ເມືອງສິງຂາດງົປການສຶກສາ

ສິດນີ
2016.08.29
F-school ໂຮງຮຽນຊັ້ນປະຖົມ ຢູ່ເມືອງສິງ ແຂວງຫຼວງນໍ້າທາ
Screen captured from Muangsing school video

ງົປມານດ້ານການສຶກສາ ແລະ ປື້ມຮຽນ ປື້ມສອນ ສຳລັບໂຮງຮຽນ ຂັ້ນປະຖົມ ທີ່ ເມືອງສິງ ແຂວງ ຫຼວງນ້ຳທາ ທີ່ທາງການ ສົ່ງມາໃຫ້ນັ້ນ ຍັງບໍ່ພຽງພໍ ກັບຄວາມ ຕ້ອງການ ເຮັດໃຫ້ ພໍ່ແມ່ ນັກຮຽນ ຕ້ອງໄດ້ຈ່າຍ ຄ່າປື້ມ ແລະ ອຸປກອນ ການຮຽນເອງ. ດັ່ງ ນາຍຄຣູ ທີ່ໂຮງຮຽນ ປະຖົມ ແຫ່ງນຶ່ງ ທີ່ ເມືອງສິງ ກ່າວຕໍ່ ເອເຊັຽ ເສຣີ ໃນວັນທີ 26 ສິງຫາ ນີ້ວ່າ:

"ອຸປກອນ ກໍມີທາງອັນນາ ຫ້ອງການ ເຂດສຶກສາ ເມືອງຂະເຈົ້າ ເອົາໃຫ້ນະ ເປັນປື້ມ ຕຳລາຮຽນບໍ ແຕ່ຈະໃຫ້ ພຽງພໍ ມັນກໍບໍ່ ພຽງພໍແຫຼະ ໃຫ້ມັນໄດ້ ຕາມ ຄວາມຕ້ອງການ ມັນກໍບໍ່ໄດ້ ຫຼະເນາະ ຖ້າໄດ້ 60-70 ເປີເຊັນ ກໍຫຼາຍ ສົມຄວນແລ້ວ".

ນາງກ່າວຕື່ມວ່າ ນອກຈາກນັ້ນ ການສນັບສນູນ ດ້ານການພັທນາ ເດັກນ້ອຍ ນັກຮຽນ ເປັນຕົ້ນ ໂພຊນາການ ແລະ ເຄື່ອງຫລິ້ນກິລາ ຫລື ກິຈກັມຕ່າງໆ ທາງໂຮງຮຽນ ຍັງຕ້ອງໄດ້ ອາສັຍເງິນ ສນັບສນູນ ຈາກ ພໍ່ແມ່ ແລະ ຜູ້ປົກຄອງ ນັກຮຽນຢູ່ ຍ້ອນ ຜແນກສຶກສາ ຂາດ ງົປມານ:

"ກໍເຣື້ອງວຽກງານ ການພັທນາ ກໍຄືກັນ ສົມມຸດວ່າ ເຄື່ອງກິນ ຂອງເດັກນ້ອຍ ເນາະ ເປັນອາຫານ ກາງເວັນ ອາຫານທ່ຽງ ມີຫຍັງ ກໍອີງໃສ່ ງົປມານ ຂອງພໍ່ແມ່ ຂອງນັກຮຽນ ເປັນຜູ້ໄປເກັບ ສວນຜັກ ໃຫ້ບໍ ໄປປຸກເຮືອນ ໃຫ້ບໍຊັ້ນນ່າ".

ນາງວ່າ ທາງໂຮງຮຽນ ຕ້ອງການ ຢາກໃຫ້ ທາງການແຂວງ ພັທນາ ຖນົນຫົນທາງ ເຂົ້າໂຮງຮຽນ ຍ້ອນຖນົນ ເປັນຂີ້ຕົມ ແລະ ຫນອງນໍ້າ ໃນຣະດູຝົນ ແລະ ໃນຣະດູແລ້ງ ກໍເປັນ ຂີ້ຝຸ່ນ ເຮັດໃຫ້ ນັກຮຽນ ມາໂຮງຮຽນຊ້າ ແລະ ທາງໂຮງຮຽນ ຍັງຕ້ອງການ ຫ້ອງສມຸດ ໃຫ້ ນັກຮຽນ ສໍາລັບ ຄົ້ນຄວ້າ ຫລັງຈາກ ໂມງຮຽນ.

ນະໂຍບາຍ ການສຶກສາ ຂອງ ຣັຖບານລາວ ກຳນົດໃຫ້ ການສຶກສາ ຂັ້ນປະຖົມ ບໍ່ໄດ້ເສັຽ ຄ່າໃຊ້ຈ່າຍ ແຕ່ໃນ ປັຈຈຸບັນ ພາກ ປະຕິບັດ ຕົວຈິງນັ້ນ ພໍ່ແມ່ ນັກຮຽນ ຍັງໄດ້ຈ່າຍ ຫຼາຍຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.