ການຂຸດແຮ່ທາດໄດ້ຊ່ອຍຊຸມຊົນ ທ້ອງຖິ່ນ
2014.07.28
ຣາຍງານຂ່າວ ຂອງ ໜັງສືພິມ The Australians ຍົກຍ້ອງ ການຂຸດຄົ້ນ ບໍ່ຄໍາ ເຊໂປນ ຂອງ ບໍຣິສັດ Oxiana ວ່າ ໄດ້ຊ່ວຍໃຫ້ ຊຸມຊົນ ທ້ອງຖິ່ນ ຫລຸດພົ້ນ ຈາກຄວາມ ທຸກຍາກ. ທ່ານວ່າ ການຂຸດຄົ້ນ ຄໍາ ແລະ ທອງ ຢູ່ບໍ່ແຮ່ ດັ່ງກ່າວ ບໍ່ແມ່ນ ຂນາດ ໃຫ່ຽສຸດ ແຕ່ມັນມີ ຜົນ ດີຕໍ່ ປະເທດລາວ ຫລາຍ ທີ່ສຸດ ໃນການ ປະກອບສ່ວນ ທາງດ້ານ ເສຖກິດ ແລະ ສັງຄົມ.
ການຂຸດຄົ້ນ ຄໍາ ແລະ ທອງແດງ ຢູ່ ເມືອງ ວີລະບູລີ ມາເຖິງ ປັດຈຸບັນ ນີ້ ເປັນປີ ທີ່ 12. ເມື່ອເວົ້າເຖິງ ຜົນປໂຍດ ໂດຍກົງ ເຊັ່ນວ່າ ຈາກພາສີ ຄ່າພາກຫລວງ ແລະ ເງິນປັນ ຜົນກໍາໄຣ ທີ່ ສປປລາວ ໄດ້ຈາກ ບໍ່ແຮ່ນັ້ນ ມັນເກີນ ຄາດໝາຍ. ນັບແຕ່ເລີ້ມ ຂຸດຄົ້ນ ຜລິດຄໍາ ແລະ ທອງແດງ 12 ປີ ມານີ້ ທາງ ບໍຣິສັດ ໄດ້ຈ່າຍເງິນ ໃຫ້ ປະມານ 1,100 ລ້ານ ໂດລາ ສະຫະຣັຖ ແລ້ວ ພາຍຫລັງ ທີ່ ໄດ້ຈ່າຍ ໃຫ້ ຣັຖບານລາວ 10 ສ່ວນຮ້ອຍ ຂອງ ການລົງທຶນ ຮ່ວມກັນ. ນັບແຕ່ປີ 2009 ນີ້ ບໍ່ຄໍາ ແລະ ທອງແດງ ເຊໂປນ ວິລະບູລີ ຖືກ ບໍຣິສັດ MMG ຂອງຈີນ ເຂົ້າມາຊື້ ຫຸ້ນສ່ວນ ເປັນ ສ່ວນໃຫ່ຽ.
ທ່ານ Andrew Michael more ຫົວໜ້າ ບໍຣິຫານ ບໍຣິສັດ MMG ກ່າວຕໍ່ ໜັງສືພິມ The Auistralians ວ່າ ສິ່ງສໍາຄັນ ອີກຢ່າງນຶ່ງ ແມ່ນ ທາງ ບໍຣິສັດ ໄດ້ສ້າງ ຄົນງານ ທ້ອງຖິ່ນ ໃຫ້ ກາຍເປັນ ຄົນງານ ສີມືອາຊີພ ໂດຍເລີ້ມຈາກ ເປັນ ຄົນງານ ບໍ່ແຮ່ ທັມມະດາ ໃນນັ້ນ 90 ສ່ວນຮ້ອຍ ແມ່ນ ຄົນງານລາວ ແລະ ໄດ້ຍົກຣະດັບ ຄົນງານລາວ 100 ຄົນ ຂື້ນຢູ່ໃນ ຣະດັບ ຫົວໜ້າ ບໍຣິຫານ ວຽກງານ.
ທາງ ບໍຣິສັດ ໄດ້ຈັດຕັ້ງ ກອງທຶນ ການພັທນາ 42 ບ້ານ ໃນທ້ອງຖິ່ນ ເພື່ອສ້າງ ໂຮງຮຽນ ຖນົນ ໄປຫາບ້ານ ຕໍ່ບ້ານ ສ້າງສ້ວມຖ່າຍ ແລະ ຣະບົບ ນໍ້າສະອາດ. ນອກນັ້ນ ຍັງ ສນັບສນູນ ທຸຣະກິຈ ຂນາດນ້ອຍ ໂຮງສີເຂົ້າ, ສົ່ງເສີມ ຊາວນາ 1,300 ກ່ວາຄອບຄົວ ປູກເຂົ້າ ເພື່ອ ສົ່ງຂາຍ ໃນຕລາດ ແລະ ສົ່ງຂາຍ ໃຫ້ຄົນງງານ ທີ່ເຮັດວຽກ ຢູ່ກັບ ບໍຣິສັດ ບໍ່ແຮ່ ອີກດ້ວຍ.