ຊາວບ້ານຂໍຄ່າຊົດເຊີຍດິນ ຈາກ ເຂື່ອນນໍ້າອູ 1
2018.05.11
ຊາວບ້ານທີ່ເປັນເຈົ້າຂອງທີ່ດິນ ປະມານ 7 ເຈົ້າ ໃນເຂດບ້ານຫາດຊົວ, ເມືອງປາກອູ, ນະຄອນຫລວງພຣະບາງ ຮຽກຮ້ອງຢາກໃຫ້ທາງການ ຊົດເຊີຍຄ່າເສັຽຫາຍ ໃຫ້ພວກຕົນ ພາຍຫລັງ ທີ່ບໍຣິສັດ Power China ຂອງຈີນມາກໍ່ສ້າງເຂື່ອນນ້ຳອູ 1 ໄດ້ເອົາ ຣົດດຸດດິນແລະຕັດຕົ້ນ ໄມ້ ຫລາຍຮ້ອຍຕົ້ນ ໃນທີ່ດິນຂອງຕົນ ຈຳນວນຫລາຍເຮັກຕ້າ ເມື່ອເດືອນ ພຶສຈິກາ ປີ 2017 ໂດຍບໍ່ມີການແຈ້ງເຕືອນ. ຊາວບ້ານຈຳນວນ 35 ຄອບຄົວ ໄດ້ຮັບຜົລກະທົບ ຈາກໂຄງການດັ່ງກ່າວ.
ຊາວບ້ານ ເວົ້າວ່າມາເຖິງປະຈຸບັນ, ເວລາຜ່ານໄປ ຫລາຍເດືອນແລ້ວ ພວກຕົນກໍຍັງບໍ່ໄດ້ຮັບຄຳຕອບ ຈາກພາກສ່ວນກ່ຽວຂ້ອງ ເລີຍວ່າຈະມີ ການຊ່ອຍເຫລືອແກ່ຜູ້ທີ່ໄດ້ຮັບຄວາມເສັຽຫາຍ ນີ້ແນວໃດ. ດັ່ງຕົວແທນຊາວບ້ານຜູ້ເສັຽຫາຍ ທ່ານນຶ່ງໄດ້ກ່າວຕໍ່ RFA ວ່າ:
"ຕົ້ນໄມ້ເຮົາ 4-5 ຮ້ອຍຕົ້ນ ເຂົາກະມາດຸດມາຖາງ ແລະແຖມຍັງບໍ່ໃຫ້ເຮົານັບ ຈຳນວນອີກ, ໃຫ້ແຕ່ກົມທີ່ດິນເພິ່ນໄປນັບວ່າ ມາແຈ້ງວ່າມີແຕ່ 2 ຮ້ອຍປາຍຕົ້ນ ແຕ່ເວລາເອົາຫັ້ນ ເອົາແບບບຸກລຸກ ພວກເຮົາກະບໍ່ດີໃຈ ເຮົາລະກັບປະຊາຊົນ ລະວ່າແບບນີ້ ມັນຖືກຂົ່ມເຫັງ ຍ້ອນວ່າເຂົາ ຈັ່ງໃດເຂົາກະເປັນນັກລົງທຶນເນາະ, ດິນຕິດນ້ຳເຈົ້າກະເອົາແລ້ວ ລະເຈົ້າກະຕ້ອງມີຄ່າຊົດເຊີຍສາ, ຫັ້ນນ່າ."
ທ່ານກ່າວຕື່ມວ່າກ່ອນໜ້ານີ້ ເຄີຍໄດ້ໂອ້ລົມກັບນັກລົງທຶນຈີນ ເພື່ອຂໍຄວາມກະຈ່າງແຈ້ງ ໃນບັນຫານີ້ ແຕ່ເຂົາບອກວ່າ ໃຫ້ໄປລົມກັບທາງ ຜູ້ໃຫຍ່ຂອງພວກເຈົ້າເອງ:
"ເຮົາຫັ້ນເຄີຍລົມກັບນັກລົງທຶນຈີນເນາະ, ແຕ່ນັກລົງທຶນຈີນຫັ້ນເຂົາພັດມີ ຜູ້ປະສານງານ. ເຂົາກະເຄີຍຕອບເຮົາວ່າເຂົາຊິມອບ ໃຫ້ທາງເມືອງ ກັບທາງແຂວງ ໃຫ້ຈຸເຮົານີ້ໄປ ເຈຣະຈາເອົາເນາະ. ສ່ວນວ່າເງິນທອງກຳແກ້ວ ມີຫຍັງລະແມ່ນ ພວກເຂົາກະມີ ແຕ່ຕອບວ່າ (ພວກຂ້ອຍຊິ ປະສານງານໄປ ທາງຜູ້ໃຫຍ່ພວກເຈົ້າ ແລະ ພວກເຈົ້າຫັ້ນໄປປະສານງານເອົາ ມັນບໍ່ຂຶ້ນກັບພວກຂ້ອຍແລ້ວ.)"
ກ່ຽວກັບບັນຫານີ້, RFA ໄດ້ໂທຣະສັບ ໄປຍັງຫ້ອງການ ຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ ເມືອງປາກອູ ໃນວັນທີ 10 ພຶສພາ ນີ້, ແຕ່ເຈົ້າໜ້າທີ່ ກ່ຽວຂ້ອງ ບໍ່ສາມາດ ໃຫ້ຄວາມເຫັນໄດ້ ແຕ່ໄດ້ບອກໃຫ້ຕິດຕໍ່ ຫານາຍບ້ານ.
ແລະ RFA ກໍໄດ້ໂທຣະສັບ ໄປຍັງນາຍບ້ານ ບ້ານຫາດຊົວ ໃນມື້ດຽວກັນ ແລະໄດ້ຮັບຄໍາຕອບວ່າ ຍັງບໍ່ຮູ້ວ່າຈະມີ ການຊົດເຊີຍທີ່ດິນນັ້ນ ຫລືບໍ່ ເພາະດິນຂອງປະຊາຊົນ ຫລາຍຄອບຄົວທີ່ຖືກຜົລກະທົບ ໃນເຂດບ້ານ ກໍຍັງຄ້າງໝົດ, ທາງບ້ານ ກໍໄດ້ສເນີ ບັນຫານີ້ໄປຍັງຂຶ້ນເທິງ ໝົດແລ້ວເພິ່ນ ຈະເປັນຜູ້ພິຈາຣະນາເອງ:
"ເພິ່ນວ່າເພິ່ນຍັງບໍ່ທັນຊົດເຊີຍເທື່ອ ເພິ່ນວ່າຫັ້ນນ່າ, ຣັຖບານຍັງບໍ່ໄດ້ເຮັດດຳຣັຖອອກມາເທື່ອ ແຕ່ວ່າກໍຍັງຄ້າງໝົດ ດິນປະຊາຊົນ ບ່ອນໃດ ກະຄ້າງໝົດ ສະເພາະດິນແມ່ນຍັງບໍ່ໄດ້ ຊົດເຊີຍເທື່ອ. ນາຍບ້ານກໍສເນີໝົດທຸກສິ່ງທຸກຢ່າງແລ້ວ ສເນີດິນຂອງປະຊາຊົນ ສເນີໃຫ້ທາງການ ພິຈາຣະນາ, ເພິ່ນກະຍັງບໍ່ທັນຕອບສນອງເທື່ອ. ເຣື້ອງຊົດເຊີຍ ຫຼືບໍ່ຊົດເຊີຍນັ້ນ, ເພິ່ນຈະໃຫ້ທາງການເປັນຜູ້ ພິຈາຣະນາຕາມຫຼັງ."
ການກໍ່ສ້າງເຂື່ອນນ້ຳອູ 1 ທີ່ບໍຣິສັດ Power China ເປັນເຈົ້າຂອງໂຄງການ ພວມດຳເນີນໄປຕາມແຜນການ ແລະຄາດວ່າຈະສຳເຣັດ ພາຍໃນປີ 2019 ແຕ່ການຊົດເຊີຍ ທີ່ດິນໃຫ້ແກ່ປະຊາຊົນ ຜູ້ທີ່ໄດ້ຮັບຜົລກະທົບ ໂດຍສະເພາະຊາວບ້ານຈຳນວນ 35 ຄອບຄົວທີ່ຕ້ອງ ສູນເສັຽທີ່ດິນ ການກະເສຕ ແລະດິນເຮືອນຂອງຕົນ ໃຫ້ໂຄງການນັ້ນ, ກໍຍັງບໍ່ທັນໄດ້ ຮັບຄ່າຊົດເຊີຍ ແຕ່ຢ່າງໃດ.
ເຖິງຢ່າງໃດກໍ່ຕາມ, ຊາວບ້ານຈຳນວນ 35 ຄອບຄົວນັ້ນກໍຖືກ ໃຫ້ໂຍກຍ້າຍອອກຈາກ ທີ່ດິນ ດັ້ງເດີມຂອງຕົນທີ່ຕິດ ແຄມນ້ຳອູ ນັ້ນແລ້ວ ຕັ້ງແຕ່ປີກາຍແລະໄດ້ມາອາໃສຢູ່ຊົ່ວຄາວ ຢູ່ໃນທີ່ດິນຂອງຄົນອື່ນ ທີ່ທາງໂຄງການກໍໄດ້ຫຍັບເອົາທີ່ດິນ ຂອງຂະເຈົ້າຄືກັນ ເຮັດໃຫ້ເຈົ້າຂອງ ທີ່ດິນ ທີ່ຊາວບ້ານ 35 ຄອບຄົວ ອາໃສຢູ່ຊົ່ວຄາວນັ້ນ ຕ້ອງໄດ້ອອກມາຮ້ອງຂໍຄວາມເປັນທັມ ພາຍຫລັງທີ່ບໍ່ໄດ້ຄຳຕອບ ຈາກທາງອຳນາດ ການປົກຄອງທ້ອງຖິ່ນນັ້ນ.