ຈີນ, ວຽດນາມ ຈ້າງຄົນລາວໜ້ອຍ ໃນການຂຸດຄົ້ນແຮ່
2019.05.31
ຄົນລາວ ຍັງຖືກຈ້າງ ເຂົ້າເຮັດວຽກ ໃນໂຄງການ ຂຸດຄົ້ນບໍ່ແຮ່ ຂອງຈີນ ແລະ ວຽດນາມໜ້ອຍ ຢູ່. ພວກເຂົາ ມັກຈະຈ້າງຄົນລາວ ເປັນຍາມ ຮັກສາຄວາມປອດພັຍ ແລະ ຄົວກິນ, ບໍ່ແມ່ນເປັນວິຊາການ ທີ່ທາງໂຄງການຈະຈ້າງ ແຕ່ຄົນ ຂອງປະເທດ ຂະເຈົ້າເອງ, ອີງຕາມຄໍາເວົ້າ ຂອງປະຊາຊົນ ຢູ່ເມືອງ ຜົ້ງສາລີ ຕໍ່ ອາຣ ແອັຟ ເອ (RFA) ໃນມື້ວັນທີ 31 ພຶສພາ ນີ້:
"ຈ້າງໄປເປັນ ກັມກອນດອກ ບໍ່ແມ່ນວ່າ ຈ້າງໄປເຮັດວຽກ ວິຊາການສະເພາະ ແມ່ນດຽວນີ້ ກໍລາວເຮົານີ້ແຫລະ ເປັນຜູ້ຄຸມຍາມ ໃຫ້ເຂົາຫັ້ນນະ ໂຄງການວ່າ ເປີດແລ້ວ ມີວຽກຈ້າງກັມກອນ ຈ້າງປະຊາຊົນ ເຂົາໄປແທ້ ຄັນບໍ່ເຮັດແນວນັ້ນ ຈັກສິຫາເງິນ ແນວໃດຢູ່ພຸ້ນນະ."
ທ່ານເວົ້າວ່າ ໃນເມື່ອມີໂຄງການ ມາຕັ້ງຢູ່ໃນເຂດບ້ານ ປະຊາຊົນ ກໍຕ້ອງການ ເຂົ້າໄປເຮັດວຽກ ເພື່ອໃຫ້ມີຣາຍໄດ້ ມາຊື້ຢູ່ຊື້ກິນ ແລະ ສິ່ງຂອງ ທີ່ຈໍາເປັນ ໃຊ້ໃນຄອບຄົວ ແລະ ຈະໄດ້ບໍ່ຕ້ອງເດີນທາງ ໄປເຮັດວຽກ ຢູ່ບ່ອນອື່ນ ເຖິງຈະໄດ້ຄ່າແຮງງານ 60 ພັນກີບ ຕໍ່ມື້ກໍຕາມ.
ເຈົ້າໜ້າທີ່ ວິຊາການ ຜແນກພະລັງງານ ແລະ ບໍ່ແຮ່ ແຂວງ ຜົ້ງສາລີ ເວົ້າວ່າ ການຈ້າງງານ ກໍຂຶ້ນກັບ ຂໍ້ຕົກລົງ ຣະຫວ່າງ ທາງການລາວ ກັບເຈົ້າຂອງ ໂຄງການ ວ່າມີຂໍ້ຕົກລົງ ກັນແນວໃດ. ແຕ່ໂຄງການລົງທຶນ ດ້ານບໍ່ແຮ່ ໃນແຂວງທຸກແຫ່ງ ບໍ່ໄດ້ຂຶ້ນກັບແຂວງ ເຮັດໃຫ້ແຂວງ ບໍ່ສາມາດຕໍ່ລອງ ໃຫ້ປະຊາຊົນ ເຂົ້າໄປເຮັດວຽກໃນໂຄງການໄດ້:
“ບໍ່ການລົງທຶນ ເບື້ອງຕົ້ນ ທີ່ວ່າສເນີລົງທຶນ ມັນກໍແມ່ນວ່າ ການລົງທຶນ ຮ່ວມທຶນ ເປັນການລົງທຶນ ຂອງຕ່າງປະເທດ ໂດຍສະເພາະ ພວກເຮົາ ກໍບໍ່ສາມາດ ເວົ້າໄດ້ເນາະ ມັນເປັນຂັ້ນທີ່ວ່າ ສູນກາງ ເປັນຜູ້ຄົ້ນຄວ້າ ພິຈາຣະນາ.”
ທ່ານເວົ້າວ່າ ຣັດ ຄວນຈະເຮັດ ຂໍ້ຕົກລົງ ກັບທາງໂຄງການ ໃຫ້ຊ່ວຍພັທນາ ໂຄງຮ່າງພື້ນຖານ ແລະ ໃຫ້ປະຊາຊົນ ໃນພື້ນທີ່ ໄດ້ເຂົ້າໄປ ເຮັດວຽກນໍາໂຄງການ ເພື່ອໃຫ້ຂະເຈົ້າ ມີວຽກເຮັດງານທໍາ ແລະ ມີຣາຍໄດ້. ປັດຈຸບັນ ຣັຖບານລາວ ອະນຸມັດ ໃຫ້ບໍຣິສັດຈີນ ແລະ ວຽດນາມ ຂຸດຄົ້ນ ບໍ່ແຮ່ ຢູ່ແຂວງນີ້ແລ້ວ 10 ໂຄງການ ສ່ວນຫຼາຍ ຈະເປັນການຂຸດຄົ້ນບໍ່ເຫຼັກ ແລະ ຖ່ານຫິນ.
ແຂວງ ຜົ້ງສາລີ ມີໂຄງການ ຂອງນັກລົງທຶນ ຕ່າງປະເທດແລ້ວ 66 ໂຄງການ ຮວມມູນຄ່າ ທີ່ລົງທຶນ 250 ລ້ານໂດລາສະຫະຣັຖ. ໃນນັ້ນ ເປັນນັກລົງທຶນຈີນ 59 ໂຄງການ, ວຽດນາມ 6 ໂຄງການ ແລະ ມາເລເຊັຽ 1 ໂຄງການ. ສ່ວນໃຫຍ່ ເຂົ້າມາ ລົງທຶນ ດ້ານເຂື່ອນໄຟຟ້າ, ບໍ່ແຮ່ ແລະ ກະສິກັມ.