໃນກິໂລ 38 ພັນກີບ ແລະ ຍັງບໍ່ໄດ້ຄິດໄລ່ຄ່າຄົວ, ຄ່າຈ້າງ, ຄ່າເຊົ່າທີ່ ອື່ນໆອີກ ຊຶ່ງຈຳເປັນຕ້ອງຂາຍໃນລາຄາດັ່ງກ່າວ.

ເຖິງແມ່ນວ່າ ຈະມີເຈົ້າໜ້າທີ່ການຄ້າ ລົງມາກວດກາຢູ່ຕລາດ ໃນໄລຍະບຸນປີໃໝ່ລາວນີ້ ເພື່ອບໍ່ໃຫ້ແມ່ຄ້າຂາຍເກີນ 50 ພັນກີບຕໍ່ກິໂລ ຕາມທີ່ທາງການກຳນົດກໍຕາມ ຊຶ່ງມັນເປັນໄປໄດ້ຍາກທີ່ແມ່ຄ້າ ຈະຂາຍລາຄາທາງການກຳນົດ ຫລາຍຄົນກໍຢາກໃຫ້ທາງການແກ້ໄຂ ທີ່ຕົ້ນທາງກ່ອນທີ່ຈະມາແກ້ໄຂ ທີ່ປາຍທາງ.

ດັ່ງແມ່ຄ້າຂາຍຊີ້ນໝູ ໃນຕລາດແຫ່ງນຶ່ງ ໃນນະຄອນຫລວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 15 ເມສານີ້ວ່າ:

ບໍ່ລາຄາມັນກາບໍ່ໄດ້ ມັນໃຊ້ຫົວອາຫານໄທຍເນາະ ຄືປະເທດລາວເຮົານີ້ນ່າ ທຸກຢ່າງກາຄືມາແຕ່ໄທຍ ແລ້ວບາດນີ້ຄ່າເງິນບາດ 1 ພັນບາດ 4 ແສນປາຍລະດຽວນີ້ນ່າ ກະຖືວ່າເຂົ້າເຈົ້າບໍ່ໄດ້ຂຶ້ນຫລາຍກາຂຶ້ນໜ້ອຍນຶ່ງ ຂະເຈົ້າກາບໍ່ຢາກເສຍລູກຄ້າຄືເຮົາຫັ້ນແຫລະ ຖ້າເພິ່ນບໍ່ຢາກໃຫ້ຂຶ້ນລາຄາຢູ່ຕລາດ ເພິ່ນຕ້ອງໄປບອກຜູ້ຂາຍສົ່ງຫັ້ນ ຊິແກ້ໄຂກັນຈັ່ງໃດ.

ແມ່ຄ້າຢູ່ຕລາດແຫ່ງນຶ່ງ ໃນນະຄອນຫລວງວຽງຈັນ ກ່າວວ່າເຈົ້າໜ້າທີ່ການຄ້າ ກໍລົງກວດກາເຂັ້ມງວດຫລາຍ ລາວເອງກໍຍອມຂາຍຂາດທຶນ ໃນລາຄາທີ່ທາງການກຳນົດ ຊຶ່ງກໍບໍ່ໄດ້ກຳໄລຫຍັງເລີຍ ຍ້ອນບໍ່ຢາກຖືກປັບໃໝ ເພາະປັດຈຸບັນນີ້ຫາເງິນຍາກ.

ກາມີເຂົາເຈົ້າມາກວດ ໃຫ້ວາງລາຄາຂາຍຊີ້ນໝູຫັ້ນ 50 ຊີ້ນປະເພດນຶ່ງ, ຄັນງົວລະ 90 ຂາຍລາຄາເທົ່ານີ້ກາດີໃຈລະ ຜູ້ໃດກາຫາເງິນຍາກຊ່ວງນີ້ ເຄື່ອງຫັ້ນແພງຫລາຍໆ ໝູກາແພງຫລາຍ ຂາຍບໍ່ດີ.

ໃນເທສການບຸນປີໃໝ່ລາວປີນີ້ ເຖິງແມ່ນວ່າລາຄາສິນຄ້າ ຈະເພີ່ມຂຶ້ນກໍຕາມ ແລະເຈົ້າໜ້າທີ່ກໍຍັງບໍ່ສາມາດແກ້ໄຂໄດ້. ຫລາຍຄົນກໍຍັງຈຳເປັນ ຈະຕ້ອງຊື້ເຄື່ອງອາຫານຕ່າງໆ ໄປສັງສັນເຮັດຄົວກິນເອງພາຍໃນຄອບຄົວ. ດັ່ງປະຊາຊົນ ໃນນະຄອນຫລວງວຽງຈັນ ທ່ານນຶ່ງກ່າວວ່າ ເຖິງແມ່ນວ່າປີໃໝ່ລາວ ໃນປີນີ້ສິນຄ້າຈະແພງຂຶ້ນທຸກຢ່າງ ຄອບຄົວກໍຍັງໄດ້ຊື້ເຄື່ອງອາຫານຕ່າງໆ ປະເພດຊີ້ນໝູ, ຊີ້ນງົວ ມາເຮັດກິນພາຍໃນຄອບຄົວ ຊຶ່ງປັດຈຸບັນຊີ້ນໝູຊື້ມາໃນລາຄາ 55 ພັນກີບຕໍ່ກິໂລ ຖືວ່າແພງແຕ່ກໍຍອມຊື້ ແຕ່ຫລຸດປະຣິມານລົງ.

ດັ່ງທ່ານກ່າວວ່າ.

ນໍ້າມັນກາຂຶ້ນ ອັນໃດກາຂຶ້ນໝົດ ຂຶ້ນອີ່ຫລີ ຂຶ້ນອີ່ຫລໍນີ້. ຊີ້ນກ້ອນແມ່ນ 55 ແລ້ວ ກາໄດ້ຊື້ ແຕ່ວ່າກາໄດ້ຊື້ ທີ່ວ່າລາຄາໜ້ອຍລົງ ຈາກເຮົາເຄີຍຊື້ຫລາຍໂລເນາະ ມັນແພງເຮົາກາໄດ້ຊື້ໜ້ອຍໂລ.

ສ່ວນປະເຊາຊົນ ໃນແຂວງວຽງຈັນ ກໍກ່າວວ່າລາຄາສິນຄ້າ ໃນໄລຍະບຸນປີໃໝ່ນີ້ຖືວ່າແພງຂຶ້ນຫລາຍ ແຕ່ຈຳເປັນຕ້ອງຊື້ມາກິນ ເຊັ່ນເຂົ້າສານປະເພດທັມມະດາ ເປົານຶ່ງຢູ່ທີ່ລາຄາປະມານ 3 ແສນປາຍກີບ ແຕ່ກ່ອນຢູ່ທີ່ລາຄາ 2 ແສນປາຍກີບຕໍ່ເປົາ ແລະຖ້າເປັນເຂົ້າສານແບບງາມ ເປົ່ານຶ່ງລາຄາຢູ່ທີ່ 4 ແສນປາຍກີບ ແຕ່ກ່ອນ 3 ແສນປາຍກີບຕໍ່ເປົາ ຖືວ່າແພງຂຶ້ນ 1 ເທົ່າ.

ທຸກສິ່ງ, ທຸກຢ່າງຖືວ່າຂຶ້ນໝົດ ເຂົ້າສານກາຂຶ້ນ. ເຂົ້າສານມັນກາມີປະເພດບໍ່ງາມ ໄລຍະຊ່ວງໃດບໍ່ທັນຂຶ້ນກາຖືກຢູ່ ເປົານຶ່ງກາຖືກຢູ່ສອງແສນປາຍ ດຽວນີ້ເຮົາຊື້ທັມມະດາ ມັນຕົກສາມແສນປາຍແລ້ວ ຄັນເຂົ້າດີໆ, ງາມໆ ຜູ້ທີ່ວ່າມີເງິນຊື້ກາສີ່ແສນແລ້ວ.

ຂະນະດຽວກັນ ເຈົ້າໜ້າທີ່ການຄ້າທ່ານນຶ່ງ ໃນນະຄອນຫລວງວຽງຈັນ ທີ່ຂໍສງວນຊື່ ແລະຕຳແໜ່ງກ່າວວ່າ ໃນໄລຍະບຸນໃໝ່ປີນີ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງກໍໄດ້ລົງກວດກາ ຢູ່ຕາມທ້ອງຕລາດຢ່າງເຂັ້ມງວດ ເພື່ອບໍ່ໃຫ້ບັນດາຜູ້ຄ້າຂາຍ ສວຍໂອກາດຂຶ້ນລາຄາສິນຄ້າ ເບື້ອງຕົ້ນກໍຍັງບໍ່ພົບຜູ້ໃດລະເມີດ ຖ້າຫາກພົບກໍຈະຖືກປັບໃໝ ຕາມລະບຽບການ.

ກາບໍ່ທັນພົບຫັ້ນແຫລະ ຖ້າຜູ້ໃດຊື້ຊີ້ນງົວລາຄາມັນແພງ ຕາມລຳພັງໃຈຫັ້ນນ່າ ກາໃຫ້ໂທມາແຈ້ງ. ສວຍໂອກາດຂຶ້ນລາຄາ ກາຕາມລະບຽບຂອງການຄ້າ ຄຸ້ມຄອງນີ້ແຫລະ ກາຖືກປັບໃໝ ແຕ່ກາຍັງບໍ່ທັນມີເທື່ອ 2 ມື້ມານີ້.

ຢ່າງໃດກໍຕາມ ກໍຍັງມີຫາງສຽງຂອງປະຊາຊົນຫລາຍຄົນ ເຫັນວ່າການວາງມາຕການ ຂອງທາງການທີ່ກຳນົດ ລາຄາສິນຄ້າຕ່າງໆ ບໍ່ໃຫ້ຜູ້ຄ້າຂາຍຕາມຫ້າງຮ້ານຕ່າງໆ ສວຍໂອກາດຂຶ້ນລາຄາສິນຄ້າ ໃນໄລຍະບຸນປີໃໝ່ລາວນີ້ ຍັງບໍ່ສາມາດປະຕິບັດໄດ້ ແລະບໍ່ເຫັນຈະແກ້ໄຂໄດ້ ຫລາຍຄົນກໍຍັງຍອມຊື້ຂອງແພງ. ເຊັ່ນປະເພດຊີ້ນໝູປະເພດ 1 ຫ້າມຂາຍເກີນ 50 ພັນກີບຕໍ່ກິໂລ ແລະຊີ້ນໝູປະເພດ 2 ຫ້າມຂາຍເກີນ 46 ພັນກີບຕໍ່ກິໂລ ກໍຍັງມີການຂາຍເກີນລາຄາ. ສ່ວນລາຄາຂາຍຫຍ່ອຍ ເຂົ້າສານປະເພດເຂົ້າໜຽວປະເພດ 2 ຂາຍບໍ່ເກີນ 7.4 ພັນກີບຕໍ່ກິໂລ ກໍມີການຂາຍເກີນລາຄາເຊັ່ນກັນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org