ຜູ້ລັກລອບເຂົ້າລາວ ຕ້ອງເສັຽຄ່າ ຢູ່ສູນກັກໂຕ

ສຸພັດຕາ
2021.02.17
ຜູ້ລັກລອບເຂົ້າລາວ ຕ້ອງເສັຽຄ່າ ຢູ່ສູນກັກໂຕ ສູນກັກໂຕ 14 ມື້ ຢູ່ ຫຼັກ 27 ສໍາລັບຄົນລາວ ທີ່ກັບຈາກ ຕ່າງປະເທດ, ຕາມມາຕການປ້ອງກັນ ເຊື້ອໂຄວິດ-19
ພາບປະກອບ: ນັກຂ່າວພົລເມືອງ

ປັດຈຸບັນທາງການລາວ ເຂັ້ມງວດຕາມຊາຍແດນ ຍ້ອນເຊື້ອໄວຣັສໂຄວິດ-19 ໃນປະເທດເພື່ອນບ້ານ ຍັງຣະບາດຫຼາຍ ແລະຍ້ອນ ມີຄົນລັກເຂົ້າມາ, ໂດຍສະເພາະຄົນງານລາວ ຢູ່ໄທຍ ລັກຂ້າມເຂົ້າມາ ປະເທດຫຼາຍ, ແຕ່ປັດຈຸບັນ ຖ້າເຈົ້າໜ້າທີ່ຈັບຜູ້ລັກເຂົ້າມາ ລາວໄດ້ ໂດຍສະເພາະ ຄົນງານລາວຈາກໄທຍ ຈະຖືກນໍາສົ່ງ ໄປສູນກັກບໍເວນ ເພື່ອປ້ອງກັນ ການແຜ່ຣະບາດຂອງເຊື້ອ ໄວຣັສ ໂຄວິດ-19 ທີ່ທາງການກໍານົດ ແລະຜູ້ກ່ຽວ ກໍຕ້ອງໄດ້ຈ່າຍຄ່າສິ້ນເປືອງຕ່າງໆ ໃນໄລຍະຖືກກັກໂຕ 14 ມື້ ນັ້ນດ້ວຍຕົນເອງ.

ສ່ວນຜູ້ທີ່ນໍາພາມາ ຫຼືມີສ່ວນຮ່ວມ ກໍຈະຖືກດໍາເນີນຄະດີ ຕາມກົດໝາຍ, ອີງຕາມຄວາມເວົ້າ ຂອງເຈົ້າໜ້າທີ່ສະເພາະກິຈ ຢູ່ ນະຄອນຫຼວງວຽງຈັນ ທ່ານນຶ່ງ ຊຶ່ງຂໍສງວນຊື່ ແລະ ຕໍາແໜ່ງ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 17 ກຸມພານີ້:

“ເຮົາຈະໃຊ້ໝົດທຸກຄົນຫັ້ນແຫຼະ ແຮງງານອິຫຍັງກະຢ່າ ລັກຂ້າມລອຍແພ ກະຊິບໍ່ປັບໃໝ ອິຫຍັງດອກ, ເຮົາຊິສຶກສາອົບຮົມ, ອັນຜູ້ເຮົາຊິປັບໃໝ ຜູ້ທີ່ເຮັດນີ້ ແມ່ນນຶ່ງ ຜູ້ທີ່ເອົາເຮືອ ໄປເອົາ ໄປຮັບເອົາ ຄົນມາຫັ້ນນ່າເນາະ, ເຮົາຊິໃສ່ໂທດເນາະ ທັງປັບໃໝ ທັງຍຶດເຮືອອິຫຍັງ ເຮົາຍຶດເອົາໝົດ, ຄົນຈະເອົາໄປລົງໂທດ ເຂົ້າຄຸກພຸ້ນແຫຼະ.”

ອີງຕາມຂໍ້ຕົກລົງ ຂອງກະຊວງສາທາຣະນະສຸຂ ສະບັບເລຂທີ 3439 ລົງວັນທີ 22 ທັນວາ ປີ 2020 ຣະບຸວ່າ ຄົນທີ່ລັກລອບເຂົ້າ ລາວ ແບບບໍ່ຖືກຕ້ອງ ຕາມຊາຍແດນ ຫາກຫຼົບຫຼີກ ຈາກການກວດກາ ແລ້ວເຈົ້າໜ້າທີ່ກວດພົບ ຫຼືຊອກຮູ້ ຈະນໍາໂຕໄປກວດຫາ ເຊື້ອໂຄວິດ-19 ແລະ ກັກບໍຣິເວນ ຢູ່ສູນກັກກັນ ຕາມກໍານົດ 14 ມື້ ແລະຈະຕ້ອງໄດ້ຮັບຜິດຊອບ ຈ່າຍຄ່າກວດຫາ ເຊື້ອໂຄວິດ-19 ເອງ ທັງໝົດ ຈໍານວນ 1ລ້ານ 2 ແສນກີບ ຕໍ່ຄົນ ຕໍ່ຄັ້ງ ແລະ ຄ່າອາຫານ ໃນໄລຍະຈໍາກັດ ບໍຣິເວນ 14 ມື້ ອີກ 7 ແສນກີບ ຫຼື 50 ພັນກີບ ຕໍ່ມື້.

ເຈົ້າໜ້າທີ່ສະເພາະກິຈ ແຂວງສວັນນະເຂດ ທ່ານນຶ່ງ ທີ່ປະສົງບອກຊື່ ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ, ເຈົ້າໜ້າທີ່ບໍ່ໄດ້ດໍາເນີນຄະດີ ຫຼືໃສ່ໂທດກັບກຸ່ມ ຜູ້ລັກລອບເຂົ້າລາວຫາກຈັບໂຕໄດ້ ກໍນໍາໄປກັກໂຕ 14 ມື້ ຈາກນັ້ນກໍສຶກສາອົບຮົມ ແລ້ວກໍປ່ອຍເມືອເຮືອນ:

“ໂອ້..ອັນນີ້ ກະບໍ່ໄດ້ຈັບເຂົາເຈົ້າ ຍົກເວັ້ນ ຕ່າງປະເທດ ກໍຈັບຕາມກົດໝາຍ ເຂົາເຈົ້າເຫັນແຮງງານລາວ ເຂົາຊິຂ້າມທາງໃດກະຢ່າ ເຈົ້າໜ້າທີ່ຕໍາຣວດຊາຍແດນຫັ່ນນ່າ ກະນໍາສົ່ງໄປ ສູ່ສູນກັກກັນ, ເຖິງຈະມີພາສປອດ ບໍ່ມີພາສປອດ ກະໝາຍຄວາມວ່າ ເຂົ້າມາ ແມ່ນວ່າ ມີຂໍ້ມູນວ່າ ເປັນຄົນລາວແທ້ເນາະ.”

ຊາວບ້ານ ໃນແຂວງສວັນນະເຂດ ນາງນຶ່ງເວົ້າວ່າ ປັດຈຸບັນ ກໍຢ້ານເຊື້ອໂຄວິດ-19 ເຂົ້າມາແຜ່ຣະບາດຢູ່ລາວ ໂດຍສະເພາະ ຄົນທີ່ລັກລອບເຂົ້າມາ ແລ້ວບໍ່ໄດ້ກວດເຊື້ອ ໂຄວິດ-19 ກໍຍິ່ງເຮັດໃຫ້ຢ້ານ ຫຼາຍຂຶ້ນ, ແຕ່ດຽວນີ້ ເຈົ້າໜ້າທີ່ຕາມຊາຍແດນ ກໍເຂັ້ມງວດຫຼາຍ ແລະ ກໍບໍ່ເຫັນເຈົ້າໜ້າທີ່ ຈັບຄົນທີ່ລັກລອບ ເຂົ້າມາລາວໄດ້ເພີ້ມອີກ, ຜ່ານມາກໍໄດ້ຍິນວ່າ ມີຢູ່ແຖວ ເມືອງສອງຄອນ ມີຄົນງານລາວມາຈາກໄທຍ ຈໍານວນນຶ່ງ ທີ່ລັກລອບເຂົ້າມາ:

“ດຽວນີ້ ກະບໍ່ເຫັນຂະເຈົ້າ ຈັບອິຫຍັງເດ້ງຽບຢູ່ນະ ກະຕ້ອງມີຫັ້ນແຫຼະ ແຮງງານລາວ ລັກລອບເຂົ້າລັກຕາມບ້ານຕາມຫຍັງ ຫັ່ນແຫຼະ ກະລົງໂທດຫັ່ນແຫຼະ ໄທຍ ມັນຣະບາດ ກະຢ້ານຫັ່ນແຫຼະ.”

ຊາວນະຄອນຫຼວງວຽງຈັນ ຜູ້ນຶ່ງເວົ້າວ່າເຫັນດີ ກັບທາງການ ທີ່ມີມາຕການເຂັ້ມງວດ ໃນການປ້ອງກັນເຊື້ອ ໂຄວິດ-19 ຫາກຜູ້ໃດ ບໍ່ປະຕິບັດຕາມ ກໍຄວນຖືກດໍາເນີນຄະດີ ຕາມກົດໝາຍ ຍ້ອນວ່າປະເທດໃກ້ຄຽງ ຍັງມີການຣະບາດຂອງເຊື້ອ ໄວຣັສໂຄວິດ-19 ຢູ່:

“ຢູ່ໄທຍ ກະມີບັນຫາເພີ້ມຂຶ້ນເດ້ ປະເທດໃກ້ຄຽງເຮົາກະຣະບາດ ເຮົາກະຕ້ອງຣະວັງ ມັນມີຄະນະສະເພາະກິຈ ໂອ້ຍເຂົ້າເຮັດແທ້ເດ້ ມີຕໍາຣວດ ມີຄະນະກັມມະການເດ້ ຮ່ວຍຄັນຜິດ ເຂົາກະຈະປັບ ອິຫຍັງພຸ້ນແຫຼະ.”

ໃນວັນທີ 10 ກຸມພາ ຜ່ານມານີ້ ກໍຄົນມີຄົນງານລາວຈາກໄທຍ ລັກລອບເຂົ້າມາລາວແບບຜິດກົດໝາຍ 1 ຄົນ ຊື່ ນາງວຽງທອງ ອາຍຸ 35 ປີ ເປັນປະຊາຊົນ ບ້ານດອນຂາຊ້າຍ, ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຜູ້ກ່ຽວໄດ້ຈ້າງໂຊເຟີ້ຣົດພ້ວງ ຂອງຄົນ ໄທຍ ຈໍານວນເງິນ 3,000 ບາດ ລັກຂ້າມມາລາວ ຜ່ານທາງຂົວມິຕພາບລາວ-ໄທຍ ພ້ອມດ້ວຍ ລູກນ້ອຍ ອາຍຸປະມານ 1 ປີປາຍ ຜູ້ກ່ຽວໄດ້ພັກຢູ່ເຮືອນ ຂອງຕົນເອງ ພໍມາຮອດວັນທີ 15 ກຸມພາ 2021 ເຈົ້າໜ້າທີ່ໄດ້ເຂົ້າໄປກວດກາ ແລະນໍາໂຕສົ່ງໄປກັກບໍເວນ ຢູ່ກັກກັນ ຫຼັກ 27 ເພື່ອປ້ອງກັນການແຜ່ຣະບາດ ຂອງເຊື້ອໂຄວິດ-19 ພ້ອມທັງໃຫ້ຜູ້ກ່ຽວ ຮັບຜິດຊອບຄ່າໃຊ້ຈ່າຍ ເອງທັງໝົດ ໃນໄລຍະ ການກັກບໍຣິເວນ ຈົນຄົບ 14 ມື້.

ອີງຕາມການຖແລງຂ່າວ ຂອງກະຊວງສາທາຣະນະສຸຂ ໃນວັນທີ 16 ກຸມພາ 2021 ນີ້ ມີຄົນເຂົ້າ-ອອກ ຕາມຈຸດຜ່ານແດນຕ່າງໆ ໃນທົ່ວປະເທດ ໃນວັນທີ 15 ກຸມພາ 2021 ມີທັງໝົດຈໍານວນ 1,291 ຄົນ ໃນນີ້ມາຈາກໄທຍ ຫຼາຍກວ່າໝູ່ ຄື 1,021 ຄົນ.

ທຸກຄົນທີ່ເຂົ້າມາ ແມ່ນໄດ້ວັດແທກອຸນຫະພູມ ແລະນໍາໄປກັກໂຕຈົນຄົບ 14 ມື້ ຢູ່ສູນກັກກັນ ເພື່ອປ້ອງກັນການແຜ່ຣະບາດຂອງ ເຊື້ອໄວຣັສໂຄວິດ-19 ທີ່ທາງການກໍານົດ. ໃນທົ່ວປະເທດ ມີສູກກັກກັນທັງໝົດ 35 ສູນ ປັດຈຸບັນ ມີຖືກຈໍາກັດບໍເວນ 2,757 ຄົນ.

ປັດຈຸບັນ ສປປ ລາວ ມີຜູ້ຕິດເຊື້ອໂຄວິດ-19 ທັງໝົດ 45 ຄົນ ຍັງພວມປິ່ນປົວຢູ່ໂຮງໝໍ 4 ຄົນ ແລະປິ່ນປົວດີແລ້ວ 41 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.