ມ.ນາໝໍ້ ມ.ງາ ຫຼາຍຄອບຄົວ ລໍຖ້າ ຄ່າຊົດເຊີຍ

ສະຖານີຣົດໄຟ ລາວ-ຈີນ ແຂວງອຸດົມໄຊ ທີ່ ກໍາລັງເລັ່ງມື ໃນການກໍ່ສ້າງ (ຮູບຖ່າຍຕົ້ນປີ 2021)
ສະຖານີຣົດໄຟ ລາວ-ຈີນ ແຂວງອຸດົມໄຊ ທີ່ ກໍາລັງເລັ່ງມື ໃນການກໍ່ສ້າງ (ຮູບຖ່າຍຕົ້ນປີ 2021) (ນັກຂ່າວພົລເມືອງ)

0:00 / 0:00

ມາເຖິງປັດຈຸບັນ ປະຊາຊົນຈໍານວນນຶ່ງ ຢູ່ເມືອງນາໝໍ້ ແຂວງອຸດົມໄຊ ທີ່ໄດ້ຮັບຜົລກະທົບ ຈາກການສ້າງສະຖານີຣົດໄຟ ລາວ-ຈີນ ຍັງລໍຖ້າເງິນຄ່າຊົດເຊີຍ ຈາກພາກສ່ວນທີ່ກ່ຽວຂ້ອງຢູ່, ເຮັດໃຫ້ພວກເຂົາເຈົ້າໜັກໃຈ ໃນການທີ່ຈະວາງແຜນຊີວິດ ໃນອະນາຄົດ, ຫຼາຍຄອບຄົວຢາກເອົາເງິນ ຄ່າຊົດເຊີຍນັ້ນ ໄປຊອກຊື້ດິນຢູ່ບ່ອນໃໝ່ ແຕ່ກໍຍັງເຮັດຫຍັງບໍ່ໄດ້, ດັ່ງຊາວບ້ານທີ່ໄດ້ຮັບຜົລກະທົບຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 9 ກໍຣະກະດາ ນີ້ວ່າ:

“ແທກໄປແລ້ວ ເຂົາຍັງບໍ່ເອົາເງິນມາຊົດເຊີຍ ບໍ່ຮູ້ເທື່ອນ່າ ເຂົາກະຍັງບໍ່ທັນຕອບເທື່ອ. ແທກຫັ້ນແທກໄປແລ້ວ ເຂົາວ່າເຂົາໝາຍ ເຮືອນເຮົາ ກະຍັງບໍ່ທັນມ້າງຫຍັງເທື່ອຫັ້ນນ່າ. ໄດ້ກໍມີ ບໍ່ໄດ້ກໍມີແລ້ວ ເຮົາກະບໍ່ຊ່າງວ່າ.”

ທ່ານກ່າວຕື່ມວ່າ ຕົນໄດ້ຍິນຂ່າວວ່າ ບາງຄອບຄົວທີ່ເສັຍດິນ ໃນເຂດດຽວກັນນີ້ ໃຫ້ທາງໂຄງການ ກໍຕ້ອງການດິນຄືນ ຍ້ອນບໍ່ຢາກ ລໍຖ້າເງິນຄ່າຊົດເຊີຍນັ້ນຕໍ່ໄປອີກ ແຕ່ພາກສ່ວນ ທີ່ກ່ຽວຂ້ອງບໍ່ມີນະໂຍບາຍ ຄືນທີ່ດິນໃຫ້ ແລະ ໃຫ້ລໍຖ້າຕໍ່ໄປອີກ.

ເມື່ອບໍ່ດົນມານີ້ ມີຊາວບ້ານນາໝໍ້ໃຕ້ ເມືອງນາໝໍ້ ນາງນຶ່ງ ທີ່ໄດ້ຮັບຜົລກະທົບ ໄດ້ເວົ້າຜ່ານ ຄລິປວີດີໂອວ່າ:

“ຄອບຄົວຕົນ ກໍເປັນຄອບຄົວນຶ່ງ ທີ່ຍັງບໍ່ທັນໄດ້ຮັບເງິນຄ່າຊົດເຊີຍເທື່ອ ແຕ່ພັດຖືກໂຄງການດັ່ງກ່າວ ຍຶດເອົາທີ່ດິນໄປແລ້ວ. ມາຮອດ ປັດຈຸບັນ ເຮັດໄດ້ແຕ່ລໍຖ້າ ໃຫ້ທາງຂັ້ນເທິງເລັ່ງ ດໍາເນີນການຈ່າຍເງິນຄ່າຊົດເຊີຍ ແບບໄວທີ່ສຸດ ເພາະຢາກເອົາເງິນໄປຊອກຊື້ທີ່ດິນ ບ່ອນໃໝ່.”

ກ່ຽວກັບເຣື່ອງທີ່ວ່ານີ້ ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ໂທຖາມໄປຍັງຄະນະໄກ່ເກັ່ຽສິ່ງກີດຂວາງ ໂຄງການສ້າງທາງຣົດໄຟລາວ-ຈີນຢູ່ເຂດ ເມືອງນາໝໍ້ ແຕ່ບໍ່ມີຜູ້ໃດຮັບ ໂທຣະສັບ.

ກ່ອນໜ້ານີ້ ເຈົ້າໜ້າທີ່ຄະນະດັ່ງກ່າວ ໄດ້ຊີ້ແຈງຕໍ່ວິທຍຸເອເຊັຍເສຣີວ່າ ມາຮອດປັດຈຸບັນ ຍັງເຫລືອຄອບຄົວຈໍານວນນຶ່ງ ທີ່ຍັງບໍທັນ ໄດ້ຮັບຄ່າຊົດເຊີຍ, ຍ້ອນການແຜ່ຣະບາດ ຂອງ ໂຄວິດ-19 ເຮັດໃຫ້ການເບີກຈ່າຍ ຈາກສູນກາງຫລ້າຊ້າ ແຕ່ກໍຈະພຍາຍາມຈ່າຍ ໃຫ້ແລ້ວພາຍໃນປີນີ້. ນອກເໜືອໄປກວ່ານີ້ ທ່ານບໍ່ຮູ້.

ໃນຂນະດຽວກັນ ກໍມີຊາວບ້ານອີກຜູ້ນຶ່ງ ຢູ່ເມືອງງາແຂວງອຸດົມໄຊ ທີ່ຍັງລໍຖ້າຄ່າຊົດເຊີຍຄືກັນນັ້ນ ໄດ້ຮັບການຊີ້ແຈງຈາກພາກສ່ວນ ທີ່ກ່ຽວຂ້ອງວ່າ, ອາຈມີການຈ່າຍຄ່າຊົດເຊີຍ ໃຫ້ແລ້ວພາຍໃນທ້າຍເດືອນ ກໍຣະກະດາ ນີ້:

“ມື້ນັ້ນເຂົາກະອອກມາຊີ້ແຈງ ພວກພະນັກງານເມືອງ ເຂົາກະວ່າ ມາຊີ້ແຈງຂັ້ນຕອນທີ 2 ນີ້ ເປັນທ້າຍເດືອນ 7 ນີ້ ເຂົາວ່າແນວນັ້ນ. ທ້າຍເດືອນ 7 ນີ້ ອາດໄດ້ແລ້ວວ່າຊີ້ ເມືອງງານີ້ ຍັງຫຼາຍເຕີບໂອ໋.”

ແລະຊາວບ້ານຢູ່ເມືອງງາ ອີກນາງນຶ່ງ ທີ່ຍັງລໍຖ້າຄ່າຊົດເຊີຍ ຄືກັນນັ້ນເວົ້າວ່າ ຍັງບໍ່ໝັ້ນໃຈເທື່ອວ່າ ພາກສ່ວນທີ່ກ່ຽວຂ້ອງຈະໃຫ້ ຄ່າຊົດເຊີຍໄດ້ ພາຍໃນເດືອນນີ້ແທ້ ຫຼືບໍ່ ຍ້ອນໄລຍະ ທີ່ຜ່ານມາ ຕົນບໍ່ມີໂອກາດໄດ້ພົບພໍ້ ກັບເຈົ້າໜ້າທີ່ ທີ່ກ່ຽວຂ້ອງໂດຍກົງ ແລະ ບໍ່ຮູ້ຄວາມຄືບໜ້າຫຍັງເທື່ອ:

”ບໍ່ໄດ້, ບໍ່ໄດ້ ເງິນຫັ້ນນະ ຖືກລະແຕ່ບໍ່ໄດ້ ແຜນເອົາແນວໃດເຮົາກະບໍ່ຮູ້ລະ ຊ່ວງເພິ່ນມາຫັ້ນເອື້ອຍກະເອົາຜົວໄປຜ່າຕັດແດ່ ບໍ່ຮູ້ແລ້ວ ບໍ່ໄດ້ຕິ.”

ສ່ວນວ່າເຈົ້າໜ້າທີ່ ທີ່ກ່ຽວຂ້ອງກັບການຈ່າຍເງິນຊົດເຊີຍ ຢູ່ເມືອງງາ ຜູ້ຂໍສງວນຊື່ ແລະສຽງ ທ່ານນຶ່ງກ່າວວ່າ:

“ປັດຈຸບັນ ຍັງບໍ່ທັນໄດ້ຮັບແຈ້ງຂ່າວ ຈາກພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງເທື່ອວ່າ ຈະສນອງງົບປະມານໃຫ້ແນວໃດ ເພື່ອທີ່ຈະນໍາໄປ ຈ່າຍຄ່າຊົດເຊີຍໃຫ້ຊາວບ້ານ ທີ່ຍັງຄ້າງຢູ່ ແລະບໍ່ທັນຕອບໄດ້ເທື່ອວ່າ ຈະມີການຊົດເຊີຍພາຍໃນເດືອນນີ້ ຫລືບໍ່.”

ເພື່ອຄວາມກະຈ່າງແຈ້ງ ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຍເສຣີ ພຍາຍາມຕິດຕໍ່ໄປຫາ ຄະນະໄກ່ເກັ່ຽສິ່ງກີດຂວາງ ໂຄງການສ້າງທາງ ຣົດໄຟລາວ-ຈີນ ຢູ່ແຂວງອຸດົມໄຊ, ໄດ້ຮັບຄໍາຕອບ ຈາກເຈົ້າໜ້າທີ່ຮັບຜິດຊອບ ເຣື່ອງນີ້ວ່າ ບໍ່ສະດວກທີ່ຈະໃຫ້ຄໍາເຫັນ.

ເມື່ອເດືອນພຶສຈິກາ 2020 ຜແນກໂຍທາທິການ ແລະ ຂົນສົ່ງ ແຂວງອຸດົມໄຊ ເປີດເຜີຍວ່າ ການຊົດເຊີຍຊາວບ້ານ ທີ່ໄດ້ຮັບ ຜົລກະທົບ ຈາກໂຄງການສ້າງທາງຣົດໄຟ ລາວ-ຈີນ ຢູ່ແຂວງນີ້ ໄດ້ສໍາເຣັດໄປແລ້ວ 4 ງວດ, ຢູ່ເມືອງໄຊ, ເມືອງນາໝໍ້ ແລະ ເມືອງງາ ຮວມທັງໝົດ 1,233 ຄອບຄົວ, ມູນຄ່າປະມານ 133 ຕື້ກີບ ແລະ ໃນແຜນຊົດເຊີຍ ງວດທີ 5 ທັງໝົດ 66 ຄອບຄົວ, ມູນຄ່າ 61 ຕື້ກີບ ແຕ່ຍັງບໍ່ຮູ້ວ່າຈະຈ່າຍໃຫ້ເມື່ອໃດ.

ໃນຂນະທີ່ ການຊົດເຊີຍຫລ້າຊ້າ ແຕ່ການສ້າງທາງຣົດໄຟ ລາວ-ຈີນ ຍາວ 422,4 ກິໂລແມັດ ຄືບໜ້າໄປ 94% ປາຍແລ້ວ. ການວາງລາງຣົດໄຟແຕ່ ນະຄອນຫຼວງວຽງຈັນ ໄປຫາ ແຂວງຫລວງພຣະບາງ ແລະ ຕໍ່ໃສ່ແຂວງອຸດົມໄຊ ຄືບໜ້າໄປແລ້ວ 80% ແລະ ມີແຜນທີ່ຈະທົດລອງແລ່ນ ແຕ່ ນະຄອນຫລວງວຽງຈັນ ຫາ ບໍ່ເຕັນ ຊາຍແດນ ລາວ-ຈີນ ໃນເດືອນສິງຫາ ນີ້ກ່ອນຈະເປີດໃຊ້ ໃນທ້າຍປີ 2021 ນີ້.