ຄະດີສໍ້ໂກງ ຂອງບໍຣິສັດ ເອ່ຊ້ຽນ ເຟສ ຍັງແກ້ໄຂບໍ່ແລ້ວ

ຈຳປາທອງ
2022.02.02
ຄະດີສໍ້ໂກງ ຂອງບໍຣິສັດ ເອ່ຊ້ຽນ ເຟສ ຍັງແກ້ໄຂບໍ່ແລ້ວ ປະຊາຊົນທີ່ເຂົ້າມາບໍຣິສັດ ເອຊຽນເຟັສ ເພື່ອຖອນເງິນຝາກລົງທຶນ (SO)
RFA

ເກືອບ 5 ປີແລ້ວ ຄະດີສໍ້ໂກງຂອງບໍຣິສັດ ເອຊຽນ ເຟສ ກໍຍັງແກ້ໄຂບໍ່ສໍາເລັດ ເຮັດໃຫ້ຜູ້ເສັຍຫາຍ ຫລາຍຮ້ອຍຄົນ ລວມມູລຄ່າທັງໝົດເຖິງ 14 ລ້ານປາຍໂດລາຣ໌ສະຫະຣັຖ ຍັງບໍ່ທັນໄດ້ເງິນຄືນເທື່ອ ເຖິງແມ່ນວ່າ ສານຈະໄດ້ຕັດສິນຈໍາຄຸກ ຜູ້ທີ່ມີສ່ວນກ່ຽວຂ້ອງໄປແລ້ວກໍຕາມ. ຜູ້ເສັຍຫາຍຈໍານວນນຶ່ງ ຍັງຄອງຖ້າວ່າຈະໄດ້ເງິນທີ່ພວກຕົນລົງທຶນໄປນັ້ນຄືນ, ໄດ້ທວງຖາມຄວາມຄືບໜ້າ ຈາກທາງການລາວຫລາຍເທື່ອ ແຕ່ກໍບໍ່ໄດ້ຮັບຄໍາຕອບແນວໃດ ແກ້ນີ້ແກ້ນັ້ນຢູ່ຕລອດ ດັ່ງປະຊາຊົນລາວຜູ້ນຶ່ງ ຢູ່ນະຄອນຫລວງວຽງຈັນ ທີ່ເປັນຜູ້ເສັຍຫາຍນັ້ນ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 2 ກຸມພານີ້ວ່າ:

ແມ່ນແຫລະ ປານນີ້ຍັງບໍ່ໄດ້ ໄດ້ 5 ປີຫັ້ນນ່າ ເຮົາທວງຖາມຍາມໃດ ເຂົາກະວ່າ ແກ້ນີ້ແກ້ນັ້ນໄປຕລອດນ່າ ບໍ່ໃຫ້ຄໍາຕອບທີ່ຊັດເຈນໃຫ້ປະຊາຊົນນ່າ ເຂົາກະຕັດແລ້ແລ້ວ ແຕ່ວ່າມັນກະໜ່ວຍງານເຂົາເຮັດຫຍັງບໍ່ໄດ້ຫັ້ນນ່າ.

ຜູ້ເສັຍຫາຍຄົນນີ້ເວົ້າຕື່ມວ່າ ຕົນໄດ້ຮ່ວມລົງທຶນນໍາບໍຣິສັດ ເອຊຽນ ເຟສ ຈໍານວນ 9,000 ໂດລາຣ໌ສະຫະຣັຖ ແລະຄາດຫວັງວ່າ ຈະໄດ້ເງິນນັ້ນຄືນ 50% ກໍຍັງດີກວ່າຈະສູນເສັຍໄປທັງໝົດ ບໍ່ໄດ້ຫຍັງຄືນ.

ແລະຜູ້ເສັຍຫາຍອີກຄົນນຶ່ງ ກໍເວົ້າໃນມື້ດຽວກັນນີ້ວ່າ ຫລັງຈາກສານໄດ້ຕັດສິນຈໍາຄຸກ ທ້າວ Huot Sovann ເຈົ້າຂອງບໍຣິສັດ ເອຊຽນ ເຟສ ແລ້ວ ກໍບໍ່ມີຄວາມຄືບໜ້າເຣື່ອງການຄືນເງິນ ລົງທຶນໃຫ້ຜູ້ເສັຍຫາຍນັ້ນຈັກເທື່ອ. ທາງການລາວ ທີ່ເຂົ້າມາແກ້ໄຂຄະດີນັ້ນ ກໍມິດງຽບໄປເລີຍ, ຈົນມາຮອດມື້ນີ້ ກໍບໍ່ໄດ້ອອກຣາຍງານ ຫລືແຈ້ງຂ່າວໃຫ້ຜູ້ເສັຍຫາຍຮູ້ແຕ່ຢ່າງໃດ ແລະວ່າ ການມິດງຽບຂອງທາງການລາວ ໄດ້ສ້າງຄວາມສັບສົນ ແລະຄວາມກັງວົນໃຈໃຫ້ຜູ້ເສັຍຫາຍ ວ່າຈະບໍ່ໄດ້ຮັບເງິນລົງທຶນຄືນ ຫລືບໍ່ ແລະຢ້ານວ່າຄະດີນັ້ນຈະມິດງຽບໄປ.

ຫ້ວຍ ມິດຢູ່ ເຂົາສິໃຊ້ສິແທນຄືນແນວໃດ ເຮົາບໍ່ຮູ້ວ່າຍາມໃດມັນສິໃຊ້ເຮົາ ຂະເຈົ້າຕັດສິນຄະດີແຕ່ບໍ່ຄືບໜ້າ ມີເງື່ອນງໍາແນວໃດ ເຮົາກະບໍ່ຈັກຫັ້ນນ່າ ຜູ້ເຂົາຫວັງກະຫວັງອີ່ຫລີພຸ້ນແລ້ວ ເງິນຄໍາກໍາແກ້ວ.                                                                 ຜູ້ເສັຍຫາຍອີກຄົນນຶ່ງຢູ່ແຂວງວຽງຈັນ ກໍເວົ້າໃນທໍານອງດຽວກັນນີ້ວ່າ ຜ່ານມາເກືອບ 5 ປີແລ້ວ ຕົນບໍ່ຄາດຫວັງວ່າ ຈະໄດ້ເງິນລົງທຶນນັ້ນຄືນເຕັມ 100%, ແຕ່ກໍຢາກໃຫ້ທາງການລາວ ຊ່ວຍແກ້ໄຂບັນຫາໃຫ້ໄວທີ່ສຸດ ແລະນໍາເງິນທັງໝົດທີ່ບໍຣິສັດມີຢູ່ນັ້ນ ມາສເລັ່ຽຄືນໃຫ້ຜູ້ເສັຍຫາຍ, ໄດ້ເຄິ່ງນຶ່ງກໍຍັງດີ.

ໃຫ້ຈັກເຄິ່ງນຶ່ງກະຍັງດີ ຜູ້ໃດກະຢາກໄດ້ ບໍ່ໄດ້ໜ້ອຍກະໄດ້ຫລາຍກະຢ່າມັນ ກະມັນກະບໍ່ໄດ້ເດ້ຊັນ ເຣື່ອງຄະດີມັນບໍ່ຄືບໜ້າແລ້ວກະ ຂະເຈົ້າເວົ້າແນວໃດ ກະບໍ່ຢາກເວົ້ານໍາອີກ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ກົມໃຫຍ່ຕໍາຣວດ ກະຊວງປ້ອງກັນຄວາມສງົບທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 2 ກຸມພານີ້ວ່າ ຫລັງຈາກທີ່ສານນະຄອນຫລວງວຽງຈັນ ໄດ້ຕັດສິນຈໍາຄຸກທ້າວ Huot Sovann ໄປແລ້ວ ທາງການລາວກໍໄດ້ຍຶດເອົາຊັພສິນສ່ວນຕົວຂອງຜູ້ກ່ຽວ ແລະຂອງບໍຣິສັດ ເອຊຽນ ເຟສ ທັງໝົດ ເປັນຕົ້ນ ຕຶກອາຄານ, ຣົຖໃຫຍ່ ແລະທີ່ດິນເພື່ອນໍາມາຂາຍ. ແຕ່ຊັພສິນທັງໝົດນັ້ນ ຈໍາເປັນຈະຕ້ອງໄດ້ຂາຍໃນລາຄາແພງ ເພື່ອໃຫ້ໄດ້ເງິນຕາມມູນຄ່າຄວາມເສັຍຫາຍ 14 ລ້ານໂດລາຣ໌ສະຫະຣັຖ. ແຕ່ປາກົດວ່າ ຊັພສິນທັງໝົດບໍ່ມີຄົນມາຊື້, ເລີຍບໍ່ມີເງິນໄປຄືນໃຫ້ຜູ້ເສັຍຫາຍ, ໃນຂະນະນີ້ ກໍຍັງປະກາດຂາຍໄປເລື້ອຍໆ ຈົນກວ່າວ່າ ຈະມີຄົນມາຊື້. ແລະວ່າ ກໍເຂົ້າໃຈເຣື່ອງຄວາມກັງວົນຕ່າງໆຂອງຜູ້ເສັຍຫາຍ ແຕ່ການແກ້ໄຂຄະດີ ແລະການຂາຍ ຊັພສິນທັງໝົດນັ້ນ ກໍເປັນເຣື່ອງທີ່ຫຍູ້ງຍາກ.

ດັ່ງທີ່ທ່ານກ່າວວ່າ:

ສານຕັດສິນແລ້ວ ຜູ້ກະທໍາຜິດກະຖືກຄຸກຫັ້ນແລ້ວເນາະ ຊັບິນມັນກະໄປຟອກເປັນດິນ ກະໄປປຸກສ້າງອາຄານອິຫຍັງຕ່າງໆຫັ້ນນ່າ ຣັຖກະຍຶດໄວ້ເນາະ ເພິ່ນສິຕີລາຄາຂາຍຫັ້ນແລ້ວເນາະ ເງິນສົດມັນກະໂອນໜີເດ້ເນາະ ແຕ່ວ່າຜູ້ເສັຍຫາຍຢູ່ທາງຝັ່ງລາວ ກະຍັງບໍ່ມີໃຜໄດ້ຫຍັງດອກ ມັນກະເປັນບັນຫາຍາກຢູ່ໂຕນີ້.

ຄະດີບໍຣິສັດ ເອຊຽນ ເຟສ ເປັນຄະດີສໍ້ໂກງທີ່ໂດ່ງດັງ ຊຶ່ງສັງຄົມລາວກໍໃຫ້ຄວາມສົນໃຈຫລາຍ ຄະດີນີ້ເກີດຂຶ້ນຍ້ອນທ້າວ Huot Sovann ຄົນສັນຊາດກໍາພູຊາ ໄດ້ເຂົ້າມາເປີດບໍຣິສັດ ເອຊຽນເຟສ ດໍາເນີນທຸຣະກິດຮັບຝາກເງິນ ແລະອະສັງຫາລິມະຊັບ ຢູ່ບ້ານໂພນຕ້ອງຈອມມະນີ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ໃນປີ 2016 ດ້ວຍທຶນຈົດທະບຽນ 1,200,000,000 ກີບ.

ຫລັງຈາກນັ້ນ ຜູ້ກ່ຽວໄດ້ເຊີນຊວນໃຫ້ຄົນລາວ ເຂົ້າຮ່ວມລົງທຶນນໍາ, ຕໍ່າສຸດ 1,000 ໂດລາຣ໌ສະຫະຣັຖ ແລ້ວຈະໄດ້ເງິນປັນຜົລ 9% ຕໍ່ເດືອນ, ເຮັດໃຫ້ຄົນລາວຫລາຍຮ້ອຍຄົນຫລົງເຊື່ອ ແລະຮ່ວມລົງທຶນນໍາ ແຕ່ແລ້ວກໍບໍ່ໄດ້ເປັນຄືດັ່ງວ່າ.                                                                                  ຕໍ່ມາ ໃນເດືອນມິນາ 2017 ຜູ້ຮ່ວມລົງທຶນນໍາ ກໍຮວມຕົວກັນປະທ້ວງບໍຣິສັດ ເອຊຽນ ເຟສ ທີ່ບໍ່ສາມາດຈ່າຍເງິນປັນຜົນ, ກໍາໄລຕ່າງໆ ແລະສິດທິພິເສດອື່ນໆ ໃຫ້ໄດ້ຕາມສັນຍາ. ຍ້ອນບໍ່ສາ ມາດໄກ່ເກັ່ຍກັນໄດ້ ທາງການລາວຈຶ່ງໄດ້ເຂົ້າມາຮ່ວມເຈຣະຈາແລະທໍາການສືບສວນ ສອບສວນ.

ຈາກການສືບສວນ ສອບສວນຂອງເຈົ້າໜ້າທີ່ກົມໃຫຍ່ຕໍາຣວດ ກະຊວງປ້ອງກັນຄວາມສງົບ ພົບວ່າ ທ້ານ Huot Sovann ເຄີຍເຮັດທຸຣະກິດໃນລັກສະນະນີ້ມາກ່ອນແລ້ວ ຢູ່ປະເທດກໍາພູຊາ, ມີຜູ້ຕົກເປັນເຫຍື່ອຫລົງເຊື່ອ ແລະເສັຍຫາຍ ບໍ່ຕໍ່າກວ່າ 10,000,000 ໂດລາຣ໌ສະຫະຣັຖ ກ່ອນທີ່ຜູ້ກ່ຽວຈະຫລົບໜີເຂົ້າມາເຮັດທຸຣະກິດໃນປະເທດລາວ ໂດຍມີເຈົ້າໜ້າທີ່ການນໍາຣະດັບສູງຂອງລາວ ໃຫ້ຄວາມຊ່່ອຍເຫລືອ ແລະເປີດບໍຣິສັດ ເອຊຽນ ເຟສ ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.