ລາວ ຍັງບໍ່ພົ້ນທຸກ ຍ້ອນຫຼາຍ ປັດຈັຍ

ພູວົງສ໌
2020.01.06
F-Sing-LT ການເປັນຢູ່ຂອງ ຄອບຄົວຊາວລາວ ເມືອງສິງ ແຂວງຫຼວງນໍ້າທາ
RFA

ປີ 2020 ໄດ້ມາຮອດແລ້ວ, ເຊິ່ງເປັນປີ ທີ່ທາງການລາວ ເຄີຍໄດ້ໃຫ້ຄຳໝັ້ນສັນຍາ ມາແຕ່ປີ 2001 ວ່າ ຈະນຳເອົາປະເທດລາວ ຫຼຸດພົ້ນ ອອກຈາກສະຖານະພາບ ປະເທດດ້ອຍພັທນາ ຫຼື Least Developed Country ຮ້ອງຫຍໍ້ໆວ່າ LDC. ແຕ່ມາຮອດ ປັດຈຸບັນ, ກໍເປັນທີ່ ຈະແຈ້ງແລ້ວວ່າ ເປົ້າໝາຍດັ່ງກ່າວ ຍັງບໍ່ສາມາດບັນລຸໄດ້ເທື່ອ.

ອີງຕາມຂໍ້ມູນໃນລັກສນະວິຊາການ ທີ່ທາງຄະນະມົນຕຣີດ້ານເສຖກິຈ ແລະສັງຄົມ ແຫ່ງອົງການສະຫະປະຊາຊາຕ ຫຼື UN ECOSOC ເມື່ອປີ 2018 ໄດ້ປະເມີນໄວ້ແລ້ວແມ່ນວ່າ ປະເທດລາວສາມາດບັນລຸໄດ້ 2 ເງື່ອນໄຂຈາກ 3 ເງື່ອນໄຂທີ່ທາງອົງການ ສະຫະປະຊາຊາຕ ໄດ້ວາງອອກ.

ດັຊນີດ້ານຊັພສິນມະນຸດ HAI ປະເທດລາວບັນລຸໄດ້ 72,8 ຈາກທີ່ທາງ UN ຕັ້ງໄວ້ 66, ຣາຍໄດ້ແຫ່ງຊາຕຕໍ່ຫົວຄົນ GNI ປະເທດລາວ ບັນລຸໄດ້ 1,996 ໂດລາຣ໌ ສະຫະຣັຖ ຈາກທີ່ UN ຕັ້ງໄວ້ 1,230 ໂດລາຣ໌ ສະຫະຣັຖ ແລະ ດັຊນີ ຄວາມບອບບາງ ດ້ານເສຖກິຈ EVI ປະເທດລາວ ບັນລຸໄດ້ຫຼຸດຄາດໝາຍ ຄືຢູ່ໃນໂຕເລຂ 33,7 ຈາກທີ່ UN ກຳນົດໃຫ້ຕ້ອງຕ່ຳກວ່າ ໂຕເລຂ 32. ເວົ້າຫຍໍ້ໆ ກໍຄື ປະເທດລາວ ສາມາດບັນລຸໄດ້ ພຽງເງື່ອນໄຂທີ 1 ແລະ 2.

ດັ່ງນັ້ນ, ໃນປີ 2020 ປະເທດລາວ ຈຶ່ງຍັງບໍ່ສາມາດ ບັນລຸເປົ້າໝາຍ ໃນການອອກຈາກສະຖານະພາບ ປະເທດດ້ອຍພັທນາໄດ້. ໃນຂນະ ດຽວກັນ, ທ່ານ ທອງລຸນ ສີສຸລິດ, ນາຍົກຣັຖມົນຕຣີລາວ ກໍເຄີຍກ່າວຍອມຮັບ ໃນຣະຫວ່າງກອງປະຊຸມ ສະພາ ແຫ່ງຊາຕ ສມັຍສາມັນ ເທື່ອທີ 5 ຂອງສະພາແຫ່ງຊາຕ ຊຸດທີ 8 ເມື່ອປີ 2018 ເຊັ່ນດຽວກັນວ່າ ປະເທດລາວ ຍັງບໍ່ສາມາດຫຼຸດພົ້ນອອກຈາກ ສະຖານະພາບ ປະເທດດ້ອຍພັທນາ ໄດ້ ໃນປີ 2020, ແຕ່ອາຈເປັນໄປໄດ້ ໃນປີ 2024 ແລະ ຕ້ອງລໍຖ້າໃຫ້ ຄະນະມົນຕຣີ ດ້ານເສຖກິຈ ແລະ ສັງຄົມ ແຫ່ງອົງການ ສະຫະປະຊາຊາຕ ມາປະເມີນອີກຄັ້ງ 1 ໃນປີ 2021.

ຢ່າງໃດກໍດີ, ໃນທັສນະ ຂອງປະຊາຊົນລາວ ຫຼາຍຄົນແລ້ວ ກໍມີຄວາມຄຶດເຫັນກ່ຽວກັບເຣື່ອງນີ້ ໃນຫຼາຍແງ່ມຸມ.

ຊາວໜຸ່ມລາວທ່ານນຶ່ງ ໃນເຂດພາກເໜືອຂອງລາວ ກໍໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 06 ມົກກະຣາ ນີ້ວ່າ ປັດຈັຍຫຼັກໆ ທີ່ ທ່ານເຫັນວ່າ ປະເທດລາວ ຍັງບໍ່ສາມາດຫຼຸດພົ້ນອອກຈາກ ສະຖານະພາບ ປະເທດດ້ອຍພັທນາ ໄດ້ແມ່ນຍ້ອນ ສະພາບ ການພັທນາ ເສຖກິຈ ໃນເຂດທ້ອງຖິ່ນ ຍັງບໍ່ເອື້ອອຳນວຍ ຢ່າງທົ່ວເຖິງ ຂາດວິຊາການ ໃນການປະກອບອາຊີພ.

“ຕາມທີ່ນ້ອງເຫັນເນາະ ສະພາບເສຖກິຈຂອງແຕ່ລະຄອບຄົວ ມັນກໍແບບວ່າມັນບໍ່ມີການຂຍາຍຕົວດ້ານເສຖກິຈນີ້ນ່າແບບພໍຢູ່ພໍກິນນີ້ນ່າ. ບາດນີ້ ຄິດວ່າຍັງບໍ່ໄດ້ເທື່ອ ຍ້ອນວ່າ ເສຖກິຈເນາະ. ຄືວ່າການກະເສຕນີ້ເບາະ ຫຼືວ່າການເຮັດໄຮ່ເຮັດສວນນີ້ນ່າ ຂາດປະສົພການ ຫຼືວ່າ ວິຊາການ. ບໍ່ມີຜູ້ເປັນວິຊາການມາແນະນຳ ຊ່ອຍເຮັດເສຖກິຈຂອງບ້ານເຮົາ ຫຼືວ່າຍັງຂາດຫຼາຍໆຢ່າງນ່າ. ທັງເທັກໂນໂລຢີເອົາມາປະກອບ ເປັນເສຖກິຈ ຫຼືວ່າມາເປັນວິຊາຊີພຂອງເຮົານ່າ ຍັງຂາດຫຼາຍຢ່າງ ຈຶ່ງເຮັດໃຫ້ ປະເທດນີ້ ບໍ່ໄດ້ອອກຈາກປະເທດ ດ້ອຍພັທນານີ້ນ່າ.”

ຊາວລາວອີກທ່ານນຶ່ງ ໃນນະຄອນຫຼວງວຽງຈັນ ກໍໄດ້ໃຫ້ສັມພາດ ແກ່ຜູ້ສື່ຂ່າວ ເອເຊັຽເສຣີ ໃນມື້ດຽວກັນວ່າ ທ່ານບໍ່ຮູ້ສຶກແປກໃຈເລີຍ ທີ່ ປະເທດລາວ ຍັງບໍ່ຫຼຸດພົ້ນ ອອກຈາກສະຖານະພາບ ປະເທດ LDC ຍ້ອນປັດຈັຍ ດ້ານພື້ນຖານໂຄງຮ່າງ ຫຼາຍຢ່າງ ຍັງເປັນອຸປະສັກຢູ່.

“ສຳລັບຂ້າພະເຈົ້ານີ້ ມັນບໍ່ແມ່ນເຣື່ອງແປກດອກເນາະ ທີ່ວ່າປົດອອກຈາກປະເທດ ທີ່ດ້ອຍພັທນານີ້ເນາະ. ຊາຂ້າພະເຈົ້າເດີນທາງໄປ ຕລອດເໜືອຮອດໃຕ້ ນີ້ເນາະ ຍັງບໍ່ເຫັນວີ່ແວວວ່າ ຈະປະສົພຜົລຄວາມສຳເຣັຈເທື່ອເນາະ ໃນເຣື່ອງແຜນການໂຕນີ້ ຫັ້ນນ່າ. ຕາມຄວາມຄຶດ ຂ້າພະເຈົ້ານີ້ ຊາທີ່ວ່າເຫັນໂຕຈິງເນາະ ມັນເວົ້າເຣື່ອງ ຫຼາຍໆປັດຈັຍເນາະ ໃນທີ່ວ່າ ຕາມທີ່ເຫັນມາເນາະ ບໍ່ວ່າຈະເປັນທາງດ້ານ ສາທາຣະນະສຸຂເນາະ ທາງການສຶກສາແນ່ ການສັນຈອນໄປມາແນ່ ກະມີຂໍ້ບົກຜ່ອງ ຄວາມຫຍຸ້ງຍາກ ຫຼາຍຢ່າງ. ການສັນຈອນເນາະ ຖນົນຫົນທາງ ກະບໍ່ທົ່ວເຖິງເນາະ ໄປບໍ່ຮອດ ຊີ້ນ່າ ບາງຈຸດເນາະ. ຄັນວ່າດ້ານສາທາຣະນະສຸຂ ເນາະ ເຂດຫ່າງໄກ ສອກຫຼີກ ສຸຂສາລາ ເຂດບ້ານເຂດເມືອງ ກະຍັງໄປບໍ່ທົ່ວເຖິງ ເທື່ອ, ຊີ້ນ່າ. ຄັນວ່າ ການສຶກສາຮ່ຳຮຽນ ບາງບ່ອນກະແຄ່ປະຖົມ ກະຍັງບໍ່ຮອດປໍ 5 ກະມີ. ບາງເທື່ອກະບາງບ້ານບາງເຂດ ກະມີແຄ່ປໍ 2 ບາງເຂດກະມີປໍ 3 ເປັນແບບນີ້. ຂ້າພະເຈົ້າກະຄຶດວ່າເປັນໄປໄດ້ຍາກ.”

ສ່ວນນັກສັງເກດການ ດ້ານເສຖກິຈໃນລາວ ທ່ານນຶ່ງ ກໍໄດ້ແບ່ງປັນທັສນະ ຂອງທ່ານ ຕໍ່ຜູ້ສື່ຂ່າວເອເຊັຽເສຣີ ໃນມື້ດຽວກັນວ່າ ປັດຈັຍ ທີ່ເປັນອຸປສັກທີ່ສຸດ ທີ່ຍັງເຮັດໃຫ້ ປະເທດລາວພົບຄວາມຫຍຸ້ງຍາກ ໃນການເອົາປະເທດ ອອກຈາກສະຖານະພາບ ປະເທດ LDC ແມ່ນຍ້ອນ ພາກສ່ວນ ທີ່ນຳໃຊ້ງົບປະມານ ໃນການພັທນາປະເທດ ຍັງຂາດຄວາມໂປ່ງໃສ.

“ກະຍາກຫັ້ນແຫຼະ ເພາະວ່າ ມັນຣະບົບການເກັບຣາຍຮັບ ມັນກະຮົ່ວໄຫຼ ຄືຮູ້ນຳກັນຫັ້ນແຫຼະ ຫຼາຍກ່ອນເຂົ້າງົບປະມານ. ມີການກວດກາ ໂຕເລຂໂຕຫຍັງ ມັນກະຮົ່ວໄຫຼ ນຳກຸ່ມຄົນ ບຸກຄົນ ບາງຂແນງການ ກະບໍ່ໂປ່ງບໍ່ໃສ. ການບໍ່ໂປ່ງໃສ ເງິນຄຳມັນກະຊິ ເຮັ່ຽໄປຫັ້ນແຫຼະ. ໂຄງການທີ່ເພິ່ນຊ່ອຍພັທນາ ຊ່ອຍເຫຼືອລ້າບໍ ຫຼືພັທນາ ມັນກະຈັກແນວໃດ ຈັກເຂົາສລຸບແນວໃດ? ສ່ວນຫຼາຍກະມີຣາຍຈ່າຍ. ໄປວຽກ ນັບແຕ່ອອກຈາກຫ້ອງການ ກະມີອັດຕຣາກິນ ກິນເຂົ້າ ຫຼັງຈາກກິນ ກະອັດຕຣານອນ, ແຕ່ວ່າ ປະສິທທິຜົລ ມັນກັບມາ ມັນບໍ່ໄດ້ດັ່ງປະສົງ.”

ກ່ອນໜ້ານີ້, ຍານາງ Sara Sekkenes, ຜູ້ປະສານງານ ອົງການສະຫະປະຊາຊາຕ ປະຈຳປະເທດລາວ ກໍໄດ້ກ່າວເມື່ອປີ 2018 ວ່າ ປະເທດລາວ ເປັນນຶ່ງໃນປະເທດ ທີ່ມີຄວາມກ້າວໜ້າສູງ ໃນໝູ່ປະເທດດ້ອຍພັທນາ ທີ່ຈະກ້າວໄປສູ່ການຫຼຸດພົ້ນ ຈາກສະຖານະພາບ ປະເທດ LDC ໃນປີ 2024 ອັນເນື່ອງມາຈາກ ສະພາບເສຖກິຈ ທີ່ຂຍາຍໂຕຢ່າງແຂງແຮງ ແລະ ພາກການສຶກສາ ແລະ ສາທາຣະນະສຸຂ ໄດ້ຮັບການປັບປຸງຢ່າງໄວ.

ຢ່າງໃດກໍຕາມ, ເພື່ອໃຫ້ຮັກສາໄດ້ ເຊິ່ງການພັທນາ ທີ່ມີຄວາມຍືນຍົງ ແລະ ຫຼຸດພົ້ນອອກຈາກ ສະຖານະພາບປະເທດ LDC ໄດ້ໃນ ອະນາຄົດນັ້ນ, ອົງການສະຫະປະຊາຊາຕ ໄດ້ແນະນຳທາງການລາວ ວ່າ ເນື່ອງຈາກ ປະຊາກອນລາວສ່ວນໃຫຍ່ ຍັງອາສັຍ ຢູ່ເຂດ ຊົນນະບົດ ການສົ່ງເສີມ ພາກການກະເສຕ ຈະເປັນສິ່ງທີ່ສຳຄັນທີ່ສຸດ ໃນການ ເພີ່ມພູນຣາຍໄດ້ ຂອງຊາວກະເສຕກອນ, ສ້າງວຽກເຮັດ ງານທຳ ໃນພາກການກະເສຕ, ປັບປຸງດ້ານສຸຂພາບ ແລະ ໂພສະນາການ ແລະ ປະກອບສ່ວນອັນສຳຄັນ ໃນການສ້າງຄວາມໝັ້ນຄົງ ທາງດ້ານສະບຽງອາຫານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.