ມ.ງາ ປະຊາຊົນໄດ້ຄ່າ ຊົດເຊີຍ ທາງຣົດໄຟ

ໄຊຍາ
2019.09.25
F-Oudomxay ຊາວບ້ານ ທີ່ໃຊ້ຊີວິດ ຢູ່ເມືອງງາ ແຂວງອຸດົມໄຊ ທີ່ເສັຽບ້ານເຮືອນ ແລະ ສິ່ງປູກຝັງໃຫ້ ໂຄງການທາງຣົດໄຟ
RFA

ປະຊາຊົນໃນຈຳນວນ 6 ບ້ານ ຈຳນວນ 181 ຄອບຄົວ ທີ່ຂື້ນກັບ ເມືອງງາ ແຂວງອຸດົມໄຊ ໄດ້ຮັບເງິນຄ່າຊົດເຊີຍ ຜົນກະທົບຈາກ ໂຄງການ ກໍ່ສ້າງທາງຣົດໄຟ ລາວ-ຈີນ ໄລຍະຜ່ານ ເມືອງງາ ຕົກເປັນງວດທີ 2 ຂອງ ງົບປະມານທາງການ ເຊິ່ງເປັນການມອບ ຄັ້ງ 4 ຂອງ ເມືອງງາ ແຂວງອຸດົມໄຊ, ດັ່ງເຈົ້າໜ້າທີ່ ເມືອງງາ ແຂວງອຸດົມໄຊ ໄດ້ກ່າວຕໍ່ນັກຂ່າວ RFA ໃນວັນທີ 25 ກັນຍາ ວ່າ:

"ໃນ 6 ບ້ານ ນີ້ກໍ່ເຂົາຊົດເຊີຍແລ້ວ ມື້ເຊົ້ານີ້ ກໍ່ທ່ານເຈົ້າເມືອງວ່າໃຫ້ ເອົາເງີນສົ້ງແລ້ວ ກໍ່ເບິ່ງຕາມຜົລປູກ ຜູ້ໃດທີ່ປູກຫຼາຍ ຫຼືມີສວນຫຼາຍ ກໍ່ໄດ້ຫຼາຍ ຜູ້ໃດທີ່ມີສວນໜ້ອຍກໍ່ໄດ້ໜ້ອຍຫັ້ນແຫຼະ ຊ່ອຍຕາຫຼາຍ 6 ບ້ານ ນີ້ກໍ່ຊົດເຊີຍຕາມຜົລປູກ ຂອງພໍ່ແມ່ປະຊາຊົນ ນີ້ແຫຼະ."

ເຈົ້າໜ້າທີ່ໄດ້ກ່າວຕື່ມວ່າ ການມອບເງິນຄ່າຊົດເຊີຍ ຄັ້ງນີ້ເປັນຄັ້ງທີ່ 4 ໃນນັ້ນມີ ທີ່ດິນ ທຳການຜລິດ ແລະຜົລປູກ ຂອງປະຊາຊົນ 181 ຄອບຄົວ ໃນຈຳນນວນ 6 ບ້ານ ຄືກຸ່ມບ້ານເຂດທາງແດງ ຕົກເປັນຈຳນວນ ເງີນທັງໝົດ 11 ຕື້ກີບ. ໂດຍມອບໃຫ້ເມື່ອ ວັນທີ 24 ກັນຍາ ຜ່ານມາ.

ນອກຈາກນີ້ ຜ່ານມາປະຊາຊົນໃນເຂດເມືອງງາ ໄດ້ຮັບເງິນຄ່າຊົດເຊີຍແລ້ວ 3 ຄັ້ງ ຕົກເປັນຈຳນວນເງີນ 1.264 ຕື້ກີບ. ໃນນັ້ນແມ່ນ ຊົດເຊີຍຄ່າເຂົ້າ ປີ 2017, ຄ່າເຂົ້ານາ ປີ 2018 ແລະ ຊົດເຊີຍຄ່າເຮືອນ ຈຳນວນ 2 ບ້ານ ຮວມ 12 ຄອບຄົວ.

ໃນຂນະທີ່ຂ່າວຊີນຫົວຣາຍງານ ໃນວັນທີ 23 ກັນຍາ ໂດຍອ້າງຄຳເວົ້າຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກຣັຖມົນຕຣີ ທີ່ໄດ້ ກ່າວໃນງານ China – Asian Expo ທີ່ຈັດຂື້ນ ໃນເຂດປົກຄອງຕົນເອງ ກວາງຊີຈວາງ ວ່າ ປັດຈຸບັນ ການກໍ່ສ້າງ ທາງ ຣົດໄຟ ລາວ-ຈີນ ໄດ້ສຳເຣັດໄປແລ້ວ ເກືອບ 80%.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.