ການຊື້ຈ້າງເພື່ອໜ້າທີ່ການງານ
2015.06.17
ໃນ ຮູບແບບ ນຶ່ງ ຂອງ ການ ທຸຈຣິດ ສໍ້ຣາສ ບັງຫລວງ ຢູ່ ສປປລາວ, ທີ່ ກາຍເປັນ ປະເພນີ ນິຍົມ, ຄືການ ຈ້າງ ເຂົ້າ ເຮັດການ, ຈ້າງ ຂຶ້ນຊັ້ນ, ຈ້າງ ເອົາ ຕໍາແໜ່ງ ໜ້າທີ່, ແຕ່ ຜູ້ສມັກ ກໍຕ້ອງ ມີ ຄຸນວຸດທິ ທີ່ ເໝາະສົມ. ຕາມການ ບອກເລົ່າ ຂອງ ຊາວ ນະຄອນ ຫລວງ ວຽງຈັນ ທີ່ ບໍ່ປະສົງ ອອກຊື່:
"ໂອ້!. ເຈົ້າໄປເຂົ້າ ທະນາຄານ ດັງໆ ມັນ ກ່າເວົ້າ ແຕ່ເປັນ ສາມແສນ ບາດ ຂຶ້ນໄປ. ຈ່າຍໃຫ້ ເຂົາ ໂລດແຫລະ ນາຍໜ້າ ເຂົາຊິ ເອົາເຂົ້າ 5 ແສນບາດ ໃດ, ຮັບປະກັນ ຄັນ 5 ແສນ ບາດໃດ ເຈົ້າຕ້ອງ ເກັ່ງໃດ ເຮັດວຽກ ຕ້ອງເປັນ ໃດ. ເຈົ້າຈົບ ປຣິນຍາ ມາ ເຮັດວຽກ ບໍ່ເປັນ ເຂົາ ກ່າ ບໍ່ເອົາ ບໍແມ່ນ ທັມດາ ໃດ. ເປັນ ຜູ້ຍິງ ແລະ ຕ້ອງເປັນ ຜູ້ງາມ ແດ່ ໄດ້ຫລາບ ໄດ້ລາຍ, ມີທ່າທາງ ງາມແດ່ ເຂົ້າບ່ອນ ນັ້ນໄດ້ ໂອ້ ຍາກ ໃດ ເມືອງລາວ ນີ້ ເຮັດຈັ່ງໃດ ຊິ ປ່ຽນໄດ້ ເປັນໃດ ເປັນແບບ ໃໝ່ ເລີຍໃດ, ແບບ ຢູ່ໃນໄທ ກ່າບໍ່ແມ່ນ ແບບ ລາວ".
ຊາວລາວ ຜູ້ນີ້ ບອກວ່າ ຜູ້ ທີມີ ໜ້າທີ່ ຈ້າງ ຄົນ ເຂົ້າ ເຮັດການ ນັ້ນ, ເຂົາເຈົ້າ ຮູ້ຈັກ ແລ້ວວ່າ ເຈົ້າຢູ່ ໃນ ຈໍາພວກ ທີ່ ເຂົາ ເຫັນວ່າ ຕ້ອງ ຮັບເອົາ, ຖ້າຫາກ ວ່າ ຜູ້ສມັກ ຫລາຍຄົນ ມີ ຄຸນວຸດທິ ແລະ ຄວາມ ສາມາດ ພໍໆກັນ ການ ຕັດສິນ ວ່າ ຜູ້ໃດ ຈະໄດ້ ເຂົ້າການ, ແມ່ນຂຶ້ນ ກັບ ຈໍານວນ ເງິນ. ຜູ້ສມັກ ຄົນໃດ ໃຫ້ ເງິນສູງ ຜູ້ນັ້ນ ກໍຈະຖືກ ຮັບ ເຂົ້າການ.
ກໍຣະນີ ນຶ່ງ ອີກ, ຖ້າຫາກ ວ່າ ເປັນ ໂຄຕາ ຂອງ ຣັຖມົນຕຣີ ແລ້ວ, ເພິ່ນ ຈະມີ ເຈັ້ຍນ້ອຍ ໄປຫາ ຜແນກ ຮັບເອົາ ຄົນ ເຂົ້າການ, ຄົນ ຂອງ ຣັຖມົນຕຣີ ຈະເກັ່ງ ແດ່ ຫລື ພໍ ເຮັດວຽກ ໄດ້ ກໍພໍ:
"ພວກເຮົາ ເກັ່ງແດ່ ເຮົາ ບໍ່ມີເສັ້ນ ມີສາຍ ແລ້ວ ໂອຍ! ຊິ ເອົາເງິນ ມາແຕ່ໃສ ໃຫ້ ເຂົາເຈົ້າ ເປັນ 3 ແສນ ຫາ 5 ແສນ ບາດ. ໄລ່ໃສ່ ເງິນລາວ ໃດ ໄລ່ໃສ່ ຣາຍໄດ້ ຂອງ ພໍ່ແມ່ໃດ, ປານນັ້ນ ເຂົາກ່າ ເຮັດກັນ ໃດ ເຂົາ ບໍ່ຢ້ານ".
ດັ່ງ ທີ່ ຊາວລາວ ໄດ້ກ່າວມາ ນັ້ນວ່າ ວິທີການ ແບບນີ້ ມີ ຢູ່ ທຸກຂແນງ ວຽກງານ, ຊຶ່ງ ເປັນ ປາກົດການ ຫຍໍ້ທໍ້ ຢູ່ໃນ ສັງຄົມ ລາວ, ແລະ ໄດ້ ກາຍເປັນ ປະເພນີ ນິຍົມ.