ເປີດທ່ອງທ່ຽວ ກະຕຸ້ນເສຖກິຈ ແຕ່ກໍຍັງ ງຽບເຫງົາ

ລາວເປີດ ການທ່ອງທ່ຽວ ເພື່ອກະຕຸ້ນເສຖກິຈ ແຕ່ຈຳນວນ ນັກທ່ອງທ່ຽວ ຕ່າງປະເທດ ຍັງບໍ່ເຂົ້າມາຫຼາຍ ເຮັດໃຫ້ ທຸຣກິຈ ພາກການທ່ອງທ່ຽວ ຍັງງຽບເຫງົາ ສ່ວນເຂດ ການທ່ອງທ່ຽວ ສີຂຽວ ກໍຈະມີນັກທ່ອງທ່ຽວ ພາຍໃນປະເທດ ຈຳນວນນຶ່ງ ແວະວຽນມາ.

ບັນຍາກາດ ຕາມຖນົນສັກກະລິນ ອັນມີຊື່ສຽງ ທີ່ລຽງລາຍໄປດ້ວຍອາຄານເກົ່າ ເມື່ອຄາວສມັຍຝຣັ່ງເສດປົກຄອງລາວ ຫຼື ອາຄານ French Colonial, ເດືອນພຶສຈິກາ 2020 (TS) RFA

ຫຼາຍ​ພາກ​ສ່ວນ ແລະ ຜູ້​ປະ​ກອບ​ການ​ຮ້ານ​ອາ​ຫານ ໂຮງ​ແຮມ ເຮືອ​ນ​ພັກ​ຕ່າງໆ ໄດ້​ຕ​ຣຽມ​ຄວາມ​ພ້ອມ ເພື່ອ​ຕ້ອ​ນ​ຮັບ ​ນັກ​ທ່ອ​ງ​ທ່ຽວ ຈາກ​ຕ່າງປະ​ເທດມາ​ໄດ້ 1 ເດືອນ ຕາມ​ແຜນ​ການ ​ທ່ອງ​ທ່ຽວ​ສີ​ຂຽວ ຂອງ​ລາວ ແຕ່​ຍັງ​ບໍ່​ມີ​ນັກ​ທ່ອງ​ທ່ຽວ ​ຈາກ​ຕ່າງ​ປະ​ເທດ ເຂົ້າ​ມາ​ທ່ຽວ​ລາວ​ຫຼາຍ.

ເຈົ້າ​ໜ້າ​ທີ່​ໂຮງ​ແຮມ ຢູ່​ເມືອງວັງ​ວຽງ ແຂວງວຽງ​ຈັນ ທ່ານ ນຶ່ງ ໄດ້ກ່າວ​ວ່າ:

ຄືຊ້ວງນີ້ ແມ່ນແຂກຍັງໜ້ອຍເນາະ ກຣຸບທົວເປັນຕ່າງປະເທດ ມັນຍັງບໍ່ມີເລີຍ ສ່ວນຫຼາຍແມ່ນນັກທ່ອທ່ຽວພາຍໃນມາຈາກຕ່າງແຂວງ ແຕ່ວ່າ ພວກເຮົາມີການເຝິກອົບຮົມ ກ່ຽວກັບລາວເຊບຢູ່ ພນັກງານພວກເຮົາຈະກວດ ຖ້າວ່າ ຜູ້ໃດ ທີ່ເຂົ້າມາພັກ ເຮົາຈະມີການກວດໃບສັກວັກຊີນນຳແຈກເນາະ ການປ້ອງກັນໂຕ ໃສ່ຜ້າອັດປາກ ຮັກສາໄລຍະຫ່າງ ນໍ້າຍາສີດຂ້າເຊື້ອ ເຈວແອວກໍຮໍລ້າງມື ແມ່ນຫຍັງເຮົາກະຣຽມພ້ອມ.”

ໃນ​ຂະ​ນະ​ທີ່​ຢູ່ ຢູ່​ແຂວງ​ຫລວງພ​ຣະ​ບາງ ກໍ​ເຊັ່ນ​ກັນ ບັນ​ດາ​ຜູ້​ປະ​ກອບ​ການ ຫຼາຍ​ທ່ານ ເຊັ່ນ​ໂຮງ​ແຮມ ກໍ​ມີ​ການ​ຕ​ຣຽມຄວາມ​ພ້ອມ​ ເພື່ອ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ ​ໄວ້​ໝົດ​ແລ້ວ ທັງ​ການ​ເຂົ້າ​ຮວບ​ຮວມ ໂຄງ​ການ​ກັບ​ທາງ​ການ​ລາວ ເພື່ອ​ເຝິກ​ອົບ​ຮົມ ໃນ​ການ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ ໃຫ້ມີ​ຄວາມ​ປອດ​ໄພ ແຕ່​ປັດ​ຈຸ​ບັນ​ມີ​ພຽງນັກ​ທ່ອງ​ທ່ຽວ​ ພາຍ​ໃນ​ປະ​ເທດ​ ເທົ່າ​ນັ້ນ.

ເຈົ້າ​ໜ້າ​ທີ່​ໂຮງ​ແຮມ ໃນ​ແຂວງ​ຫລວງ​ພ​ຣະ​ບາງ ທ່ານ​ນຶ່ງ ກ່າວ​ວ່າ:     

ຂອງໂຮງແຮມເຮົາ ສ່ວນຫຼາຍຈະເປັນຄົນລາວ ແລະ ຄົນຕ່າງປະເທດທີ່ອາສັຍຢູ່ລາວ ທາງໂຮງແຮມເຮົາໄດ້ຮຽນ ໄດ້ເທຣນ ໝົດ​ລະ​ເດີ ເຮົາ​ຈະ​ມີເຣື່ອງເທຼນ​ກະ​ເປົ໋າ ເຣື່ອງ​ເອົາ​ແຂກ​ລົງ​ຣົ​ຖ ລະ​ກະ​ເຣື່ອງ​ພາແຂກເຂົ້າຫ້ອງ ແມ່ບ້ານ ເວລາແຂກ ຂໍເຄືອງອີ່ຫຍັງຕ່າງໆ ເຮົາຈະມີມີວິທີຮັບມືໝົດແລ້ວ.”

ຢ່າງ​ໃດ​ກໍ​ຕາມ ສ່ວນ​ໃຫຍ່ແລ້ວ ນັກ​ທ່ອງ​ທ່ຽວ​ພາຍ​ໃນ ຈະ​ໄປ​ທ່ຽວ ເມືອງວັງ​ວຽງ ແຂວງວຽງຈັນ ແລະ ແຂວງ​ຫລວງ​ພ​ຣະ​ບາງ ກັນ​ຫຼາຍກວ່າ ​ແຂວງ​ອື່ນໆ ເນື່ອງ​ຈາກ​ເປັນ​ເມືອງ ​ທ່ອງ​ທ່ຽວ​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ. ສ່ວນ​ແຂວງ​ອື່ນໆ ທີ່​ເຂົ້າ​ຮ່ວມ​ໃນ​ໂຄງ​ການ ​ທ່ອງ​ທ່ຽວ​ສີ​ຂຽວ ກໍ​ແທບບໍ່​ມີນັກ​ທ່ອງ​ທ່ຽວ ຕ່າງ​ປະ​ເທດ​ເຂົ້າ​ໄປ​ເລີຍ ເຊັ່ນ​ແຂວງ​ຈຳ​ປາ​ສັກ, ແຕ່​ທາງ​ໂຮງ​ແຮມ ຂ​ນາດ​ໃຫຍ່ ກໍ​ມີ​ການ​ລົງ​ທະ​ບຽນ ​ເຂົ້າ​ຮ່ວມ​ໂຄງ​ການ​ທ່ອງ​ທ່ຽວ​ສີ​ຂຽວ ສົ່ງ​ລາຍ​ລະ​ອຽດ​ໃຫ້ ແລະ ໂຮງ​ແຮມ​ກໍ​ມີ​ມາ​ຕ​ການ ​ປ້ອງ​ກັນ​ຢູ່​ແລ້ວ ຖ້າ​ຫາກ​ມີ​ຄົນ​ ຕ່າງ​ແຂວງ​ເຂົ້າ​ມາ​ພັກ.

ເຈົ້າ​ໜ້າ​ທີ່​ໂຮງ​ແຮມ ໃນ​ແຂວງ​ຈຳ​ປາ​ສັກ ທ່ານ​ນຶ່ງ ທີ່ຂໍ​ສງວນ​ຊື່ ແລະ ຕຳ​ແໜ່ງ ກ່າວ​ວ່າ:

ເປີດເສັ້ນທາງຢູ່ ບ້ານເຮົາຍັງບໍ່ທັນເຫັນມາ ທີ່ຈິງເຮົາກະລົງທະບຽນໄປແລ້ວ ແຕ່ກໍຍັງບໍ່ແນ່ໃຈ ເຂົາຕ້ອງມີ ອີ່ຫຍັງຢັ້ງຍືນໃຫ້ເຮົາອີກບໍ່ ເຊິ່ງວ່າ ເຮົາຍັງບໍ່ທັນໄດ້ຮັບເອກສານ ທາງໜ້າກໍມີວັດອຸນພູມ ຕາມປົກຕິ ແລ້ວກະລູກຄ້າມາກໍຕ້ອງໄດ້ ລົງທະບຽນ ຂຽນທາມລາຍ ຍ້ອນຫຼັງ ວ່າ 2 ອາທິດຜ່ານມາໄດ້ໄປໃສບໍ່ ມືອາການໄຂ້ນັ້ນ ໂນ້ນນີ້ອີ່ຫຍັງບໍ່ ເຮົາກໍຍັງໄດ້ເກັບກຳຂໍ້ມູນຢູ່.”

ພາຍ​ໃນ​ເວ​ລາ ນຶ່ງ​ເດືອນ​ມານີ້, ​ນັກທ່ອງທ່ຽວຈາກຕ່າງປະເທດ ບໍ່ມີເຂົ້າມາທ່ອທ່ຽວກັນຫຼາຍ ສ່ວນໃຫຍ່ກໍມີພຽງນັກທ່ອງທ່ຽວພາຍໃນເທົ່ານັ້ນ ແຕ່ວ່າຜູ້ປະກອບການ ແລະ ເຈົ້າໜ້າທີ່ຫຼາຍພາສ່ວນ ກໍໄດ້ຣຽມຄວາມພ້ອມໄວ້ໝົດແລ້ວ.

ເຈົ້າ​ໜ້າທີ່ເມື່ອງວັງວຽງ ແຂວງວຽງຈັນ ທີ່ຂໍສງວນຊື່ ແລະ ຕຳແໜ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

ກະແມ່ນລະ ສ່ວນຫຼາຍນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ກໍຢູ່ນີ້ແຫຼະ ດຽວນີ້ ຖືວ່າ ໄດ້ກະຣຽມຄວາມພ້ອມໝົດແລ້ວໂຮງແຮມ ສຖານທີ່ທ່ອງທ່ຽວ ມັນຕ້ອງຮັບປະກັນຕ້ານສະກັດກັ້ນໂຄວິດນີ້ ຖ້າວ່ານັກທ່ອງທ່ຽວຕ່າງປະເທດເຂົາຈະເຂົ້າມາ ຢູ່ ໃນຣຸບໂຕທ່ອງທ່ຽວສີຂຽວ.”      

ທ່ານ ກ່າວ​ວ່າ ການ​ເປີດ​ທ່ອງ​ທ່ຽວ​ສີ​ຂຽວນີ້ ຖື​ວ່າ ເປັນ​ເຣື່ອງ​ດີ​ທີ່​ຈະ​ກະ​ຕຸ້ນ ​ເສ​ຖ​ກິ​ຈພາຍ​ໃນ​ໃຫ້​ດີ​ຂຶ້ນ ແລະ ທຸກ​ຄົນ​ຈະ​ໄດ້​ມີ​ລາຍ​ໄດ້​ນຳ​ດ້ວຍ ຈາກ​ທີ່​ຜ່ານ​ມາ ​ໄດ້​ຮັບ​ຜົ​ລ​ກະ​ທົບ​ຈາກ​ ໂຄວິດ-19 ບໍ່​ໄດ້​ເປີດ​ທຸ​ຣະ​ກິ​ຈ ມາ​ດົນ​ກໍ​ໄດ້​ກັບ​ມາ​ເປີດ ແລະ ຫຼາຍ​ຄົນ​ກໍ​ມີ​ວຽກ​ງານ​ທຳ​ ເພີ່ມ​ຂຶ້ນ​ນຳ​ດ້ວຍ. ຕັ້ງ​ແຕ່​ມີ​ການ​ເປີດ​ທ່ອງ​ທ່ຽວ​ສີ​ຂຽວ ກໍ​ຍັງ​ບໍ່​ມີ​ນັກ​ທ່ອງ​ທ່ຽວ ​ຈາກ​ຕ່າງ​ປະ​ເທດ​ເຂົ້າ​ມາ ແຕ່​ມີ​ພຽງ​ຄົນ​ລາວ​ມາ​ທ່ຽວ​ກັນ​ເອງ.

ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ​ແຂວງ​ຫລວງ​ພ​ຣະ​ບາງ ໄດ້​ກ່າວ​ວ່າ:

ດຽວນີ້ນັກທ່ອງທ່ຽວມີແຕ່ລາວ ເພິ່ນກໍເອົາພະນັກງານໄປເຝິກອົບຮົມ ການບໍຣິການ ການຮັບແຂກແບບໃດ ແລ້ວ ເຂົາເຈົ້າກວ້າງເຄື່ອງ ວັດແທກອຸນພູມ ກັບເຈວໃຫ້ມັນມີໝົດຫັ້ນນ່າ

ອີງ​ຕາມ​ການ​ຣາຍ​ງານ​ຂອງ ໜັງ​ສື​ພິມ ວຽງ​ຈັນ​ທາຍ ໃນ​ວັນ​ທີ 10 ມົກ​ກະ​ຣາ 2022 ທີ່​ຜ່ານ​ມາ ນັບ​ຕັ້ງ​ແຕ່ ທາງ​ການ​ລາວ​ ເປີດ​ການ​ທ່​ອງ​ທ່ຽວ ໃນ​ຕົ້ນ​ປີ 2022 ນີ້ ກໍ​ມີ​ພຽງ​ແຕ່​ນັກ​ຮຽນ ແລະ ຄ​ຣູ ຈາກ​ປະ​ເທດ​ເກົາ​ຫຼີ ປະ​ມານ 20 ປາຍ​ຄົນ ເດີນ​ທາງ​ເປັນ​ກຸ່ມ ເພື່ອ​ແລກ​ປ່ຽນ​ວັດ​ທະ​ນະ​ທັມ ແລະ ການ​ເຝິກ​ຊ້ອມ​ກອ​ຟ​ ແລະ ກໍ​ໄດ້ ມີ​ການ​ເດີນ​ທາງ​ ໄປ​ທ່ອງ​ທ່ຽວ​ໃນ​ວັງ​ວຽງ ແລະ ເມືອງ​ຫລວງ​ພ​ຣະ​ບາງ ໃນ​ເຂດ​ພື້ນ​ທີ່​ສີ​ຂຽວ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org