ເສັ້ນທາງຍຸທສາດລາວ-ກໍາພູຊາ
2014.11.21

ໂຄງການ ສ້າງທາງ ຍຸທສາດ ລາວ ກໍາພູຊາ ຈາກ ບ້ານກະດັນ ໄປຫາ ບ້ານ ທ່າຫິນ ເມືອງ ມຸລປະໂມກ ແຂວງ ຈໍາປາສັກ ຊຶ່ງ ເປັນ ເສັ້ນທາງ ທໍາອິດ ຣະຫວ່າງ 2 ປະເທດ ນັ້ນຍັງ ບໍ່ຄືບໜ້າ ຍ້ອນ ບໍຣິສັດ ຮັບເໝົາ ກໍ່ສ້າງ ມີບັນຫາ ເຣຶ່ອງ ການ ກໍ່ສ້າງ ຈົນ ໄດ້ ຢຸດ ວຽກງານ ມາໄດ້ ຣະຍະນຶ່ງ ຊຶ່ງ ອາຈຕ້ອງໄດ້ ຖ້າໄປເຖິງ ປີ 2019 ຈຶ່ງ ຈະສໍາເຣັດ. ເຈົ້າໜ້າທີ່ ເມືອງ ມຸລປະໂມກ ເວົ້າວ່າ:
"ບໍ່ທັນໄດ້ ມີ ການ ປ່ຽນແປງ ຍັງ ຄືເກົ່າຢູ່ ທາງ ບໍຣິສັດ ທາງ ເພິ່ນ ບໍ່ຮູ້ນໍາ ຂະເຈົ້າ ບໍຣິສັດ ມັນ ມີບັນຫາ ເພິ່ນຢຸດງານ ຊ່ວງ ໜຶ່ງ ເພິ່ນລົງມື ປີແລ້ວເນາະ ຄາດວ່າ ປີ 2019 ກະສິ ສໍາເຣັດ".
ທ່ານກ່າວ ຕໍ່ໄປວ່າ ຕາມ ແຜນເດີມ ຄາດວ່າ ໂຄງການ ເສັ້ນທາງ ສາຍນີ້ ຈະສ້າງ ໃຫ້ສໍາເຣັດ ໃນປີ 2015 ເພື່ອ ຮອງຮັບ ປະຊາ ຄົມ ເສຖກິດ ອາຊຽນ ຊຶ່ງ ໃນຊ່ວງ ຕົ້ນ ປີນີ້ ການ ກໍ່ສ້າງ ກໍເປັນ ໄປ ດ້ວຍດີ ຕໍ່ມາກໍ ມີບັນຫາ ຣະຍະນຶ່ງ ແຕ່ ປັຈຈຸບັນ ທາງ ບໍຣິ ສັດ ຮັບເໝົາ ກໍກັບມາ ກໍ່ສ້າງຕາມ ປົກກະຕິ ແລະ ສໍາເຣັດໄປ ໄດ້ເກືອບ 50 ສ່ວນຮ້ອຍ ແລ້ວ.
ເສັ້ນທາງ ສາຍນີ້ ຈະເປັນທາງ ດິນແດງ ກວ້າງ 6 ແມັດ ຍາວ 120 ກິໂລແມັດ ປູ 5 ຊັ້ນ. ຜູ້ລົງທຶນ ແລະ ຮັບເໝົາ ກໍ່ສ້າງ ໂຄງການນີ້ ແມ່ນ ບໍຣິສັດ ພົງ ທະວີຊັບ ກໍ່ສ້າງ ຂົວທາງ ທີ່ ຈະລົງທຶນ ໃຫ້ກ່ອນ ໃນ ມູນຄ່າ 289 ຕື້ກີບ ແລະ ຣັຖບາລລາວ ຈະຊໍາຣະ ໃຫ້ຕາມ ພາຍຫລັງ.
ທາງ ຍຸທສາດ ສາຍນີ້ ຈະເຮັດໃຫ້ ການໄປມາ ແລະ ການ ຂົນສົ່ງ ສິນຄ້າ ຣະຫວ່າງ ແຂວງ ຈໍາປາສັກ ແລະ ກໍາພູຊາ ສະດວກ ຂຶ້ນ ເພື່ອ ຮອງຮັບ ການຂຍາຍ ໂຕ ຂອງ ເສຖກິດ. ແຕ່ ໃນທາງ ກົງກັນຂ້າມ ອາຈເປັນ ເສັ້ນທາງ ໃໝ່ ສໍາລັບ ພວກຄ້າ ຢາເສບຕິດ ແລະ ຂະບວນການ ຂົນສົ່ງ ສິນຄ້າ ຜິດ ກົດໝາຍ.