ຊາວບ້ານເສັຍດິນໃຫ້ສູນ ການຄ້າ
2014.04.10
ເຈົ້າຫນ້າທີ່ ເວົ້າວ່າ ປັດຈຸບັນ ຊາວບ້ານ ຢູ່ ໂພນສວັນ ເມືອງ ປາກເຊ ແຂວງ ຈຳປາສັກ ຈຳນວນ 40 ກວ່າ ຄອບຄົວ ໄດ້ພາກັນ ໂຍກ ຍ້າຍ ໄປຢູ່ ບ່ອນອື່ນ ແລ້ວ ເພື່ອ ເອົາພື້ນທີ່ ໃຫ້ ນັກລົງທຶນ ສ້າງ ສູນ ການຄ້າ ຫລັງຈາກ ພວກຂະເຈົ້າ ໄດ້ຮັບ ຄ່າ ຊົດເຊີຍ ແລະ ໄດ້ໄປ ຊອກຫາ ທີ່ດິນ ບ່ອນໃຫມ່:
"ຂະເຈົ້າ ຍອມຫມົດ ແລ້ວເດ ຂະເຈົ້າ ອັນນັ້ນເດ ເຫັນດີ ພັທນາ ໃຫ້ ຄ່າຊົດເຊີຍ ເຂົາ ແລ້ວ".
ທ່ານ ກ່າວຕຶ່ມວ່າ ສຳລັບ ເງິນຄ່າ ຊົດເຊີຍ ທີ່ ຊາວບ້ານ ໄດ້ຮັບນັ້ນ ເລີ້ມຈາກ ຄອບຄົວ ລະ 1 ແສນ 3 ຫມື່ນ ກີບ ໄປຮອດ 3 ແສນ ກີບ ທາງ ໂຄງການ ບໍ່ໄດ້ ຈັດສັນ ທີ່ດິນ ໃຫ້ຂະເຈົ້າ ເພາະຖືວ່າ ໃຫ້ ຄ່າຊົດເຊີຍ ສູງແລ້ວ ຊາວບ້ານ ກຸ່ມ ທຳອິດ ໄດ້ພາກັນ ໄປຊື້ດິນ ບ່ອນໃຫມ່ ຢູ່ ເມືອງ ໂພນທອງ ເມືອງ ບາຈຽງ ຈະເຣີນສຸກ ແລະ ເມືອງ ປະທຸມພອນ ເພື່ອ ຕັ້ງຕົ້ນ ຊີວິດ ໃຫມ່.
ທ່ານວ່າ ສຳລັບ ສູນ ການຄ້າ ທີ່ຈະສ້າງ ຂື້ນທີ່ ບ້ານ ໂພນສວັນ ນັ້ນ ແມ່ນ ບໍຣິສັດ ຕັງຈະເຣີນ ເປັນຜູ້ ລົງທືນ ສ້າງ ແຕ່ຍັງບໍ່ ຮູ້ ຣາຍ ຣະອຽດ ວ່າ ໃຊ້ທຶນ ໃນການ ສ້າງ ຫລາຍ ປານໃດ ຊື່ງ ປັດຈຸບັນ ທາງ ບໍຣິສັດ ກຳລັງ ປັບໜ້າດິນ ເພື່ອຕຽມ ການ ກໍ່ສ້າງ ຫາກສ້າງ ສຳເຣັດ ສູນແຫ່ງນີ້ ຈະກາຍເປັນ ສູນ ການຄ້າ ທີ່ ໃຫຍ່ທີ່ສຸດ ໃນ ເມືອງ ປາກເຊ.
ຊາວບ້ານ ບາງຄົນ ຍັງ ບໍ່ພໍໃຈໃນ ການໃຫ້ ຄ່າຊົດເຊີຍ ແຕ່ຈຳໃຈ ຍ້າຍອອກ ຍ້ອນວ່າ ກ່ອນຫນ້ານີ້ ເຈົ້າຫນ້າທີ່ ເວົ້າວ່າ ຈະໃຫ້ ທັງດິນ ແລະ ຄ່າຊົດເຊີຍ ແກ່ ຂະເຈົ້າ ໃນທີ່ສຸດ ກໍໃຫ້ແຕ່ ຄ່າຊົດເຊີຍ ເຖິງຈະບໍ່ ພໍໃຈ ກໍຕ້ອງໄດ້ ຍ້າຍອອກ.