ຊາວບ້ານນາເຕີຍບໍ່ຮູ້ ສິຍ້າຍ ໄປຢູ່ໃສ

ສິດນີ
2017.06.01
f-nateuy ການບຸກເບີກພື້ນທີ່ ຂອງໂຄງການ ທາງຣົດໄຟ ລາວ-ຈີນ ຢູ່ເຂດບ້ານນາເຕີຍ ແຂວງຫຼວງນໍ້າທາ
RFA

ປັດຈຸບັນ ປະຊາຊົນປະມານ 20 ປາຍຄອບຄົວ ທີ່ບ້ານນາເຕີຍ ແຂວງຫຼວງນ້ຳທາ ຜູ້ທີ່ໄດ້ຮັບຜົລກະທົບ ຈາກການກໍ່ສ້າງ ສະຖານີຣົດໄຟ ລາວ-ຈີນ ຍັງບໍ່ຮູ້ວ່າ ພວກຕົນ ຈະຖືກຍ້າຍ ໄປຢູ່ບ່ອນໃດ ຈະເປັນບ່ອນທີ່ ເໝາະສົມ ໃນການຫາລ້ຽງ ຄອບຄົວຫລືບໍ ຊຶ່ງທາງການແຂວງ ເວົ້າວ່າ ຈະພຍາຍາມຊອກຫາ ບ່ອນທີ່ເໝາະສົມໃຫ້ ແລະບໍ່ໄກຈາກບ້ານເກົ່າ. ດັ່ງເຈົ້າຫນ້າທີ່ທ້ອງຖິ່ນ ທ່ານນຶ່ງກ່າວໃນວັນທີ 31 ພຶສພາ ນີ້ວ່າ:

"ພາກສ່ວນທີ່ວ່າ ຈະໂຍກຍ້າຍ ກະຍັງບໍ່ຮູ້ບ່ອນ ຈະໂຍກຍ້າຍໄປຢູ່ເທື່ອ ພັກ-ຣັດ ເພິ່ນກຳລັງຄົ້ນຄວ້າຢູ່ ຈັກສິເວົ້າແນວໃດ ພວກເຮົາກະບໍ່ ເຂົ້າໃຈ ໂຍກຍ້າຍ ກະຖືກປະມານ 20 ກວ່ານີ້ແຫລະ ຍ້າຍກະ ບໍ໋ຢາກໄປໄກ ຫັ້ນແຫຼະ ກະສິຢູ່ແຖວນັ້ນ ຫັ້ນແຫຼະ ເປົ້າໝາຍພວກເຮົາ ກະຊອກແຖວນັ້ນ ຫັ້ນແຫຼະ".

ທ່ານກ່າວຕື່ມວ່າ ເຣື້ອງຄ່າຊົດເຊີຍ ທີ່ດິນແລະບ້ານເຮືອນ ຂອງຊາວບ້ານ ຜູ້ທີ່ຖືກໂຍກຍ້າຍນັ້ນ ອຳນາດ ການປົກຄອງແຂວງ ບອກວ່າ ໃນປັດຈຸບັນກຳລັງຢູ່ໃນ ຂັ້ນຕອນການຄິດໄລ່ ຄ່າເສັຍຫາຍ ເພື່ອຄວາມເໝາະສົມ ໃຫ້ແກ່ຊາວບ້ານ, ແຕ່ບໍ່ຮູ້ວ່າຈະໃຊ້ ເວລາດົນປານໃດ. ໃນປັດຈຸບັນ ຮ້ານອາຫານ ແລະຕຶກອາຄານ ບາງຫລັງທີ່ຕັ້ງຢູ່ໃກ້ກັບບ່ອນ ຈະສ້າງສະຖານີ ຣົດໄຟ ທີ່ບ້ານນາເຕີຍ ກໍຖືກສັ່ງ ໃຫ້ຍ້າຍແລ້ວ ແຕ່ເຈົ້າຂອງ ຍັງບໍ່ໄດ້ຮັບ ຄ່າຊົດເຊີຍເທື່ອ.

ກ່ຽວກັບບັນຫາດັ່ງກ່າວ ເອເຊັຽເສຣີ ກໍໄດ້ຕິດຕໍ່ໄປຍັງ ຫ້ອງການ ໂຄງການຣົດໄຟ ທີ່ແຂວງຫຼວງນ້ຳທາ ເຈົ້າຫນ້າທີ່ກ່ຽວຂ້ອງ ບໍ່ສາມາດ ໃຫ້ຄຳຕອບໄດ້ເທື່ອ ຕ້ອງລໍຖ້າ ຂັ້ນເທິງກ່ອນ. ຄວາມຄືບຫນ້າກ່ຽວກັບ ໂຄງການຣົດໄຟ ລາວ-ຈີນ ທີ່ແຂວງຫລວງນ້່ຳທາ ໃນປັດຈຸບັນ ຄົນງານຈີນ ໄດ້ເຂົ້າມາເຈາະອຸມົງ ໃນຫລາຍຈຸດແລ້ວ ເປັນຕົ້ນ ທີ່ເມືອງບໍເຕັນ ແລະ ບ້ານນາເຕີຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.