ປະຊາຊົນ 8 ຄອບຄົວ ຢູ່ ບ້ານ ໜອງທາໃຕ້ ເມືອງ ຈັນທະບູຣີ ນະຄອນຫຼວງ ວຽງຈັນ ຮ້ອງທຸກ ເຖິງ ກະຊວງ ໂຍທາ ທິການ ແລະ ຂົນສົ່ງ ໃຫ້ ວາງທໍ່ ຣະບາຍນໍ້າ ໃນ ຫຼາຍໆຈຸດ ເພື່ອກັນ ນໍ້າຖ້ວມເຮືອນ ເຂົາເຈົ້າ ໃນເວລາ ຝົນຕົກ.
ປັດຈຸບັນ ເຂດ ບ້ານ ໜອງທາໃຕ້ ກໍາລັງ ມີການ ກໍ່ສ້າງ ເສັ້ນທາງ ເບຕົງ, ແຕ່ຊາວບ້ານ ເຫັນວ່າ ຈະມີບັນຫາ ຍ້ອນວ່າ ການ ວາງທໍ່ ຣະບາຍນໍ້າ ນັ້ນມີ ພຽງແຕ່ 1 ຈຸດ ເທົ່ານັ້ນ ແລະ ຈະບໍ່ສາມາດ ຣະບາຍ ໄດ້ໄວ ໃນເວລາ ຝົນຕົກ. ດັ່ງ ຊາວບ້ານ ຜູ້ທີ່ເຄີຍ ໄດ້ຮັບ ຜົນກະທົບ ທ່ານນຶ່ງ ໄດ້ກ່າວ ຕໍ່ ເອເຊັຽເສຣີ ໃນວັນທີ 18 ເມສາ ວ່າ:
"ເພາະວ່າ ເມື່ອກ່ອນ ຫັ້ນວ່າ ໃຫ້ເອົາລົງ ແດ່ເພາະວ່າ ໃຫ້ ມັນໄດ້ ຣະບາຍ ໄປ ຫຼາຍບ່ອນ ແຕ່ວ່າໃຫ້ ມາເອົາລົງ ບ່ອນດຽວ ແມ່ນຢູ່ ທາງເດີມ ຂອງມັນ ແຕ່ວ່າ ມັນກະເປັນ ບໍ່ເໝາະສົມ ເພາະວ່າ ມັນກະຖ້ວມ ອັ່ງ ເຮັດໃຫ້ ນໍ້າເຂົ້າ ເຮືອນ ຫຼາຍຫລັງ".
ໃນວັນທີ 4 ເມສາ ຜ່ານມາ ຊາວບ້ານ ກໍໄດ້ສົ່ງ ຄໍາຮ້ອງທຸກ ໄປຫາ ກະຊວງ ໂຍທາ ທິການ ແລະ ຂົນສົ່ງ ໃຫ້ ມາແກ້ໄຂ ໂດຍການ ສົມທົບ ກັບ ຜແນກ ໂຍທາ ທິການ ແລະ ຂົນສົ່ງ ນະຄອນຫຼວງ ຜູ້ທີ່ເປັນ ເຈົ້າການ ໃນເຣື້ອງນີ້ ແຕ່ກໍຍັງ ບໍ່ມີ ໜ່ວຍງານໃດ ລົງມາ ແກ້ໄຂ ເທື່ອ. ດັ່ງ ປະຊາຊົນ ທ່ານ ນີ້ ກ່າວອີກວ່າ:
"ກະເຮັດ ຄໍາຮ້ອງ ຂຶ້ນໄປຫາ ກະຊວງ ໂຍທາ ທິການ ເພິ່ນກະວ່າ ສົມທົບກັບ ໂຍທາ ທິການ ນະຄອນຫລວງ ວ່າ ຈີນ ກະຮັບແລ້ວ ຊິໃສ່ທໍ່ ໃຫ້ ແຕ່ກະ ບໍ່ເຫັນມາໃສ່ ວ່າແລ້ວ ປີໃໝ່ ລະຊິມາໃສ່ ຫັ້ນນ່າ".
ອີງຕາມ ການບອກເລົ່າ ຂອງ ປະຊາຊົນ ທ່ານນີ້ ໄດ້ຮູ້ວ່າ ເສັ້ນທາງ ດັ່ງກ່າວ ກໍາລັງ ຈະເລີ້ມ ປູເບຕົ້ງ ເພາະຖ້າ ປູເບຕົ້ງ ແລ້ວ ຈະບໍ່ ສາມາດ ວາງທໍ່ ເພີ້ມເຕີມໄດ້ ອີກ ແລ້ວ ການຣະບາຍ ນໍ້າ ຈາກຖະໜົນ ລົງໃສ່ ໜອງທາ ຈະມີຢູ່ ສະເພາະ ຈຸດດຽວ ແລະ ຈະເຮັດໃຫ້ ນໍ້າຖ້ວມ ບ້ານ ເຂົາເຈົ້າ ໃນ ຣະດູຝົນ ຄື ດັ່ງທີ່ເຄີຍ ເປັນມາ.