ປະຊາຊົນລາວ ຍີນດີ ທີ່ຈະໄດ້ໃຊ້ ຣົດໄຟລາວ-ຈີນ

ປະຊາຊົນລາວ ຍີນດີທີ່ຈະໄດ້ໃຊ້ ຣົດໄຟ ລາວ-ຈີນ, ສ່ວນຜູ້ໄດ້ຮັບ ຜົລກະທົບ ຍັງລໍຖ້າຄ່າຊົດເຊີຽ ແລະ ຫວັງວ່າ ຜູ້ຮັບຜິດຊອບ ຈະສາມາດຈ່າຍ ຄ່າຊົດເຊີຽໃຫ້ໄດ້ ຕາມກຳໜົດການ ທີ່ຕົກລົງໄວ້ ກ່ອນໜ້ານີ້.

ຣົດໄຟລາວ-ຈີນ ມິຕິໃໝ່ຂອງການເດີນທາງ, ວັນທີ 22 ພຶສຈິກາ 2021. ຮູບພາບຈາກ ວິດີໂອ: LNTV

ຊາ​ວ​ລາວ​ສ່ວນ​ໃຫຍ່​ຮູ້​ສຶກ​ຍີນ​ດີ​ ແລະ​ຕັ້ງ​ໜ້າ​ຕັ້ງ​ຕາ​ ລໍ​ຖ້າ​ນຳ​ໃຊ້​ຣົດ​ໄຟ​ ລາວ-ຈີນ ​ທີ່​ຈະ​ເປີດ​ໃຊ້ ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 3 ທັນ​ວາ 2021 ນີ້ ​ເພື່ອ​ໄປ​ຍັງ​ແຂວງ​ຕ່າງໆ ​ທີ່ເປັນ​ເສັ້ນ​ທາງ​ຜ່ານ​ ຂອງ​ຣົດ​ໄຟ. ພາຍ​ຫຼັງ​ທີ່​ຄອງ​ຄອຍ​ມາ​ເປັນ​ ເວ​ລາ​ຫຼາຍ​ປີ ​ນັບ​ຕັ້ງ​ແຕ່​ເຣີ່ມ​ຕົ້ນ ການ​ກໍ່​ສ້າງ​ໂຄງ​ການ​ດັ່ງ​ກ່າວ​ ເປັນ​ຕົ້ນ​ມາ. ແຕ່​ຜູ້​ໄດ້​ຮັບ​ຜົ​ລ​ກະ​ທົບ​ຍັງ​ລໍ​ຖ້າ ​ຄ່າ​ຊົດ​ເຊີຽ​ຢູ່​ ດັ່ງ​ຊາວ​ບ້ານ​ເມືອງວັງ​ວຽງ ແຂວງວຽງ​ຈັນ ນາງ​ນຶ່ງ​ກ່າວ​ຕໍ່​ວິ​ທ​ຍຸ​ເອ​ເຊັຽ​ເສ​ຣີ​ ໃນ​ວັນ​ທີ 23 ພຶສ​ຈິ​ກາ​ນີ້​ວ່າ:

ເອີລໍຖ້າມາຫຼາຍປີເຊື່ອວ່າເຫັນເນາະຢູ່ລາວເຮົານີ້ບໍ່ທັນໄດ້ຂີ່ໄປທ່ຽວຕ່າງປະເທດນັ້ນເຄີຍຢູ່ຄືວ່າເຫັນເຂົາເຈົ້າ ທຽວລອງເບິ່ງ ຫາກບໍ່ໄດ້ເບິ່ງຢາກໄປໄວນີ້ ໂອຄັນເພິ່ນໃຫ້ຂີ່ນ່າຢາກໄປເບິ່ງ.”

ຍາ​ນາງ​ ໄດ້​ກ່າວ​ຕື່ມ​ວ່າ ​ເຖິງ​ແມ່ນ​ວ່າ​ ການ​ເດີນ​ທາງ​​ໂດຍ​ສານ​ຣົດ​ໄຟ​ລາວ-ຈີນ​ຈະ​ສະ​ດວກ ​ແລະ​ໄວ​ກວ່າ​ການ​ເດີນ​ທາງ​ດ້ວຍ​ຣົດ ​ກໍ​ຕາມ​ແຕ່​ເຊື່ອ​ວ່າ​ ໃນ​ໄລ​ຍະ​ທຳ​ອິດ​ການ​ໂດຍ​ສານ ​ຣົດ​ໄຟ ​ຈະ​ຕ້ອງ​ຢູ່​ພາຍ​ໃຕ້​ຂໍ້​ຈຳ​ກັດ​ ຫຼາຍ​ຢ່າງ​ຢູ່​ເປັນ​ຕົ້ນ​ຜູ້​ໂດຍ​ສານ ​ຈະ​ຕ້ອງ​ຜ່ານ​ການ​ສັກ ວັກ​ຊີນ​ປ້ອງ​ກັນ​ໂຄວິດ-19 ຈຶ່ງ​ຈະ​ສາ​ມາດ​ຂຶ້ນ​ຣົດ​ໄຟ​ລາວ-ຈີນ​ໄດ້ ​ແລະ​ການ​ແລ່ນ​ຣົດ​ໄຟ​ລາ​ວ-ຈີນ ໃນ​ແຕ່​ລະ​ຖ້ຽວ​ອາດ​ຈຳ​ກັດ ​ຈຳ​ນວນ​ຜູ້​ໂດຍ​ສານ ບໍ່​ໃຫ້​ແອ​ອັດ ​ຫຼາຍ​ເກີນ​ໄປ ​ແລະ​ມີ​ຂໍ້​ກຳ​ນົດ​ອື່ນໆ ຕາ​ມາ​ຕ​ການ​ຄວບ​ຄຸມ​ ການ​ແຜ່​ຣະ​ບາດ​ຂອງ​ ໂຄວິດ-19.

ໃນ​ຂ​ນະ​ທີ່​ຊາວ​ບ້ານ ​ຢູ່​ນະ​ຄອນ​ຫຼວງ​ພ​ຣະ​ບາງ ແຂວງ​ຫຼວງ​ພ​ຣະ​ບາງ ນາງ​ນຶ່ງ​ກ່າວ​ວ່າ ຄັນ​ຣົດ​ໄຟ​ລາວ-ຈີນ​ເປີດ​ໃຊ້​ ຊາວ​ລາວ​ສາ​ມາດ​ໂດຍ​ສານ​ໄດ້​ແທ້ໆ ກໍ​ຈະ​ເປັນ​ເຣື່ອງ​ທີ່​ຫຼາຍ​ຄົນ​ຍີນ​ດີ​ ແລະ​ໄປ​ໃຊ້​ບໍ​ຣິ​ການ​ຍ້ອນ​ໃຜ​ກໍ​ຢາກ​ເດີນ​ທາງ ​ແບບ​ສະ​ດວກ​ແລະ​ປະ​ຢັດ​ເວ​ລາ​ ແຕ່​ອາດ​ຈະ​ຕ້ອງ​ລໍ​ຖ້າ​ ໃຫ້​ສະ​ຖາ​ນະ​ການ​ໂຄວິດ-19 ຫຼຸດ​ລົງ​ໄປ​ກ່ອນ ​ດັ່ງ​ຍາ​ນາງ​ກ່າວ​ວ່າ:

ກໍຂີ່ຫັ້ນແຫຼະ ຄັນຖ້າເພິ່ນເປີດແທ້ໆ ກໍຈະໄດ້ລອງຂີ່ເບິ່ງເນາະ ຟັງເວົ້ານີ້ກາສະດວກຫຼາຍຢ່າງຢູ່ຫັ້ນນ່າ ກໍລອງແຕ່ພາຍໃນລາວນີ້ແຫຼະ ກ່ອນດຽວນີ້ ກໍທຳມະດາຢູ່ຫັ້ນນ່າ ເພາະວ່າອັນໃດມັນກໍຍັງບໍ່ຄືເກົ່າຫັ້ນນ່າ.”

ສ່ວນ​ຊາວ​ບ້ານ ​ທີ່​ໄດ້​ຮັບ​ຜົ​ລ​ກະ​ທົບ​ຈາກ​ໂຄງ​ການ ກໍ່​ສ້າງ​ທາງ​ຣົດ​ໄຟ​ລາວ-ຈີນ ແຕ່​ຍັງ​ບໍ່​ທັນ​ໄດ້​ຮັບ​ຄ່າ​ຊົດ​ເຊີຽ ​ເທື່ອ​ນັ້ນ​ກໍ​ຍັງ​ຕ້ອງ​ການ​ຄວາມ​ ກະຈ່າງ​ແຈ້ງ ​ກ່ຽວ​ກັບ​ການ​ຊົດ​ເຊີຽ​ຕໍ່​ສິ່ງ​ທີ່​ພວກ​ເຂົາ​ເຈົ້າ​ ສູນ​ເສັຽ​ໃຫ້​ແກ່​ໂຄງ​ການ ​ແລະ​ຫຼາຍ​ຄົນ​ກໍ​ຫວັງ​ວ່າ ​ຈະ​ໄດ້​ຄ່າ​ຊົດ​ເຊີຽ​ພາຍ​ໃນ​ປີ​ນີ້ ​ຕາມ​ທີ່ ພາກ​ສ່ວນ​ກ່ຽວ​ຂ້ອງ​ ໄດ້​ຮັບ​ປາກ​ໄວ້. ດັ່ງ​ຊາວ​ບ້ານ​ຢູ່ ​ເມືອງ​ຫາດ​ຊາຍ​ຟອງ ນະ​ຄອນ​ຫຼວງວຽງຈັນ ນາງ​ນຶ່ງ​ກ່າວ​ວ່າ:

ເພິ່ນກໍວ່າຊິໃຫ້ກ່ອນວັນຊາດທີ 2 ທັນວານີ້ລະ ບໍ່ມີເຮືອນຢູ່ເພາະວ່າ ເຮືອນເອື້ອຍລະມ້າງໄປລ້ວຄັນໄດ້ເງິນແລ້ວ ກໍຊິໄປຊື້ດິນ ຊື້ປຸເຮືອນປຸກຊານຢູ່ ເພາະວ່າຕອນນີ້ກໍທຸກຍາກເດ ບໍມີເງິນຊື້ດິນ ຊື້ດອນຢູ່ຕອນນີ້ນ່າ.”

ທາງ​ດ້ານ​ຊາວ​ບ້ານ ​ຢູ່​ເມືອງ​ຫາດ​ຊາຍ​ຟອງ ນະ​ຄອນ​ຫຼວງວຽງ​ຈັນ​ ທີ່​ຍັງ​ບໍ່​ໄດ້​ຮັບ​ຄ່າ​ຊົດ​ເຊີຽ​ ອີກ​ນາງ​ນຶ່ງ​ກ່າວ​ວ່າ​ຫຼ້າ​ສຸດ​ນີ້ ​ພາກ​ສ່ວນ​ກ່ຽວ​ຂ້ອງ​ກໍ​ໄດ້​ແຈ້ງ​ມາ​ໃຫ້​ຮູ້​ວ່າ​ ຈະ​ໃຫ້​ຄ່າ​ຊົດ​ເຊີຽ ແກ່​ລາວ​ໃນ​ອີກ​ສອງ ສັ​ປ​ດາ​ຕໍ່​ໜ້າ​ໃນ​ ລາ​ຄາ 210,000 ​ພັນ​ກີບ​ຕໍ່​ຕາ​ແມັດ​ ເຖິງ​ແມ່ນ​ວ່າ ​ລາວ​ເອງບໍ່​​ພໍ​ໃຈ​ໃນ​ຈຳ​ນວນ​ດັ່ງ​ກ່າວ​ກໍ​ຕາມ ​ແຕ່​ກໍ​ຈຳ​ເປັນ​ຕ້ອງ​ໄດ້​ຮັບ​ເອົາຍ້ອນ​ຄວາມ​ທຸກຍາກ ດັ່ງ​ຍາ​ນາງ​ກ່າວ​ວ່າ:

ອີກສອງອາທິດເພິ່ນກໍວ່າຊິຈ່າຍໃຫ້ ສອງແສນສິບພັນກີບເຮົາກໍຈຳເປັນໄດ້ຮັບເອົາ ມັນກໍນ້ອຍຫັ້ນແຫຼະສ່ຳທຽບໃສ່ ເຮົາຊິໄປຊື້ດິນຊື້ດອນຢູ່ບ່ອນອື່ນນ່າຈັ່ງໃດກໍ ໄດ້ເງິນໄດ້ຄຳໃຫ້ເດີ້ຈັ່ງໃດກໍໄດ້.”

ກ່ຽວ​ກັບ​ເຣື່ອງ​ນີ້ ​ເຈົ້າ​ໜ້າ​ທີ່​ຂັ້ນ​ທ້ອງ​ຖິ່ນ ​ທີ່​ຂໍ​ສງວນຊື່ແລະ​ສຽງ​ທ່ານ​ນຶ່ງ​ກ່າວ​ວ່າ​ ທ່ານ​ເອງ​ກໍ​ພະ​ຍາ​ຍາມ​ຕິດ​ຕາມ ​ແລະ​ທວງ​ເງິ​ນ​ຄ່າ​ຊົດ​ເຊີຽ​ຈາກ​ໂຄງ​ການ​ດັ່ງ​ກ່າວ​ຢູ່​ເລື້ອຍໆ ເພື່ອ​ໃຫ້​ຊາວ​ບ້ານ​ໄດ້​ຮັບ​ຄ່າ​ຊົດ​ເຊີຽ​ໝົດ​ທຸກ​ຄົນ ​ສ່ວນ​ວ່າ​ຊາວ​ບ້ານ​ທີ່​ຍັງ​ເຫຼືອ​ຢູ່ ​​ຈະ​ໄດ້​ຄ່າ​ຊົດ​ເຊີຽ​ໃນ​ເດືອນ​ໜ້າ ​ທັງ​ໝົດ​ຫຼືບໍ່​ນັ້ນ​ທ່ານ​ເອງ​ ​ຍັງ​ບໍ່​ໝັ້ນ​ໃຈ​ເທື່ອ​ ແຕ່​​ຄິດ​ວ່າ​ອາດ​ຈະ​ໄດ້​ຮັບ​ຄ່າ​ຊົດ​ເຊີຽ ​ຕາມ​ທີ່​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ໄດ້​ແຈ້ງ​ຂ່າວ.

ໃນ​ຂ​ນະ​ດຽວ​ກັນ ​ມີ​ຊາວ​ບ້ານ​ອີກ​ຈຳ​ນວນ​ນຶ່ງ ​ຢູ່​ເມືອ​ງ​ຫ​າດ​ຊາຍ​ຟອງ ນະ​ຄອນ​ຫຼວງວຽງ​ຈັນ ​ທີ່​ຫາ​ກໍ​ໄດ້​ຮັບ​ເງິນ​ຄ່າ​ຊົດ​ເຊີຽ ​ຈາກ​ໂຄງ​ການກໍ່​ສ້າງ​ທາງ​ຣົດ​ໄຟ​ ລາວ-ຈີນ​ ເມື່ອບໍ່​ດົນ​ມາ​ນີ້ ​ຊຶ່ງ​ແຕ່​ລະ​ຄົນ​ກໍ​ຮູ້​ສຶກ​ພໍ​ໃຈ​ກັບ​ເງິນ​ທີ່​ໄດ້ ​ແລະ​ກຳ​ລັງ​ວາງ​ແຜນ​ຊອກ​ຫາ​ຊື້​ທີ່​ດິນ​ໃໝ່​ຢູ່. ດັ່ງ​ຊາວ​ບ້ານ​ທ່ານ​ນຶ່ງ​ໄດ້​ກ່າວ​ວ່າ:

ໄດ້ແລ້ວໄດ້ຫວ່າງທິດກ່ອນ ໄດ້ສອງຕື້ພໍໃຈຢູ່ເອົາຊື້ດິນດອນແຫຼະດິນເຮົາບໍ່ມີແລ້ວເດ.”

ມາ​ຮອດ​ປັດ​ຈຸ​ບັນ​ ເຫຼືອ​ເວ​ລາ​ອີກ​ 10 ​ວັນ ​ເສັ້ນ​ທາງ​ຣົດ​ໄຟ ​ລາວ-ຈີນ ​​ຈະ​ເປີດ​ໃຊ້​ຢ່າງ​ເປັນ​ທາງການ, ໃນ​ໂອ​ກາດ​ນີ້​ ວິ​ທ​ຍຸ​ເອ​ເຊັຽ​ເສ​ຣີ ​ໄດ້​ຕິດ​ຕໍ່​ໄປ​ຫາ ​ບໍ​ຣິ​ສັດ ທາງ​ຣົດ​ໄຟ​ ລາວ-ຈີນ ​ຈຳ​ກັດ ເພື່ອ​ຖາມ​ຄວາມ​ຄືບ​ໜ້າ​ກ່ຽວ​ກັ​ບ​ດ້ານ​ຄວບ​ຄຸມ ​ຣົດ​ໄຟ ​ແລະ​ການ​ກະ​ຕຽມ ​ດ້ານ​ບຸກ​ຄະ​ລາ​ກອນ ແຕ່​ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງບໍ່​ສະ​ດວກ​ໃຫ້​ສັມ​ພາດ. ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ ​ໃນ​ວັນ​ທີ 18 ພຶ​ສ​ຈິ​ກາ ຜ່ານ​ມາ​ນີ້ ທ່ານ ໂພ​ໄຊ ໄຂ​ຄຳ​ພິ​ທູນ ຮອງ​ຣັ​ຖ​ມົນ​ຕ​ຣີ​ ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ຫົວ​ໜ້າ​ຄ​ນະ​ຊີ້​ນຳ​ ໂຄງ​ການ​ກໍ່​ສ້າງ​ທາງ​ຣົດ​ໄຟ ​ລາວ-ຈີນ ໄດ້​ກ່າວ​ຕໍ່​ສື່ມວນ​ຊົນ​ ເນື່ອງ​ໃນ​ໂອ​ກາດ ​ກະ​ຕຽມ​ຄວາມ​ພ້ອມ ​ກ່ອນ​ເປີດ​ນຳ​ໃຊ້​ຣົດ​ໄຟ ​ລາວ-ຈີນ ວ່າ:

ການເປີດນຳໃຊ້ທາງຣົດໄຟນີ້ສຳລັບວັນທີ 3 ພາຍຫຼັງທີ່ເປີດແລ້ວເນາະເບື້ອງຕົ້ນຈະມີການນຳໃຊ້ຜູ້ໂດຍສານ ພາຍໃນກ່ອນ ຫຼັງຈາກພິທີເປີດເປັນທາງການ ແລ້ວສ່ວນການຂົນສົ່ງສິນຄ້າ ແມ່ນຖືວ່າເຣີ່ມແຕ່ມື້ວັນທີ 3 ເປັນຕົ້ນໄປ ຈະມີການຂົນສົ່ງສິນຄ້າ ຈາກ ລາວ ໄປຈີນ ຈາກຈີນ ມາລາວ.”

ສຳ​ລັບ​ວຽກ​ພິ​ທີ​ການ, ການ​ຖ່າຍ​ທອ​ດ​ສົດ, ວຽກ​ງານ​ທາງ​ດ້ານ​ສາ​ສ​ນາ ​ແລະ​ອື່ນໆ ຂອງ​ພິ​ທີ​ເປີດ​ ນຳໃຊ້​ໂຄງ​ການ​ ທາງ​ຣົດ​ໄຟ ​ລາວ-ຈີນ ​ຈະ​ຖືກ​ຈັດ​ຂື້ນ​ພາຍ​ໃນ ​ວັນ​ທີ 2 ທັນ​ວາ ປີ​ນີ້ ແລະ ຈະ​ເປີດ​ໂຄງ​ການ​ທາງ​ຣົດ​ໄຟ​ ລາ​ວ-ຈີນ​ ແບບ​ເປັນ​ທາ​ງ​ການ​ ໃນ​ວັນທີ 3 ທັນ​ວາ 2021 ນີ້ ໂດຍ ທ່ານ ພັນ​ຄຳ ວິ​ພາ​ວັນ ນາ​ຍົກ​ຣັ​ຖ​ມົນ​ຕ​ຣີ ​ພ້ອມ​ດ້ວຍ​ຄ​ນະ​ເຈົ້າ​ໜ້າ​ທີ່​ ຣະ​ດັບ​ອາ​ວຸ​ໂສ ​ຂອງ​ຣັ​ຖ​ບານ​ລາວ​ ຈະ​ຮ່ວມ​ກັນ​ໂດຍ​ສານ​ໃນ​ການ​ແລ່ນ​ຣົດ​ໄຟ ​ລາວ-ຈີນ ​ຖ້ຽວ​ປະ​ຖົມ​ມະ​ຣຶກ ​ຈາກ​ນະ​ຄອນ​ຫຼວງວຽງ​ຈັນ ຫາ​ດ່ານ​ສາ​ກົ​ລ ​ບໍ່ເຕັນ​ແຂວງ​ຫຼວງ​ນ້ຳ​ທາ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org