ເຂດເສຖກິດສະເພາະ ມ.ນາໝໍ້
2017.07.28

ໂຄງການເຂດເສຖກິດ ສະເພາະ ບ້ານຂວາງ-ນາຫມໍ້ ຊຶ່ງເປັນເຂດ ຊາຍແດນລາວ-ຈີນ ທີ່ແຂວງອຸດົມໄຊ ກຳລັງຢູ່ໃນຂັ້ນຕອນ ການສ້າງ ເສັ້ນທາງປູຢາງຈາກ ຫລັກ 59 ຫາ ຊາຍແດນຈີນ ແລະ ປັບປຸງ ດ່ານມົວຕີ້ນ ຊື່ງເປັນດ່ານທ້ອງຖິ່ນ ລາວ-ຈີນ ໃຫ້ເປັນດ່ານສາກົນ ໃນ ອະນາຄົດ. ດັ່ງເຈົ້າຫນ້າທີ່ ເມືອງນາຫມໍ້ ທ່ານນຶ່ງກ່າວ ໃນວັນທີ 27 ກໍຮະກະດາ ນີ້ວ່າ:
"ສະເພາະຂົງເຂດເສຖກິດຫັ້ນ ດຽວນີ້ມັນຈະມີຫລາຍ ໂຄງການເນາະ ຂະເຈົ້າກຳລັງດຳເນີນ, ມັນຈະມີຢູ່ 2 ໂຄງການ ອັນທີນື່ງນີ້ແມ່ນ ປູຢາງສອງຊັ້ນ ຕັ້ງແຕ່ ຫລັກ 59 ຫາດ່ານ ແມວຈ່າຍ ອອກສູ່ຈີນຫັ້ນ ອັນທີສອງແມ່ນ ໂຄງການປັບປຸງ ດ່ານຫັ້ນ ໃຫ້ເຂົ້າສູ່ຣະບຽບ".
ທ່ານກ່າວຕື່ມວ່າ ສຳລັບໂຄງການ ສ້າງທາງປູຢາງ ສອງຊັ້ນນັ້ນ ມີຄວາມຄືບຫນ້າແລ້ວປະມານ 16 ເປີເຊັນ ແຕ່ຍັງບໍ່ຮູ້ແນ່ວ່າ ຈະມີຣະຍະ ທາງ ທັງຫມົດ ຈັກ ກິໂລແມັດ ສ່ວນ ໂຄງການປັບປຸງ ດ່ານມົວຕີ້ນ ໃຫ້ເປັນດ່ານສາກົນ ນັ້ນຍັງຢູ່ໃນຂັ້ນຕອນ ສຳຣວດ ໂຄງຮ່າງພື້ນຖານ ຢູ່.
ທ່ານວ່າ ໃນປັດຈຸບັນ ຢູ່ໃນເຂດເສຖກິດ ສະເພາະແຫ່ງນີ້ ມີແຕ່ນັກລົງທຶນລາຍຍ່ອຍ ເຂົ້າມາລົງທຶນ ດ້ານການປູກຝັງ ໃນບາງສ່ວນເທົ່ານັ້ນ ສ່ວນນັກລົງທຶນ ລາຍໃຫຍ່ ນັ້ນຍັງບໍ່ ໃຫ້ຄວາມສົນໃຈ ແຕ່ຢ່າງໃດ. ສຳລັບເນື້ອທີ່ໃນເຂດ ເສຖກິດສະເພາະ ນີ້ຍັງບໍ່ສາມາດ ສລຸບໄດ້ເທື່ອ ຍ້ອນວ່າ ຍັງຈະມີການສຳຣວດ ເພີ້ມຕື່ມ.
ໂຄງການເສຖກິດສະເພາະ ທີ່ບ້ານຂວາງ-ນາຫມໍ້ ເປັນນຶ່ງໃນບັນດາ ເຂດເສຖກິດ 5 ແຫ່ງ ໃນແຂວງອຸດົມໄຊ ຊຶ່ງເຂດດັ່ງກ່າວ ທັງຫມົດ ຈະກາຍເປັນເຂດ ການຄ້າຊາຍແດນ ລາວ-ຈີນ ໃນອະນາຄົດ ທີ່ຈະມີທັງ ການຄ້າຂາຍ ການທ່ອງທ່ຽວ ການບໍຣິການ.
ເຂດເສຖກິດແຫ່ງອື່ນໆ ກໍແມ່ນເຂດເສຖກິດສະເພາະ ຕາດນ້ຳກັດ, ເຂດຖ້ຳຈອມ-ອ່າງຫີນ, ເຂດເມືອງລາ ເມືອງຂວາ ແລະ ເຂດເສຖກິດ ສະເພາະ ເມືອງປາກແບງ.