ໂຮງງານບ່າຍບ່ຽງບໍ່ໃຫ້ ເຈົ້າໜ້າທີ່ ພົບຄົນງານ

0:00 / 0:00

ໂຮງງານເຫຼັກ ຂອງກຸ່ມບໍຣິສັດ ຄູນຄຳ ເຊິ່ງເປັນຂອງຄົນລາວ ແລະຈີນ ຮຸ້ນສ່ວນກັນ ຢູ່ຫລັກ 14 ນະຄອນ ໄກສອນ ພົມວິຫານ ແຂວງ ສະຫວັນນະເຂດ ຍັງເອົາປຽບກັມມະກອນ ບໍ່ວ່າຈະເປັນວັນປະຈຳປີ ແລະ ເຮັດວຽກເກີນເວລາບໍ່ຈ່າຍໂອທີ.

ໃນຂນະທີ່ເຈົ້າໜ້າທີ່ຜແນກແຮງງານ ແຂວງກໍບໍ່ສາມາດເຂົ້າໄປກວດສອບໄດ້ ຍ້ອນວ່າທາງໂຮງງານຫຼີກລ້ຽງ ບໍ່ໃຫ້ເຂົ້າພົບ ກັມມະກອນ ສອບຖາມ ການເຮັດວຽກຂອງເຂົາເຈົ້າ. ດັ່ງເຈົ້າໜ້າທີ່ຜແນກແຮງງານ ແລະ ສວັດດີການສັງຄົມ ແຂວງສະຫວັນນະເຂດ ເວົ້າຕໍ່ຜູ້ສື່ຂ່າວ RFA ເມື່ອ 19 ມິຖຸນາວ່າ:

"ເພາະວ່າພວກເຮົາບໍ່ໄດ້ເຂົ້າເຖິງເພິ່ນຈັກເທື່ອເນາະ ເພາະວ່າເຮົາລົງໄປກວດແລ້ວ1 ມານີ້ເພິ່ນກໍບໍ່ຄ່ອຍໄດ້ໃຫ້ເຂົ້າໄປ ພົບແຮງງານຫັ້ນນ່າ ແລ້ວບາດນີ້ເຮົາເຂົ້າພົບ ກໍສ່ວນຫຼາຍກໍເຂົ້າພົບ ແຕ່ພະນັກງານວິຊາການເພິ່ນ ແຕ່ວ່າເພິ່ນກໍຈະກໍາຂໍ້ມູນໃຫ້ເຮົາ ກໍບໍ່ຣະອຽດ."

ເຈົ້າໜ້າເວົ້າຕື່ມວ່າໂຮງງານດັ່ງກ່າວ ເປັນຂອງຄົນລາວ ເປັນໂຮງງານຂນາດໃຫຍ່ຕັ້ງມາດົນແລ້ວ ແຕ່ເຈົ້າໜ້າທີ່ບໍ່ສາມາດເຂົ້າໄປກວດສອບ ໄດ້ນອກຈາກທາງໂຮງງານ ພຍາຍາມຫຼີກລ້ຽງ ໃຫ້ເຂົ້າພົບພາກສ່ວນ ກັມມະກອນແລ້ວ ເຈົ້າໜ້າທີ່ພາຍໃນໂຮງງານ ກໍບໍ່ຄ່ອຍອຳນວຍ ຄວາມສະດວກ ມັກໄປວຽກຕ່າງແຂວງ, ຂນະທີ່ເຈົ້າໜ້າທີ່ເອງ ກໍບໍ່ມີງົບປະມານຫຼາຍ ໃນການກວດກາ ໂຮງງານຕ່າງໆ ເຮັດໃຫ້ບໍ່ຮູ້ວ່າ ໂຮງງານ ມີການເອົາປຽບຄົນງານຫຼືບໍ່.

ເມື່ອບໍ່ດົນມານີ້ ກັມມະກອນທີ່ເຮັດວຽກໃນໂຮງງານ ເວົ້າຕໍ່ຜູ້ສື່ຂ່າວ RFA ວ່າຖືກເອົາປຽບຫຼາຍ ໂດຍສະເພາະຜແນກຕົ້ມເຫຼັກຕ້ອງເຮັດວຽກ ບໍ່ມີວັນພັກ ໂດຍສະເພາະວັນທາງການ ຫຼື ວັນບູນປະເພນີ ກັມມະກອນກໍ່ຖືກບັງຄັບ ໃຫ້ເຮັດວຽກແຕ່ບໍ່ໄດ້ ຮັບເງິນນອກໂມງ ນອກຈາກນີ້ ກໍຍັງບໍ່ມີສວັດດີການ, ບໍ່ມີຣະບົບ ຄວາມປອດພັຍ , ບໍ່ມີການປ້ອງກັນສຸຂພາບ.

ຕໍ່ກໍຣະນີນີ້ ເຈົ້າໜ້າທີ່ຜແນກແຮງງານກ່າວວ່າ ໃຫ້ກັມມະກອນທີ່ຖືກເອົາປຽບມາແຈ້ງ ໃຫ້ສະພາເພື່ອດຳເນີນຕາມຂັ້ນຕອນ ແລ້ວພາກສ່ວນ ກ່ຽວຂ້ອງ ສາມາດກຽມແຜນລົງໄປກວດກາໄດ້:

"ມັນກໍຖືວ່າຈະຂັດກັບຕາມຣະບຽບເຮົາແລ້ວ ມັນກໍ່ຈະຜິດຕໍ່ຣະບຽບເຮົາ ຖືວ່າຜູ້ໃຊ້ແຮງງານ ຈະຕ້ອງໄດ້ໄລ່ເງິນ ໃຫ້ຜູ້ກ່ຽວ ເພາະວ່າຕາມ ຣະບຽບເຮົາ ມັນໄດ້ພັກຢູ່ແລ້ວ ຕາມກົດໝາຍຣະບຸໄວ້ ໂຕນີ້ມັນຕ້ອງໃຫ້ ຜູ້ອອກແຮງານ ໂທຫາສະພາ ແລະ ສະພາ ກໍຈະໂທຫາຜແນກ ແຮງງານ ເພື່ອໃຫ້ລົງໄປກວດວ່າ ມັນແມ່ນແທ້ບໍ່."

ບໍຣິສັດຜລິດເຫຼັກແຫ່ງນີ້ ແມ່ນມີຢູ່ສອງສາຂາ, ສາຂານຶ່ງຢູ່ນະຄອນຫຼວງວຽງຈັນ ສ່ວນອີກສາຂານຶ່ງ ຢູ່ນະຄອນໄກສອນພົມວິຫານ. ໂຮງງານ ດັ່ງກ່າວ ຕາມເຈົ້າໜ້າທີ່ ບອກວ່າ ໂຮງງານດັ່ງກ່າວເປັນບໍຣິສັດ ຂອງຄົນລາວ ຊື່ວ່າ ບໍຣິສັດ ຄູນຄຳ ແຕ່ ກັມມະກອນ ໃນໂຮງງານເວົ້າວ່າ ໂຮງງານນີ້ເປັນຂອງຄົນຈີນ ມີຊື່ວ່າ ບໍຣິສັດ ຂຸນເພັງ ຄວາມເປັນຈິງ ຕາມນິຕິກັມ ຂອງ ບໍຣິສັດ ໂດຍສະເພາະແມ່ນ ເອກກະສານ ໃບບິນ ກາຈໍ້າ ກໍໃສ່ຊື່ວ່າ ບໍຣິສັດ KPS ຈຳກັດ ຫຼື Vientiane Kunpeng Steel..