ອຸດົມໄຊ ຂາດງົບປະມານ ພັທນາ ຊົນບົດ

ໄມຊຸລີ
2019.04.01
ປະຊາຊົນ ໃນພື້ນທີ່ ຫ່າງໄກສອກຫລີກ ທີ່ໂຄງການພັທນາ ຂອງທາງການ ໄປບໍ່ຮອດ
Citizen Journalis

ການພັທນາເຂດຊົນບົດ ຂອງກອງທຶນຫຼຸດຜ່ອນຄວາມທຸກຍາກ ໃນແຂວງຕ່າງໆ ຍັງເປັນບັນຫາທ້າທາຍ ໂດຍສະເພາະ ເຣື່ອງງົບປະມານ ເຮັດໃຫ້ໂຄງການຕ່າງໆ ບໍ່ສາມາດ ບັນລຸ 100% ໄດ້ເທ່ື່ອ ໂຕຢ່າງ ແຂວງອຸດົມໄຊ ເປັນແຂວງນຶ່ງ ທີ່ຍັງຕ້ອງການ ງົບປະມານຢ່າງຫຼວງຫຼາຍ ກວ່າຈະພັທນາ ໃຫ້ປະຊາຊົນ ໃນແຕ່ລະບ້ານ ມີອາຊີບ ແລະ ຣາຍໄດ້ ຢ່າງໝັ້ນຄົງ, ດັ່ງເຈົ້າໜ້າທີ່ ຫ້ອງການ ຫຼຸດຜ່ອນຄວາມທຸກຍາກ ແຂວງ ອຸດົມໄຊ ກ່າວໃນວັນທີ 1 ເມສາ ນີ້:

“ຄິດວ່າ ໃຫ້ພຽງພໍນີ້ ຍັງບໍ່ທັນພຽງພໍ ເພາະວ່າ ງົບປະມານ ຄວາມຕ້ອງການ ຂອງຊຸມຊົນນີ້ ຍັງຫຼາຍຢ່າງ ນອກຈາກ ພື້ນຖານໂຄງຮ່າງ ເຂົາເຈົ້າ ຍັງຕ້ອງການ ຣາຍຮັບ ຕໍ່ຄອບຄົວຕ່າງໆເນາະ ແບບວ່າ ສົ່ງເສີມຣາຍຮັບຄອບຄົວ.”

ທ່ານກ່າວວ່າ ນັບແຕ່ປີ 2012 ຣັຖບານລາວ ພະຍາຍາມ ພັທນາເຂດຊົນບົດ ເພື່ອໃຫ້ປະຊາຊົນ ຫຼຸດພົ້ນຈາກຄວາມທຸກຍາກ, ແຕ່ມາຮອດປັດຈຸບັນນີ້ ກໍຍັງບໍ່ທັນສໍາເຣັດ ໄດ້ທັງໝົດ ເປັນຕົ້ນ: ໂຄງການສ້າງນໍ້າລິນ ໃຫ້ປະຊາຊົນ ມີນໍ້າສະອາດໃຊ້, ໂຄງການສ້າງທາງ ເຂົ້າບ້ານ, ໂຄງການສ້ອມແປງໂຮງຮຽນ ກໍຍັງບໍ່ສໍາເຣັດເທື່ອ.

ທ່ານວ່າ ຕາມແຜນແຂວງອຸດົມໄຊ ມີໂຄງການ ຈະພັທນາ ເຂດຊົນບົດ ທັງໝົດ 28 ໂຄງການ ສໍາເຣັດໄປແລ້ວ 80% ຂອງໂຄງການ ທັງໝົດ ຊຶ່ງໂຄງການ ທີ່ສໍາເຣັດໄປແລ້ວນັ້ນ ສ່ວນຫຼາຍ ເປັນໂຄງການ ທີ່ໄດ້ຮັບທຶນຊ່ວຍເຫຼືອ ຈາກອົງກອນສາກົນ, ຂນະທີ່ ບາງໂຄງການ ທີ່ເປັນທຶນ ຈາກຣັຖບານລາວນັ້ນ ພັທນາ ໄປໄດ້ບໍ່ດົນ ງົບປະມານ ກໍໝົດກ່ອນ ບໍ່ພຽງພໍ ກັບຄວາມຕ້ອງການ ຂອງວຽກງານ.

ເຈົ້າໜ້າທີ່ ຫ້ອງການປົກຄອງ ແຂວງອຸດົມໄຊ ກ່າວວ່າ: ປັດຈຸບັນ ທົ່ວແຂວງຍັງມີບ້ານທຸກຍາກ ທັງໝົດ 244 ບ້ານ ປະມານ 14 ພັນ ຄອບຄົວ ຈາກທັງໝົດ 473 ບ້ານ ຫຼື ກວ່ານຶ່ງ ຂອງບ້ານທັງໝົດ, ສາເຫດ ມາຈາກ ການບໍ່ມີອາຊີບ ແລະ ຣາຍໄດ້ ທີ່ໝັ້ນຄົງ ຍ້ອນວ່າ ໂຄງຮ່າງພື້ນຖານ ໃນແຕ່ລະບ້ານ ຍັງບໍ່ໄດ້ຮັບການພັທນາ:

“ຕົວງົບປະມານນີ້ີ້ ຄັນວ່າ ເຣື້ອງພໍ ມັນກໍບໍ່ພໍເນາະ ເພາະວ່າ ເພິ່ນໄລ່ມາ ເພີ່ິນອີງໃສ່ເພດານ ຕາມຈໍານວນຄົນເນາະ ໄລ່ຕາມປະຊາກອນ ເນາະ ຜູ້ໃຫ້ທຶນເພິ່ນ ອີງໃສ່ຕາມ ຈໍານວນປະຊາກອນເນາະ.”

ການຫລຸດຜ່ອນ ຄວາມທຸກຍາກ ໃນລາວ ຍັງປະເຊີນກັບບັນຫາ ທີ່ທ້າທາຍ ຫຼາຍຢ່າງ ທັງເຣື້ອງ ງົບປະມານ ແລະ ຮວມທັງເຈົ້າໜ້າທີ່ ປະຕິບັດວຽກງານ. ທ່ານວ່າ ຢ່າງໃດກໍຕາມ ເພື່ອບັນລຸເປົ້າໝາຍ ໃຫ້ປະເທດລາວ ຫຼຸດພົ້ນຈາກຄວາມທຸກຍາກ ໃຫ້ເຫຼືອບໍ່ຮອດ 10% ໃນປີ 2020 ແລະ ຫລຸດພົ້ນ ຄວາມທຸກຍາກ ທົ່ວປະເທດ ພາຍໃນ ປີ 2024 ນັ້ນ ຣັຖບານລາວ ຕ້ອງອາໃສເງິນກູ້ຢືມ ແລະ ຕ້ອງໄດ້ຮັບ ການ ສນັບສນູນ ຈາກຕ່າງປະເທດ ຈໍານວນຫຼວງຫຼາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.