"ຂ້ອງໃຈ" ຄ່າຂ້າມຂົວທ່າງ່ອນ
2015.06.24
ໃນ ປັຈຈຸບັນ, ຊາວລາວ ທີ່ ສັນຈອນ ໄປມາ ຂ້າມ ຂົວ ນໍ້າງື່ມ ເຂດ ບ້ານ ທ່າງ່ອນ ເມືອງ ໄຊທານີ, ຂ້ອງໃຈ ວ່າ ເປັນຫຍັງ ທາງການ ຈຶ່ງ ຍັງບໍ່ ເຊົາ ເກັບ ຄ່າ ຂ້າມ ຂົວ ແຫ່ງນີ້, ທັງໆທີ່ ເກັບມາ ໄດ້ 21 ປີ ແລ້ວ ຊຶ່ງ ເກີນ ກໍານົດ ເວລາ ສັນຍາ ເຖິງ 5 ປີ.
ຄົນ ແລ່ນ ຣົຖ ໂດຍສານ ທ່ານນຶ່ງ ເວົ້າວ່າ, ພວກຕົນ ໄດ້ ຮັບຜົນ ກະທົບ ຈາກ ການ ເກັບຄ່າ ຂ້າມ ຂົວ ນີ້ ພໍສົມຄວນ ເພາະ ແຕ່ລະ ມື້ ຕ້ອງ ຂ້າມ ໄປມາ ຫຼາຍຮອບ, ຈຶ່ງ ຢາກໃຫ້ ທາງການ ທີ່ ກ່ຽວຂ້ອງ ແລະ ຮັບ ຜິດຊອບ ໃນ ການ ເກັບເງິນ ອອກມາ ຊີ້ແຈງ, ເພື່ອ ໃຫ້ ປະຊາຊົນ ໄດ້ຮູ້ເຫັນ ຢ່າງ ຊັດເຈນ ວ່າ, ເຫດໃດ ຈຶ່ງບໍ່ເຊົາ ເກັບຄ່າ ຂ້າມ ຂົວ ນັ້ນ ເທື່ອ. ດັງ ຊາວລາວ ຜູ້ນຶ່ງ ເວົ້າວ່າ:
“ກໍຢາກ ໃຫ້ເຂົາ ແຈ້ງ ຣາຍຮັບ ຫັ້ນແຫລະ ເພາະວ່າ ມັນ ຫລາຍປີ ແລ້ວເດ້, ມັນກາຍ ກໍານົດ ຫລາຍປີ ແລ້ວ ທັມມະດາ ປີ 2000 ເນາະ, ເຂົາໃຫ້ ເຊົາເກັບ ແລ້ວ ກໍເຍີ້ນມາ ຈົນຮອດ ປັຈຈຸບັນ, ຄື ຂົວ ເປ່ເພ ຄັນ ເຂົາ ບໍ່ມາ ປັບປຸງ ແລ້ວ ຊິໄປ ຂໍເກັບ ຕໍ່ ມັນ ກໍບໍ່ຖຶກ”.
ຊາວບ້ານ ທ່າງ່ອນ ເວົ້າວ່າ ຕາມທີ່ ພວກ ເຂົາເຈົ້າ ໄດ້ຮູ້ມາ ແຕ່ ຕອນເປິດ ຂົວ ໃໝ່ໆ ວ່າ, ຂົວ ແຫ່ງນີ້ ມີ ຣະຍະ ສັມປະທານ ໃນການ ເກັບເງິນ 15 ປີ, ແຕ່ ມາຮອດ ປັຈຈຸບັນ ກໍຍັງເກັບ ຢູ່, ເມື່ອ ສອບຖາມ ເຈົ້າໜ້າທີ່ ກ່ຽວຂ້ອງ ເພິ່ນ ກໍບໍ່ໄດ້ ໃຫ້ ຣາຍຣະອຽດ ແຕ່ຢ່າງໃດ.
ຕໍ່ ບັນຫາ ນີ້ ທາງ ວິທຍຸ ເອເຊັຽ ເສຣີ ໄດ້ ໂທຣະສັບ ໄປຍັງ ສູນ ບໍຣິການ ເກັບຊື້ ໜີ້ ແລະ ຮັບຝາກ ໜີ້ ຂອງ ທະນາຄານ ແຫ່ງ ສປປລາວ, ແຕ່ ເຈົ້າໜ້າທີ່ ທະນາຄານ ບອກວ່າ ບໍ່ ສາມາດ ໃຫ້ ຣາຍຣະອຽດ ກຽ່ວກັບ ເຣື້ອງນີ້ ໄດ້ ເພາະເປັນ ຄວາມລັບ ທາງ ຣັຖການ.
ຂົວຂ້າມ ນໍ້າງື່ມ ບ້ານ ທ່າງ່ອນ ເມືອງ ໄຊທານີ ນະຄອນ ຫລວງ ວຽງຈັນ ເປັນ ຂົວເຫລັກ, ຄວາມຍາວ ປະມານ 200 ແມັດ, ເປິດໃຊ້ ຢ່າງ ເປັນ ທາງການ ແຕ່ ວັນທີ່ 2 ກໍຣະກະດາ ປີ 1994 ເປັນ ຕົ້ນມາ.