ຄ່າຊົດເຊີຍດິນ 450 ປີ ຍັງ ສັບສົນ

ສິດນີ
2015.10.15
f-450 ເສັ້ນທາງຫລວງ 450 ປີ ທີ່ສ້າງສໍາເຣັດໄປແລ້ວ
RFA

ຊາວບ້ານ ຜູ້ ບໍ່ປະສົງ ອອກຊື່ ທ່ານນຶ່ງ ກ່າວວ່າ ປັດຈຸບັນ ຊາວບ້ານ ຈຳນວນ ນຶ່ງ ຜູ້ທີ່ເປັນ ເຈົ້າຂອງ ທີ່ດິນ ແຄມ ຖນົນ 450 ປີ ຍັງບໍ່ໄດ້ ຮັບ ຄ່າຊົດເຊີຍ ຈາກ ທາງການ ນະຄອນຫຫຼວງ ວຽງຈັນ ເທື່ອ. ເຖີງ ແມ່ນວ່າ ທາງການ ນະຄອນ ຫຼວງ ຈະປະກາດ ໃຫ້ ຊາວບ້ານ ໄປພົບ ໃນ ວັນຈັນ ທີ່ ຜ່ານມາ ກໍຕາມ, ແຕ່ ແທນທີ່ ທາງການ ຈະເວົ້າ ເຣື້ອງ ຄ່າຊົດເຊີຍ, ກັບໄປເວົ້າ ເຣື້ອງ ສ້າງຮົ້ວກັ້ນ ຂອບເຂດ ເສັ້ນທາງ ຣົຖໄຟ. ດັ່ງທ່ານ ກ່າວ ໃນ ຕອນນຶ່ງ ວ່າ:

"ອັນນັ້ນ ບໍ່ແມ່ນ ຊົດເຊີຍ ເຣື້ອງ ທີ່ດີນ ຂະເຈົ້າ ຈະເຮັດ ຮົ້ວກັ້ນ ຂອບເຂດ ເສັ້ນທາງ ຣົດໄຟ ຫັ້ນ, ຍັງບໍ່ທັນ ໄດ້ເອົາເນາະ ເພາະວ່າ ເພິ່ນແຈ້ງ ຍັງບໍ່ມີ ງົປ ໃຫ້ຕິເບາະ, ຫລືວ່າ ແນວໃດ ບໍຣູ້ວ່າ ໃຜຕໍ່ໃຜ ເພາະວ່າ ບໍ່ເຫັນ ຣາຍຊື່ແຈ້ງ".

ທ່ານກ່າວ ຕື່ມວ່າ ເຣື້ອງຈ່າຍ ຄ່າຊົດເຊີຍ ໃຫ້ ປະຊາຊົນ ນັ້ນ ຍັງຕ້ອງໄດ້ ຕິດຕາມ ຕໍ່ໄປອີກ ຍັງ ບໍ່ຮູ້ວ່າ ຈະມີການ ນັດປະຊຸມ ກັນອີກ ເມື່ອໃດ, ເພາະ ທາງການ ແລະ ເຈົ້າຂອງ ດິນ ຍັງ ຕົກລົງກັນ ບໍ່ໄດ້ ຍ້ອນ ປະຊາຊົນ ບໍ່ພໍໃຈ ໃນ ຄ່າ ຊົດເຊີຍ ທີ່ ທາງການ ສເນີໃຫ້ ຈຶ່ງບໍ່ຮັບ ເງິນ ດັ່ງກ່າວມາ ແຕ່ ຕົ້ນ.

ເອເຊັຽ ເສຣີ ໄດ້ຕິດຕໍ່ ໄປຍັງ ກົມທີ່ດິນ ນະຄອນຫຼວງ ວຽງຈັນ ແຕ່ ເຈົ້າຫນ້າທີ່ ກ່ຽວຂ້ອງ ບອກວ່າ ບໍ່ສະດວກ ທີ່ ຈະໃຫ້ ສຳພາດ ຈຶ່ງ ບໍ່ສາມາດ ຢືນຢັນ ໄດ້ວ່າ ທາງ ນະຄອນຫຼວງ ມີແຜນການ ຈະຈ່າຍ ຄ່າຊົດເຊີຍ ໃຫ້ ປະຊາຊົນ ແທ້ຈິງ ຫລືບໍ່.

ປັດຈຸບັນ ດິນຕາມ ແຄມຖນົນ 450 ປີ ມີການປຸກ ຕຶກ ອາຄານ ຫ້ອງການ ຣັຖບານ ແລະ ກະຊວງຕ່າງໆ ໃນ ແຜນການ ຂຍາຍເມືອງ ໃຫມ່ ຂອງ ຣັຖບານ ເຮັດໃຫ້ ຄ່າດິນ ແພງກວ່າ ຣາຄາ ທີ່ ຣັຖບານ ຈະໃຫ້ ຄ່າຊົດເຊີຍ ແກ່ ປະຊາຊົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.