ຂຶ້ນບັນຊີ ພວກຄ້າ ຢາເສບຕິດ 2,000 ປາຍຄົນ

ເມື່ອ ວັນທີ 05 ພຶສຈິກາ, 2006 ຊາວໜຸ່ມລາວ ຜູ້ຕິດຢາເສບຕິດ ກຳລັງນັ່ງຟັງ ຢູ່ຫໍປະຊຸມ ທີ່ສູນຟື້ນຟູ ຢາເສບຕິດ ໃນເຂດນອກເມືອງ ນະຄອນຫຼວງວຽງຈັນ ຊຶ່ງມີການຣາຍງານວ່າ, ປະເທດລາວ ໄດ້ຮັບໄຊຊນະ ໃນສົງຄາມຝິ່ນ. ໃນຂນະດຽວກັນ ກະແສຂອງຢາເສບຕິດ ແມ່ນປ່ຽນໄປຫາ ຢາບ້າ ຢາໄອຊ ແລະ ເຮັດໃຫ້ຊາວໜຸ່ມ ຫຼາຍສິບພັນຄົນ ຕົກເປັນທາດ ຂອງມັນ. ອົງການ ສະຫະປະຊາຊາດ, ຣັຖບານ ແລະ ຜູ້ຊ່ຽວຊານ "ເຕືອນ"
ເມື່ອ ວັນທີ 05 ພຶສຈິກາ, 2006 ຊາວໜຸ່ມລາວ ຜູ້ຕິດຢາເສບຕິດ ກຳລັງນັ່ງຟັງ ຢູ່ຫໍປະຊຸມ ທີ່ສູນຟື້ນຟູ ຢາເສບຕິດ ໃນເຂດນອກເມືອງ ນະຄອນຫຼວງວຽງຈັນ ຊຶ່ງມີການຣາຍງານວ່າ, ປະເທດລາວ ໄດ້ຮັບໄຊຊນະ ໃນສົງຄາມຝິ່ນ. ໃນຂນະດຽວກັນ ກະແສຂອງຢາເສບຕິດ ແມ່ນປ່ຽນໄປຫາ ຢາບ້າ ຢາໄອຊ ແລະ ເຮັດໃຫ້ຊາວໜຸ່ມ ຫຼາຍສິບພັນຄົນ ຕົກເປັນທາດ ຂອງມັນ. ອົງການ ສະຫະປະຊາຊາດ, ຣັຖບານ ແລະ ຜູ້ຊ່ຽວຊານ "ເຕືອນ" (AFP/HO)

0:00 / 0:00

ປັດ​ຈຸ​ບັນ ການ​ຜ​ລິດ ແລະ ການ​ຄ້າ​ຂາຍ​ຢາ​ເສບ​ຕິດ ໄດ້​ກາຍ​ເປັນ​ຂບວນ​ການ​ຂ້າມ​ຊາດ ທີ່​ຣັ​ຖ​ບານລາວ ຕ້ອງ​ເລັ່ງ​ສະ​ກັດ ແລະ ປາບ​ປາມ ຢ່າງ​ເຂັ້ມ​ງວດ ເພາະວ່າ ບັນ​ຫາ​ຢາ​​ເສບ​ຕິດ​ໃນ​ລາວ ຍັງ​ບໍ່​ຫຼຸດ​ລົງ ແລະ ມີ​ທ່າ​ອ່ຽງ​ຂ​ຍາຍ​ໂຕ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ.

ຫຼ້າ​ສຸດ ກະ​ຊວງ​ປ້ອງ​ກັນ​ຄວາມ​ສ​ງົບຂອງ​ລາວ ຂຶ້ນ​ບັນ​ຊີ​ລາຍ​ຊື່ ນັກ​ຄ້າ​ຢາ​ເສບ​ຕິດ ຈຳ​ນວນ 2,272 ຄົນ​ທີ່​ຈະ​ຕ້ອງ​ເຝົ້າ​ລະ​ວັງ ແລະ ຕິດ​ຕາມ​ໂຕ​ມາ​ດຳ​ເນີນ​ຄະ​ດີ ຊຶ່ງ​ສ່ວນ​ຫຼາຍແລ້ວ ຈະ​ເປັນ​ເຄືອ​ຂ່າຍຂອງ​ຂບວນ​ການ​ຄ້າ​ຢາ​ເສບ​ຕິດຂ້າມ​ຊາດ, ຜູ້​ຕ້ອງ​ຫາ​ຄະ​ດີ​ຢາ​ເສບ​ຕິດ ທີ່​ເຄີຍ​ຕິດ​ຄຸກ​ມາ​ກ່ອນ​ໜ້ານີ້ ແລະ ກຸ່ມ​ທີ່​ມີ​ໝາຍ​ຈັບ​ແລ້ວ ແຕ່​ຍັງ​ຫາ​ໂຕບໍ່​ພົບ.

ເຈົ້າ​ໜ້າ​ທີ່​ ກະ​ຊວງ​ປ້ອງ​ກັນຄວາມ​ສ​ງົບ ທ່ານນຶ່ງ ໄດ້​ກ່າວ​ຕໍ່​ ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 11 ກຸມ​ພາ.

" ຕາມ ​ທິດ​ທາງ​ຊີ້​ນຳຂອງ​ຫົວ​ໜ້າ​ກົມ​ໃຫຍ່​ຕຳ​ຣວດ ຫັ້ນ​ແຫຼະ ຫຼາຍ​ໄດ໋ໆ ເພາະ​ວ່າ ມັນ ເປັນ​ໝາຍ​ເກົ່າໆ ມັນ​ຂຶ້ນ​ຊຸດ​ທີ່​ເຊົາ​ກະ​ເປົ້າ​ໝາຍ​ໃໝ່ ຂຶ້ນ​ຕໍ່​ມັນ​ກະ​ມີ​ຕ​ລອດ​ແຫຼະ, ເມື່ອ​ເຮົາ​ເກັບ​ຂໍ້​ມູນ ແລະ ຂຶ້ນ​ບັນ​ຊີ​ເປົ້າ​ໝາຍ ແລ້ວ​ເນາະ ໄທ​ເຮົາ​ກະ​ໄດ້​ຕິດ​ຕາມ ດ້ວຍ ການ​ເຄື່ອນ​ໄຫຍ​ຂອງ​ເຂົາ ຣາຍ​ໃຫຍ່ ຣາຍ​ຍ່ອຍ ຄື​ກັນ​ໝົດ​ຫັ້ນ​ນ່າ."

ເຈົ້າ​ໜ້າ​ທີ່ ທ່ານນີ້ ກ່າວ​ຕື່ມ​ວ່າ ຄົນ​ທີ່​ຖືກ​ຂຶ້ນລາຍ​ຊື່ ທັງ​ໝົດ ຖ້າ​ເປັນ​ກຸ່ມ​ເຄືອ​ຂ່າຍ ຂອງ​ຂບວນ​ການ​ຄ້າຢາ​ເສບ​ຕິດ​ຂ້າມ​ຊາດ ຈະ​ເປັນ​ເຈົ້າ​ໜ້າ​ທີ່​ລະ​ດັບ​ສູນ​ກາງ ເປັນ​ຜູ້​ຕິດ​ຕາມ ແລະ ເຝົ້າ​ລະ​ວັງ ທຸ​ກ​ການ​ເຄື່ອນ​ໄຫວ, ແຕ່​ກໍ​ຕ້ອງ​ມີ​ຫຼັກ​ການ​ຫຼາຍ​ຢ່າງ ໃນ​ການ​ເຂົ້າ​ໄປ​ກວດ​ຄົ້ນ ຫຼື ຈັບ​ໂຕ ມາ​ສືບ​ສວນ-​ສອບ​ສວນ. ສ່ວນ​ກຸ່ມ ຄ້າ​ຂາຍ​ຢາ​ເສບ​ຕິດ​ລາຍ​ຍ່ອຍ ກໍ​ຈະ​ໃຫ້​ເຈົ້າ​ໜ້າ​ທີ່ ​ລະ​ດັບ​ເມືອງ ແລະ ແຂວງ ເປັນ​ຜູ້​ຕິດ​ຕາມ ແລະ ດຳ​ເນີ​ນ​ຄ​ະ​ດີ.

ສຳ​ລັບ​ການ ຂຶ້ນ​ບັນ​ຊີ ລາຍ​ຊື່ ນັກ​ຄ້າຢາ​ເສບ​ຕິດ ຈຳ​ນ​ນວນ 2,272 ຄົນ, ສ່ວນ​ຫຼາຍ​ເປັນ​ຄົນ​ລາວ ໃນ​ປະ​ເທດ ແລະ ມີ​ຄົນ​ວຽດ​ນາມ, ຄົນ​ຈີນ ແລະ ຄົນ​ໄທ​ຍ ​ອີກ​ຈຳ​ນວນ​ນຶ່ງ ຊຶ່ງກະ​ຊວງ​ປ້ອງ​ກັນ​ຄວາມ​ສ​ງົບ ບໍໍ່​ເປີດ​ເຜີຍ​ລາຍ​ຊື່ ເພາະ​ກັງ​ວົນວ່າ ຈະ​ກະ​ທົບ​ຕໍ່​ການ​ຕິດ​ຕາມ ມາສືບ​ສວນ-ສອບ​ສວນ.

ຢາ​ເສບ​ຕິດ​ ມີ​ການ​ຣະ​ບາດຢູ່​ໃນ​ໂຮງ​ຮຽນ. ເຈົ້າ​ໜ້າ​ທີ່​ກະ​ຊວງ​ສຶ​ສາ​ທິ​ການ ແລະ ກິ​ລາ ໄດ້​ກ່າວ​ຕໍ່​ ເອ​ເຊັຽ​ເສັ​ຣີ ໃນ​ວັນ​ທີ 11 ກຸມ​ພາ ວ່າ:

“ແຕ່​ດຽວນີ້ ຢູ່ນອກ ກັບ​ໃນ​ເມືອງ ກິນ​ຄື ກັນ ສະ​ເພາະ​ໂຕນີ້ ກະ​ຫຼາຍ​ເດັກ​ນ້ອຍ ພວກ​ນັກ​ຮຽນ​ຫັນ ພວກ​ນັກ​ຮຽນ​ບາງ ກະ​ອອກ​ໂຮງ​ຮຽນ ຍ້ອນ​ສິ່ງ​ເສບ​ຕິດ ການ​ສຶກ​ສານ​ເຮົາ​ກະ​ເປັນ​ອັນ​ຕະ​ລາຍ​ທີ່​ສຸດ​ເຣື່ອງ​ຢາ​ເສບ​ຕິດ ທຸກມື້​ນິ​ນ່າ ຕ້ອງ​ມີ​ໂຄງ​ການ​ກິ​ຈ​ກັມ​ແນວ​ໃດ ຊຸກ​ຍູ້​ໂຕ​ນັ້ນ ຫັ້ນ​ນ່າ ບໍ່​ໃຫ້​ເຂົາ​ກິນ ເຂົາ​ເສບ​ຫັ້ນ​ນ່າ.”

ເຈົ້າ​ໜ້າ​ທີ່ ທ່ານນີ້ ກ່າວ​ຕື່ມ​ວ່າ ປັດ​ໃຈ ທີ່​ເຮັດ​ໃຫ້​ເດັກ​ນັກ​ຮຽນ ຫຼື ກຸ່ມ​ຊາວ​ໜຸ່ມພາ​ກັນ​ຕິດ​ຢາ​ເສບ​ຕິດ ເປັນ​ຈຳ​ນ​ວນ​ຫຼາຍ ກໍ​ຍ້ອນ​ວ່າ ຢາ​ບ້າ ຫາ​ຊຶ້​ໄດ້​ງ່າຍ ແລະ ມີ​ລາ​ຄາ​ຖືກ ​ປະ​ມານ 5,000 ກີບ ​ຕໍ່​ແມັດ. ນອກ​ຈາກນີ້ ທາງ​ການ​ລາວ ແລະ ໄທ​ຍ ກໍ​ຍັງ​ໄດ້​ມີ​ການ​ຮ່ວມ​ມື​ກັນຕ້ານ ແລະ ສະ​ກັດ​ກັ້ນການ​ຄ້າ​ຂາຍ​ ຢາ​ເສບ​ຕິດ​ຂ້າມ​ຊາດ.

ເຈົ້າ​ໜ້າ​ທີ່​ປ້ອງ​ກັນ ແລະ ປາບ​ປາມ​ຢາ​ເສບ​ຕິດ ປະ​ເທດ​ໄທ​ຍ ທ່ານ​ນຶ່ງ ໄດ້​ກ່າວ​ຕໍ່​ ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 11 ກຸມ​ພາ ວ່າ:

" ໃນ ​ໂຕ​ສາມ​ຫຼ່ຽມ​ຄຳ ແລ້ວ ພື້ນ​ທີ່​ໂຄງ​ສ​ໂຣ​ມັນ ເນື່ອງ​ຈາກວ່າ ມັນ​ບໍ່​ແມ່ນ​ພື້ນ​ທີ່​ຂອງ​ເຮົາ ຊິ​ໃຫ້​ເຮົາ​ໄປ​ຄວບ​ຄຸມ​ພື້ນ​ທີ່ ຄົງ​ເປັນ​ໄປ​ບໍ່​ໄດ້ ແຕ່​ເຮົາ​ຄວບ​ຄຸມ​ສ​ຖານະ​ການ ໂດຍ​ທີ່​ວ່າ ຄວບ​ຄຸມ​ຄົນ​ໄທ​ຍ ແລະ ການ​ເຂົ້າ-​ອອກ ການກວດ​ສອບ​ປວັດ ການ​ຕິດ​ຕັ້ງ​ອຸ​ປກອນພິ​ເສດ​ຕ່າງໆ ເພື່ອ​ເຝົ້າ​ລະ​ວັງ ແລະ ຕິດ​ຕາມ ຄົນ​ທີ່​ຂ້າມ​ໄປ ຂ້າມ​ມາ ອັນ​ນີ້ ຄື ໃນ​ສິ່​ງທີ່​ທາງ​ການ​ໄທ​ຍ​ເຮົາ​ໃຫ້​ຄວາ​ມ​ສຳ​ຄັນ."

ຂະ​ນະ​ທີ່ ທ່ານ ພັນ​ຄຳ ວິ​ພາ​ວັນ ນາ​ຍົກ​ຣັ​ຖ​ມົນ​ຕ​ຣີ ໄດ້​ນຳ​ເອົາ​ບັນ​ຫາ​ຢາ​ເສບ​ຕິດ ຂຶ້ນ​ມາ​ເປັນ​ວາ​ລະ​ແຫ່ງ​ຊາດ ທີ່​ຈະ​ຕ້ອງ​ດຳ​ເນີນ​ການ​ສະ​ກັດ​ກັ້ນ, ປ້ອງ​ກັນ ແລະ ປາບ​ປາມ​ຢາ​ເສບ​ຕິດ ໃຫ້​ຫຼຸດໜ້ອຍ​ຖອຍ​ລົງ ແລະ ເນັ້ນ​ຢ້ຳ​ໃຫ້ ທຸກ​ພາກ​ສ່ວນ​ໃນ​ສັງ​ຄົມ ເອົາ​ໃຈ​ໃສ່ ຄອຍ​ເປັນ​ຫູ​ເປັນ​ຕາ.

ທ່ານ ພັນຄຳ ວິ​ພາ​ວັນ ນາ​ຍົກຣັັຖ​ມົນ​ຕ​ຣີ ກ່າວ​ໃນ​ກອງ​ປະ​ຊຸມ​ສ​ມັມ​ສາ​ມັນ ເທື່ອ​ທີ 2 ຂອງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 9 ໃນ​ທ້າຍ​ປີ 2021 ຕອນນີ້​ວ່າ:

“ສຸມ​ໃສ່​ແກ້​ໄຂ ບັນ​ຫາ​ຢາ​ເສບ​ຕິດຂອງ​ປະ​ເທດ​ເຮົາ ໃຫ້​ຜ່ອນ​ຄາຍລົງ ຢ່າງ​ຈະ​ແຈ້ງ ຈຳ​ເປັນ ແລະ ຮີບ​ດ່ວນຂອງ​ຊາດ ທີ່​ສະ​ສົມ​ມາ​ຫຼາຍ​ປີ ໃຫ້​ຜ່ອນ​ຄາຍ​ລົງ​ໃນ​ກຳ​ນົດ​ເວ​ລາ​ທີ່​ແນ່ນອນ ໂດຍ​​ຖື​ເອົາ ການ​ແກ້​ໄຂບັນ​ຫາ​ດັ່ງ​ກ່າວ ນັ້ນ ເປັນ​ໜ້າ​ທີ່​ພັນ​ທະ ແລະ ຄວາ​ມ​ຮັບ​ຜິດ​ຊອບ​ ຂອງ​ທຸກ​ພາກ​ສ່ວນ​ໃນ​ສັງ​ຄົມ.”

ໃນ​ປີ 2020-2021 ທີ່​ຜ່ານ​ມາ ປະ​ເທດ​ລາວ ມີ​ຄະ​ຢາ​ເສບ​ຕິດເສບ​ຕິດ​ທັງ​ໝົດເກືອບ 3,000 ເຣື່ອງ​ຈັບ​ກຸມຜູ້​ຕ້ອງ​ຫາ ໄດ້ເກືອບ 4,000 ຄົນ ຢຶດ​ຂອງ​ກາງ​ຢາ​ບ້າໄດ້ 125 ລ້ານ​ເມັດ, ຢາ​ໄສ 2,500 ກິ​ໂລກຼັມ ແລະ ສານ​ເສບ​ຕິດ​ອີກ​ຫຼາຍ​ຢ່າງ. ອີ​ງ​ຕາມ​ຂໍ້​ມູນ​ຈາກ​ເຈົ້າ​ໜ້າ​ທີ່ ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສ​ງົບ. ນອກ​ຈາກນີ້ ຍັງ​ສາ​ມາດ​ຂຶ້ນ​ບັນ​ຊີ​ລາຍ​ຊື່ ເປົ້າ​ໝາຍ ຂົນ​ສົ່ງ-ຄ້າ​ຂາຍ​ຢາ​ເສບ​ຕິດ ​ທົ່ວ​ປະ​ເທດໄດ້ເກືອບ 2,000 ຄົນ, ເປົ້າ​ໝາຍຢ​າ​ເສບ​ຕິດ ທີ່​ໂຕນ​ໜີ​ຈາກ​ຄ້າຍ​ຄຸມ​ຂັງ 7 ຄົນ, ເປົ້າ​ໝາຍ ທີ່​ພົ້ນ​ໂທດ​ອອກ​ໄປແລ້ວ ໄປ​ເຄື່ອນ​ໄຫວ​ຄ້າ​ຢາ​ເສບ​ຕິດ ເກືອບ 200 ຄົນ ແລະ ເປົ້າ​ໝາຍ​ທີ່​ມີ​ຄຳ​ສັ່ງ​ຈັບ​ໂຕ 100 ຄົນ.

ສຳ​ລັບ​ເປົ້າ​ໝາຍ​ເຂດ​ລໍ່​ແຫຼມ ນຳ​ເຂົ້າ-ອອກ ຢາ​ເສບ​ຕິ​ດ ມີ 9 ຈຸດ ແລະ ເຂດ​ລໍ່​ແຫຼມ ນຳ​ເຂົ້າ-ອອກ ສານ​ຕັ້ງ​ຕົ້ນ ທີ່​ໃຊ້​ໃນ​ການ​ການ​ຜ​ລິດ​ຢາ​ເສບ​ຕິດ​ມີ 4 ຈຸດ ແຕ່​ຈຸດ​ສຳ​ຄັນ ທີ່​ສຸດ​ຄື ພື້ນ​ທີ່​ສາມ​ຫຼ່ຽມ​ຄຳ ແຂວງ ບໍ່​ແກ້ວ.

ໃນ​ປີ 2020 ທີ່​ຜ່ານ​ມາ ອົງ​ການ UNODC ໄດ້​ຣາຍ​ງານ​ວ່າ ປະ​ເທດ​ໄທ​ຍ ແລະ ລາວ​ມີ​ການ​ຜ​ລິດ​ຢາ​ເສບ​ຕິດ ແລະ ຄ້າ​ມະ​ນຸດ ຂ​ຍາຍ​ໂຕ​ຢ່າງ​ຕໍ່​ເນື່ອງ ມີ​ການ​ຢຶດ​ສານ​ເສບ​ຕິດ ປະ​ເພດ Methamphetamine ສະ​ເພາະ ໃນ​ເຂດ​ເອ​ເຊັຽ​ຕາ​ເວັນ​ອອກ ແລະ ເອ​ເຊັຽ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ໄດ້​ຫຼາຍເຖິງ 140 ຕັນ ໂດຍ ສ່ວນ​ໃຫຍ່ຜ​ລິດ​ໃນ​ຣັ​ຖ​ສານ ຂອງ​ພະ​ມ້າ ຕ​ຣົງ​ກັນ​ຂ້າມ ທາຍ​ແດນ​ໄທ​ຍ ແລະ ລາວ ແລະ ດ້ວຍ​ການ​ຜ​ລິດ​ເພີ່ມ​ຂຶ້ນ ຈຶ່ງ​ເຮັດ​ໃຫ້​ໄທ​ຍ ແລະ ລາວ ກາຍ​ເປັນ​ຈຸດ​ຄ້າ​ຂາຍ ​ຢາ​ເສບ​ຕິດ​ທີ່​ສຳ​ຄັນ​ແຫ່ງ​ນຶ່ງ​ຂອງ​ໂລກ.