ຜູ້ເສັຽຫາຍ ເຂື່ອນນໍ້າເອົ້າ ລໍຖ້າ ຄ່າຊົດເຊີຍ

ໄມຊູລີ
2018.03.28
F-Nam-Ao ເຂື່ອນນໍ້າເອົ້າທີ່ແຕກ ເມື່ອເດືອນກັນຍາ ວັນທີ 11 2017
Screen captured

ປັຈຈຸບັນ ການຟື້ນຟູເນື້ອທີ່ເສັຍຫາຍ ຈາກເຂື່ອນນໍ້າເອົ້າແຕກ ຢູ່ເມືອງທ່າໂທມ ແຂວງໄຊສົມບູນ ສໍາເຣັດແລ້ວ ໂດຍການຈົກຂິ້ຕົມ ທີ່ຖົມ ດິນນາ ຊາວບ້ານ ອອກໄປເປັນທີ່ ຮຽບຮ້ອຍແລ້ວ ແຕ່ການຊົດເຊີຍ ຄ່າເສັຽຫາຍ ຂອງບໍຣິສັດບໍ່ທອງ Inter Group ໃຫ້ ປະຊາຊົນຍັງ ຊັກຊ້າ ຢູ່ຮອດທຸກມື້ນີ້, ຊຶ່ງຍັງມີປະຊາຊົນ ອີກປະມານ 60 ຄອບຄົວ ບໍ່ໄດ້ຮັບເງິນ ແລະເຂົ້າສານ. ດັ່ງເຈົ້າໜ້າທີ່ເມືອງທ່າໂທມ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສັຣີ ໃນວັນທີ 28 ມິນາ ນີ້ວ່າ:

“ກະໂຕເກົ່າຫັ້ນແຫລະ ຍັງອີກຈໍານວນນຶ່ງ ເຣື້ອງເຂົ້າ ຈໍານວນນຶ່ງບໍ່ທັນໄດ້ສນອງ ໃຫ້ແລ້ວຫັ້ນ ສະເພາະເຣື້ອງເນື້ອທີ່ ອິສັງຕ່າງໆ ເຂົາກໍ ເອົາກົນຈັກ ມາຊ່ອຍປະຊາຊົນແລ້ວ ເນື້ອທີ່ເຂົາ ໄດ້ເຮັດໝົດແລ້ວ ເວົ້າແຕ່ເຣື້ອງການຊົດເຊີຍຊື່ໆ ມັນກໍຕ້ອງໃຊ້ເວລາ ແດ່.”

ທ່ານວ່າສາເຫດ ຂອງການຊັກຊ້າ ຈ່າຍຄ່າຊົດເຊີຍ ກໍເນື່ອງຈາກວ່າ ທາງບໍຣິສັດບໍ່ທອງ ຕ້ອງເລັ່ງຟື້ນຟູ ເນື້ອທີ່ປູກຝັງ ໃຫ້ປະຊາຊົນກ່ອນ ຮອດຣະດູຝົນ ເພື່ອໃຫ້ເຈົ້າຂອງດິນ ສາມາດປູກເຂົ້າໄດ້ຕາມປົກຕິ ສ່ວນເຣື້ອງການຊົດເຊີຍນັ້ນ ທາງບໍຣິສັດ ເອົາໃຈໃສ່ ຕລອດບໍ່ໄດ້ລະເລີຍ ແລະຈະເຮັດໃຫ້ໄວ ເທົ່າທີ່ຈະໄວໄດ້:

“ເພິ່ນເອົາວຽກທີ່ມີຄວາມຈໍາເປັນ ຣະດູຝົນເຮົາເຮັດບໍ່ໄດ້ຫັ້ນກ່ອນ ໂດຍສະເພາະແມ່ນການຟື້ນຟູ ເຣື້ອງເນື້ອທີ່ ເຣື້ອງການຜລິດ ເຣື້ອງການ ຊົດເຊີຍ ຄ່າເສັຍຫາຍ ເຣື້ອງເຂົ້າເຣືອງຫຍັງ ເຮົາເອົາຈ່າຍເປັນເງິນ ກໍໄດ້ໂຕນັ້ນຫັ້ນ ຍາມຝົນກໍຈ່າຍໄດ້ ຍາມແລ້ງ ກະຈ່າຍໄດ້.”

ເຈົ້າໜ້າທີ່ທ່ານນີ້ ເວົ້າວ່ານັບແຕ່ປາຍປີ 2017 ເປັນຕົ້ນມາ ບໍຣິສັດບໍ່ທອງ Inter Group ໄດ້ຊົດເຊີຍ ເງິນແລະເຂົ້າສານ ແກ່ປະຊາຊົນ 35 ຄອບຄົວແລ້ວ ແຕ່ບໍ່ໄດ້ ໃຫ້ຣາຍຣະອຽດ ເຖິງຄ່າຊົດເຊີຍ, ນອກຈາກນັ້ນ ຍັງໄດ້ສ້າງຣະບົບນໍ້າລິນ ໃຫ້ປະຊາຊົນ ຈໍານວນນຶ່ງ ນໍາອີກ.

ເນື້ອທີ່ການຜລິດ ຂອງປະຊາຊົນ ຢູ່ເມືອງທ່າໂທມທີ່ເສັຍຫາຍ 100 ເປີເຊັນຈາກເຂື່ອນນໍ້າເອົ້າແຕກ ເມື່ອວັນທີ່ 11 ກັນຍາ 2017 ຜ່ານມາ ມີທັງໝົດ 25 ເຮັກຕ່າ ເປັນດິນນາ ຂອງປະຊາຊົນ 35 ຄອບຄົວ, ນອກນັ້ນ ຍັງມີເນື້ອທີ່ດິນນາ ຂອງປະຊາຊົນ ອີກ 60 ຄອບຄົວທີ່ໄດ້ ຮັບຄວາມເສັຍຫາຍຄືກັນ ປະມານ 40-60 ເປີເຊັນ ແຕ່ຍັງ ຣະບຸຈໍານວນ ເຮັກຕ່າ ບໍ່ໄດ້ ເທື່ອ ຮວມມູນຄ່າ ເສັຍຫາຍ ທັງໝົດປະມານ 10 ຕຶ້ກິບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.