ຊາວລາວເຮັດວຽກຢູ່ໄທແບບ ໄປ-ກັບ

ອະວາຣີ
2017.02.09
F-workers ຄົນງານລາວ ທີ່ ຂ້າມໄປມາ ຣະຫວ່າງຊາຍແດນ ລາວ-ໄທ ເພື່ອຊອກວຽກເຮັດງານທໍາ
RFA

ຄົນລາວຂ້າມໄປເຮັດວຽກ ຢູ່ຝັ່ງໄທ ຜ່ານດ່ານຂົວ ມິດຕະພາບ ນ້ຳເຫືອງ ມື້ລະ ປະມານ 50 ຄົນ ສ່ວນນຶ່ງ ໄປແລ້ວກັບ ໃນມື້ດຽວກັນ, ດັ່ງ ຜູ້ຂັບຣົດ ຕຸກຕຸກຊາວໄທ ຄົນນຶ່ງ ທີ່ແລ່ນ ສົ່ງຄົນງານລາວ ເປັນປະຈຳ ເວົ້າວ່າ:

“ມື້ນຶ່ງກະຫຼາຍ ສີ່ຫ້າສິບປາຍ ຫລັງໆມານີ້ ໄປລະກັບມາ ໄປໝົດ ແລະກໍມາໃໝ່ ໄດ້ 9 ມື້.”

ຄົນລາວຈາກແຂວງໄຊຍະບຸຣີ ແລະແຂວງອື່ນໆ ທີ່ໄປເຮັດວຽກ ຢູ່ແຂວງເລີຍ ແລະແຂວງ ໃກ້ຄຽງຂອງໄທ ຈະໄດ້ ຮັບຄ່າຈ້າງ 300 ບາດຕໍ່ມື້ ຕາມກົດໝາຍ ຂອງໄທ. ສື່ມວລຊົນໄທ ຣາຍງານວ່າ ທ້າວ ໄຊຊະນະ ແກ້ວພິມພາ ນັກຄ້າຢາເສບຕິດ ຣາຍໃຫຍ່ ຂອງລາວ ທີ່ຖືກຈັບຢູ່ໄທ ເມື່ອເດືອນທີ່ແລ້ວ ມັກທຽວເຂົ້າ-ອອກ ຣະຫວ່າງ ລາວແລະໄທ ເລື້ອຍໆ ໂດຍຜ່ານດ່ານ ບໍ່ຄອນເຜິ້ງ-ທ່າລີ້ ຊຶ່ງເປັນດ່ານ ຂົວມິດຕະພາບ ນ້ຳເຫືອງ ຣະຫວ່າງ ແຂວງໄຊຍະບຸຣີ ແລະ ແຂວງເລີຍ ຂອງໄທ.

ເມື່ອສອງມື້ກ່ອນ ທາງການໄທ ກໍສັ່ງຍ້າຍ ເຈົ້າໜ້າທີ່ຕໍມໍ ຂອງໄທ ສອງຄົນ ທີ່ຖ່າຍຮູບ ຮ່ວມກັບທ້າວ ໄຊຊະນະ ແກ້ວພິມພາ, ປັດຈຸບັນ ທາງການ ເຈົ້າໜ້າທີ່ ຕຳຣວດໄທ ກຳລັງສອບສວນ ເຈົ້າໜ້າທີ່ຕໍມໍ ທັງສອງຄົນ ນັ້ນຢູ່ວ່າ ມີສ່ວນພົວພັນ ກັບ ທ້າວ ໄຊຊະນະ ແນວໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.