ຄົນງານລາວ 20 ຄົນ ຈາກມາເລເຊັຽ ຖືກສານ ໄທຍ ປັບໃໝ

ໄຊຍາ
2020.12.21
ຄົນງານລາວ 20 ຄົນ ຈາກມາເລເຊັຽ ຖືກສານ ໄທຍ ປັບໃໝ ຄົນງານລາວ 20 ຄົນ ຖືກຕຳຣວດ ແຂວງນະຣາທິວາດ ພາກໃຕ້ ຂອງໄທຍ ຈັບໃນຂໍ້ຫາ ລັກລອບເຂົ້າເມືອງ
ຈາກເພສ: ແອັຕຊາຍແດນໃຕ້

ສານແຂວງ ນະຣາທິວາດ ພາກໃຕ້ ຂອງໄທຍ ໄດ້ຕັດສິນຄົນງານ ປະມົງລາວ 20 ຄົນ ໃນຂໍ້ຫາ ຄົນຕ່າງດ້າວ ລັກລອບເຂົ້າຣາຊ ອານາ ຈັກໄທຍ ຜິດກົດໝາຍ. ໂດຍສານໄດ້ຕັດ ສິນປັບໃໝ ຄົນລະ 133 ໂດລາສະຫະຣັຖ. ຈາກນັ້ນ ຈະນຳໄປ ກວດຫາເຊື້ອ ພຍາດ ໂຄວິດ -19 ແລ້ວສົ່ງຕໍ່ ໄປຍັງຕຳຣວດ ກວດຄົນເຂົ້າເມືອງ ທີ່ແຂວງນະຣາທິວາດ ເພື່ອຜັກດັນ ກັບປະເທດລາວ. ດັ່ງ ເຈົ້າໜ້າທີ່ ຕຳຣວດ ເມືອງມູໂນະ ແຂວງ ນະຣາທີວາດ ບໍ່ປະສົງອອກຊື່ແລະຕຳແໜ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ເມື່ອວັນທີ 21 ທັນວາ 2020 ວ່າ

“ຄືຕອນນີ້ ເຮັດໜັງສືໄປ ໃຫ້ທາງ ຕໍມໍ ເຂົາມາຮັບໂຕ ເພາະທາງນີ້ ເຂົາເສັຽຄ່າປັບໃໝແລ້ວ. ດຽວນີ້ ຕ້ອງພາພວກເຂົາ ໄປກວດ ຮ່າງກາຍກ່ອນ ເພື່ອຄັດກອງ ໂຄວິດ-19 ໜ້າຈະ 1-2 ວັນ ທີ່ຈະລໍເວລາຜັກດັນ.”

ຄົນງານປະມົງລາວ ຖືກຈັບໄດ້ ທີ່ເມືອງສຸໄຫງໂກລົກ, ທັງ 20 ຄົນນີ້ ມີໜັງສືເດີນທາງ ຖືກຕ້ອງຕາມກົດໝາຍ, ແຕ່ເດີນທາງເຂົ້າມາ ໃນໄທຍ ຜິດກົດໝາຍ.

ປັຈຈຸບັນ ມີຄົນງານປະມົງລາວ ຖືກກັກໂຕ ໃນສະຖານີຕຳຣວດ ຂອງແຂວງ ນະຣາທິວາດ ພາກໃຕ້ ຂອງປະເທດໄທຍ ຈຳນວນ 53 ຄົນ. 20 ຄົນ ຢູ່ເມືອງມູໂນະ ແລະ 14 ຄົນ ຢູ່ເມືອງ ຕາກໃບ ເຊີ່ງໃນຈຳນວນ 14 ຄົນ ຢູ່ເມືອງ ຕາກໃບ ບໍ່ມີເອກະສານຢັ້ງຢືນ ດັ່ງນັ້ນ, ຈຶ່ງບໍ່ໄດ້ຂຶ້ນສານ ແລະບໍ່ເສັຽຄ່າປັບໃໝ. ພຽງແຕ່ສົ່ງໄປ ກັກໂຕ ທີ່ຫ້ອງການຕຳຣວດ ກວດຄົນ ເຂົ້າເມືອງ ແຂວງ ນະຣາ ທິວາດ ລໍຖ້າຜັກດັນກັບປະເທດລາວ. ສ່ວນອີກ19 ຄົນ ນັ້ນ ຍັງບໍ່ຮູ້ວ່າຢູ່ໃສ ດັ່ງເຈົ້າໜ້າທີ່ ຫ້ອງການຕຳຣວດ ເມືອງມູໂນະ ແຂວງ ນະຣາທິວາດ ໄດ້ກ່າວຕື່ມວ່າ:

“ແຮງງານລາວ ທີ່ວ່າ ກໍຄືເຂົາຖືກຈັບ ຂໍ້ຫາເປັນຄົນຕ່າງດ້າວ, ລົບໜີເຂົ້າເມືອງ ກໍຄືບໍ່ມີໜັງສືເດີນທາງ ການຢັ້ງຢືນ. ເຮົາກໍມີ ໜ້າທີ່ຜັກດັນ ຈັບມາແລ້ວ ກໍຜັກດັນ ເພາະວ່າ ເຮົາເຮັດ ລັກສະນະ ຄືກັນກັບ MOU ໄວ້ກັບລາວ ບໍ່ຕ້ອງສົ່ງຟ້ອງສານສົ່ງ ຕມ ແລ້ວ ໃຫ້ ຕມ ຜັກດັນໄປ.”

ຕາມສຳນວນ ການສອບສວນ ຂອງເຈົ້າໜ້າທີ່ໄທຍ ພົບວ່າ ຄົນງານປະມົງລາວ ທັງໝົດ ສ່ວນຫຼາຍ ພວກເຂົາເຈົ້າ ຖືກນາຍໜ້າ ລາວຕົວະວ່າ ຈະເອົາຍົນມາຮັບ ຢູ່ມາເລເຊັຽ ແຕ່ບໍ່ມາ ຈຶ່ງຍອມໜີ ຂີ່ເຮືອເຂົ້າມາ ເມືອງສຸໄຫງໂກລົກ ເພື່ອໄປແຂວງ ໜອງຄາຍ ແລ້ວກັບປະເທດລາວ."

“ເບື້ອງຕົ້ນກໍຄື ຕອນເຂົາຢູ່ມາເລເຊັຽເຂົາກໍຖ້າຂຶ້ນຍົນ ທີ່ມາເລເຊັຽ, ບາດນີ້ ເຖີງກຳນົດວັນທີນັດ ແຕ່ກໍຖືກເລື່ອນອອກໄປ. ເລື່ອນອອກ ໄປເລື້ອຍໆ ຫຼາຍເທື່ອ. ເງິນທີ່ຈະໃຊ້ຈ່າຍ ໃນມາເລເຊັຽ ບໍ່ມີເຂົາຈຳເປັນຕ້ອງເຂົ້າມາໄທຍ ເຖີງແມ່ນວ່າ ຈະຖືກຈັບກໍຍອມ. ໃນຂນະ ທີ່ ຢູ່ມາເລເຊັຽ ກໍເຣີ້ມຜັກດັນຄົນຕ່າງດ້າວອອກ ເຂົາບໍ່ໃຫ້ຢູ່ ເພາະມາເລເຊັຽ ມີຜູ້ຕິດເຊື້ອພຍາດໂຄວິດ-19 ຫຼາຍ.”

ຕາມບົດບັນທຶກ ຄວາມເຂົ້າໃຈ ຣະຫວ່າງ ໄທຍ-ລາວ-ກັມພູຊາ-ມຽນມ້າ ຜູ້ຕ້ອງຫາ ໃນຄະດີ ຄົນຕ່າງດ້າວ ລັກລອບເຂົ້າເມືອງ ທີ່ບໍ່ ມີເອກະສານ ຕ້ອງຖືກ ຜັກດັນກັບປະເທດ. ໂດຍໃຊ້ເວລາ ໃນການດຳເນີນການຜັກດັນ ຢ່າງນ້ອຍ 1-2 ສັປດາ ຫຼື ຫຼາຍທີ່ສຸດ 1 ເດືອນ, ດັ່ງເຈົ້າໜ້າ ທີ່ຕຳຣວດ ແຂວງນະຣາທິວາດ ໄດ້ກ່າວວ່າ:

"ຂຶ້ນຢູ່ກັບວ່າ ຄວາມພ້ອມຂອງປາຍທາງ, ປາຍທາງເຂົາຍອມຮັບ ບໍ່ແລ້ວ ຂອງເຮົາກວດໂຄວິດຮຽບຮ້ອຍ ເພາະວ່າການຂົນສົ່ງ ເຮົາຕ້ອງໃຫ້ຄວາມປອດພັຍ ກັບການເດີນທາງ. ເຂົາຂີ່ຣົດຜ່ານປະຊາຊົນຂອງເຮົາ ຕ້ອງປອດພັຍ. ຖ້າສຳເຣັດຂບວນການທຸກຢ່າງ ບໍ່ໄດ້ຊ້າ ເພາະທາງເຮົາກໍເລັ່ງ ຣະບາຍອອກຢູ່ແລ້ວ.”

ປັຈຈຸບັນ ຈຳນວນຄົນງານ ປະມົງລາວ ທີ່ຖືກເຈົ້າໜ້າທີ່ຕຳຣວດ ສົ່ງມາກັກໂຕ ຢູ່ຫ້ອງການຕຳຣວດ ກວດຄົນເຂົ້າເມືອງ ກໍຍັງລໍຖ້າ ແຕ່ປາຍທາງ ກໍຄືປະເທດລາວ ຈະອະນຸຍາດ ໃຫ້ສົ່ງຄົນງານ ປະມົງລາວ ກັບຄືນເມື່ອໃດ ທາງຫ້ອງການຕຳຣວດ ກວດຄົນເມືອງ ນະຣາທິວາດ ຮັບປະກັນຄວາມປອດພັຍ ດ້ານເຊື້ອພຍາດໂຄວິດ-19 ພ້ອມທີ່ຈະສົ່ງກັບປະເທດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.