ແຂວງອຸດົມໄຊກວດກາກຸ່ມ ສໍ້ໂກງ

ທາງການ ແຂວງ ອຸດົມໄຊ ກໍາລັງ ມີການ ສອບສວນ ເຈົ້າໜ້າທີ່ ບາງ ຈໍາພວກ ທີ່ ເຫັນວ່າ ປະຕິບັດ ໜ້າທີ່ ວຽກງານ ແບບ ບໍ່ ໂປ່ງໄສ.

ແຂວງອຸດົມໄຊ ກວດກາ ກຸ່ມພະນັກງານ ທີ່ ສໍ້ໂກງ RFA

ເຈົ້າໜ້າທີ່ ແຂວງ ອຸດົມໄຊ ທີ່ ຂໍ ສງວນຊື່ ເປິດເຜີຍ ວ່າ, ປັຈຈຸບັນ ຫາງການ ແຂວງ ກໍາລັງ ມີການ ສອບສວນ ເຈົ້າໜ້າທີ່ ພະນັກງານ ຣັຖ ຈໍານວນ ນຶ່ງ ທີ່ ເຮັດວຽກ ແບບ ທຸຈຣິດ, ໂດຍການ ສເນີຂໍ ງົປມານ ຣັຖ ເພື່ອ ໂຄງການ ພັທນາ ຕ່າງໆ, ແຕ່ວ່າ ການ ປະຕິບັດ ວຽກງານ ນັ້ນ ຫລ້າຊ້າ, ຈຶ່ງ ຖືກຕັ້ງ ຂໍ້ ສົງສັຍ ຂື້ນມາ ແລ້ວ ຖືກຈັບ ຍ້ອນ ເຫັນວ່າ ບໍ່ ປະຕິບັດ ຕາມ ສັນຍາ ທີ່ ແຂວງ ກໍານົດ ໃຫ້. ດັ່ງ ເຈົ້າໜ້າທີ່ ທ່ານນີ້ ເວົ້າ ສູ່ຟັງ ວ່າ:

”ເຂົາເຈົ້າ ຍາດແຍ່ງ ງົປມານ ກັນ, ໂດຍຂຽນ ແຜນ ສເນີ ທາງການ ວ່າ, ເມື່ອ ໄດ້ ງົປມານ ແລ້ວ ຈະເອົາມາ ເຮັດ ໂຄງການ ນັ້ນ ໂຄງການ ນີ້ ໃຫ້ ໄດ້ ຕາມແຜນ, ແຕ່ວ່າ ພາກ ປະຕິບັດ ຕົວຈິງ ປະກົດ ວ່າ ໂຄງການ ນັ້ນ ບໍ່ແລ້ວ ຈັກເທື່ອ ສະພາບການ ມັນເປັນ ແນວນັ້ນ”.

ທ່ານ ເວົ້າວ່າ ສໍາລັບ ເຈົ້າໜ້າທີ່ ທີ່ ຖືກ ຄຸມຕົວ ເພື່ອ ສອບສວນ ນັ້ນ, ແມ່ນ ເຈົ້າໜ້າທີ່ ຜແນກ ໂຍທາ ທິການ ແລະ ຂົນສົ່ງ ແລະ ຜແນກ ກະສິກັມ ແລະ ປ່າໄມ້ ປະຈໍາ ແຂວງ ອຸດົມໄຊ, ພວກ ເຂົາເຈົ້າ ໄດ້ ຂຽນ ແຜນ ຂໍ ງົບປະມານ ເພື່ອ ນໍາໄປ ສ້າງ ໂຄງການ ຕ່າງໆ, ເປັນຕົ້ນ ໂຄງການ ສ້າງ ເສັ້ນທາງ, ສ້າງ ເຂື່ອນ ຂນາດ ນ້ອຍ ຮວມເຖີງ ໂຄງການ ສ້າງ ຣະບົບ ຊົລປະທານ.

ທ່ານ ວ່າ ການ ສອບສວນ ໃນ ຄັ້ງນີ້ ຫລັກໆ ກໍເພື່ອ ສຶບຫາ ທາວວ່າ ງົບປະມານ ທີ່ ເຈົ້າໜ້າທີ່ ແຕ່ ລະ ພາກສ່ວນ ໄດ້ສເນີ ຂໍໄປ ນັ້ນ, ແມ່ນໄດ້ ນໍາໄປ ໃຊ້ ໃນການ ກໍ່ສ້າງ ແທ້ ຫຼືບໍ, ແລະ ດ້ວຍເຫດ ໃດ ໂຄງການ ຈຶ່ງ ເກີດຄວາມ ຫລ້າຊ້າ, ຖ້າຫາກ ພົບວ່າ ມີການ ຍັກຍອກ ເອົາເງິນ ຣັັັັັຖ ກໍ ຈະຖືກ ລົງໂທດ ໜັກ ຕາມ ກົດໝາຍ, ແຕ່ ຍັງບໍ່ມີ ຣາຍ ຣະອຽດ ວ່າ ການ ສອບສວນ ຈະ ແລ້ວ ເມຶ່ອໃດ.

ເຖິງຢ່າງໃດ ກໍຕາມ ອົງການ ກວດກາ ພັກ-ຣັຖ ໄດ້ ຣາຍງານ ໃນ ເດືອນ ທັນວາ ປີ 2014 ວ່າ, ການ ກວດກາ ພົບວ່າ ມີ ເຈົ້າໜ້າທີ່ ຈໍານວນ ນຶ່ງ ໃນ ແຂວງ ອຸດົມໄຊ ໄດ້ ນໍາໃຊ້ ຊັບສີນ ແລະ ເງິນຮັຖ ຢ່າງ ຫຼວງຫຼາຍ ເຂົ້າໃນ 25 ໂຄງການ ທີ່ ບໍ່ມີ ຕົວຕົນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org