ໂຄງການສນາມບິນໜອງຄ້າງ ຊົດເຊີຍ ຊາວບ້ານ

ໄມຊູລີ
2017.09.19
F-Nongkhang ສະໜາມບິນໜອງຄ້າງ ເມືອງຊໍາເໜືອ ແຂວງຫົວພັນ ທີ່ທາງເຈົ້າຂອງໂຄງການ ອາຈກັບມາສືບຕໍ່ການກໍ່ສ້າງ ໃນທ້າຍປີ 2017 ນີ້
Screen captured Laopost video

ປັຈຈຸບັນທາງຫ້ອງການເມືອງຊໍາເໜືອ ແຂວງຫົວພັນ ໄດ້ຊົດເຊີຍເງິນ ໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກໂຄງການ ສ້າງສນາມບິນ ໜອງຄ້າງ ເພື່ອເປັນການ ຊ່ວຍເຫລືອ ປະຊາຊົນ ທີ່ໄດ້ຮັບ ຄວາມເດຶອດຮ້ອນ ເນື່ອງຈາກດິນນາ ຂອງເຂົາເຈົ້າ ບໍສາມາດ ໃຊ້ເປັນບ່ອນ ປູກເຂົ້າ ໄດ້ຕາມປົກຕິ, ຫລັງຈາກ ໃຫ້ເງິນຊົດເຊີຍແລ້ວ ທາງການ ໄດ້ເອົາດິນ ສ່ວນນັ້ນ ມາເປັນຂອງຣັຖ. ດັ່ງເຈົ້າໜ້າທີ່ ເມືອງຊໍາເໜືອ ທ່ານນື່ງ ກ່າວ ໃນວັນທີ່ 18 ກັນຍາ ນີ້ວ່າ:

“ທາງພາກຣັຖ ໄດ້ເອົາມາເປັນຂອງຣັຖ ເລີຍເນາະ ແລະວ່າ ມີການຊົດເຊີຍໃຫ້ ປະຊາຊົນຫັ້ນນະ ເພາະງວ່າມັນມີຫ້ວງເງິນຊົດເຊີຍ ເນາະ ບ່ອນໃດ ທີ່ມັນຖົມ ຫັ້ນນະ ທາງຣັຖ ກໍໄດ້ ເອົາຄຶນມາ ເປັນຂອງຣັຖເນາະ ເພາະວ່າຕໍ່ໜ້າ ມັນສິມີແຜນການປູກຝັງບໍ ລ້ຽງສັດ ອັນໃດ ອັນນື່ງ”.

ການທີ່ທາງການເມືອງຊໍາເໜືອ ແຂວງຫົວພັນ ຊົດເຊີຍ ເງິນແກ່ປະຊາຊົນ ຄັ້ງນີ້ ກໍເນື່ອງຈາກວ່າ ໂຄງການສ້າງສນາມບິນ ໜອງຄ້າງ ໄດ້ຈົກດິນ ຂື້ນມາຖົມກອງໄວ້ ແລ້ວດິນ ເຈື່ອນ ໃສ່ນາ ປະຊາຊົນ ເມື່ອປີ 2015 ເຮັດໃຫ້ ຊາວບ້ານບໍ່ສາມາດ ປູກເຂົ້າໃສ່ດິນນາ ຂອງ ເຂົາເຈົ້າ ແລະເມື່ອໄປຮ້ອງທຸກ ໃຫ້ບໍຣິສັດ ຮອງແອງຢາລາຍ ຊື່ງເປັນຜູ້ຮັບເຫມົາ ກໍ່ສ້າງ ໂຄງການນີ້ ໃຫ້ຈົກດິນແດງ ອອກຈາກນາ ຂອງປະຊາຊົນ ແຕ່ທາງບໍຣິສັດ ກໍບໍ່ແກ້ໄຂ ຢ່າງຈິງຈັງ.

ໃນຕົ້ນປີ 2017 ຊາວບ້ານທີ່ໄດ້ ຮັບຜົນກະທົບ ໄດ້ພາກັນຮິບໂຮມ ເງິນກັນຈ້າງຣົຖດຸດ ມາດຸດດິນແດງອອກຈາກນາ ຂອງເຂົາເຈົ້າແຕ່ ກໍບໍ່ສໍາເຣັດ ຍ້ອນຄ່າຈ້າງ ບໍ່ພຽງພໍ ຈີ່ງໄດ້ ຮຽກຮ້ອງ ໄປຍັງຫ້ອງການ ເມືອງຊໍາເໜືອ ຈົນໄດ້ຮັບ ຄ່າຊົດເຊີຍ ດັ່ງກ່າວ ເພື່ອໄປຊື້ດິນ ບ່ອນໃໝ່ ເປັນບ່ອນ ທໍາມາຫາກິນ. ກ່ຽວກັບ ຣາຍລະອຽດ ທີ່ວ່າ ມີປະຊາຊົນ ຈັກຄອບຄົວ ໄດ້ຮັບຄ່າຊົດເຊີຍ ຈາກໂຄງການ ແລະ ໄດ້ຮັບເງິນຈໍານວນ ເທົ່າໃດນັ້ນ, ທາງເຈົ້າໜ້າທີ່ ເມືອງຊໍາເໜືອ ບໍ່ໄດ້ກ່າວເຖີງ ພຽງແຕ່ບອກວ່າ ປະຊາຊົນ ພໍໃຈກັບເງິນຄ່າ ຊົດເຊີຍ ດັ່ງກ່າວ.

ເຖີງຢ່າງດກໍດີ ປັຈຈຸບັນໂຄງການ ສ້າງສນາມບິນໜອງຄ້າງ ໄດ້ໂຈະການກໍ່ສ້າງຢູ່ ແຕ່ມີຂ່າວວ່າ ທາງໂຄງການ ອາຈກັບຄືນມາ ສຶບຕໍ່ ການກໍ່ສ້າງ ພາຍໃນ ທ້າຍປີ 2017 ນີ້ໂດຍ ຍັງແມ່ນບໍຣິສັດ (ຮອງແອງຍາລາຍ) ເປັນຜູ້ຮັບເໝົາ ການກໍ່ສ້າງຄືເກົ່າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.