ໂຄງການບໍ່ແຮ່ ສ້າງຄວາມກັງວົນ
ອົງການ ທີ່ບໍ່ຂຶ້ນ ກັບ ຣັຖບານ ກັງວົນ ເຣື່ອງ ຜົລກະທົບ ຈາກ ການ ສັມປະທານ ບໍ່ແຮ່ ໃນ ປະເທດລາວ ພາຍຫລັງ ທີ່ ຣັຖບານ ເວົ້າວ່າ ໄດ້ເຊັນ ສັນຍາ ແລ້ວ 200 ກວ່າ ໂຄງການ.
-
2013-05-17 -
-
-
Your browser doesn’t support HTML5 audio
ອົງການ ທີ່ບໍ່ຂຶ້ນ ກັບ ຣັຖບານ ກັງວົນ ເຣື່ອງ ຜົລກະທົບ ຈາກ ການ ສັມປະທານ ບໍ່ແຮ່ ໃນ ປະເທດລາວ ພາຍຫລັງ ທີ່ ຣັຖບານ ເວົ້າວ່າ ໄດ້ເຊັນ ສັນຍາ ແລ້ວ 200 ກວ່າ ໂຄງການ.
ຫລັງຈາກ ທີ່ ຣັຖມົນຕຣີ ກະຊວງ ພະລັງງານ ແລະ ບໍ່ແຮ່ ຂອງລາວ ເປີດເຜີຍວ່າ ລາວໄດ້ ເຊັນສັນຍາ ກ່ຽວກັບ ໂຄງການ ສັມປະທານ ບໍ່ແຮ່ 226 ໂຄງການ ແລ້ວ. ເຈົ້າໜ້າທີ່ ອົງການ ທີ່ບໍ່ຂຶ້ນ ກັບ ຣັຖບານ ຫລື NGO ກໍໄດ້ສະແດງ ຄວາມກັງວົນ ກ່ຽວກັບ ຜົລກະທົບ ທີ່ຈະຕາມມາ ຈາກການ ດໍາເນີນ ໂຄງການນັ້ນ. ດັ່ງ ນັກວິຊາການ ທ່ານນຶ່ງ ເວົ້າວ່າ ບັນຫາ ສິ່ງແວດລ້ອມ ໂດຍສະເພາະ ເຣື່ອງນໍ້າ ແມ່ນໜ້າ ເປັນຫ່ວງ ຍ້ອນວ່າ ຫລາຍແຫລ່ງ ນໍ້າໃນລາວ ໄດ້ຮັບ ຜົລກະທົບ ແລ້ວ ຈາກໂຄງການ ສັມປະທານ ນັ້ນ:
"ການຕັ້ງ ໂຮງງານ ຖືວ່າໃນ ຣະຍະ ຜ່ານມາ ກໍມີແຫລະເນາະ ຈົນມາຮອດ ປັຈຈຸບັນ ນີ້ ກໍພໍມີຢູ່ ເຮັດໃຫ້ ປະຊາຊົນ ຂາດຊອກຢູ່ ທໍາກິນເນາະ ເປັນຕົ້ນວ່າ ປະມົງເນາະ ປູປາ ໜ້າເນື້ອ ມັນກໍໝົດໄປ ກະທົບໃຫຍ່ ແທ້ໆ ກໍໄດ໋".
ທ່ານໄດ້ຍົກ ຕົວຢ່າງ ໂຄງການ ບໍ່ຄໍາ ເຊໂປນ ແຂວງ ສວັນນະເຂດ ທີ່ເຮັດໃຫ້ ນໍ້າໃນແມ່ນໍ້າ ໃນບໍຣິເວນ ໂຄງການ ນັ້ນ ເກີດມົລພິດ ຈົນຊາວບ້ານ ບໍ່ສາມາດ ໃຊ້ນໍ້າໄດ້ ແລະໂຄງການ ເກືອກາລີ ເມືອງໜອງບົກ ແຂວງຄໍາມ່ວນ ກໍ ປ່ອຍນໍ້າເສັຽ ລົງສູ່ແຫລ່ງນໍ້າ ເຮັດໃຫ້ປາ ຕາຍ ຢ່າງຫລວງຫລາຍ. ທ່ານວ່າ ໂຄງການຕ່າງໆ ທີ່ຕັ້ງຢູ່ໃກ້ ແຫລ່ງນໍ້າ ຈະເກີດ ຜົລກະທົບ ໄປຢ່າງກວ້າງ ຂວາງ ເປັນວົງກວ້າງ. ຈາກການເປີດເຜີຍ ຂອງ ທາງການລາວ ມີນັກລົງທຶນ ທັງລາວ ແລະ ຕ່າງປະເທດ ເຊັນສັນຍາ ກັບ ຣັຖບານ ແລ້ວ 226 ບໍຣິສັດ ໃນເນື້ອທີ່ 58 ພັນ 569 ກິໂລແມັຕ ມົນທົນ ເກືອບເທົ່າກັບ 25 ສ່ວນຮ້ອຍ ຂອງເນື້ອທີ່ ໃນປະເທດ ໂດຍມີ 124 ບໍຣິສັດ ຢູ່ໃນ ຂັ້ນຕອນ ການຊອກຄົ້ນ ແລະ ສໍາຣວດ 65 ບໍຣິສັດ ກໍາລັງຂຸດ ຄົນ 25 ບໍຣິສັດ ກໍາລັງສ້າງ ຕັ້ງໂຮງງານ ແລະ 40 ບໍຣິສັດ ດໍາເນີນການ ໄປແລ້ວ. ນັກວິຊາການ ດ້ານ ສິ່ງແວດລ້ອມ ອີກຜູ້ນຶ່ງ ໃຫ້ຄໍາເຫັນວ່າ ບັນຫານຶ່ງ ອີກ ທີ່ຈະຕາມມາ ຫລັງຈາກ ອະນຸມັດ ໂຄງການ ນັ້ນ ຄືການລັກລອບ ຕັດໄມ້ ແລະ ການ ຍາດແຍ່ງ ທີ່ດິນ ທໍາກິນ ຂອງ ປະຊາຊົນ:
"ສ່ວນຫລາຍ ໃນເຂດ ສັມປະທານ ເຂດປ່າໄມ້ ທີ່ວ່າມັນ illegal logging ພວກນີ້ນີ໋ນະ ພວກນີ້ມັນມີ ທຸຣະກິດ ແອບແຝງ ແລ້ວມັນກໍມີ ຊ່ອງຫວ່າງ ໃນການມີ ຊ່ອງຫວ່າງ ຫລາຍທາງ ທາງດ້ານ ການບໍຣິຫານ ມັນກໍໜ້າ ເປັນຫ່ວງຢູ່ ອັນນີ້ກໍເປັນ ຂໍ້ມູລ ສະພາບ ຕົວຈິງ ຫັ້ນແຫລະ ທີ່ວ່າ ຂ້ອຍໄດ້ ໄປສັມຜັດມາ".
ທ່ານວ່າ ບັນຫາ ການຍາດແຍ່ງ ທີ່ດິນ ທໍາກິນ ຂອງ ປະຊາຊົນ ເປັນບັນຫາ ໃຫຍ່ ຄື ກັນກັບ ບັນຫາດ້ານ ສິ່ງແວດລ້ອມ ຊຶ່ງຊາວບ້ານ ທີ່ຖືກເອົາລັດ ເອົາປຽບ ມີຈໍານວນ ບໍ່ໜ້ອຍ ຮວມທັງ ຜູ້ທີ່ຕ້ອງໄດ້ ເຊົ່າທີ່ດິນ ຄົນອື່ນ ທໍາກິນ.