ຄະດີການເງິນຈຸລພາກ ຍັງແກ້ ບໍ່ໄດ້
ຜູ້ເສັຽຫາຍ ຍ້ອນ ສະຖາບັນການເງິນຈຸລພາກ ເພື່ອ ການພັທນາ ສໍ້ໂກງ ເລັ່ງ ໃຫ້ທາງການ ແກ້ໄຂ ຄະດີ.
-
ຈໍາປາທອງ
2019-07-25 -
-
-
Your browser doesn’t support HTML5 audio
ປະຊາຊົນຜູ້ເສັຽຫາຍ ຍ້ອນຖືກສະຖາບັນການເງິນຈຸລພາກ ເພື່ອການພັທນາ ຢູ່ບ້ານສົງເປືອຍ ເມືອງນາຊາຍທອງ ນະຄອນຫຫຼວງວຽງຈັນ ຢາກໃຫ້ທາງການ ເລັ່ງແກ້ໄຂຄະດີສໍ້ໂກງ ຂອງສະຖາບັນການເງິນ ນີ້. ເຖິງແມ່ນວ່າ ຜູ້ອຳນວຍການສະຖາບັນ ການເງິນດັ່ງກ່າວຈະໄດ້ ຖືກຈັບໄປແລ້ວກໍ່ຕາມ ແຕ່ພາກສ່ວນທີ່ກ່ຽວຂ້ອງ ຂອງທາງການຍັງບໍ່ໄດ້ແຈ້ງ ກ່ຽວກັບຄວາມຄືບໜ້າຂອງຄະດີນີ້ ໃຫ້ຜູ້ເສັຽຫາຍຮູ້ນໍາ. ດັ່ງ ຊາວບ້ານ ຜູ້ເສັຽຫາຍຄອບຄົວນຶ່ງ ໄດ້ກ່າວຕໍ່ RFA ໃນວັນທີ 19 ກໍຣະກະດາ ນີ້ວ່າ:
"ປະມານ 10 ປາຍລ້ານ ຄັນເວົ້າຕາມຄວາມຈີງ ກາບໍ່ມີໃຜໄດ້ຫັ້ນແຫຼະບໍ່ ຮູ້ວ່າເຂົາເຈົ້າຊິວ່າຈັ່ງໃດຫັ້ນນ່າ ເຮົາໄປຝາກເຮົາກາຢາກໄດ້ເງິນ ເຮົາຄືນ ເຮົາກະມີວຽກໃຊ້ເງິນ ເຣື່ອງທຸຣະກິດຫຍັງ ໃຜກະຈົ່ມຄືກັນ ຫັ້ນແຫຼະ."
ຕໍ່ບັນຫາດັ່ງກ່າວ ທ່ານ ສອນໄຊ ສິພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ໃຫ້ສັມພາດ ສື່ມວນຊົນ ທາງການລາວ ເມື່ອວັນທີ 18 ກັນຍາ 2018 ວ່າ ສະຖາບັນການເງິນນີ້ ໄດ້ຮັບການສ້າງຕັ້ງ ແລະ ຈົດທະບຽນ ຢ່າງຖືກຕ້ອງ ກັບທະນາຄານກາງ.
ໃນໄລຍະຜ່ານມາ ທະນາຄານກາງ ໄດ້ກວດກາສະຖາບັນການເງິນ ດັ່ງກ່າວປີລະຄັ້ງ. ແຕ່ເປັນການກວດກາເອກສານ, ບໍ່ໄດ້ລົງເລິກຕາມ ຄວາມເປັນຈິງ, ຈຶ່ງເຮັດໃຫ້ຂໍ້ມູນ ບາງຢ່າງຜິດພາດ. ນັບຕັ້ງແຕ່ມື້ ຜູ້ວ່າການທະນາຄານ ແຫ່ງ ສປປລາວ ໄດ້ໃຫ້ສັມພາດ ມາຈົນເຖິງມື້ນີ້ ກໍ່ເກືອບນຶ່ງປີແລ້ວ ແຕ່ຄະດີນີ້ ກໍຍັງບໍ່ມີຄວາມຄືບໜ້າ ແຕ່ຢ່າງໃດ.
ທ້າວ ສົມຈິດ ບູນເຫຼື່ອມ ອາດີດຜູ້ອຳນວຍການ ສະຖາບັນການເງິນຈຸລພາກ ເພື່ອການພັທນາ ໄດ້ຖືກຈັບເມື່ອເດືອນສິງຫາປີກາຍ ໃນຂໍ້ຫາ ສໍ້ໂກງເງິນຝາກຂອງປະຊາຊົນຈຳນວນ 19 ຕື້ກີບ ຊຶ່ງຕາມແຫຼ່ງຂ່າວ ທາງການລາວວ່າ ຜູ້ກ່ຽວພ້ອມດ້ວຍພັກພວກ ຍັງຖືກຄຸມຂັງຢູ່ໃນຄຸກ ເພື່ອກຽມນຳໂຕຂື້ນສານຕັດສິນຄະດີ, ແຕ່ຍັງບໍ່ທັນ ຮູ້ວ່າ ຈະເປັນເມື່ອໃດ.