ບັນຫາການຕລາດຂອງຊາວສວນ ຢາງ (ຕໍ່)

ສົມເນ
2014.06.20
f-rubber trees ສວນປູກ ຢາງພາລາ ຂອງນັກລົງທຶນ ທີ່ແຂວງບໍ່ແກ້ວ
rubber market

 

ຜ່ານມາ ເຮົາໄດ້ ຣາຍງານ ການ ຊື້ຂາຍ ຢາງພາຣາ ໃນແຂວງ ຫລວງນໍ້າທາ ຊຶ່ງ ຊາວສວນ ຢາງ ມີບັນຫາ ທີ່ຕ້ອງ ຂາຍຢາງ ໃນຣາຄາ ຕໍ່າກວ່າ ຣາຄາ ຕລາດ.

ຣາຍງານ ເມື່ອປີ ຜ່ານມາວ່າ ຢູ່ແຂວງ ຜົ້ງສາລີ ຊຶ່ງ ຫາກໍເລີ້ມ ປາດຢາງຂາຍ, ທາງແຂວງ ບໍ່ທັນມີ ຂໍ້ຕົກລົງ ເຣື້ອງ ໂຄຕາ ທີ່ ຈີນ ຈະຮັບຊື້ ຢາງ ຈາກແຂວງ ເຮັດໃຫ້ ຊາວສວນ ໄດ້ຮັບ
ຄວາມ ຫຍຸ້ງຍາກ ໃນເວລາ ເອົາຢາງໄປ ຂາຍຢູ່ ຊາຍແດນ ຫລັງຈາກ ຖືກ ເຈົ້າໜ້າທີ່ ຕໍາຫຣວດ ຊາຍແດນ ຈີນ ຍຶດໄວ້. ຍັງບໍ່ເທົ່າ ນັ້ນ ຊາວສວນ ຖືກ ພໍ່ຄ້າຈີນ ບຸບ ຣາຄາ.

ຕົກມາຮອດ ປີ 2014 ປັດຈຸບັນ ນີ້ ແຂວງ ຜົ້ງສາລີ ເປັນແຂວງ ທີ່ ຕ້ອງການ ຊື້ຢາງ ຫລາຍທີ່ສຸດ ເພື່ອ ນໍາມາປ້ອນ ໂຮງງານ ເພື່ອ ສົ່ງອອກ ໄປຂາຍ ໃນ ປະເທດຈີນ, ຕາມຄໍາ ບອກ ເລົ່າ ຂອງ ເຈົ້າໜ້າທີ່ ຜແນກ ການຄ້າ ແລະ ອຸດສາຫະກັມ ແຂວງ ເມື່ອ ວັນທີ 13 ມີຖຸນານີ້:

"ໂອ້ບໍ່ພໍ ຢູ່ ຜົ້ງສາລີນີ້ ເບາະ ! ເອີ້ ແມ່ນແຫລະ ຄວາມຕ້ອງ ການສູງ ປີນຶ່ງ ປະມານ 15 ເຖິງ 30,000 ໂຕນ ແຕ່ວ່າ ດຽວນີ້ ທົ່ວແຂວງ ຫາກໍສີ່ໄດ້ 10 ປາຍໂຕນ 20 ໂຕນນີ້ນະ ເຮັດໄດ້ ສະເພາະ ພາຍໃນ. ໂຮງງານ ຢາງພາຣາ ສໍາລັບ ແຂວງ ຜົ້ງສາລີ ໃກ້ສີ່ສໍາເຣັດ ແລ້ວ ມີນຶ່ງແຫ່ງ ເນາະ ແລະ ໂຕທີ່ ກໍາລັງ ດໍາເນີນ ການກໍ່ສ້າງ ອີກ 3 ແຫ່ງ  ກໍາລັງ ການຊື້ ໃນ ອະນາ ຄົດ ນີ້ກ່າສີ່ ຫລາຍເຕີບ. ແຕ່ວ່າ ໂຕປີ ຜ່ານມາ ສ່ວນຫລາຍ ກ່າເກັບຊື້ ພາຍໃນແດ່ ເກັບຊື້ຕ່າງ ແຂວງແດ່ ເພື່ອສົ່ງອອກ. ບໍ່ຫຍຸ້ງຍາກ ບໍ່ ບໍ່ຖືກບຸບ ຣາຄາ ບໍຂາຍອອກ ໄປຈີນ? ໂຕນີ້ ທີ່ຜ່ານມາ ກ່າບໍ່ມີ ບັນຫາ ຫຍັງ ເຂົາເຈົ້າກ່າ ບໍ່ໄດ້ ລາຍງານມາ ມີແຕ່ ສະພາບການ ຂື້ນໆລົງໆ ຂອງ ຣາຄາ ຢາງ ແຕ່ວ່າ ເຂົາເຈົ້າ ກໍຍັງສາມາດ ດໍາເນີນ ໄດ້ຢູ່ເນາະ ເພາະວ່າ ຣາຍ ງານ ປີ 2013 ເພິ່ນວ່າ ຫຍຸ້ງຍາກ ແດ່ວ່າຊັ້ນ, ປະຊາຊົນ ໄດ້ຂາຍ ໃນຣາຄາ ຕໍ່າ, ສອງມາ ພໍ່ຄ້າຊາວຈີນ ກ່າຢາກ ບຸບຣາຄາ ວ່າຊັ້ນ. ຣາຄາ ທີ່ຊືຈາກ ປະຊາຊົນ ຕໍ່າສຸດ ສະເພາະ ປີນີ້ໄດ 4,500 - 5,500 ກີບ ຕໍ່ກິໂລ ຂຶ້ນໆ ລົງໆ. ໂຕນີ້ ເຮົາກໍໄດ້ ອີງໃສ່ ຣາຄາ ບັນດາ ແຂວງ ອ້ອມຂ້າງນີ້ ອຸດົມໄຊ ແຂວງ ຫລວງນໍ້າທາ. ບັດນີ້ ຣາຄາ ສົ່ງອອກນີ້ ບໍ່ສາມາດ ຮັບຮູ້ໄດ້ ເທື່ອ ເພາະວ່າ ປັດຈຸບັນ ນີ້ ບໍ່ທັນ ສົ່ງອອກ ເທື່ອ ເຂົາເຈົ້າ ກໍາລັງ ເກັບຊື້ຢູ່ ມາປ້ອນເຂົ້າ ໂຮງງານ ນີ້ເນາະ ຊື້ຈາກ ແຂວງອຸດົມໄຊ ໄຊຍະ ແຂວງວຽງຈັນ ບໍຣິຄໍາໄຊ ຈັ່ງຊີນະ ເພາະວ່າ ຢູ່ແຂວງເຮົາ ກໍາລັງ ເລີ້ມປາດ".

ແຕ່ເຖິງຢ່າງໃດ ກໍດີ ເມື່ອປຽບທຽບ ກັບ ຣາຄານໍ້າຢາງ ແລະ ຢາງຮີດ ເປັນແຜ່ນ ທີ່ ຊາວສວນຢາງ ໃນ ປະເທດໄທ ຂາຍໃຫ້ ໂຮງງານ ຜລິດຢາງ ສໍາເຣັດຮູບ ສະເລັ່ຽ ແລ້ວ ຢູ່ຣະຫ່ວາງ 61 ຫາ 62 ບາດ ຕໍ່ນຶ່ງ ກິໂລກຣາມ ຫລື 15,000 ຫາ 15,500 ກີບ ສຸດແລ້ວແຕ່ ທ້ອງຖິ່ນ ຊຶ່ງຖືວ່າ ຕໍ່າກ່ວາກັນ ຫລາຍ.

ສໍາລັບ ຢູ່ແຂວງ ອຸດົມໄຊ ນັ້ນ ຣາຍງານ ເມື່ອເດືອນ ພຶສພາ ປີ 2013 ວ່າ ໂຮງງານ ຜລິດ ຢາງ ພາຣາ ສໍາເຣັດຮູບ ລາວ-ຈີນ ໄດ້ປະສົບ ບັນຫາ ສົ່ງຢາງອອກ ໄປຂາຍ ປະເທດ ຈີນ ຍ້ອນວ່າ ໃນ ເວລານັ້ນ ຈີນ ບໍ່ທັນ ອະນຸຍາດ ໃຫ້ນໍາເຂົ້າ ຢາງ ຈາກແຂວງ ອຸດົມໄຊ  ອັນເຮັດໃຫ້ ບໍຣິສັດ ຕ້ອງຮັກສາ ຢາງໄວ້ ໃນ ສາງເກືອບ 300 ໂຕນ. ຖ້າຫາກວ່າ ຈີນ ບໍ່ຍອມ ໃຫ້ນໍາເຂົ້າ ຢາງຈາກ ແຂວງ ອຸດົມໄຊ ກໍຈະເຮັດ ໃຫ້ ຊາວສວນຢາງ ຕ້ອງໄດ້ຮັບ ຜົນກະທົບ, ໂຮງງານ ຜລິດຢາງ ແຜ່ນ ສໍາເຣັດຮູບ ທີ່ ຊື້ນໍ້າຢາງ ຫລື ຢາງກ້ອນ ຈາກ ປະຊາຊົນ ໃນ ທ້ອງຖິ່ນ ແລະ ຈາກ ແຂວງອື່ນໆ ກໍຕ້ອງໄດ້ ບຸບຣາຄາ ຊື້ລົງ.

ໃນວັນທີ 16 ມີຖຸນາ ນີ້ ເຈົ້າໜ້າທີ່ ແຂວງ ຄົນນຶ່ງ ບອກວ່າ ຄົງສາມາດ ແກ້ໄຂ ບັນຫານີ້ ໄດ້ແລ້ວ ຫລັງຈາກ ທາງແຂວງໄດ້ ເຮັດໜັງສື ຢັ້ງຢືນ ໃຫ້ ບໍຣິສັດ ກ່ຽວກັບ ການປູກພືດ ແທນ ຝິ່ນ ເປັນທີ່ ຮຽບຮ້ອຍແລ້ວ:

ຄໍາຖາມ: ກ່ຽວກັບ ສະພາບການ ຂາຍຢາງ ພາຮາ ໄປຍັງຈີນ ດຽວນີ້ ໄດ້ແກ້ໄຂ ແລ້ວບໍ? ປີກາຍນີ້ ຕາມຂ່າວ ວ່າໂຮງງານ ທີ່ ຜລິດຢາງ ພາຣາ ຫັ້ນ ບໍ່ສາມາດ ສົ່ງຢາງ ໄປຂາຍ ໃຫ້ຈີນ ໄດ້  ແລ່ກ່າ ຈໍາເປັນຕ້ອງ ໄດ້ກັກ ຢາງໄວ້ 300 ໂຕນ ວ່າຊັ້ນ, ດຽວນີ້ ທາງຈີນ ໄດ້ ອະນຸຍາດ ໃຫ້ສົ່ງ ຢາງພາຣາ ເຂົ້າໄປ ຂາຍ ແລ້ວບໍ່?

"ນ້ອງແທ້ ກໍບໍໄດ້ ຮັບຜິດຊອບ ວຽກນີ້ໂຕນີ້ ປານໃດ ມັນມີ ຜູ້ ຮັບຜິດຊອບ ນໍ ແຕ່ກໍພໍຮູ້ ນ້ອຍນຶ່ງ ຮູ້ວ່າ ເຂົາມາປູກພືດ ທົດແທນ ການປູກຝິ່ນ ນີ້ເນາະ ມີໂຄງການ ໂຕນຶ່ງ ແລ້ວ ບາດນີ້ ທາງລາວເຮົາ ອອກໃບ ຢັ້ງຢືນໃຫ້ ກ່ຽວກັບ ການປູກພືດ ແທນຝິ່ນ ໃຫ້ ບໍຣິສັດ ຂອງຈີນ ທີ່ ມາລົງທຶນ ກ່ຽວກັບ ການປູກ ຢາງພາຣາ ນີ້ໜາ ດຽວນີ້ ຄືສີ່ ແກ້ໄຂໄດ້ ຕາມເບິ່ງນີ້ ຫລັງຈາກ ທີ່ວ່າ ເຮົາຢັ້ງຢືນ ໃຫ້ ບໍຣິສັດ ທາງຈີນ ເຂົາຈະຍົກ ເວັ້ນພາສີ ຫັ້ນໜາ ສະພາບ ມັນ ເປັນແນວນັ້ນ ແຕ່ວ່າ ລາຍລະອຽດ ຫັ້ນ ກໍມີຜູ້ ຮັບຜິດຊອບ. ດຽວນີ້ ນ້ອງພໍຮູ້ ພໍຄາວໆ ຄືແນວນີ້ ແຫລະ".

ຣາຍງານ ໃນຣະຍະ ຜ່ານມາວ່າ ຖ້າບໍ່ສາມາດ ແກ້ໄຂ ບັນຫານີ້ໄດ້ ກໍແປວ່າ ຊາວສວນຢາງ ຈະຢຸດເຊົາ ຂຍາຍເນື້ອທີ່ ປູກຢາງຕື່ມ. ປັດຈຸບັນ ໂຮງງານ ທີ່ຜລິດ ຢາງພາຣາ ລາວ-ຈີນ ໃນແຂວງ ອຸດົມໄຊ ສາມາດ ຜລິດຢາງ ສໍາເຣັດຮູບ ໄດ້ປີນຶ່ງ 6,000 ໂຕນ ແຕ່ ປະຣິມານຢາງ ທີ່ ປາດອອກມາ ນັ້ນ ບໍ່ທັນພໍ ກັບ ຄວາມຕ້ອງການ ຂອງໂຮງງານ ຍ້ອນວ່າ ຕົ້ນຢາງ ທີ່ ປູກໄປນັ້ນ ບໍ່ທັນໃຫຍ່ ໝົດທຸກຕົ້ນ ພໍທີ່ຈະປາດ ເອົາຢາງ ມາປ້ອນ ໂຮງງານໄດ້ ທາງ ໂຮງງານ ຈຶ່ງ ຊື້ຢາງດິບ ຈາກແຂວງ ອື່ນໆ.

ນັກລົງທຶນ ປູກຕົ້ນ ຢາງ ຣາຍໃຫຍ່ ໃນແຂວງນີ້ ໄດ້ແກ່ ຈີນ ແລະ ວຽດນາມ. ຣາຍງານ ຂອງ ນັກຄົ້ນຄວ້າ ເຣື້ອງການ ປູກຢາງ ເພື່ອ ທົດແທນ ການປູກຝິ່ນ ເວົ້າວ່າ ຖ້າຫາກວ່າ ຊາວ ສວນຢາງ ຫາກຂາຍຢາງ ໃນຣາຄາ ຕໍ່າກວ່າ ຕົ້ນທຶນ ການຜລິດ ນີ້ຕໍ່ໄປແລ້ວ ຊາວສວນຢາງ ກໍຈະຂາດ ຣາຍໄດ້ ແລ້ວມັນ ກໍມີຄວາມ ສ່ຽງທີ່ວ່າ ເຂົາເຈົ້າ ອາດຈະໄປ ຊອກຫາ ບ່ອນ ປູກຝິ່ນ ແຫ່ງໃໝ່ ທີ່ມີຣາຍໄດ້ ສູງກວ່າ ປູກ ຕົ້ນຢາງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.