ໂຮງຮຽນປາກແບງຍັງຂາດ ອຸປກອນ

ໂຮງຮຽນປະຖົມສົມບູນຜາໄດ
ໂຮງຮຽນປະຖົມສົມບູນຜາໄດ (RFA/PN)

0:00 / 0:00

ໂຮງຮຽນປະຖົມຈຳນວນ 60 ແຫ່ງ ທີ່ເມືອງປາກແບງ ແຂວງອຸດົມໄຊ ຍັງຂາດປື້ມຮຽນ ແລະ ອຸປກອນການສອນ ການກິລາ ຫລາຍຢູ່ ຊຶ່ງ ໃນລະຍະ ທີ່ຜ່ານມາ ທາງການແຂວງ ໄດ້ລົງໄປແຈກຢາຍ ແຕ່ກໍບໍ່ພຽງພໍ ຍ້ອນງົບປະມານ ມີນ້ອຍ ໂດຍສະເພາະ ໂຮງຮຽນຢູ່ໃນເຂດ ສອກຫລີກຫ່າງໄກ. ດັ່ງເຈົ້າຫນ້າທີ່ ຜແນກສຶກສາ ແລະກິລາ ທີ່ເມືອງປາກແບງ ທ່ານນຶ່ງ ກ່າວຕໍ່ ເອເຊັຍເສຣີ ໃນວັນທີ 28 ເມສາ ນີ້ວ່າ:

"ຂາດຫລາຍທັງໄທເຮົາ ມັນເປັນເມືອງທຸກຍາກ ເປັນເມືອງພູດອຍ ຖືວ່າ ເລື້ອງອຸປກອນນີ້ຂາດ ຫລາຍທີ່ສຸດແຫລະ ດຽວນີ້ ພວກເຮົາກໍ ແກ້ໄຂ ສຸດຄວາມສາມາດ ແຕ່ກໍຍັງບໍ່ພຽງພໍ ບໍ່ພໍຂາດຫຼາຍທີ່ສຸດ ແມ່ນນຶ່ງ ອຸປກອນກິລາ ອຸປກອນ ສິລປະວັນນະຄະດີ ພວກປື້ມພາສາ ອັນນີ້ກະບໍ່ມີ".

ທ່ານວ່າໂຮງຮຽນປະຖົມ 68 ແຫ່ງຢູ່ເມືອງປາກແບງ ປະມານ 40 ແຫ່ງ ຈະຕັ້ງຢູ່ໃນເຂດ ຊົນນະບົດ ຊຶ່ງການເຂົ້າເຖິງ ຣະບົບການສຶກສາ ຂອງຣັຖບານ ຍາກຍ້ອນການຄົມມະນາຄົມ ຖນົນຫົນທາງເຊັ່ນ, ໂຮງຮຽນປະຖົມບ້ານໄລ່ ບ້ານຄຳ ແລະອີກຫລາຍ ໂຮງຮຽນ ທີ່ທາງການ ບໍ່ສາມາດ ເຂົ້າໄປເຖິງໄດ້.

ທ່ານກ່າວຕື່ມວ່າ ໃນລະຍະທີ່ຜ່ານມາ ທາງການແຂວງ ກໍສາມາດເຂົ້າໄປ ກວດກາໂຮງຮຽນ ໃນຫລາຍບ້ານ ແຕ່ບາງບ້ານ ເຂົ້າໄປບໍ່ເຖິງ ໃນຍາມ ຣະດູຝົນ ຈຶ່ງເຮັດໃຫ້ ຂາດປື້ມຮຽນປື້ມສອນ ແລະ ອຸປກອນການຮຽນຕ່າງໆ.

ປັດຈຸບັນ ຜແນກສຶກສາ ເມືອງປາກແບງ ໄດ້ຮັບການຊ່ອຍເຫລືອ ຈາກແຂວງອຸດົມໄຊ ແຕ່ກໍຍັງບໍ່ພໍ ກັບຄວາມຕ້ອງການ ໂດຍສະເພາະ ໂຮງຮຽນ ໃນເຂດພູດອຍ ສອກຫລີກຫ່າງໄກ ປະມານ 40 ແຫ່ງ ຍັງຂາດເຂີນ ຫລາຍຢູ່.