ສະມາຊິກສະພາສເນີ ການເກັບ ອາກອນ

ໄຊຍາ
2019.06.18
F-nas ພາຍໃນກອງປະຊຸມ ສະພາແຫ່ງຊາຕລາວ ສມັຍສາມັນເທື່ອທີ 7 ຂອງ ສະພາແຫ່ງຊາຕ ຊຸດທີ 8
ຮູບພາບຈາກ: ປະເທດລາວ

ເຈົ້າໜ້າທີ່ອາກອນແຂວງຈຳປາສັກ ຍັງເລືອກປະຕິບັດ ເຮັດໃຫ້ເກີດມີຊ່ອງຫວ່າງ, ສອງມາຕຖານໃນການ ປະຕິບັດກົດໝາຍ ເສັຽອາກອນ ນຳເຂົ້າສິນຄ້າ ດັ່ງທ່ານ ຄຳໄຕ ແກ້ວດວງດີ ສະມາຊິກສະພາ ແຫ່ງຊາດ ເຂດ 15 ແຂວງ ຈຳປາສັກ ທີ່ໄດ້ສເນີໃນກອງປະຊຸມ ສະພາ ສະມັຍສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ 8.

ໃນວາລະປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ ສະບັບປັບປຸງ ເມື່ອວັນທີ 17 ມິຖຸນາວ່າ:

"ກົນໄກໃນການຈັດຕັ້ງ ປະຕິບັດການເກັບອາກອນ ເນາະ ຂ້າພະເຈົ້າຢາກສເນີ ໃຫ້ຣັຖບານ ແລະກະຊວງທີ່ກ່ຽວຂ້ອງ ມີມາຕການເຂັ້ມງວດ ໃນການນຳໃຊ້ກົດໝາຍ ຕໍ່ຜູ້ນຳເຂົ້າສິນຄ້າ ຕໍ່ຜູ້ສນອງສິນຄ້າ ບໍ່ໃຫ້ມີຊ່ອງຫວ່າງ ສອງມາຕຖານການປະຕິບັດກົດໝາຍ ໃຫ້ຢູ່ໃນມາຕຖານ ດຽວກັນ."

ທ່ານໄດ້ຍົກໂຕຢ່າງທີ່ເກີດຂຶ້ນ ໃນແຂວງຈຳປາສັກໄລຍະຜ່ານມາວ່າ ການເກັບອາກອນ ແລະກວດກາສິນຄ້າ ທີ່ນຳເຂົ້າມາຂາຍຫຼືບໍຣິໂພກ ຖ້າເປັນປະຊາຊົນຊາວຄ້າຂາຍທົ່ວໄປ ພະນັກງານອາກອນ ປະຈຳດ່ານ ຈະກວດກາສິນຄ້າທຸກຊນິດ ເພື່ອຄິດໄລ່ການເສັຽອາກອນນຳເຂົ້າ ເຕັມເມັດເຕັມໜ່ວຍ ແຕ່ເມື່ອເປັນສິນຄ້າ ຂອງຜູ້ມີອຳນາດ ຫຼືນັກທຸຣະກິດໃຫຍ່ ກໍ່ຈະໄດ້ຮັບການຍົກເວັ້ນ ບໍ່ມີການກວດກາສິນຄ້າ ນຳເຂົ້າ ແລະຍັງໄດ້ເສັຍອາກອນໜ້ອຍ

ຂນະທີ່ ທ່ານ ນາງ ສຸວັນເພັງ ບຸບຜານຸວົງ ສະມາຊິກ ສະພາແຫ່ງຊາດເຂດ 13 ແຂວງສະຫວັນນະເຂດ ສເນີວ່າຜແນກ ການເງິນແຂວງ ຄວນຈະປັບປຸງ ຣະບຽບການໃຫ້ ພາກສ່ວນ ທຸຣະກິດ ເຂົ້າມາ ເສັຽອາກອນດ້ວຍຕົນເອງ ບໍ່ແມ່ນລໍຖ້າໃຫ້ເຈົ້າໜ້າທີ່ອາກອນລົງໄປເກັບ.

"ຜູ້ມີຣາຍຮັບ ຜູ້ທີ່ມີພັນທະຕ້ອງເສັຽຕາມກົດໝາຍ ນີ້ຕ້ອງໄດ້ໄປແຈ້ງເສັຽດ້ວຍຕົນເອງ ຊີືຶ່ງບໍ່ໃຫ້ພາກຂອງພະນັກງານອາກອນ ພະນັກງານ ການເງິນ ພະນັກງານໄປຣະດົມ ການເກັບຄືແຕ່ເກົ່າ."

ຍານາງ ສເນີອີກວ່າ ສາເຫດທີ່ບໍ່ຢາກໃຫ້ ເຈົ້າໜ້າທີ່ອາກອນ ລົງໄປເກັບນຳພາກສ່ວນ ທຸຣະກິດ ນັ້ນແມ່ນເພື່ອປ້ອງກັນ ຣາຍຮັບອາກກອນ ຮົ່ວໄຫຼເພາະ ເປັນການເກັບອາກອນດ້ວຍເງີນສົດ.

ອີງຕາມບົດຣາຍງານໃນກອງປະຊຸມວຽກງານ ສ່ວຍສາອາກອນທົ່ວປະເທສປະຈຳປີ 2018 ເມື່ອວັນທີ 15 ມົກຣາ ປີນີ້ວ່າການເກັບຣາຍຮັບ ສ່ວຍສາອາກອນ ທົ່ວປະເທສ ປະຈຳປີ 2018 ໄດ້ 93,14% ຂອງແຜນການປີຊຶ່ງເທົ່າກັບ 10,8 ຕື້ກີບບໍ່ບັນລຸ ຕາມແຜນການປີ ທີ່ຕັ້ງໄວ້ 11,6 ຕື້ກີບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.