ຈີນຈະໃຊ້ປຸຍປອດສານເຄມີ

ມະນີຈັນ
2015.08.14
F-Banana ສວນກ້ວຍ ຂອງ ນັກລົງທຶນ ຈີນ
RFA

ເຈົ້າໜ້າທີ່ ຫ້ອງການ ຊັພຍາກອນ ທັມຊາດ ແລະ ສິ່ງແວດລ້ອມ ເມືອງແບງ ແຂວງ ອຸດົມໄຊ, ເຮັດ ບົດບັນທຶກ ກັບ ນັກລົງທຶນ ຈີນ, ທີ່ ເຂົ້າມາ ລົງທຶນ ປູກ ກ້ວຍຫອມ, ໃຫ້ເຊົາໃຊ້ ປຸຍ ເຄມີ, ແລ້ວໃຊ້ ປຸຍ ຊີວະພາບ ແທນ, ເພື່ອບໍ່ໃຫ້ ດິນ ປູກຝັງ ເຊື່ອມໂຊມ ໃນ ຂັ້ນຕໍ່ໄປ, ຫຼັງຈາກ ໄດ້ເຄີຍ ຕັກເຕືອນ ພຽງ ປາກເປົ່າ ມາແລ້ວ ແຕ່ ບໍ່ໄດ້ຜົລ:

"ມັນໃຊ້ນີ່ ກະໃຊ້ ເນາະ, ແຕ່ວ່າ ຊັພຍາກອນ ສິ່ງແວດລ້ອມ ເຮົານີ້, ໄດ້ເຮັດ ບົດ ປະເມີນໝົດ ຊຸດແລ້ວ, ວ່າງອາທິດ ແລ້ວນີ້ ກະໄດ້ເປີດ ກອງປະຊຸມ ປະເມີນ ພວກທີ່ ຊິມາ ລົງທຶນ ປູກ ໃໝ່ນີ້, ແຕ່ວ່າ ຮຽກຮ້ອງ ໃຫ້ ຄົນຈີນ ຫັ້ນ ມາໃຊ້ ປຸຍ ຊີວະພາບ, ເຮົານີ່ໝົດ ເຮັດບົດ ບັນທຶກກັນ ໄວ້ ນະ".

ສາເຫດ ທີ່ ພາໃຫ້ເຮັດ ບົດບັນທຶກ ກັບ ນັກລົງທຶນຈີນ ນັ້ນ, ກໍຍ້ອນວ່າ ຊາວຈີນ ທີ່ ມາລົງທຶນ ປູກກ້ວຍ ຢູ່ ເມືອງນີ້, ມີຫຼາຍຂຶ້ນ ເຖິງ 7 ບໍຣິສັດ, ຊຶ່ງ ໄດ້ເຊົ່າ ດິນ ປະຊາຊົນ ປູກກ້ວຍ ຮວມ ທັງໝົດ 900 ເຮັກຕາ. ດັ່ງນັ້ນ ຫາກ ບໍ່ ຮຽກຮ້ອງ ໃຫ້ ເຂົາເຈົ້າ ເຊົາໃຊ້ ປຸຍ ເຄມີ, ກໍຢ້ານ ຈະເກີດ ຜົລກະທົບ ຕໍ່ດິນ ປູກຝັງ ແລະ ສິ່ງແວດລ້ອມ ໃນ ອະນາຄົດ.

ທ່ານ ກ່າວ ອີກວ່າ ການໃຫ້ ຊາວຈີນ ເຊົາໃຊ້ ປຸຍ ເຄມີ ນັ້ນ ຍັງຈະເຮັດ ໃຫ້ ປະຊາຊົນ ທີ່ ເຮັດວຽກ ໃນ ສວນນັ້ນ ປອດພັຍ ດ້ານ ສຸຂພາບ, ເພາະວ່າ ຜ່ານມາ ມີ ຄົນງານ ໄດ້ຮັບ ອັນຕຣາຍ ຈາກ ສານເຄມີ ເຖິງຂັ້ນ ເຂົ້າ ໂຮງໝໍ.

ນັກລົງທຶນ ຈີນ ຈະ ປະຕິບັດ ບົດບັນທຶກ ນັ້ນໄດ້ ຫຼືບໍ່ ກໍຍັງເປັນ ບັນຫາ, ເພາະ ທີ່ຜ່ານມາ ຢູ່ ຫຼາຍບ່ອນ ໃນລາວ ຈີນ ບໍ່ເອົາໃຈ ໃສ່ ເຣື່ອງ ຜົລກະທົບ ຕໍ່ ສິ່ງແວດລ້ອມ ຍ້ອນ ບໍ່ຖືກ ປັບໃໝ ລົງໂທດ, ມີແຕ່ຖືກ ຕັກເຕືອນ ເທົ່ານັ້ນ.

ເນື້ອທີ່ ປູກກ້ວຍ ຂອງຈີນ ຮ່ວມກັບ ປະຊາຊົນ ໃນທົ່ວ ແຂວງ ອຸດົມໄຊ, ຕາມ ຄໍາເວົ້າ ຂອງ ເຈົ້າໜ້າທີ່ ກະສິກັມ ຕໍ່ ເອເຊັຽ ເສຣີ ໃນ ວັນທີ 12 ສິງຫາ 2015 ນີ້, ມີ ທັງໝົດ ປະມານ 6 ພັນ ເຮັກຕາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.