ຊາວບ້ານ ຢູ່ບ້ານນາເຕີຍ ເມືອງຫລວງນໍ້າທາ ແຂວງຫລວງນໍ້າທາ ຈຳນວນ 168 ຄອບຄົວ ທີ່ໄດ້ຮັບຜົລກະທົບ ຍັງລໍຖ້າຮັບເງິນຊົດເຊີຍ ຈາກໂຄງການ ກໍ່ສ້າງທາງຣົດໄຟ ລາວ-ຈີນ ນັ້ນຢູ່, ດັ່ງຊາວບ້ານ ທີ່ໄດ້ຮັບຜົລກະທົບ ທ່ານນຶ່ງເວົ້າຕໍ່ RFA ໃນມື້ວັນທີ 19 ສິງຫາ ນີ້ວ່າ:
"ດຽວນີ້ກະຍັງບໍ່ທັນໄດ້ໝົດປະຊາຊົນ ຫລາຍຄົນຢູ່ໃນບ້ານນີ້ ກະຍັງວຸ້ນວາຍກັນຢູ່ ເພາະວ່າຍັງ ບໍ່ທັນມີໃຜໄດ້ເງິນໝົດ ເພີ່ນກະວ່າຊິຈ່າຍ ແຕ່ກະຍັງບໍ່ເຫັນຈ່າຍ ການຍ້າຍບ້ານ ໃຜກະບໍ່ເຫັນດີຢາກຍ້າຍ ຍ້ອນມັນມີຫລາຍຢ່າງທີ່ບໍ່ເໝາະສົມ ຍັງເວົ້າບໍ່ທັນ ຕົກແຕກກັນວ່າຊິເຮັດ ແນວໃດ.”
ປະຊາຊົນ ຜູ້ດຽວກັນນີ້ ກ່າວຕື່ມວ່າ ປັດຈຸບັນ ນອກຈາກບໍ່ໄດ້ຮັບເງິນ ຄ່າຊົດເຊີຍນັ້ນແລ້ວ ເຣື່ອງການຍົກຍ້າຍ ທີ່ຢູ່ອາໃສໃຫ້ປະຊາຊົນ ຜູ້ໄດ້ ຮັບຜົນກະທົບ ກໍຍັງຕົກລົງກັນບໍ່ທັນໄດ້ເທື່ອ ຍ້ອນຊາວບ້ານສ່ວນຫລາຍ ບໍ່ເຫັນດີນຳການຈັດສັນ ຂອງທາງການ ເພາະທີ່ຢູ່ບ່ອນໃໝ່ ໃກ້ກັບປ່າຊ້າ ແລະກໍໄກກັບຫົນທາງໄປມາ ແລະທັງແຫລ່ງນໍ້າກໍຢູ່ໄກ. ພວກເຂົາເຈົ້າ ຕ້ອງການ ຢາກໃຫ້ທາງການ ຈັດສັນທີ່ຢູ່ໃໝ່ບ່ອນທີ່ ເໝາະສົມ ແລະຂໍໃຫ້ຈ່າຍເງິນຄ່າຊົດເຊີຍ ໃຫ້ພວກເຂົາເຈົ້າໝົດ.
ກ່ຽວກັບເຣື່ອງນິີ້ RFA ໄດ້ຖາມໄປຍັງເຈົ້າໜ້າທີ່ ຮັບຜິດຊອບທາງຣົດໄຟ ແຂວງຫລວງນໍ້າທາ ໄດ້ຮັບຄໍາຕອບຈາກ ເຈົ້າໜ້າທີ່ຜູ້ບໍ່ປະສົງ ອອກຊື່ ແລະສຽງ ທ່ານນຶ່ງວ່າ ຍັງຢູ່ໃນຂັ້ນຕອນ ການປືກສາຫາລືກັນ ເລື່ອງການໂຍກຍ້າຍ ກະຊິໄດ້ປືກສາກັນ ຕື່ມອີກ ເພື່ອໃຫ້ປະຊາຊົນ ພໍໃຈເລື່ອງການຊົດເຊີຍ ຄາດວ່າທ້າຍປີ ຄືຊິແລ້ວໝົດ.
ແຂວງຫລວງນໍ້າທາ ມີບ້ານທີ່ໄດ້ຮັບຜົນກະທົບ ຈາກທາງລົດໄຟ ຈຳນວນ 4 ບ້ານ ຄືບ້ານ ບໍ່ເຕັນ, ບ້ານ ຕີສານ, ບ້ານ ບໍ່ປຽດ ແລະ ບ້ານນາເຕີຍ. ທັງໝົດ ມີ 200 ປາຍ ຄອບຄົວ.
ນອກຈາກແຂວງຫລວງນ້ຳທາ ທີ່ປະຊາຊົນໄດ້ຮັບຜົນກະທົບຈາກການ ກໍ່ສ້າງທາງຣົດໄຟ ລາວ-ຈີນແລ້ວ ກໍຍັງມີ ແຂວງອຸດົມໄຊ, ຫລວງພຣະບາງ ແລະ ແຂວງອື່ນໆອີກ ທີ່ຍັງລໍຖ້າເງິນຊົດເຊີຍ ຈາກຣັຖບານເພື່ອນໍາໄປສ້າງ ບ່ອນຢູ່ອາໃສໃໝ່ ແຕ່ກໍ່ຍັງ ບໍ່ຮູ້ວ່າ ມື້ໃດຈຶ່ງຈະໄດ້ຫມົດ.