ຄ່າແຮງງານຂັ້ນຕ່ຳໃນລາວ

ສິດນີ
2014.09.07
F-workers ຄ່າແຮງງານຂັ້ນຕ່ຳ ໃນລາວ ບໍ່ສອດຄ່ອງ ກັບຄ່າຄອງຊີພ
Citizen Journalist

 

ເຈົ້າຫນ້າທີ່ ແຮງງານ ແລະ ສວັດດີການ ສັງຄົມ ເວົ້າວ່າ ການກຳນົດ ຄ່າຈ້າງ ແຮງງານ ຂັ້ນຕ່ຳ ຂອງ ກະຊວງ ແຮງງານ ແລະ ສວັດດີ ການ ສັງຄົມ ບໍ່ສອດຄ່ອງ ກັບ ຄ່າຄອງຊີບ ທີ່ເພິ້ມຂຶ້ນ ໃນ ປັດຈຸບັນ ເຮັດໃຫ້ ແຮງງານ ທີ່ ມີສີມື ໄປເຮັດວຽກ ຢູ່ ຕ່າງ ປະເທດ ຫລື ກັບໄປເຮັດ ການກະເສດ. ດັ່ງ ນາງ ອະທິບາຍ ວ່າ:

"ກົດຫມາຍ ແຮງງານ ກຳນົດ ແທ້ໆ ມັນກໍສູງ ເພາະວ່າ ມັນຕ້ອງ ອິງໃສ່ ຄ່າໃຊ້ຈ່າຍ ຄ່າຄອງຊີບ ຕົວຈິງຫັ້ນ ກົດຫມາຍ ແຮງງານ ເຮົາ ກຳນົດ ມັນກໍມີ ແຕ່ ເດືອນລະ 6 ແສນ ກວ່າເນາະ ຄັນ 6 ແສນ ກວ່າ ມາທຽບໃສ່ ຄ່າຄອງຊີບ ແລ້ວ ມັນບໍ່ຄຸ້ມ 6 ແສນ ກວ່ານີ້ ຈະ ແຮງງານ ບໍ່ມີສີມື ຫລື ເຮັດອີ່ຫຍັງ ບໍ່ເປັນແທ້ໆ ຫັ້ນນະ".

ນາງກ່າວ ຕື່ມວ່າ ເມື່ອ ຊ່ວງປີ 2011 2012 ຣາຄາເຂົ້າ ປະມານ ຫມື່ນ ລະ 50 ຫາ 70 ພັນກີບ ແຕ່ ປັດຈຸບັນ ຕົກຢູ່ ປະມານ ຫມື່ນ ລະ 1 ແສນກີບ ຊຶ່ງ ເຫັນວ່າ ຄ່າຄອງຊີບ ສູງຂຶ້ນ ເກືອບ ເທົ່າຕົວ. ດັ່ງນັ້ນ ການທີ່ ທາງການລາວ ຍັງກຳນົດ ຄ່າຈ້າງ ແຮງງານ ຂັ້ນຕ່ຳ ແບບທີ່ເຄີຍ ເປັນມາ ເປັນການບໍ່ ເຫມາະສົມ.

ປັດຈຸບັນ ຫລາຍ ບໍຣິສັດ ໃນລາວ ເຂົ້າໃຈເຖິງ ຄ່າຈ້າງ ແຮງງານ ຂັ້ນຕ່ຳ ບໍ່ສອດຄ່ອງ ກັບ ຄ່າຄອງຊີບ ຈຶ່ງຈ່າຍ ຄ່າແຮງງານ ຫຼາຍ ກວ່າ ທີ່ກົດຫມາຍ ກຳນົດໃຫ້. ແຕ່ຍັງມີ ຫລາຍ ບໍຣິສັດ ທີ່ຍັງຈ່າຍ ຄ່າແຮງງານ ຂັ້ນຕ່ຳ ຕາມທີ່ ກົດຫມາຍ ກຳນົດ ໃຫ້ຢູ່ ເຮັດໃຫ້ ແຮງງານລາວ ຍ້າຍໄປ ເຮັດວຽກ ໃນໄທ ເພາະ ຄ່າຈ້າງ ແຮງງານ ສູງກວ່າ. ຕົວຢ່າງ ຖ້າເຮັດວຽກ ໃນຮ້ານ ອາຫານ ຫຼື ໂຮງງານ ອຸດສາຫະກັມ ໃນໄທ ເຂົາຈະຈ່າຍ ປະມານ 1 ລ້ານ 5 ແສນ ຫາ 2 ລ້ານກີບ ຕໍ່ເດືອນ ໃນລາວ ມີແຕ່ 6 ແສນ ກວ່າກີບ ເທົ່ານັ້ນ ຊື່ງຄ່າຈ້າງ ໃນລາວ ໄດ້ເລີ້ມ ປະຕິບັດ ມາແຕ່ ປີ 2011 ຈົນຮອດ ທຸກວັນນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.