ໄທຍ ຍຶດຊີ້ນໝູ ຜິດກົດໝາຽ ນຳເຂົ້າ ຜ່ານລາວ

ເຈົ້າໜ້າທີ່ ດ່ານກັກກັນສັດ ແຂວງມຸກດາຫານ ໄດ້​ຍຶດຊີ້ນໝູ ແຊ່ແຂງ ຈຳນວນ 24 ຕັນ, ຊຶ່ງມີມູນຄ່າ 5 ລ້ານບາດ, ຈາກຣົຖບັນທຸກ ຂົນສົ່ງ ສິນຄ້າທີ່ຈອດຢູ່ ບໍຣິເວນ ໜ້າສະພານ ມິຕພາບ ໄທຍ-ລາວ ແຫ່ງທີ 2.

ເຈົ້າໜ້າທີ່ ແລະ ພາກສ່ວນທີ່ກ່ຽວຂ້ອງ ຮ່ວມກັນອອກກວດກາ ລາຄາສິນຄ້າ ຕາມຕລາດ ຢູ່ນະຄອນຫຼວງວຽງຈັນ. ນັກຂ່າວ ພົລເມືອງ

ໃນວັນທີ 22 ມົກກະຣາ 2022 ນີ້ ເຈົ້າໜ້າທີ່ດ່ານກັກກັນສັດ ແຂວງມຸກດາຫານ ໄດ້ຍຶດຊີ້ນໝູແຊ່ແຂງຈຳນວນ 24 ຕັນມູນຄ່າ 5 ລ້ານບາດໄທຍຈາກຣົຖບັນທຸກຂົນສົ່ງສິນຄ້າທີ່ຈອດຢູ່ ບໍຣິເວນ ໜ້າສະພານມິຕພາບໄທຍ-ລາວແຫ່ງທີ 2 ຊຶ່ງຊີ້ນໝູດັ່ງກ່າວບໍ່ມີເອກະສານຢັ້ງຢືນໃບອະນຸຍາດນຳເຂົ້າ.

ດັ່ງເຈົ້າໜ້າທີ່ກັກກັນສັດແຂວງມຸກດາຫານທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 24 ມົກກະຣານີ້ວ່າ:

ສິນຄ້າໃນສະຫຼາກເປັນປະເທດຣັດເຊັຽແລ້ວກໍບຣາຊີນອັນນີ້ເຮົາເບິ່ງວ່າສິນຄ້າເຄື່ອນຍ້າຍມາປະຈົບກັນບ່ອນສາມແຍກໜ້າສະພາບມິຕພາບໄທຍ-ລາວເຮົາກວດຄົ້ນຄົນຂັບຣົຖບໍ່ມີໃບ ອະນຸຍາດໃນການເຄື່ອນຍ້າຍບໍ່ມີການກວດສຸຂພາບມາຕັ້ງແຕ່ຕົ້ນທາງຊຶ່ງເຮົາເບິ່ງເຫັນໄດ້ວ່າສິນຄ້ານີ້ອາດຈະມາຈາກພື້ນທີ່ທີ່ສ່ຽງໂຣກຣະບາດສັດຕອນນີ້ທາງດ່ານກັກກັນສັດມຸກດາ ຫານນີ້ກຳລັງສົ່ງຊີ້ນໄປກວດອີກຄັ້ງນຶ່ງ

ທ່ານກ່າວຕື່ມວ່າ ການສືບສວນສອບສວນໃນເບື້ອງຕົ້ນພົບວ່າ ຕົ້ນທາງຂອງຊີ້ນໝູມາຈາກ ປະເທດຣັດເຊັຽ ແລະປະເທດບຣາຊີນ ອີງຕາມຂໍ້ມູນປ້າຍທີ່ຕິດມາ ນຳກ່ອງສິນຄ້າຊຶ່ງເຈົ້າໜ້າ ທີ່ຢູ່ລະຫວ່າງການຂຍາຍຜົລ ວ່າຊີ້ນໝູດັ່ງກ່າວຜ່ານເຂົ້າມາ ທາງປະເທດລາວຫຼືບໍ່ເນື່ອງຈາກ ຈັບໄດ້ບໍຣິເວນສະພາບມິຕພາບ ໄທຍ-ລາວແຫ່ງທີ 2 ແຂວງມຸກດາຫານ-ສວັນນະເຂດ.

ນອກຈາກນີ້ ເຈົ້າໜ້າທີ່ກັກກັນສັດ ແຂວງມຸກດາຫານ ສົງໃສວ່າຊີ້ນໝູດັ່ງກ່າວ ໄດ້ມາຈາກສັດທີ່ ເປັນພະຍາດຣະບາດ ຫຼືພາຫະໂຣກ ຣະບາດເນື່ອງຈາກບໍ່ມີໃບຢັ້ງຢືນ ກວດສຸຂພາບຖືວ່າມີຄວາມສ່ຽງຕໍ່ການແຜ່ຣະບາດ ເບື້ອງຕົ້ນຍັງຢູ່ລະຫວ່າງກວດຫາ ເຊື້ອພະຍາດອະຫິວາໝູແອຟຣິກາ.

ໃນໄລຍະນີ້ເຈົ້າທີ່ທີ່ກ່ຽວຂ້ອງ ຂອງໄທຍມີການເຂັ້ມງວດກັນຫຼາຍຂຶ້ນ ທັງກວດກາການເຄື່ອນຍ້າຍໝູມີຊີວິດ, ຊີ້ນໝູຕາມຊາຍແດນບໍຣິເວນດ່ານ ຕ່າງ ໆ ເພື່ອບໍ່ໃຫ້ມີການລັກລອບ ຫຼືສວຍໂອກາດນຳເຂົ້າມາຈາກປະເທດເພື່ອນບ້ານ ຫຼື ສປປ ລາວ ເນື່ອງຈາກປັດຈຸບັນຊີ້ນໝູ ໃນໄທຍຣາຄາແພງ ແລະເຈົ້າໜ້າທີ່ໄທຍກັບລາວກໍໄດ້ມີການປະສານງານ ກັນຢູ່ຕໍ່ເນື່ອງເພື່ອໃຫ້ເຂັ້ມງວດ ຕາມຊາຍແດນ.

ຝັ່ງມຸກດາຫານບໍ່ມີການສົ່ງອອກສິນຄ້າ ກ່ຽວກັບໝູມີຊີວິດເພາະທາງນະໂຍບາຍ ຂອງກົມຊະລໍການສົ່ງອອກໄປແລ້ວເພື່ອເຮັດໃຫ້ໝູ ບໍ່ຂາດຕລາດພື້ນທີ່ບ້ານເຮົາ ໝູລາຄາສູງຂຶ້ນມັນກໍມີໂອກາດທີ່ເປັນການລັກລອບນໍາເຂົ້າມາ ຊຶ່ງທາງເຮົາກໍມີການເຝົ້າຣະວັງ ຕາມພື້ນທີ່ໃນເຂດ ຊາຍແດນກວດກາ ການເຄື່ອນຍ້າຍການນຳເຂົ້າສົ່ງອອກສິນ ຄ້າໜີພາສີມາຂາຍທີ່ບ້ານເຮົາ.

ເຈົ້າໜ້າທີ່ກັກກັນສັດ ແຂວງມຸກດາຫານໄດ້ນຳໂຕ ທ້າວ ສອນສຸວັນ ກາງປະພັນ ອາຍຸ 56 ປີ ສັນຊາດໄທຍຜູ້ຂັບຣົຖບັນທຸກຂົນສົ່ງຊີ້ນໝູດັ່ງກ່າວ ສົ່ງໄປຍັງສະຖານີຕຳຣວດ ເມືອງມຸກດາຫານ ແລ້ວເພື່ອໃຫ້ດຳເນີນຄະດີພ້ອມທັງ ຈະຂຍາຍຜົລກັບຜູ້ທີ່ມີສ່ວນກ່ຽວຂ້ອງ ໃນການລັກລອບນໍາເຂົ້າຊີ້ນໝູ ດັ່ງກ່າວເຂົ້າມາແບບຜິດກົດໝາຽ. ເຈົ້າໜ້າທີ່ຕຳຣວດເມືອງມຸກດາຫານທ່ານນຶ່ງກ່າວວ່າ:

ກົມປະສຸສັດ ໄດ້ແຈ້ງຂໍ້ຫາມີຊາກສັດໄວ້ ໃນຄອບຄອງໂດຍບໍ່ໄດ້ຮັບອະນຸຍາດ ໂຕຜູ້ຕ້ອງຫາເປັນຄົນຂັບຣົຖເຂົາສັ່ງໃຫ້ ເອົາຫຍັງຂຶ້ນມັນກໍຂຶ້ນຕາມ ນັ້ນແຫຼະຂໍ້ຫານີ້ບໍ່ໄດ້ຮ້າຍແຮງ ພຽງແຕ່ວ່າໂທດປັບໄໝມັນສູງເທົ່ານັ້ນເອງບໍ່ເກີນ 2 ແສນບາດ ຈຳຄຸກບໍ່ເກີນ 2 ປີ ແຕ່ເຂົາກຳລັງພະຍາຍາມ ຂຍາຍຜົລກັນຢູ່ວ່າມັນເປັນຂອງບໍຣິສັດໃດ ເປັນຄົນຈ້າງ ແຕ່ຂໍ້ຫາອື່ນເຂົາກຳລັງປະສານງານກັນຢູ່ວ່າ ມັນຈະມີຂໍ້ຫາຫຍັງກ່ຽວຂ້ອງກັນ ຫຼືບໍ່.

ເຈົ້າໜ້າທີີ່ ທີ່ກ່ຽວຂ້ອງແຂວງສວັນນະເຂດ ທ່ານນຶ່ງຜູ້ຂໍສງວນຊື່ ແລະຕຳແໜ່ງກ່າວວ່າ ເຣື່ອງດັ່ງກ່າວນີ້ລາວແລະໄທຍ ກໍມີການປະສານງານກັນຕລອດ ບວກກັບກະຊວງກະສິກັມ ແລະປ່າໄມ້ ລາວກໍໄດ້ອອກແຈ້ງການໂຈະການນຳເຂົ້າໝູ, ຜລິດຕະພັນໝູ ຈາກໄທຍນໍາດ້ວຍຍ້ອນວ່າ ໄທຍມີການຣະບາດຂອງພະຍາດ ອະຫິວາໝູແອຟຣິກາ ກໍມີການເຝົ້າ ຣະວັງຢ່າງເຂັ້ມງວດ ເຊັ່ນກັນ.

ໃນໄລຍະນີ້ລາວ ກໍບໍ່ສາມາດສົ່ງໝູໄປໄທຍໄດ້ ແຕ່ຖ້າຫາກຈະສົ່ງໝູອອກໄປໄທຍໄດ້ ຈະຕ້ອງເປັນບໍຣິສັດທີ່ໄດ້ຮັບອະນຸຍາດ ຜູກພັນສັນຍາກັນເຊັ່ນ ບໍຣິສັດ ຊີພີ ຕ້ອງມີເອກະສານ ຖືກຕ້ອງ ກວດຫາເຊື້ອພະຍາດອະຫິວາໝູແອຟຣິກາ ຢ່າງເຂັ້ມງວດຄັກແນ່ ຕາມຂັ້ນຕອນທຸກຢ່າງ ຊຶ່ງການສົ່ງອອກໄປຕ່າງແຂວງໃນລາວກໍເຊັ່ນກັນ.

ດັ່ງທ່ານໄດ້ກ່າວວ່າ:

ອີງຕາມແຈ້ງການ ຫຼັງຈາກທີ່ເຮົາໄດ້ແຈ້ງການຈາກ ກົມສົ່ງມາໂຕນັ້ນເຜີຍແຜ່ ຕໍ່ຕາມຊາຍແດນມັນສິມີເຈົ້າໜ້າທີ່ ເພິ່ນປະຈຳແຕ່ລະຈຸດເຝົ້າຣະວັງເດ້ ຄັນສົ່ງກໍຈະແມ່ນກໍຣະນີມີບົດຜູກມັດ ສະຕີ້ຈັ່ງໄດ້ສົ່ງ ຊີພີ ເດ້ບໍ່ວ່າຈະໄດ້ສົ່ງໄປໄທຍເນາະ ແຕ່ສົ່ງຢູ່ໃນລາວເຮົາເອງນີ້ ເພິ່ນຍັງຕ້ອງເອົາເລືອດກວດຫຼາຍຄັ້ງຫັ້ນນ່າ ມາວິຈັຍຫຼາຍຄັ້ງ ຊອກຫາເຊື້ອພະຍາດ ຖ້າບໍ່ມີເຮົາຈຶ່ງສາມາດສົ່ງໄດ້ຫັ້ນນ່າ.

ຜູ້ປະກອບການລ້ຽງໝູ ຢູ່ແຂວງສວັນນະເຂດທ່ານນຶ່ງກ່າວວ່າ ປັດຈຸບັນບໍ່ສາມາດສົ່ງອອກໝູ ໄປໄທຍໄດ້ແລ້ວ ຍ້ອນທາງການລາວໃຫ້ໂຈະ ຊຶ່ງການສົ່ງໝູອອກໄປໄທຍຍ້ອນໄທຍ ມີການຣະບາດຂອງພະຍາດອະຫິວາໝູແອຟຣິກາ ຊຶ່ງລາຄາສົ່ງໝູໄປໄທຍ 35,000 ກີບ/ກິໂລ ຊຶ່ງກໍຖືວ່າ ລາຄາດີກວ່າສົ່ງຢູ່ໃນລາວ.

ດັ່ງທ່ານກ່າວວ່າ:

ລາຄາດີເດ້ສົ່ງໄປໄທຍນ່າເປັນກິໂລ ເຂົາເອົາເປັນກິໂລໝູລາດຊື້ແພງເດ້ໂລ 35ພັນກີບ 100 ບາດ ອັນຫວ່າງສອງອາທິດ ຄືນຫຼັງນັ້ນເຂົາສົ່ງໄດ້ມາອາທິດນີ້ ເຂົາບໍ່ໃຫ້ສົ່ງກາບໍ່ໄດ້ສົ່ງເດ້ເຂົາກໍບໍ່ໝັ້ນໃຈ ກໍປານນັ້ນ.

ຜູ້ປະກອບການ ລ້ຽງໝູໃນແຂວງສວັນນະເຂດ ອີກທ່ານນຶ່ງກໍກ່າວວ່າປັດຈຸບັນນີ້ ສົ່ງໝູອອກແຕ່ ພາຍໃນລາວຕ່າງແຂວງ ເທົ່ານັ້ນສ່ວນໃຫຍ່ສົ່ງໄປ ນະຄອນຫຼວງວຽງຈັນ ຊຶ່ງຄາລາຄາໜ້າຟາຣ໌ມ ສ່ວນໃຫຍ່ຢູ່ທີ່ 30 ພັນກີບ/ກິໂລ ແຕ່ທາງຕົນເອງຂາຍໃນລາຄາ 26-27 ພັນກີບ/ກິໂລຍ້ອນຢາກຂາຍອອກ.

ບໍ່ໄດ້ສົ່ງໄປໄທຍຂາຍອັນຂຶ້ນວຽງພຸ້ນແຫຼະປັດຈຸບັນກໍຢາກແພງແດ່ເດ້ເພິ່ນວ່າ 30 ພັນເຮົາກໍຢາກຂາຍເນາະກາໂລ 20 ປາຍພັນໂລ 25-26”.

ປັດຈຸບັນ ປະເທດໄທຍໄດ້ປະກາດຫ້າມສົ່ງໝູເປັນ ອອກເນື່ອງຈາກມີການຣະບາດ ຂອງພະຍາດອະຫິວາໝູແອຟຣິກາ ແລະໝູພາຍໃນປະເທດ ຍັງຂາດຕລາດນໍາດ້ວຍຈຶ່ງເຮັດໃຫ້ໝູ ປະເທດໃນໄທຍມີລາຄາແພງກວ່າຊີ້ນໝູ ໃນປະເທດລາວ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org