ການລົງທຶນໃນ ຂ.ອຸດົມໄຊ
2016.08.12

ເມື່ອຕົ້ນປີ 2016 ນີ້ ທາງການ ແຂວງ ອຸດົມໄຊ ໄດ້ອອກ ກົດຣະບຽບ ການກຳນົດ ຕົ້ນທຶນ ຂອງການລົງທຶນ ຕ່າງປະເທດ ໃໝ່ ເພື່ອ ຜົນປະໂຫຍດ ຂອງ ນັກລົງທຶນ ລາວ ທີ່ລົງທຶນ ຂນາດນ້ອຍ ຍ້ອນວ່າ ທີ່ຜ່ານມາ ນັກລົງທຶນຈີນ ໄດ້ສ້າງ ຜົນກະທົບ ຕໍ່ ນັກທຸຣະກິດ ລາວ ເຊັ່ນ ທຸຣະກິດ ຮ້ານອາຫານ ແລະ ໂຮງແຮມ ຂນາດນ້ອຍ. ຕາມການເປີດເຜີຍ ຂອງ ເຈົ້າໜ້າທີ່ ແຂວງ ອຸດົມໄຊ ຜູ້ຂໍສງວນຊື່ ຕໍ່ ເອເຊັຍເສຣີ ໃນວັນທີ 11 ສິງຫາ ນີ້:
"ນັກທຸຣະກິດ ທີ່ຈະມາລົງທຶນ ເນາະ ສ່ວນໃຫຍ່ ອຸດົມໄຊ ເຮົານີ້ ກໍແມ່ນຈີນ ແຕ່ກົດໝາຍ ເຮົາອອກໃໝ່ ກໍ໊ ມູນຄ່າ ການລົງທຶນ ຕ້ອງແມ່ນ 5 ແສນ ໂດລາ ຂຶ້ນໄປ ຈຶ່ງສາມາດ ໃຫ້ ຕ່າງປະເທດ ມາ ລົງທຶນໄດ້ ຕົວຢ່າງໂຮງແຮມນໍ໊ ຄັນຖ້າ ບໍ່ແມ່ນລະດັບ 3 ດາວ ຂຶ້ນໄປ ເຮົາກໍ ຈະບໍ່ ໃຫ້ຈີນ ບໍຣິການຫັ້ນ ເພາະວ່າ ທຸຣະກິດ ນ້ອຍໆຈັ່ງຊີ້ ເຮົາກໍ ຈະໃຫ້ ຄົນລາວ ມາເຮັດແລ້ວ ຈັ່ງຊີ້ນະ".
ນາງເວົ້າວ່າ ທີ່ຜ່ານມາ ນັກລົງທຶນຈີນ ຫຼາຍຄົນ ໄດ້ເຂົ້າມາ ເຮັດ ທຸຣະກິດ ຂນາດນ້ອຍ ເປັນຕົ້ນວ່າ ຮ້ານອາຫານ, ຮ້ານນວດ ທີ່ ບໍຣິການ ປະມານ 3-4 ໂຕະ ຫລື ເປີດບ້ານພັກ ຣະດັບ 1-2 ດາວ ຊຶ່ງຄົນລາວ ສາມາດເຮັດໄດ້, ຖືວ່າ ເປັນການ ຍາດແຍ່ງ ຣາຍໄດ້ ຂອງຄົນ ລາວ ໃນທ້ອງຖິ່ນ. ດັ່ງນັ້ນ ຈຶ່ງມີການ ອອກກົດຣະບຽບ ຄວບຄຸມ ການລົງທຶນ ຂອງ ຕ່າງປະເທດ ໃໝ່ ໂດຍກຳນົດ ວ່າ ນັກລົງທຶນ ຈີນ ທີ່ຢາກເຂົ້າມາ ເຮັດ ທຸຣະກິດ ຢູ່ໃນແຂວງ ອຸດົມໄຊ ຕ້ອງມີທຶນ ມາລົງທຶນ ໃນ ມູນຄ່າ 5 ແສນ ໂດລາ ສະຫະຣັຖ ຊຶ່ງ ເມື່ອກ່ອນ ມີທຶນ ປະມານ 1 ໝື່ນ ໂດລາ ກໍສາມາດ ເຂົ້າມາ ລົງທຶນໄດ້.
ນາງເວົ້າວ່າ ປັດຈຸບັນ ໃນແຂວງ ອຸດົມໄຊ ມີຫລາຍເມືອງ ເປັນຕົ້ນ ເມືອງໄຊ ແລະ ເມືອງຫລາ ທີ່ຍັງມີ ການລົງທຶນ ຂອງ ນັກທຸຣະກິດ ຂນາດນ້ອຍ ຈີນ ຍ້ອນວ່າ ຍັງບໍ່ທັນ ໝົດສັນຍາ ເຊົ່າ:
"ດຽວນີ້ ກໍຍັງມີຢູ່ ຍັງມີຢູ່ ເພາະວ່າເຂົາ ມາເຊົ່າເຮືອນພັກ ຈັ່ງຊີ້ນໍ໊ ແລ້ວມັນບໍ່ໄດ້ ໃນລະດັບ 3 ດາວ ຫັ້ນນ່ານໍ໊ ແຕ່ວ່າສັນຍາ ເຊົ່າເຂົາຍັງ ບໍ່ທັນເບິດ ຈັ່ງຊີ້ ມີການຕໍ່ ຂໍສັນຍາ ກ່ອນຍັງບໍ່ທັນໄດ້ ກັບເທື່ອ ກໍມີຊີ້ນ່າ ຖືວ່າ ກໍຍັງມີຢູ່ ວ່າຊັ້ນຊາ ເຮົາກໍຖ້າ ກໍຖ້າ ກໍກໍາລັງ ສິປັບປຸງ ຫັ້ນນ່າ ຄ່ອຍໆທະຍອຍ ໃຫ້ ຂະເຈົ້າກັບ".
ນາງກ່າວຕື່ມວ່າ ປັດຈຸບັນ ທາງການ ແຂວງອຸດົມໄຊ ເຂັ້ມງວດ ໃນການຄວບຄຸມ ການລົງທຶນ ຂອງ ຕ່າງປະເທດ ເປັນຕົ້ນ ນັກລົງທຶນ ຈີນ. ກໍຣະນີ ທີ່ນັກລົງທຶນຈີນ ຊຶ່ງເຮັດ ທຸຣະກິດ ທີ່ວ່ານັ້ນ ຫາກສັນຍາ ເຊົ່າ ໝົດອາຍຸ ແຕ່ພວກເຂົາ ບໍ່ເພີ້ມ ມູນຄ່າ ການລົງທຶນ ເທົ່າກັບ ທາງການ ກຳນົດໃຫ້ ກໍຈະບໍ່ໄດ້ຮັບ ອະນຸຍາດ ໃຫ້ເຮັດ ທຸຣະກິດ ນັ້ນ ຕໍ່ໄປ.