ມາຕການໂຄວິດ-19 ພຣະສົງ ໄດ້ກຸ້ມ ຕົນເອງ
2021.05.06

ພຣະສົງຢູ່ຕາມວັດຕ່າງໆ ໃນຫລາຍແຂວງຂອງລາວ ເລີ່ມມີອາຫານສັນໜ້ອຍລົງ ຍ້ອນຊາວບ້ານອອກມາຄໍ້າຈັງຫັນ ແລະເພນ ໜ້ອຍ, ແຕ່ກໍຍັງມີອອກຕົນຍາດໂຍມ ຈໍານວນນຶ່ງ ອອກມາຕັກບາດຍາມເຊົ້າຢູ່, ອີງຕາມຄໍາເວົ້າຂອງພຣະອົງນຶ່ງ ຢູ່ແຂວງຫຼວງ ພຣະບາງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 5 ພຶສພາ ນີ້:
“ຢູ່ວັດນີ້ ກໍບໍ່ຄ່ອຍ ຍາດໂຍມຂະເຈົ້າກະບໍ່ຄ່ອຍ ໄດ້ມາເພນດອກເດີ ລົດ ລົດລົງຢູ່ ແຕ່ກໍພໍໄດ້ສັນຢູ່ນີ໋ແຫຼະ ກໍບໍ່ເຖິງກັບໜັກໜາ ສາກັນ ບໍ່ຢາກເດືອດຮ້ອນ ປະຊາຊົນປານໃດດອກ.”
ແລະພຣະອີກອົງນຶ່ງ ຢູ່ແຂວງສວັນນະເຂດ ກໍກ່າວວ່າ ປັດຈຸບັນບໍ່ໄດ້ ອອກໄປບິນທະບາດ ແລະອອກຕົນຍາດໂຍມ ມາຄໍ້າຈັງຫັນ ແລະເພນໜ້ອຍລົງ, ແຕ່ກໍຍັງອອກຕົນຍາດໂຍມ ຈໍານວນນຶ່ງ ມາຊ່ອຍແຕ່ງອາຫານ ໃຫ້ສັນຢູ່ ດັ່ງທີ່ທ່ານກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ:
“ບໍ່ ບໍ່ ບໍ່ໄດ້ໄປ ໄດ້ເປັນ 2 ອາທິດແລ້ວ ກໍມາເພນ ມາຈັງຫັນ ກໍສິລົດລົງ ແຕ່ວ່າແຕ່ລະບ້ານ ຂະເຈົ້າກໍມີການຮວມກັນ ປະຊຸມກັນ ເຮັດແນວໃດ ຍາດໂຍມເພິ່ນມາເຮັດໃຫ້.”
ປະຊາຊົນລາວຜູ້ນຶ່ງຢູ່ ແຂວງສວັນນະເຂດ ເວົ້າວ່າ ໃນໄລຍະທີ່ຜ່ານມາ ບໍ່ໄດ້ໄປວັດ ຍ້ອນຢ້ານຕິດເຊື້ອໂຄວິດ-19 ແລະບໍ່ຄ່ອຍ ກ້າທີ່ຈະອອກນອກບ້ານ ດັ່ງທີ່ທ່ານກ່າວຕໍ່ ວິທຍຸ ເອເຊັຍເສຣີ ໃນມື້ວັນທີ 5 ພຶສພາ ນີ້ວ່າ:
“ບໍ່ ບໍ່ຄ່ອຍໄດ້ອອກ ລໍດູສະຖານະການກ່ອນ ບໍ່ໄດ້ກ້າໄປເດ໋ ຢູ່ໄຜຢູ່ມັນກົວແຜ່ຣະບາດ ກໍເລີຍບໍ່ໄປວັດໄປໃສ ບໍ່ໄດ້ໄປໃສທັງນັ້ນ.”
ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ອົງການພຸທສາສນາສໍາພັນລາວ ຢູ່ແຂວງສວັນນະເຂດ ທ່ານນຶ່ງກ່າວວ່າ ຖ້າຫາກວັດໃດ ມີອອກ ຕົນຍາດໂຍມມາຄໍ້າຈັງຫັນ ແລະເພນໜ້ອຍລົງ ຫລືບໍ່ໄດ້ອອກໄປບິນທະບາດຍາມເຊົ້າ, ບໍ່ມີອາຫານສັນພຽງພໍ ທາງອົງການພຸທ ສາສນາ ສໍາພັນລາວ ກໍໃຫ້ຄວາມຊ່ອຍເຫລືອ ດັ່ງທີ່ທ່ານກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ:
“ສໍາລັບໜ່ວຍງານ ອພສ ໂດຍຕົງ ສ່ວນຫລາຍກໍຣະດົມເປັນປັດຈັຍເນາະ ໄປຊ່ວຍ ກໍບາງສະຖານທີ່ເພິ່ນກໍສິມີອາສາສມັກ ຂອງ ຍາດໂຍມເພິ່ນຫລືວ່າ ເປັນພຣະມາຊ່ວຍກັນກໍມີ.”
ອີງຕາມຄຳສັ່ງແນະນຳ ຂອງສູນກາງອົງການພຸທສາສນາ ສັມພັນແຫ່ງ ສປປລາວ ກ່ຽວກັບການເພີ່ມທະວີຄວາມຮັບຜິດຊອບ ຂອງ ພຣະສົງລາວ ແລະ ພຸທສາສະນິກະຊົນລາວ ໃນການສືບຕໍ່ສະກັດກັ້ນ, ປ້ອງກັນຄວບຄຸມ ແລະ ແກ້ໄຂການຣະບາດຂອງໂຄວິດ-19, ການອອກບິນທະບາດ ຂອງແຕ່ລະວັດ,
ວັດໃດຢູ່ໃນເງື່ອນໄຂ ທີ່ບໍ່ສະດວກອອກໄປບິນທະບາດ ຄືຢູ່ໃນເຂດທີ່ມີຄວາມສ່ຽງ ເຣື່ອງການຣະບາດຂອງເຊື້ອໂຄວິດ-19 ກໍບໍ່ຄວນ ອອກໄປບິນທະບາດ. ບ່ອນໃດມີເງື່ອນໄຂ ອອກບິນທະບາດ ກໍໃຫ້ປະຕິບັດຕາມມາຕການ ທີ່ທາງການວາງອອກ ຄືໃຊ້ຜ້າອັດປາກ ອັດດັງ, ການຮັກສາໄລຍະຫ່າງ ແລະການລ້າງມື ເປັນຕົ້ນ ແລະທັງໃຫ້ໂຈະການຈັດງານບຸນ, ງານປະເພນີຕ່າງໆທີ່ຈະຈັດຂຶ້ນໃນ ວັດນັ້ນໄວ້ກ່ອນ ຈົນກວ່າວ່າສະຖານະການ ການຣະບາດຂອງໂຄວິດ-19 ສງົບໄປດັ່ງທີ່ໄດ້ກໍານົດໄວ້ໃນຂໍ້ທີ 6 ຂອງຄໍາສັ່ງແນະນໍາ ຂອງສູນກາງອົງການພຸທສາສນາ ສັມພັນແຫ່ງ ສປປລາວ ເມື່ອທ້າຍເດືອນເມສາ ທີ່ຜ່ານມານັ້ນ.