ຄົນງານເພດຍິງຫຼາຍກວ່າ ເພດຊາຍ
2015.03.29

ປັດຈຸບັນ ມີ ຄົນງານ ເພດຍິງ ໄດ້ເຂົ້າ ເຮັດວຽກ ຢູ່ ໂຮງງານ ຫລາຍກວ່າ ເພດຊາຍ ຊຶ່ງ ນາຍຈ້າງ ຕ້ອງການ ຍ້ອນວ່າ ສ່ວນ ໃຫຍ່ ມີສີມື ດີ ແລະ ມີຄວາມ ດຸໝັ່ນ ກວ່າ ເພດຊາຍ. ດັ່ງ ເຈົ້າ ໜ້າທີ່ ກະຊວງ ແຮງງານ ແລະ ສວັດດິການ ສັງຄົມ ຂອງລາວ ເວົ້າວ່າ:
"ເຣຶ່ອງ ສີມື ນີ້ ຢູ່ຕາມ ໂຮງຈັກ ໂຮງງານ ນີ້ ຖ້າ ເບິ່ງ ລວມໆ ຫຼາຍ ກະແມ່ຍິງ ກໍມີ ສີມືດີ ຢູ່ ຢູ່ ໂຮງຈັກ ໂຮງງານ ກະມີແຕ່ ຜູ້ຍິງ ສ່ວນຫຼາຍ ຜູ້ຊາຍ ກະໜ້ອຍ ກວ່າ ຄວາມ ບຸກບືນ ຄວາມ ພຽນ ແມ່ຍິງ ກະສູງ ກວ່າ".
ທ່ານ ເວົ້າ ຕໍ່ໄປວ່າ ແຕ່ກ່ອນ ແມ່ຍິງ ທີ່ ເຮັດວຽກ ຢູ່ຕາມ ໂຮງຈັກ ໂຮງງານ ແມ່ນມີ ໜ້ອຍ. ແຕ່ ປັດຈຸບັນ ແມ່ຍິງ ຈາກ ຊົນນະບົດ ເຂົ້າມາ ໃນ ຕົວເມືອງ ຫລາຍ ຂຶ້ນ ເພື່ອ ຊອກຫາ ວຽກເຮັດ ທີ່ ມີ ຣາຍໄດ້ ດີ ແລ້ວ ສົ່ງເງິນ ໄປ ລ້ຽງ ຄອບຄົວ ຂນະທີ່ ຜູ້ຊາຍ ຫລາຍຄົນ ບໍ່ມັກ ເຮັດວຽກ ໃນ ໂຮງງານ ເພາະ ຖືວ່າ ເປັນວຽກ ໜັກ.
ທ່ານ ກ່າວ ຕື່ມວ່າ ຕາມ ການ ສໍາຣວດ ພົບວ່າ ຄົນງານ ເພດຊາຍ ໃນ ບາງ ແຂວງ ບໍ່ ດຸໝັ່ນ ຕໍ່ ວຽກງານ, ມັກ ພັກການ ຕິດຕໍ່ ກັນ ຫລາຍວັນ ໃນ ຊ່ວງ ເທສການ ຕ່າງໆ ອັນເຮັດ ໃຫ້ ນາຍຈ້າງ ຫລາຍຄົນ ບໍ່ຢາກ ຮັບເຂົ້າ ເຮັດວຽກ ນໍາ. ໜັງສືພິມ ຂອງ ທາງການ ລາວ ຣາຍງານ ວ່າ ປັດຈຸບັນ ອັຕຣາ ການ ເຮັດວຽກ ຂອງ ແມ່ຍິງ ໃນເກນ ອາຍຸ ແຕ່ 15 ປີ ຫາ 24 ປີ ສູງກວ່າ ຜູ້ຊາຍ ແລະ ອັດຕຣາ ການ ວ່າງງານ ຂອງ ແມ່ຍິງ ມີພຽງ 2.5 ສ່ວນຮ້ອຍ. ສ່ວນຜູ້ຊາຍ 3.5 ສ່ວນ ຮ້ອຍ.