ຂົວປາກແບງຈະບໍ່ແລ້ວຕາມ ກໍານົດ
2016.02.06
ມີຣາຍງານ ຈາກ ນັກ ວິຊາການ ກໍ່ສ້າງ ຂົວ ປາກແບງ ວ່າ ການກໍ່ສ້າງ ຂົວ ດັ່ງກ່າວ ຈະບໍ່ສາມາດ ສໍາເຣັດ ຕາມກໍານົດ ເວລາໄດ້ ຍ້ອນວ່າ ຮູ ທີ່ຈະສອດສາຍ ກ້າບ ຜ່ານເຂົ້າໄປ ຈ່ອງດຶງ ເກີດການອຸດຕັນ ທັງໝົດ 5 ຮູ ທີ່ ຢູ່ສ່ວນລຸ່ມ ຂອງຂົວ.
ກໍານົດເວລາ ການກໍ່ສ້າງ ຂົວ ດັ່ງກ່າວ ແມ່ນໃຫ້ສໍາເຣັດ ແລະ ເປີດໃຊ້ ໃນ ວັນທີ 23 ທັນວາ 2015 ທີ່ຜ່ານມາ ແຕ່ຈະເລື່ອນ ເວລາ ອອກໄປຮອດ ວັນທີ 28 ມິຖຸນາ 2016.
ນັກວິຊາການ ກ່າວ ຕື່ມອີກວ່າ ຫລັງຈາກ ທີ່ມີການ ກວດກາແລ້ວ ເຫັນວ່າບໍ່ໄດ້ ມາດຕະຖານ ແລະ ມີການ ສ້ອມແປງ ຄືນດ້ວຍ ວິທີການ ເຈາະຮູ ທີ່ ອຸດຕັນນັ້ນ ແລະ ເສີ່ມດ້ວຍ ເຫລັກເຂົ້າໄປ.
ຂົວດັ່ງກ່າວ ແມ່ນ ຂ້າມນໍ້າຂອງ ປາກແບງ ແຂວງ ອຸດົມໄຊ ໄປຫາ ເມືອງເງິນ ແຂວງ ໄຊຍະບູຣີ ເລີ້ມກໍ່ສ້າງ ມາ ຕັ້ງແຕ່ປີ 2012 ເປັນຕົ້ນມາ ແລະ ກໍານົດການ ກໍ່ສ້າງ ແມ່ນ ທັງໝົດ 3 ປີ, ຊຶ່ງຂົວ ດັ່ງກ່າວ ມີຄວາມຍາວ 379 ແມັດ, ກວ້າງ 13 ແມັດ.
ມູນຄ່າ ການກໍ່ສ້າງ ປະມານ 30 ລ້ານ ໂດລາ ສະຫະຮັຖ ເປັນເງິນ ກູ້ຢືມ ພິເສດ ຈາກ ທະນາຄານ ຂາອອກ-ຂາເຂົ້າ ຫລື Exim Bank ຂອງຈີນ ແລະ ບໍຣິສັດ ຮັບເໝົາ ກໍ່ສ້າງ ຂອງຈີນ.
ອີງຕາມຂໍ້ມູນ ຈາກ ຜູ້ຮັບໂຄງການ ແຈ້ງວ່າ ໜ່ວຍງານ ທີ່ ຮັບຜິດຊອບ ໄດ້ມີການ ປະຊຸມກັນ ແລະ ປຶກສາ ຫາລືກັນ ເພື່ອສະເໜີ ໄປຍັງ ກະຊວງ ໂຍທາ ທິການ ແລະ ຂົນສົ່ງ ໃນ ການແກ້ໄຂ ບັນຫາ ທໍ່ ອຸດຕັນ, ຫລັງຈາກນັ້ນ ທາງຫ້ອງການ ກະຊວງ ກໍເຫັນດີ ໃຫ້ ກົມຂົວທາງ ຮັບຮອງ ເອົາວິທີ ການສ້ອມແປງ ຂົວ ປາກແບງ ຕາມ ການສະເໜີ ແນະຊີ້ແຈງ ແລະ ໃຫ້ມີ ບົດບັນທຶກ ແລະ ການຢັ້ງຢືນ ຈາກ ບໍຣິສັດ ທີ່ປຶກສາ.