ຮຽກຮ້ອງ ທາງການສ້ອມແປງທາງ: ຍົມມະລາດ

ສຸ​ພັດ​ຕາ
2019.05.27
f-road ຫົນທາງໃນຄຸ້ມບ້ານຫາບ້ານ ຢູ່ລາວ
RFA/PN

ປະຊາຊົນ 7 ບ້ານ 1,000 ປາຍຄອບຄົວ ຢູ່ເມືອງຍົມມະລາດ ແຂວງຄໍາມ່ວນ ຮຽກຮ້ອງ ທາງການ ມາສ້ອມແປງເສັ້ນທາງ ຈາກບ້ານ ໄປຫາຕົວເມືອງໃຫ້ ຫຼັງຈາກ ທີ່ພວກຂະເຈົ້າ ບໍ່ສາມາດເດີນທາງ ເຂົ້າໄປຕົວເມືອງໄດ້ ມາເປັນສັປດາແລ້ວ ຍ້ອນທາງເປ່ເພໜັກ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ທ້ອງຖິ່ນ ເຂດດັ່ງກ່າວ ຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 22 ພຶສພາ ນີ້:

“ເອີ່ ໃນ 7 ບ້ານ ເສັ້ນທາງທຽວເຂົ້າມາ ຝົນຕົກແລ້ວ ໄປບໍ່ໄດ້ດຽວນີ້ ຈາກບ້ານໄປໃສ່ ໂຕເມືອງແລ້ວ 30 ປາຍກິໂລ ມັນເປັນຕົມນະ ດົນແລ້ວ ທາງນີ້ ລໍາບາກນະ ທຽວບໍ່ໄດ້ ຣົດກະທຽວບໍ່ໄດ້ ມີແຕ່ເຂົາຍ່າງ ຕາມຈິດໃຈແລ້ວ ຢາກໃຫ້ເພິ່ນລົງມາຫັ່ນແຫຼະ.”

ທ່ານກ່າວວ່າ ທາງເສັ້ນດັ່ງກ່າວ ເປັນທາງດິນແດງ ມີໄລຍະທາງ 30 ປາຍກິໂລແມັດ ເຣີ້ມໃຊ້ການບໍ່ໄດ້ ຕັ້ງແຕ່ ວັນທີ 11 ພຶສພາ ເປັນຕົ້ນມາ ຫຼັງຈາກ ທີ່ມີຝົນໜັກ. ປັດຈຸບັນ ຊາວບ້ານຄອບຄົວໃດ ທີ່ຕ້ອງການ ເຂົ້າໄປຕົວເມືອງ ຕ້ອງໄດ້ຍ່າງໄປ ເທົ່ານັ້ນ, ສ່ວນຄົນທີ່ເຈັບເປັນ ທາງຄອບຄົວ ແລະ ເພື່ອນບ້ານ ຕ້ອງໄດ້ຊ່ອຍກັນ ຫາມໄປຈົນຮອດ ທາງໃຫຍ່ ເພື່ອຂີ່ຣົດໂດຍສານ ໄປໂຮງໝໍ ໃນເມືອງ.

ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມວ່າ ໃນທຸກໆປີ ທາງເສັ້ນນີ້ ຍາມແລ້ງ ກໍມີຂີ້ຝຸ່ນຫຼາຍ ປະຊາຊົນ ຕ້ອງໄດ້ໃຊ້ ຜ້າອັດປາກອັດດັງ, ຍາມຝົນ ທາງກໍໃຊ້ການບໍ່ໄດ້ ແບບນີ້. ໃນປີ 2017 ເຈົ້າໜ້າທີ່ ຜແນກໂຍທາທິການ ແລະ ຂົນສົ່ງ ກໍລົງມາຮິບໂຮມຂໍ້ມູນ ເຣື່ອງທາງເສັ້ນດັ່ງກ່າວ ມາຮອດ ປັດຈຸບັນ ກໍຍັງບໍ່ມີຫຍັງ ຄືບໜ້າ.

“ເພິ່ນກໍວ່າ ຈະມາປົວແປງ ດຽວນີ້ ກໍມິດງຽບໄປແລ້ວ 2-3 ປີຫຼັງນີ້ ເພິ່ນວ່າ ມີແຜນແລ້ວວ່າ ຈະມາເຮັດ ປັດຈຸບັນນີ້ ກະຍັງມິດໄປ ຫັ້ນນາ ກໍມີແຕ່ ອອກແຮງງານ ກັນເອງ ໄດ້ຍ່າງກັນ ໄປແປງ ເຂົ້າລະດູຝົນນິ່ ກໍໄປຂຸດຖົມເອົາ.”

ກ່ຽວກັບ ເຣື້ອງດັ່ງກ່າວນີ້ ວິທຍຸ ເອເຊັຽ ເສຣີ ໄດ້ໂທຣະສັບ ໄປຫາຂແນງໂຍທາທິການ ແລະ ຂົນສົ່ງ ເມືອງຍົມມະລາດ ແລະ ຫ້ອງການປົກຄອງເມືອງ, ແຕ່ເຈົ້າໜ້າທີ່ ບໍ່ສະດວກໃຫ້ຄໍາເຫັນ ຂນະທີ່ ຊາວບ້ານ ກໍຢາກໃຫ້ ທາງການ ລົງມາສ້ອມແປງ ທາງໃຫ້ ແຕ່ກໍບໍ່ຮີບດ່ວນ ເພາະປະຊາຊົນ ເຂົ້າໃຈວ່າ ຍາມນີ້ີ ແມ່ນຣະດູຝົນ, ແຕ່ເຖິງຢ່າງໃດກໍຕາມ ຍັງຕ້ອງການໃຫ້ທາງການ ສ້ອມແປງທາງ ນັ້ນໃຫ້ຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.